Norkhame
ນຳໃຊ້ E-Business ເຂົ້າໃນວຽກງານ ນຳໃຊ້ E-Business ເຂົ້າໃນວຽກງານ
ອິນເຕີເນັດ ກາຍເປັນປັດໃຈ ສຳຄັນຂອງການດຳລົງຊີວິດ. ຖ້າຫາກບໍ່ໄດ້ກວດ ອີເມວ ແລ້ວ ກໍ່ຈະກັງວົນ ເພາະຢ້ານມີວຽກ ດວ່ນສົ່ງແຈ້ງມາທາງ ອີເມວ. ປະເທດລາວ ຈັດໃນກຸ່ມປະເທດພັດທະນາ ແຕ່ການນຳໃຊ້ອິນເຕີເນັດໃນເຂດເມືອງ ແລະ ຊຸມຊົນ ມີຫຼາຍຂື້ນຢ່າງບໍ່ຂາດ ສາຍ. ທັງນີ້ ກໍ່ຍ້ອນການນຳໃຊ້ ລະບົບການສື່ສານຜ່ານດາວທຽມ 4G ແລະ ອາດໄວ ກວ່ານັ້ນ... ນຳໃຊ້ E-Business ເຂົ້າໃນວຽກງານ

ອິນເຕີເນັດ ກາຍເປັນປັດໃຈ ສຳຄັນຂອງການດຳລົງຊີວິດ. ຖ້າຫາກບໍ່ໄດ້ກວດ ອີເມວ ແລ້ວ ກໍ່ຈະກັງວົນ ເພາະຢ້ານມີວຽກ ດວ່ນສົ່ງແຈ້ງມາທາງ ອີເມວ.

ປະເທດລາວ ຈັດໃນກຸ່ມປະເທດພັດທະນາ ແຕ່ການນຳໃຊ້ອິນເຕີເນັດໃນເຂດເມືອງ ແລະ ຊຸມຊົນ ມີຫຼາຍຂື້ນຢ່າງບໍ່ຂາດ ສາຍ. ທັງນີ້ ກໍ່ຍ້ອນການນຳໃຊ້ ລະບົບການສື່ສານຜ່ານດາວທຽມ 4G ແລະ ອາດໄວ ກວ່ານັ້ນ ເຂົ້າມາໃນອານາຄົດ. ທ່ານສາມາດເລີ່ມໃຊ້ອິນເຕີເນັດເຂົ້າໃນຊີວິດປະຈຳວັນ ຫຼາຍກວ່າການສົ່ງອີເມວ ດັ່ງນີ້:

1. ປະຊາສຳພັນກັບລູກຄ້າ

ທ່ານສາມາດ ແຈ້ງ ຫຼື ນຳສິນຄ້າ ແລະການບໍລິການໃໝ່ອອກໂຄສະນາ ທາງອິນເຕີເນັດ. ມີຮ້ານຂາຍເຄື່ອງ ຫຼາຍບ່ອນ ໄດ້ນຳໃຊ້ Facebook  ເພື່ອສ້າງກຸ່ມ ແລະ ຮ້ານຂາຍເຄື່ອງ. ເຈົ້າຂອງຮ້ານໄດ້ມີການ ນຳພາຍທີ່ໂດດເດັ່ນອອກລົງ ໂຄສະນາ ແລະ ຈະມັກມີລູກຄ້າທີ່ສົນໃຈ ຂຽນຄຳຖາມ ຫຼື ສະແດງຄວາມມັກ ໃນສິນຄ້າ. ການສ້າງສາຍສຳພັນດັ່ງກ່າວ ຈະເຮັດໃຫ້ສິນຄ້າ ແລະ ເຈົ້າຂອງຮ້ານ ໄດ້ໃກ້ຊິດກັບ ລູກຄ້າຕົນເອງຫຼາຍຂື້ນ. ເປັນການຮຽນຮູ້ ຄວາມຕ້ອງການ ທີ່ທັນກັບເວລາ ແລະ ເຮັດໃຫ້ເຈົ້າຂອງທຸລະກິດ ສາມາດຄາດກະ ຄວາມຕ້ອງການໃນອານາຄົດ.

