Norkhame

ຈະຫາຄວາມສຸກໄດ້ແນວໃດ ຫາກຕົກໃນສະພາບທີ່ສັບສົນ ໂດຍສະເພາະ ໃນຍາມອົກຫັກ, ສັບສົນໃນໜ້າທີ່ການງານ, ສະພາບຄອບຄົວ, ຜິດຖຽງກັບເພື່ອມິດ, ຖືກເອົາປຽບທາງສັງຄົມ ແລະ ສິ່ງບໍ່ດີອື່ນໆ. ເຮັດໃຫ້ຈິດໃຈກະວົນກະວາຍ ຈົນເຮັດໃຫ້ສຸກກະພາບ ແລະ ປະສິດທິພາບການເຮັດວຽກຫຼຸດໜ້ອຍລົງ.

 

ມາຮອດຈຸດໃດໜຶ່ງ ກໍ່ເລີ່ມຖາມຫາຄວາມສຸກ ແລະ ການຢູ່ແບບມີແຮງບັນດານໃຈໃນການຜ່ານຜ່າທຸກໆປະສົບການທີ່ບໍ່ດີ. ໄດ້ສຶກສາຫຼາຍໆເຕັກນິກ ທີ່ພະພຸດທະເຈົ້າໄດ້ນຳໃຊ້ມາເປັນແວນແຍງໃນການສ້າງໃຫ້ຕົນເອງມີຈຸດສຸມ, ສະຫງົບ ແລະ ຕັ້ງໜ້າເຮັດວຽກທີ່ຕົນເອງຮັກ.

 

ທຸກໆການຄົ້ນພົບ ແລະ ຂັ້ນຕອນການຈັດຕັ້ງປະຕິບັດ ໄດ້ລະບຸຢ່າງລະອຽດ. ເປັນສິ່ງທີ່ຂ້າພະເຈົ້າຍັງໃຊ້ເປັນປະຈຳ ເພາະເປັນສິ່ງທີ່ເຮັດໃຫ້ຕົນເອງມີສະຕິ, ຄວາມສະຫງົບ, ຄວາມສຸກ ແລະ ມີຄວາມໜັ້ນໃຈໃນການເລີ່ມເຮັດວຽກງານທຸກໆຄັ້ງ.

 

ຂ້າພະເຈົ້າກໍ່ເຫັນຫຼາຍໆຄົນມີປະສົບການທີ່ສັບສົນຜິດຫວັງຈາກຄວາມຮັກ, ຜິດຖຽງກັບແຝນ, ປັນຫາວຽກງານ, ການສອບເສັງຕົກ ແລະ ບໍ່ໄດ້ໃນສິ່ງປາດຖະໜາ. ຕໍ່ກັບສິ່ງດັ່ງກ່າວ, ເມື່ອມາເບິ່ງຄັກໆແລ້ວ ເປັນບົດຮຽນສອນໃຫ້ຄົນເຮົາຫຼາຍໆຢ່າງ.

 

ຈາກການນຳໃຊ້ເປັນປະຈຳ, ເຮັດໃຫ້ຕົນເຫັນຕົວເອງ ແລະ ເຫັນບົດບາດໃນການກຳນົດແນວຄິດສຸກ. ຈົນໃນປະຈຸບັນນີ້ ເຂົ້າໃຈເລິກເຊິ່ງວ່າ ສິ່ງທີ່ຕົນເອງຄວບຄຸມ ແລະ ບໍ່ມີໃຜສາມາດ ຄຸ້ມຄອງໄດ້ແມ່ນແນວຄິດ. ເຮົາຈະຄິດສຸກ ຫຼື ທຸກບໍ່ແມ່ນຍ້ອນເງື່ອນໄຂ ແຕ່ຂື້ນກັບຕົນເອງ.

 

ເພື່ອເຮັດໃຫ້ທ່ານສາມາດເຂົ້າໃຈ, ຂ້າພະເຈົ້າໄດ້ສັງລວມເປັນຄຳເວົ້າດ້ວຍການຂຽນທີ່ງ່າຍດາຍ, ກະທັດຮັດ, ສັ້ນ ແລະ ມີຄວາມໝາຍທີ່ສຸດ. ທ່ານສາມາດອ່ານຈົບພາຍໃນ 1 ຊົວໂມງ ຫຼືສັ້ນກວ່ານັ້ນ. ປະກອບມີສາມພາກຄື:

ກ. ຫາເຫດ – ເປັນພາກທີ່ແນະນຳວ່າອັນໃດທີ່ເຮັດໃຫ້ຄົນເປັນທຸກ

ຂ. ທາງເປັນສຸກ – ເຂົ້າຫາວິທີເຮັດໃຫ້ທ່ານເຂົ້າໃຈການຄຸ້ມຄອງແນວຄວາມຄິດຕົນເອງ

ຄ. ຊີວິດຈິງ – ການນຳໃຊ້ເຂົ້າໃນຕົວຈິງ ເຊິ່ງມີແຜນການ ແລະ ການຝຶກຕົວຈິງ

 

ທ່ານສາມາດເບິ່ງຕົວຢ່າງໄດ້ລຸ່ມນີ້:

ທ່ານສາມາດເປັນເຈົ້າຂອງໄດ້ໃນລາຄາພຽງ 30,000 ກີບ. ທັງຍັງສາມາດໄດ້ຮັບຄຳປຶກສາ, ສົນທະນາ ແລະ ຖາມຄຳຖາມ ຜ່ານທາງອີເມວ ໃນໄລຍະ 01 ເດືອນ. ລອງອ່ານໄດ້ທີ່ນີ້: ອອກເດີນຫາຄວາມສຸກ ແລະ ສຳເລັດ

ຂັ້ນຕອນການຊື້ທີ່ງ່າຍດ່າຍ

  1. ໂອນເງິນ – 30,000 ກີບ, ທະນາຄານການຄ້າຕ່າງປະເທດ
  2. ເຂົ້າບັນຊີຊື່: ທ. ວຽງສົມບັດ ບັງອອນແສງເດດ,
  3. ບັນຊີເລກທີ: 0901 20000 0460 78001 (ກີບ)
  4. ສົ່ງຂໍ້ຄວາມຜ່ານມືຖື: 856 20 29988842 ບອກຊື່ ແລະ ລະຫັດໂອນເງິນ
  5. ແຈ້ງອີເມວ ແລະ ທ່ານຈະສາມາດດາວໂຫຼດເອກະສານ ພ້ອມລະຫັດຜ່ານອ່ານທາງເວັບໃຊ໊ ແລະ ທ່ານຈະດາວໂຫຼດໄດ້ທີ່ນີ້: ອອກເດີນທາງຫາຄວາມສຸກ ແລະ ສຳເລັດ
Copy Protected by Chetan's WP-Copyprotect.