Norkhame
ໂຄສະນາຄຸນຄ່າແກ່ກາເຟ ໂຄສະນາຄຸນຄ່າແກ່ກາເຟ
ການ​ຜະລິດ​ທີ່​ຕິດ​ພັນ​ກັບ​ຄຸນ​ນະພາ​ບ​​ແລະ​ຄວາມ​ຕ້ອງການ​ຂອງ​ຄົນ​ຍີ່​ປຸ່ນ​ ​ເປັນ​ບາດກ້າວ​ໃນ​ການ​ສ້າງ​ຄວາມ​ໜ້າ​ເຊື່ອ​ຖື​ແກ່​ກາ​ເຟຂອງ​ທ່ານ. ການ​ຕະຫຼາດ, ​ເປັນ​ອີກໜຶ່ງຫົນທາງ​ໃນ​ການ​ສ້າງ​ໃຫ້ກາ​ເຟຂອງ​ທ່ານ​ມີ​ຄວາມໜ້າ​ເຊື່ອ​ຖື, ​ເຮັດ​ໃຫ້​ມະຫາຊົນ​ໄດ້​ຮັບ​ຊາບ​ຄຸນ​ລັກສະນະສະ​ເພາະທີ່​ກາ​ເຟຂອງ​ທ່ານ​ຈະ​ສະໜອງ​ໃນ​ຕະຫຼາດ ​ແລະ ສ້າງ​​ໃຫ້​ຄົນ​ມີ​ຄວາມ​ນິຍົມ​ຊົມ​ຊອບ​. ການ​ຕະຫຼາດບັນຈຸ​ເອົາຫຼາຍອົງ​ປະກອບ​ເຕັກ​ນິກ​ເພື່ອ​ໂຄສະນາຄຸນລັກສະນະຂອງກາເຟ​ໃຫ້​ມີ​ຄຸນຄ່າ​ສູງ​ຂື້ນ ແລະ ສ້າງຄວາມພໍໃຈແກ່​ລູກ​ຄ້າ​ເປົ້າ. ຮູບແບບການໂຄສະນາມັກປະສົມປະສານກັນລະຫວ່າງທາງ​ອອນ​ໄລ ​ແລະ ທາງສິ່ງພິມຕ່າງໆ. ວຽກງານ​ຫຼັກຂອງ​ການ​ຕະຫຼາດ​ໄດ້​ເນັ້ນ​ເອົາ​ການ​ເຜີຍ​ແຜ່ ຄຸນຄ່າ​ຂອງ​ສິນ​ໂດຍ​ບໍ່ມີ​ການ​ບິດ​ເບືອນ​ຄວາມ​ເປັນ​ຈິງ ​ເພື່ອ​ເຮັດໃຫ້ລູກຄ້າໄດ້ຂໍ້ມູນກ່ອນການຕັດສິນໃຈ. ເຕັກນິກການຕະຫຼາດ​ເປັນ​ເຄື່ອງມື​ທີ່ມີສີສັນ ​ໃນ​ການ​ນຳ​ສະ​ເໜີຄຸນຄ່າ​ ​ແລະ ​ກະ​ຕຸ້ນ​ໃຫ້​ຜູ້​ຊົມ​ໃຊ້​ຕັດສິນ​ໃຈ​ຊື້. ວຽກງານ​ການ​ຕະຫຼາດ​ໄດ້​ກວມ​ເອົາຫຼາຍອົງ​ປະກອບ ​ແລະ ມີ​ທີ​ມງານ​ຈັດຕັ້ງປະຕິບັດທຸກໆລະດັບ ​ເພື່ອຮ່ວມ​ກັນນຳເອົາຄຸນຄ່າຂອງຜົນຜະລິດອອກສູ່ຕະຫຼາດ.... ໂຄສະນາຄຸນຄ່າແກ່ກາເຟ

ການ​ຜະລິດ​ທີ່​ຕິດ​ພັນ​ກັບ​ຄຸນ​ນະພາ​ບ​​ແລະ​ຄວາມ​ຕ້ອງການ​ຂອງ​ຄົນ​ຍີ່​ປຸ່ນ​ ​ເປັນ​ບາດກ້າວ​ໃນ​ການ​ສ້າງ​ຄວາມ​ໜ້າ​ເຊື່ອ​ຖື​ແກ່​ກາ​ເຟຂອງ​ທ່ານ. ການ​ຕະຫຼາດ, ​ເປັນ​ອີກໜຶ່ງຫົນທາງ​ໃນ​ການ​ສ້າງ​ໃຫ້ກາ​ເຟຂອງ​ທ່ານ​ມີ​ຄວາມໜ້າ​ເຊື່ອ​ຖື, ​ເຮັດ​ໃຫ້​ມະຫາຊົນ​ໄດ້​ຮັບ​ຊາບ​ຄຸນ​ລັກສະນະສະ​ເພາະທີ່​ກາ​ເຟຂອງ​ທ່ານ​ຈະ​ສະໜອງ​ໃນ​ຕະຫຼາດ ​ແລະ ສ້າງ​​ໃຫ້​ຄົນ​ມີ​ຄວາມ​ນິຍົມ​ຊົມ​ຊອບ​.

