Norkhame
ຢູ່ກັບປະຈຸບັນຢ່າງມີສະຕິ ຢູ່ກັບປະຈຸບັນຢ່າງມີສະຕິ
ທັກສະນີ້ ເປັນການເຂົ້າໄປຢູ່ໃນປະຈຸບັນເຕັມຕົວ. ເຮັດທຸກສິ່ງທຸກຢ່າງເຕັມທີ່ ແລະ ບໍ່ຢຶດຕິດກັບສິ່ງໃດທັງນັ້ນ.ຕົວຢ່າງ ທີ່ດີອັນໜຶ່ງກ່ຽວກັບ ການດຳລົງຊີວິດກັບປະຈຸບັນ ແມ່ນເລື່ອງເລົ່າ ຂອງຄູບາທີ່ໄປກຳມະຖານໃນປ່າເລິກ ແຕ່ຕິດກັບວົງລ້ອມຂອງເສືອ. ຄູບາເຫັນເສືອສອງຕົວທີ່ຂ້າງຫຼັງ ແລະ ພ້ອມທີ່ຈະເຂົ້າຈູ່ໂຈມ. ແຕ່ຄູບາກໍ່ຕັ້ງສະຕິ ແລະ ເບິ່ງສະພາບແວດລ້ອມໃນປ່າວ່າມີຫຍັງແດ່? ເພີ່ມກົ້ມໜ້າລົງເບິ່ງທີ່ແຖບນັ້ນ ມີຫຍ້າ, ກິ່ງໄມ້ ແລະ ໝາກໄມ້ປ່າທີ່ສຸກຫອມຫວນດຽຍລະດາດຕາມເສັນທາງ. ຄູບາກໍ່ບໍ່ຈັກຈະເຮັດ ແຕ່ບໍ່ໄດ້ເໜັງຕີງ ແລະ... ຢູ່ກັບປະຈຸບັນຢ່າງມີສະຕິ

ທັກສະນີ້ ເປັນການເຂົ້າໄປຢູ່ໃນປະຈຸບັນເຕັມຕົວ. ເຮັດທຸກສິ່ງທຸກຢ່າງເຕັມທີ່ ແລະ ບໍ່ຢຶດຕິດກັບສິ່ງໃດທັງນັ້ນ.ຕົວຢ່າງ ທີ່ດີອັນໜຶ່ງກ່ຽວກັບ ການດຳລົງຊີວິດກັບປະຈຸບັນ ແມ່ນເລື່ອງເລົ່າ ຂອງຄູບາທີ່ໄປກຳມະຖານໃນປ່າເລິກ ແຕ່ຕິດກັບວົງລ້ອມຂອງເສືອ.

ຄູບາເຫັນເສືອສອງຕົວທີ່ຂ້າງຫຼັງ ແລະ ພ້ອມທີ່ຈະເຂົ້າຈູ່ໂຈມ. ແຕ່ຄູບາກໍ່ຕັ້ງສະຕິ ແລະ ເບິ່ງສະພາບແວດລ້ອມໃນປ່າວ່າມີຫຍັງແດ່? ເພີ່ມກົ້ມໜ້າລົງເບິ່ງທີ່ແຖບນັ້ນ ມີຫຍ້າ, ກິ່ງໄມ້ ແລະ ໝາກໄມ້ປ່າທີ່ສຸກຫອມຫວນດຽຍລະດາດຕາມເສັນທາງ. ຄູບາກໍ່ບໍ່ຈັກຈະເຮັດ ແຕ່ບໍ່ໄດ້ເໜັງຕີງ ແລະ ລົບຄວາມຢ້ານອອກ ແລ້ວເລັ່ງມາໃສ່ສະພາບແວດລ້ອມ ທີ່ມີຕົ້ນຫຍ້າ, ຕົ້ນໄມ້ ແລະ ໜາກໄມ້. ທັນໃດນັ້ນ ເພີ່ນກໍ່ໄດ້ເດັດໜາກໄມ້ມາກີນແລະ ຮັບຮູ້ຮົດຊາດຂອງໜາກໄມ້ຊະນິດນັ້ນວ່າມັນມີຄວາມຫອມ ແລະ ຫວານຊຳໃດ.

ເຮົາຈະເຫັນວ່າ, ໃນສ້ຽວວິນາທີ່ຂອງຄວາມຕາຍ ຄູບາໄດ້ປະສົບການຂອງການຊີມໜາກໄມ້ປ່າ ແລະ ລົດລະຄວາມຄິດຢ້ານຂອງເສືອທີ່ອາດໂດດກັດໄດ້ທຸກໆເວລາ. ຄູບາເດັດໜາກໄມ້ມາກີນອີກຫຼາຍໜ່ວຍ ຈົນເຮັດໃຫ້ເສືອນັ້ນໄດ້ກີ່ນຫອມໜາກໄມ້ ແທ່ນກີ່ນມະນຸດ. ແລ້ວເສືອກໍ່ໜີໄປ. ເພາະວ່າ ກີ່ນໜາກໄມ້ນັ້ນໄດ້ກົມກືນເອົາກີ່ນຄາວຂອງມະນຸດໄປຈົນໝົດ.
ຈາກເລື່ອງດັ່ງກ່າວເຮົາຈະເຫັນວ່າ: ແທນທີ່ຄູບາຈະຢ້ານແລ່ນໜີ ແຕ່ເພີ່ນກໍ່ມີສະຕິ ແລະ ໃຊ້ຊີວິດກັບສິ່ງທີ່ເພີ່ນກຳລັງປະເຊີນຢູ່ຢ່າງເຕັມທີ່.

