Norkhame
ເບື້ອງຫຼັງ “ນໍຄຳ” ເບື້ອງຫຼັງ “ນໍຄຳ”
ຂ້າພະເຈົ້າເກີດໃນຄອບຄົວສາມັນຊົນ ທີ່ນະຄອນຫຼວງວຽງຈັນ. ເຊິ່ງພໍ່ແລະແມ່ ບໍ່ມີໃບປະລິນຍາ ມາຮອງຮັບຄວາມສາມາດ. ອັນໜຶ່ງກໍ່ແມ່ນຍ້ອນເສິກສົງຄາມທີ່ກີດກັ້ນການເຂົ້າໂຮງຮຽນ. ແຕ່ທັງ ສອງກໍ່ສາມາດຂຽນ ແລະ ອ່ານພາສາລາວ ແລະ ພາສາຕ່າງປະເທດໄດ້ໃນລະດັບໜຶ່ງ. ຈົບການສຶກສາມາຈາກປະເທດ ໂປໂລຍ (Poland) ສາຂາບໍລິຫານທຸລະກິດ ແລະ ການຕະ ຫຼາດ ແລະ ໄດ້ໄປຮຽນຕໍ່ປະເທດ ອອດສະເຕເລຍ (Australia) ສາຂາ... ເບື້ອງຫຼັງ “ນໍຄຳ”

ຂ້າພະເຈົ້າເກີດໃນຄອບຄົວສາມັນຊົນ ທີ່ນະຄອນຫຼວງວຽງຈັນ. ເຊິ່ງພໍ່ແລະແມ່ ບໍ່ມີໃບປະລິນຍາ ມາຮອງຮັບຄວາມສາມາດ. ອັນໜຶ່ງກໍ່ແມ່ນຍ້ອນເສິກສົງຄາມທີ່ກີດກັ້ນການເຂົ້າໂຮງຮຽນ. ແຕ່ທັງ ສອງກໍ່ສາມາດຂຽນ ແລະ ອ່ານພາສາລາວ ແລະ ພາສາຕ່າງປະເທດໄດ້ໃນລະດັບໜຶ່ງ.

ຈົບການສຶກສາມາຈາກປະເທດ ໂປໂລຍ (Poland) ສາຂາບໍລິຫານທຸລະກິດ ແລະ ການຕະ ຫຼາດ ແລະ ໄດ້ໄປຮຽນຕໍ່ປະເທດ ອອດສະເຕເລຍ (Australia) ສາຂາ ວິໄຈນະໂຍບາຍ ການເມືອງ. ການສຶກສາທັງສອງສະຖາບັນເຮັດໃຫ້ຂ້າພະເຈົ້າ ພົບຄຳຖາມຫຼາຍກວ່າເກົ່າ ແລະ ກໍ່ຮູ້ດີວ່າ: ການສຶກສານອກລະບົບນັ້ນສຳຄັນຫຼາຍພາຍຫຼັງການຮຽນຈົບ.

ຄົນໃນປະຈຸບັນນີ້ສົນໃຈຢູ່ວ່າຈົບມາແຕ່ໃສ? ໄດ້ໃບປະກາດລະດັບໃດ? ແຕ່ບາດແລ້ວໃຜໆກໍ່ຢາກເຫັນໜາກຜົນ ຫຼື ຜົນງານ. ບໍ່ມີໃຜຢາກນັ່ງຝັງທິດສະດີໜາກນໍ້າເຕົ້າອີກຕໍ່ໄປ. ອີກອັນໜຶ່ງ, ຄົນຍຸກນີ້ສະຫຼາດຍ້ອນມີສິ່ງສະດວກໃນການເຂົ້າຫາແຫຼ່ງຄວາມຮູ້. ສະນັ້ນ ຄົນບໍ່ສົນໃຈວ່າທ່ານຮູ້ຫຍັງແດ່, ແຕ່ກັບສົນໃຈວ່າທ່ານເຮັດຫຍັງເປັນແດ່? ສິ່ງຫຼັກໆທີ່ໄດ້ຈາກການສຶກສາໃນລະບົບ ແມ່ນການຄົ້ນຄິດ, ວິທີໃຈ້ແຍກບັນຫາ, ແລະ ການຊອກຫາແຫຼ່ງຄວາມຮູ້ທາງເອກະສານ. ຈິ່ງໄດ້ໃຊ້ເວລາຫຼາຍໃນການຊອກຫາຄຳຕອບກັບຫຼາຍໆບັນຫາເພື່ອໃຫ້ສາມາດນຳມາຈັດຕັ້ງປະຕິບັດ.

ໃນຍາມຫວ່າງ, ມັກໃຊ້ເວລາອອກກຳລັງກາຍ. ເພາະຂ້າພະເຈົ້າເຊື່ອວ່າ: ສຸກກະພາບສຳຄັນຫຼາຍ. ຖ້າຫາກຕ້ອງນອນເຈັບແລ້ວຈະບໍ່ສາມາດເຮັດວຽກໄດ້. ນອກຈາກກາຍແລ້ວຍັງມີໃຈ ເຊິ່ງມັກນັ່ງສະມາທິ ແລະ ເອົາສິ່ງຄວາມຄິດບໍ່ດີອອກ. ນອກນັ້ນ ມັກສຶກສາພາສາຕ່າງປະເທດ, ອ່ານ, ແລະ ການສົນທະນາທີ່ມີປະໂຫຍດ.