ການ​ຕະຫຼາດບັນຈຸ​ເອົາຫຼາຍອົງ​ປະກອບ​ເຕັກ​ນິກ​ເພື່ອ​ໂຄສະນາຄຸນລັກສະນະຂອງກາເຟ​ໃຫ້​ມີ​ຄຸນຄ່າ​ສູງ​ຂື້ນ ແລະ ສ້າງຄວາມພໍໃຈແກ່​ລູກ​ຄ້າ​ເປົ້າ. ຮູບແບບການໂຄສະນາມັກປະສົມປະສານກັນລະຫວ່າງທາງ​ອອນ​ໄລ ​ແລະ ທາງສິ່ງພິມຕ່າງໆ. ວຽກງານ​ຫຼັກຂອງ​ການ​ຕະຫຼາດ​ໄດ້​ເນັ້ນ​ເອົາ​ການ​ເຜີຍ​ແຜ່ ຄຸນຄ່າ​ຂອງ​ສິນ​ໂດຍ​ບໍ່ມີ​ການ​ບິດ​ເບືອນ​ຄວາມ​ເປັນ​ຈິງ ​ເພື່ອ​ເຮັດໃຫ້ລູກຄ້າໄດ້ຂໍ້ມູນກ່ອນການຕັດສິນໃຈ. ເຕັກນິກການຕະຫຼາດ​ເປັນ​ເຄື່ອງມື​ທີ່ມີສີສັນ ​ໃນ​ການ​ນຳ​ສະ​ເໜີຄຸນຄ່າ​ ​ແລະ ​ກະ​ຕຸ້ນ​ໃຫ້​ຜູ້​ຊົມ​ໃຊ້​ຕັດສິນ​ໃຈ​ຊື້. ວຽກງານ​ການ​ຕະຫຼາດ​ໄດ້​ກວມ​ເອົາຫຼາຍອົງ​ປະກອບ ​ແລະ ມີ​ທີ​ມງານ​ຈັດຕັ້ງປະຕິບັດທຸກໆລະດັບ ​ເພື່ອຮ່ວມ​ກັນນຳເອົາຄຸນຄ່າຂອງຜົນຜະລິດອອກສູ່ຕະຫຼາດ. ສິ່ງຕັດສິນຄວາມສຳເລັດ ໃນວຽກງານການຕະຫຼາດ ກໍ່ຂື້ນກັບຫຼາຍໆປັດໃຈ ເປັນຕົ້ນແມ່ນ: ຄຸນນະພາບຂອງກາເຟເອງ, ລາຄາສະໜອງ, ຄວາມສາມາດຊື້ຂອງລູກຄ້າເປົ້າໝາຍ, ແລະ ຄູ່ແຂ່ງ. ຫາກທີມງານການຕະຫຼາດສາມາດເຂົ້າໃຈ ບັນຫາດັ່ງກ່າວ ຢ່າງ​ຖີ່​ຖ້ວນ ຈະ​​ເຮັດ​ໃຫ້​ສາມາດ​ສ້າງ​ແຜນການ​ປະຕິບັດ​ງານ​​ໃນ​ຕົວ​ຈິງ​ໄດ້​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ການ​ນຳ​ເອົາ​ຜະລິດ​ຕະພັນ​ອອກ​ສູ່​ຕະຫຼາດ.

