Norkhame
“ຄູບາ” ນອກເຄື່ອງແບບ “ຄູບາ” ນອກເຄື່ອງແບບ
ສົມທຽບກັບຮູບແບບການດຳລົງຊີວິດຕາມຄຳສັ່ງສອນຂອງພະພຸດທະເຈົ້າແລ້ວ, ຖ້າຫາກນຳມາ ໃຊ້ໃນອົງການຈັດຕັ້ງ ໜ້າຈະມີຜົນເຮັດໃຫ້ອົງກອນມີການພັດທະນາໃນທາງທີ່ດີຂື້ນ. ຢ່າງໜຶ່ງ, ການເປັນຊາວພຸດນັ້ນ ບໍ່ພຽງແຕ່ເຂົ້າວັດເພື່ອປະຕິບັດປະເພນີທາງສາດສະໜາ ແຕ່ການເປັນຊາວພຸດທີ່ແທ້ຈິງນັ້ນ ຂື້ນກັບການຮຽນຮູ້ຫຼັກການການານດຳລົງຊີວິດແບບພະພຸດທະເຈົ້າ ນັນກໍ່ຄືການມີສິນ-ທຳ. ຮູບແບບການດຳລົງຊີວິດຂອງຄູບາ ເປັນສິ່ງທີ່ຖືກປະຕິບັດກັນມາ ນັບແຕ່ສະໃໝບູຮານ ເຊິ່ງເປັນການຮຽນແບບຕາມແນວທາງຂອງພະພຸດທະເຈົ້າ. ຄູບາມີຫຼາຍຫຼັກການ ແລະ ກົດເກນ. ການຜິດຕໍ່ກັບກົດເກນດັ່ງກ່າວ ເປັນການສ້າງບາບ ບໍ່ວ່າຈະມີຄົນເຫັນຫຼືບໍ່ກໍ່ຕາມ. ກົດຂອງຄູບານັ້ນ ມີຫຼາຍ ສ່ວນໃຫຍ່ແລ້ວ ເປັນການປະພຶດເພື່ອເຮັດໃຫ້... “ຄູບາ” ນອກເຄື່ອງແບບ

ສົມທຽບກັບຮູບແບບການດຳລົງຊີວິດຕາມຄຳສັ່ງສອນຂອງພະພຸດທະເຈົ້າແລ້ວ, ຖ້າຫາກນຳມາ ໃຊ້ໃນອົງການຈັດຕັ້ງ ໜ້າຈະມີຜົນເຮັດໃຫ້ອົງກອນມີການພັດທະນາໃນທາງທີ່ດີຂື້ນ. ຢ່າງໜຶ່ງ, ການເປັນຊາວພຸດນັ້ນ ບໍ່ພຽງແຕ່ເຂົ້າວັດເພື່ອປະຕິບັດປະເພນີທາງສາດສະໜາ ແຕ່ການເປັນຊາວພຸດທີ່ແທ້ຈິງນັ້ນ ຂື້ນກັບການຮຽນຮູ້ຫຼັກການການານດຳລົງຊີວິດແບບພະພຸດທະເຈົ້າ ນັນກໍ່ຄືການມີສິນ-ທຳ. ຮູບແບບການດຳລົງຊີວິດຂອງຄູບາ ເປັນສິ່ງທີ່ຖືກປະຕິບັດກັນມາ ນັບແຕ່ສະໃໝບູຮານ ເຊິ່ງເປັນການຮຽນແບບຕາມແນວທາງຂອງພະພຸດທະເຈົ້າ. ຄູບາມີຫຼາຍຫຼັກການ ແລະ ກົດເກນ. ການຜິດຕໍ່ກັບກົດເກນດັ່ງກ່າວ ເປັນການສ້າງບາບ ບໍ່ວ່າຈະມີຄົນເຫັນຫຼືບໍ່ກໍ່ຕາມ. ກົດຂອງຄູບານັ້ນ ມີຫຼາຍ ສ່ວນໃຫຍ່ແລ້ວ ເປັນການປະພຶດເພື່ອເຮັດໃຫ້ ຕົນເອງຫ່າງໄກຈາກການປະພຶດໃນທາງຜິດສິນທຳ.