ປະຈຸບັນເປັນພະນັກງານປະຈຳ ກະຊວງອຸດສາຫະກຳ ແລະ ການຄ້າ. ເຮັດວຽກງານສົ່ງເສີມຂະແໜງການທຸລະກິດ. ໂດຍລວມແລ້ວແມ່ນພາກນະໂຍບາຍແກ່ຂະແໜງການທຸລະກິດ. ມັກວຽກ ງານນຳລັດ ບໍ່ແມ່ນວ່າຈະໄດ້ເປັນນາຍຄົນ ຫຼື ນັ່ງຫ້ອງແອ, ຫາກແຕ່ເປັນວຽກງານ ທີ່ຈະຕ້ອງໄດ້ມີຄວາມຮັບຜິດຊອບຫຼາຍ ແລະ ວຽກງານໜັກແນວນີ້ເປັນສິ່ງທີ່ຂ້າພະເຈົ້າກຽມພ້ອມທັງສະຕິປັນຍາ, ຮ່າງກາຍ, ຈິດໃຈ, ການອຸດທິຕົນ ແລະ ເວລາ.

ເຮັດວຽກນຳລັດບໍ່ໄດ້ສະບາຍຄືຫຼາຍຄົນຄິດ. ສຳລັບຂ້າພະເຈົ້າວ່າເປັນວຽກທີ່ເສຍສະຫຼະ ແລະ ຫຼາຍໆຄົນທີ່ວ່າງ່າຍແມ່ນບໍ່ເຄີຍສຳພັດກັບວຽກລັດ. ຫຼາຍໆຄົນເຂົ້າມາຍ້ອນເຫັນວ່າສະບາຍແມ່ນລາອອກໝົດແລ້ວ ເພາະໃນຕົວຈິງບໍ່ຄືແນວນັ້ນ. ເນື່ອງຈາກວຽກນຳລັດມີຫຼາຍໆອັນຕ້ອງໄດ້ຜ່ານຜ່າ ແລະ ທ້າທາຍຫຼາຍ. ຫຼາກໃຜບໍ່ມັກແທ້ໆແມ່ນທົນບໍ່ໄດ້. ອັນໜຶ່ງລະແມ່ນເງີນຕອບແທນນັ້ນີຈຳກັດ ແຕ່ຕ້ອງໄດ້ເຮັດວຽກຫຼາຍ. ອັນຫຼັກໆກໍ່ແມ່ນການຄົ້ນຄວ້ານະໂຍບາຍທີ່ເປັນວຽກຕ້ອງໃຊ້ເວລາຫຼາຍ ແລະ ການຈັດຕັ້ງປະຕິບັດກໍ່ຕ້ອງການປະສານງານທີ່ກວ້າງຂວາງ.

ສິ່ງໜຶ່ງທີ່ບໍ່ແມ່ນຕົວຕົນຂອງ “ນໍຄຳ” ກໍ່ຄືການເປັນ “ຄົນເກັ່ງ ຫຼື ອາຈານ”. ມີຫຼາຍຄົນເວົ້າຄຳນີ້ຫຼາຍ ແຕ່ຂ້າ ພະເຈົ້າກໍ່ຮູ້ສຶກນະອາຍທຸກໆຄັ້ງ ແລະ ມັກຄິດໃນໃຈວ່າເຂົາເຈົ້າເວົ້າໃສໃດຫັນ. ສາເຫດຫຼັກທີ່ບໍ່ ຮັບຄຳວ່າ “ຄົນເກັ່ງ ຫຼື ອາຈານ” ເພາະຂ້າພະເຈົ້າເຊື່ອແນ່ວ່າ ຍັງມີຄົນອີກຫຼາຍໆຄົນທີ່ເຮົາບໍ່ຮູ້ ເກັ່ງກວ່າ ນີ້ອີກ. ແລະ ອີກອັນໜຶ່ງຈື່ໄດ້ສະເໜີໃນການເລີ່ມເຮັດວຽກ ຫຼື ຮຽນສິ່ງໃໝ່ໆແລ້ວຈະເຫັນວ່າ ຕົນເອງນັ້ນຕ້ອງໄດ້ໃຊ້ຄວາມພະຍາຍາມຫຼາຍໃນການພັດທະນາທັກສະ ແລະ ກະມັກມີຄວາມຜິດ ພາດໃນການເຮັດວຽກ. ແຕ່ສິ່ງທີ່ຮັບປະກັນວ່າມີໃນຕົວແມ່ນ “ການສັງເກດເບິ່ງຜົນ ແລະ ພະຍາຍາມແກ້ບັນຫາໃນແຕ່ລະສະຖານະການ” ຄວາມສາມາດໂຕນີ້ແຫຼ້ທີ່ຂ້າພະເຈົ້າພ້ອມທີ່ແລກປ່ຽນກັບບັນດາທ່ານໃຫ້ຫຼາຍທີ່ສຸດ. ເພື່ອຮ່ວມກັນປະເຊີນສິ່ງທ້າທາຍ ແລະ ເອົາຊະນະໃນທຸກໆສະຖານະການ.

ຫວັງວ່າທ່ານຈະຕິດຕາມຫຼາຍໆສິ່ງໃນອານາຄົດ. ເຊື່ອແນ່ນອນວ່າຈະມີການພັດທະນາ ແລະ ປັບປຸງສະເໜີ ເພື່ອໃຫ້ການຮຽນຮູ້ມີຄວາມມ່ວນຊື່ນ ແລະ ເປັນກັນເອງທີ່ສຸດ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.