2. ສົ່ງເສີມການຂາຍ

ເຖິງວ່າລະບົບການສັ່ງຈອງ ແລະ ສັ່ງຊື້ ຜ່ານທາງບັດເຄຼດິດ ຍັງບໍ່ທັນແຜ່ຫຼາຍ, ແຕການຊຳລະ ຜ່ານທາງບັດ ຫາ ບັດ ມີຫຼາຍ ຂື້ນ. ຫຼື ຫຼາຍໆຄົນ ນຳເຄື່ອງອອກໂຄສະນາ ແລະ ຈ່າຍເງິນສົດ ເພື່ອຊືສິນຄ້າ ຫຼື ອາດມີການນັດພົບກັນເພື່ອ ສົ່ງເຄື່ອງ ແລະ ຮັບເງິນສົດ.

3.ສ້າງພາບພົດດີຂື້ນ

ຖ້າຫາກທ່ານມີເວັບໄຊເປັນຂອງຕົນເອງ, ທ່ານສາມາດເຮັດໄດ້ຫຼາຍໆຢ່າງກວ່າການຂາຍເຄື່ອງຜ່ານທາງສື່ອອນໄລ. ທີ່ເວັບໄຊ, ທ່ານສາມາດ ນຳຂໍ້ມູນທີ່ບໍ່ຈຳກັດເພື່ອ ໂຄສະນາ. ແນ່ນອນ ຈະເຮັດໃຫ້ລູກຄ້າເຫັນພາບພົດຂອງບໍລິສັດ ທີ່ຊັດເຈນຂື້ນ ແລະ ມີຄວາມໜ້າເຊື່ອຖືຫຼາຍຂື້ນ. ທີ່ເວັບໄຊ ທ່ານສາມາດ ບໍລິຫານ ແລະ ສ້າງອົງປະກອບທີ່ ທາງບໍລິສັດຕ້ອງການ ເພື່ອໃຫ້ແທດເໜາະກັບ ສິນຄ້າ ແລະ ການບໍລິການຂອງທ່ານ. ແນ່ນອນ, ທ່ານສາມາດສ້າງລະບົບ ຮັບການສັ່ງຊື້, ແລະ ຮັບເງິນທາງອອນໄລ ໄດ້ຢ່າງປອດໄພ.

4. ສ້າງຄວາມແຕກຕ່າງ

ທ່ານສາມາດອອກແບບໜ້າຕາຂອງເວັບໄຊ ຂອງບໍລິສັດໄດ້ຕາມໃຈມັກ ເພື່ອໃຫ້ເໜາະສົມກັບສິ່ງທີ່ທ່ານຕ້ອງການ. ການມີລັກສະນະສະເພາະຕົວເວັບໄຊ ຈະເຮັດໃຫ້ລູກຄ້າເຫັນພາບພົດຂອງບໍລິສັດຫຼາຍຂື້ນ. ແນ່ນອນ ຈະເປັນການສ້າງ ພາບພົດທີ່ດີ ເພື່ອເຮັດໃຫ້ຄົນສົນໃຈສິນຄ້າ ແລະການບໍລິການ. ນອກນັ້ນ ຍັງຈະເປັນການດຶງດູດ ໃຫ້ຄົນອານ ແລະ ຄົ້ນຫາຂໍ້ມູນ ຫຼື ສິນຄ້າອື່ນໆຂອງບໍລິສັດຫຼາຍຂື້ນ. ໃນນັ້ນ ທ່ານຍັງສາມາດສື່ສານໂດຍກົງກັບຜູ້ຊົມໃຊ້ ແລະ ລູກຄ້າໄດ້ ແບບຕົວຕໍ່ຕົວ ຫຼື ນຳສິ່ງພິມໂຄສະນາ ແລະ ເອກະສານການຕະຫຼາດ ຫຼື ບົດສະຫຼຸບຕ່າງໆ ອອກໃນເວັບໄຊແບບໍ່ຈຳກັດ. ສິ່ງນີ້ ຈະເຮັດໃຫ້ປະຫຍັດການພິມ ຫຼື ນຳໃຊ້ເຈ້ຍ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.