ແຕ່ການເປັນຄູບານັ້ນ ມີຫຼາຍກວ່າການຖີສິນ  ເພາະທັງເປັນຜູ້ນຳທາງປະເພນີສາດສະໜາ ແລະ ຈະມີຫຼາຍໆກິດຈະກຳກ່ຽວກັບສາດສະໜາເຂົ້າມາໃນວັດ. ຄົນຫຼາຍໆຄົນສາມາດ ນຳເອົາຮູບແບບການປະພຶດຄູບາມາໃຊ້ໃນຕົວຈິງ ເພື່ອສ້າງສັງຄົມໃຫ້ເປັນສຸກ ແລະ ຈະເລີນກ້າວໜ້າໄດ້. ສິ່ງນີ້ເຮັດໃຫ້ຫຼາຍຄົນບໍ່ສາມາດກາຍເປັນຄູບາໄດ້ເຕັມຕົວ. ຄົນລາວຖືສາດສະໜາພຸດເປັນສ່ວນໃຫຍ່, ເຮົາຄວນນຳໃຊ້ຄວາມເຊື່ອໃນພະພຸດທະສາດສະໜາ ເຂົ້າໃນການດຳລົງຊີວິດຕົວຈິງ ແລະ ໜ້າທີ່ການງານເພື່ອສ້າງຄວາມກ້າວໜ້າ. ທີ່ສຳຄັນແມ່ນສິນຫ້າ ແລະ ສິ່ງທີ່ຈະກ່າວຕໍ່ໄປນີ້ ເປັນສ່ວນໜ້ອຍໜຶ່ງ ທີ່ຖອດຖອນໄດ້.

ຄວາມກະລຸນາ

ໃນເວລາທີ່ຫ້ອງການປະເຊີນໜ້າກັບສະຖານະການທີ່ເຂັ່ງຮ້ອນ ເຊິ່ງມັກເກີດຂື້ນເປັນປະຈຳໃນຫ້ອງການເຮັດວຽກ, ສຳລັບສະຖານະການດັ່ງກ່າວ ຄວນເປັນໂອກາດໃຫ້ທີມງານ ສະແດງຄວາມເພື່ອແຜ່ ແລະ ອຸດທິຕົນໃນການແກ້ບັນຫາ. ຖ້າຫາກ ສະແດງທ່າທີ່ເຂັ່ງຂື່ມ ແລະ ຮ້າຍດ່າ ຍິ່ງຈະເປັນການເຮັດໃຫ້ ທີມງານບໍ່ສາມາດຄົ້ນຄິດແບບມີສະຕິ. ຄວາມສະຫງົບ ເປັນການເປີດໂອກາດໃຫ້ຄົນໄດ້ຄົ້ນຄິດ. ດັ່ງນັ້ນ ເວລາມີສິ່ງບໍ່ດັ່ງຫວັງເກີດຂື້ນ, ທ່ານຄວນຖືເປັນໂອກາດໃນການທ້ອນໂຮມເອົາແນວຄວາມຄິດໃນການແກ້ໄຂບັນຫາ ແລະ ຮ່ວມຕົວເອົາຕົນເອງເຂົ້າມີສ່ວນຮ່ວມເຕັມທີ່.