​​ເນື່ອງ​ຈາກ​ກາ​ເຟລາວ​ສົ່ງ​ອອກ​ໄປ​ປະ​ເທດ​ຍີ່ປຸ່ນ​ເປັນກາ​ເຟໝາກຂຽວ. ຮູບ​ແບບ​ການ​ໂຄສະນາ​ອາດ​ບໍ່ມີ​ຄວາມ​ສັບສົນ ​ແລະ ຈຳ​ເປັນ​ຕ້ອງ​ໃຊ້​ງົບປະມານ​ແພງໆ​ເພື່ອ​ສຶກສາ​ຕະຫຼາດຄວາມ​ຕ້ອງການ​ຍີ່ປຸ່ນ. ​ບັນຫາດ້ານ​ຄຸນ​ນະພາ​ບ ​ແລະ ຄວາມ​ປອດ​ໄພ ​ເປັນ​ສິ່ງ​ທີ່​ຕ້ອງການຫຼັກຂອງ​ການຜູ້​ບໍລິ​ໂພ​ກ. ສະນັ້ນການ​ປັບປຸງ​ຂັ້ນຕອນ​ການ​ຜະລິດ ​ແລະ ການ​ຍົກ​ລະດັບ​ຄຸນ​ນະພາ​ບ​ໃຫ້​ສູງ​ຂື້ນ ​ເປັນ​ສິ່ງ​ທີ່​ຕ້ອງ​ໄດ້​ເອົາ​ໃຈ​ໃສ່. ການ​ສ້າງ​ຖານ​ຂໍ້​ມູນ​ການ​ຜະລິດ​ຄຸນ​ນະພາ​ບຜ່ານ​ທາງ​ເວັບ​ໄຊ, ສື່​ອອນ​ໄລ, ສິ່ງ​ພິມ​ທີ່​ຈຳ​ເປັນ ​ເພື່ອນຳ​ເອົາ​ຂໍ້​ມູນ​ການ​ຜະລິດ, ​ເຕັກນິກ​ການ​ຜະລິດຄຸນ​ນະພາ​ບດັ່ງກ່າວ​ອອກ​ມາສູ່​ສັງຄົມ​ຈະ​​ເປັນ​ການ​ສ້າງ​ຄວາມ​ສົນ​ໃຈ​ໃຫ້​ແກ່​ຜູ້​ຊື້ລາຍ​ໃໝ່​ເຂົ້າມາ​ຕິດຕໍ່, ທົດ​ລອງ​ຊີມ ​ແລະ ຕັດ​ສິນ​ເຮັດ​ການ​ຄ້າ.

ພາກ​ລັດ​ກໍ່ມີ​ບົດບາດ​ຫຼາຍ​ໃນ​ວຽກງານ​ການ​ໂຄສະນາ​ຂະ​ແໜງກາ​ເຟລາວ. ນັບ​ແຕ່​ການ​ສ້າງ​ສື່​ໂຄສະນາຄຸນ​ນະພາ​ບ, ຄວາມ​ສຳຄັນ​ຂອງ​ຂະ​ແໜງກາ​ເຟ ​ໃນ​ວຽກງານ​ພັດທະນາ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ຜ່ານ​ທາງ​ງານ​ວາງສະ​ແດງ. ຂໍ້​ມູນ​ການ​ຜະລິດ​ເປັນ​ເງື່ອນ​ໄຂ​ທຳ​ອິດ​ໃນ​ການ​ສ້າງ​ໃຫ້​ຜູ້​ຊື້ ​ແລະ ຜູ້​ຜະລິດ​ໄດ້​ພົບ​ກັນ. ບັນດາ​ນັກທຸລະກິດ​ກາ​ເຟຍີ່ປຸ່ນ ມີ​ຄວາມ​ສາມາດ​ໃນ​ການ​ຊີມ​ກາ​ເຟ ​ແລະ ຈັດໝວດຄຸນ​ນະພາ​ບ​. ຜ່ານ​ການ​ທົດ​ລອງ​ຊີມ​ເຂົາເຈົ້າສາມາດວັດແທກຄຸນ​ນະພາ​ບກາ​ເຟ ແລະ ​ຮັບ​ຮູ້​ໄດ້ວ່າກາ​ເຟນອນ​ໃນ​ຄຸນ​ນະພາ​ບລະດັບ​ໃດ, ລາຄາ​ຄວນ​ເປັນ​ເທົ່າ​ໃດ, ຫຼື ມີ​ຂອດ​ການ​ຜະລິດ​ໃດ​ຕ້ອງ​ໄດ້ດັດ​ປັບ ເພື່ອໃຫ້ໄດ້ຣົດຊາດທີ່ຕ້ອງການ. ການສະໜອງຂໍ້​ມູນ​ຜ່ານ​ທາງ​ສື່​ອອນ​ໄລ Facebook ກໍ່​ເປັນ​ຫົນທາງໜຶ່ງ​ໃນ​ການ​ສື່ສານທີ່ໃຊ້ງົບປະມານບໍ່ສູງ ​ແລະ ​ສາມາດແຈ້ງ​ຂໍ້​ມູນ ຂະ​ບວນການ​ຜະລິດ​ໃຫ້​ແກ່​ສັງຄົມ ​ແລະ ຄົນ​ທີ່​ອາດ​ສົນ​ໃຈ​ສັ່ງ​ຊືນຳ​ບໍລິສັດ​ຂອງ​ທ່ານ​ໃນຕໍ່ໜ້າ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.