ເຫັນຄວາມດີຄົນອື່ນ

ປັດໃຈພື້ນຖານ ຂອງຫຼັກພະພຸດທະສາດສະໜາ ກໍ່ຄືການເຂົ້າໃຈວ່າ ຄົນແຕ່ລະຄົນມີຄວາມດີສະເພາະໃນແຕ່ລະຄົນ. ຖ້າຖືແນວນັ້ນແລ້ວ ກໍ່ຈະເປັນການເປີດໃຈອອກຮັບເອົາຄວາມຜິດພາດ ຂອງຄົນໆອື່ນ. ໃນຫຼາຍໆຄັ້ງ ພະນັກງານອາດຈະສ້າງຄວາມລຳຄານໃຈ ຫຼື ປັນຫາ ທີ່ບໍ່ຄວນເກີດຂື້ນ, ຖ້າຫາກລອງເບິ່ງອີກມູມໜຶ່ງ ສາເຫດຂອງການກໍ່ໃຫ້ມີຄວາມຂັດແຍ່ງກັນນັ້ນ ອາດເນື່ອງຈາກວ່າ ແຕ່ລະຄົນມີພື້ນຖານຄວາມດີ ແລະ ຫຼັກການແນວຄົ້ນຄິດທີ່ແຕກຕ່າງກັນ. ແນ່ນອນສິ່ງດັ່ງກ່າວ ຈະສ້າງໃຫ້ຄົນມີຄວາມຄິດທີ່ແຕກຕ່າງ ແລະ ມີຄວາມສາມາດໃນການແກ້ໄຂບັນຫາທີ່ແຕກຕ່າງກັນ. ຄວາມເຊື່ອໜັ້ນໃນທີມງານຈະເກີດຂຶ້ນກໍ່ຕໍ່ເມື່ອສະມາຊິກມີຄວາມເຂົ້າໃຈພື້ນຖານຄວາມດີຂອງກັນ ແລະ ກັນ. ການສ້າງຄວາມເຂົ້າໃຈພຶດຕິກຳຂອງແຕ່ລະຄົນ ຈະເຮັດໃຫ້ເປີດຕົນເອງເຂົ້າສູ່ຄວາມຮູ້ສຶກ ແລະ ແນວຄວາມຄິດຂອງຄົນໆອື່ນ.

ຮັບຮູ້ສະພາບຄວາມເປັນຈິງ

ຫຼາຍຄົນບໍ່ສາມາດຮັບສະຖານະການຕົວຈິງທີ່ເກີດຂື້ນ. ມີຫຼາຍໆຄັ້ງເຮົາມັກເວົ້າວ່າ “ຂ້ອຍວ່າແລ້ວນາ” ຫຼື ວ່າ “ຄິດວ່າແລ້ວ”. ແຕ່ສິ່ງເຫຼົ່ານັ້ນບໍ່ໄດ້ສະເໜີອອກມາດອກໃນຕົວຈິງ. ສິ່ງທີ່ຕາມມາຄືການເຮັດໃຫ້ ບໍ່ສາມາດເບິ່ງຫາສາເຫດ ແລະ ຜົນຂອງເຫດການທີ່ກຳລັງເກີດຂື້ນໃນປະຈຸບັນ. ສິ່ງທີ່ຕາມມາກໍ່ມັກຈະມີການກ່າວຮ້າຍ, ຈັບຜິດກັນ ຫຼື ຊອກຫາຄວາມຜິດ ແທນທີ່ຈະຊອກຫາຫົນທາງແກ້ບັນຫາ. ຄວາມຜິດພາດເປັນສິ່ງທີ່ຈະເກີດຂື້ນແນ່ນອນໃນຊີວິດປະຈຳວັນ. ສິ່ງທີ່ຈະຫັນສະຖານະການໄປໃນທາງທີ່ດີຂື້ນ ກໍ່ຄືການຮັບຮູ້ຄວາມຜິດພາດ, ໃຫ້ອະໄພຕົນເອງ ແລະ ຄົນທີ່ສ້າງບັນຫາ, ແລະ ຊອກຫາສາເຫດຄວາມຜິດວ່າມາຈາກໃສແລ້ວ ຊອກຫາຫົນທາງແກ້ໄຂບໍ່ໃຫ້ຄວາມຜິດພາດເກີດຂື້ນອີກ. ແນ່ນອນຮູບແບບດັ່ງກ່າວ ຕ້ອງການການເຝິກຝົນເປັນປະຈຳ.

ປາດສະຈາກຄວາມຢ້ານກົວ

ຄວາມຢ້ານເປັນສິ່ງທີ່ຫຼາຍຄົນປະເຊີນໃນເວລາເກີດບັນຫາ. ຢ້ານແນວນັນ ແນວນີ້ ຫຼື ຢ້ານຄົນອື່ນຄິດບໍ່ດີ ຫຼື ຄິດແນວນັ້ນແນວນີ້. ສິ່ງນີ້ສ້າງຄວາມວິຕົກກັງວົນ ໃນເວລາມີບັນຫາ. ແທນທີ່ຈະຢ້ານກົວໃນເວລາມີບັນຫາໃນໜ້າທີ່ວຽກງານ ຫຼື ການດຳລົງຊີວິດ, ເຮົາຄວນມາເບິ່ງບັນຫາ ໃຫ້ຖ່ອງເຖິງ. ບໍ່ຄວນຈົມກັບບັນຫາທີ່ສ້າງພາບໜ້າຢ້ານກົວໃຫ້ແກ່ຕົນເອງ. ເມື່ອແທນຄວາມຢ້ານກົວ ດ້ວຍການພິຈາລະນາແລ້ວ ເຮົາຈະພົບທາງອອກທີ່ດີທີ່ສຸດສະເໜີ.

ມີສິນລະປະ

ວັດວາອາຮາມ ເປັນສິ່ງປຸກສ້າງທີ່ສວຍງາມ. ມີການຈັດສັນສະຖານທີ່ກໍ່ສ້າງ, ຕົ້ນໄມ້ ແລະ ອຸປະກອນຢ່າງເປັນລະບົບ. ການຈັດສັນວຽກງານໃນຫ້ອງການ ຈຳເປັນຕ້ອງການແນວຄວາມຄິດທີ່ມີ ສິນລະປະພໍສົມຄວນໃນການບໍລິຫານຄົນ ຫຼື ສະຖານທີ່ຫ້ອງການ. ການຈັດສັນບຸກຂະລາກອນເປັນສິ່ງທີ່ຕ້ອງການເຈົ້ານາຍທີ່ມີຄວາມສາດໃນການສ້າງທີມງານ ແລະ ກະຕຸ້ນການເຮັດວຽກພາຍໃນທີມງານ. ຂັ້ນຕອນທີ່ສຳຄັນທີ່ສຸດກໍ່ຄືຂັ້ນຕອນການຄັດເລືອກ ແລະ ສ້າງຄວາມໄວ້ວາງໃຈ.

ມີຄວາມຍີນດີ

ແທນທີ່ຈະສະຫຼອງຄວາມສຳເລັດໃຫຍ່ໆບາດດຽວ, ການຮັບຮູ້ຄວາມຄືບໜ້າ ແລະ ສຳເລັດ ໜ້າທີ່ຂອງແຕ່ລະໂຄງການປະຈຳວັນເປັນສິ່ງທີ່ຄວນເຮັດປະຈຳ. ຄວາມຜິດພາດ ມັກເກີດຈາກການບໍ່ໃສ່ໃຈໃນລາຍລະອຽດ ການເຮັດວຽກປະຈຳວັນຂອງພະນັກງານໃນທີມ. ການສອດສອງ ແລະ ເອົາໃຈໃສ່ໃນການສ້າງຄວາມສັນເສີນ ແລະ ຍ້ອງຍໍພະນັກງານດ້ວຍຫຼາຍໆຮູບແບບປະຈຳວັນຈະເຮັດໃຫ້ຫົວໜ້າສາມາດເກັບກຳສະພາບ ແລະ ປະສິດທິພາບການເຮັດວຽກຂອງພະນັກງານແຕ່ລະຄົນໄດ່ເຕັມທີ່.

ຄັນຈະເວົ້າໄປແລ້ວ, ເວດມົນຈາກ ພະພຸດທະເຈົ້າ ຈະເກີດຂື້ນກໍ່ຕໍ່ເມື່ອຄົນເຮົາປະຕິບັດແນວດີມີສິນທຳ. ເຈົ້ານາຍເປັນຈຸດເລັ່ງ ແລະ ເປົ້າສາຍຕາຂອງຄົນໃນອົງກອນ. ການເຄື່ອນເໜັງ ແລະ ປະພຶດຕົນໃຫ້ເໜາະ ສົມ ເປັນສິ່ງທີ່ຈະເຮັດໃຫ້ສ້າງຄວາມສັດທາ ແລະ ຄວາມໜ້າເຊື່ອຖືແກ່ລູກນ້ອງ ແລະ ຄົນໃນສັງຄົມ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.