ໃຫ້ເຮົາລອງມາເຮັດຄືແນວນີ້ເບິ່ງ. ເຮັດຄືກັບວ່າຊີວິດຂອງເຮົາເປັນວັນສຸດທ້າຍ ຫຼື ຊາວພຸດຮັບຮູ້ກັນດີວ່າ: ຄວາມຕາຍນັ້ນແຂນຄໍທຸກບາດກ້າວ. ຖ້າເຮົາຕັ້ງຊີວິດແນວນັ້ນແລ້ວ ຈະເຮັດໃຫ້ເຮົາເຮັດທຸກໆສິ່ງທຸກຢ່າງເຕັມທີ່ ແຕ່ຈະບໍ່ຢຶດຕິດກັບອັນໃດ. ຈະບໍ່ມີສິ່ງໃດສ້າງຄວາມຮູ້ສຶກທີ່ບໍ່ດີໃນຂະນະທີ່ທ່ານກຳລັງປະເຊີນກັບບັນຫາເພາະທ່ານຮູ້ດີວ່າ ຕ້ອງການມີຊີວິດໃນວັນສຸດທ້າຍໃຫ້ດີທີ່ສຸດ ແລະມ່ວນທີ່ສຸດ.

ຖ້າເຮົາເຮັດໄດ້ແນວນັ້ນແລ້ວ. ຄົນເຮົາຈະມີສະຕິກັບປະສົບການຕ່າງໆທີ່ຈະເຂົ້າມາໃນຊີວິດ. ທ່ານຈະມີຄວາມຍິນດີທີ່ຈະເຫັນແສງແດດ, ລົມຝົນ, ສຽງນົກ, ສຽງກາ, ສຽງທະເທທີ່ພັດໃນຍາມກາງຄືນ ຫຼື ກີ່ນທຳມະຊາດຈາກພູຜາ. ໃຫ້ທ່ານໃຊ້ຊີວິດແບບສຸດໆແນວນັ້ນໃນທຸກໆຂະນະ. ໂດຍເຮັດຄືກັບວ່າ: ມື້ນີ້ແຫຼ້ເປັນວັນສຸດທ້າຍ ແລະ ແນ່ນອນ ເຮົາຈະມີຄວາມສຸກກັບວັນສຸດທ້າຍເຕັມທີ່. ທ່ານໜ້າຈະລອງເຝິກຄວາມຮູ້ສຶກວັນສຸດທ້າຍຈັກວັນໜຶ່ງ ເປັນປະຈຳ. ແລ້ວລອງທົບທວນເບິ່ງວ່າ ມີພຶດຕິກຳໃດບໍ່ທີ່ປ່ຽນແປງຊີວິດຂອງທ່ານ. ໂດຍສະເພາະແມ່ນຄວາມຮັບຮູ້. ມັນຈະເປັນການສ້າງພະລັງໃຫ້ທ່ານກັບເຂົ້າມາເບິ່ງການມີຊີວິດໃນຂະນະປະຈຸບັນແບບມີສະຕິຫຼາຍຂື້ນ. ໂດຍການຮັບຮູ້ສະພາບຮ່າງກາຍ, ສະພາບຄວາມຮູ້ສຶກ ແລະ ທຸກໆອະລິຍາບົດຈະເຮັດໃຫ້ທ່ານເພັ່ງທີ່ປະຈຸບັນ ແທ່ນທີ່ຈະຄິດຫາອາດີດທີ່ຂົມຂື່ນ ແລະ ອານາຄົດທີ່ອາດໜົ່ນມອງ.

ຖ້າຫາກທ່ານເຮັດໄດ້ແນວນັ້ນແລ້ວ, ທ່ານກໍ່ບໍ່ຕ້ອງຄ່ອງຄອຍໂອກາດທີ່ຈະເຮັດໃຫ້ທ່ານມີຄວາມສຸກ ແຕ່ທ່ານຈະເປັນສຸກໄດ້ຕະຫຼອດວິນາທີ, ນາທີ ແລະ ວັນ. ທ່ານຈະບໍ່ເປັນສຸກສະເພາະແຕ່ໃນເວລາຖືກຫວຍ, ແຕ່ງງານ ຫຼື ໄດ້ສິ່ງທີ່ຕັ້ງເປົ້າ ແຕ່ທ່ານຈະເປັນສຸກໃນຂະນະທີ່ທ່ານສ້າງ ຫຼືກ້າວໄປຫາຈຸດມຸ້ງໝາຍ.

ໃນທາງກັບກັນ, ການດຳລົງຊີວິດແບບມີສະຕິກັບປະຈຸບັນຈະຄ້າຍຄືກັບວ່າທ່ານຖືກຫວຍທຸກໆວັນເລີຍ. ຫຼື ຕົກຫຼຸມຮັກທຸກໆວັນ. ໃນແຕ່ລະວັນທ່ານຈະພົບກັບຫຼາຍສະຖານະການ ເຊິ່ງຈະເປັນອາຈານສອນທີ່ດີ, ຫຼຸດຜ່ອນສິ່ງກັງວົນ ແລະ ມີຄວາມເຂົ້າໃຈກັບສະຖານະການທີ່ເກີດຂື້ນ. ຄວາມຄິດດ້ານລົບຈະບໍ່ເຂົ້າມາໃນສະໜອງອີກ.  ແນ່ນອນຈະເຮັດໃຫ້ທ່ານມີຄວາມສະຫງົບຫຼາຍຂື້ນ ເພາະບໍ່ຕ້ອງກັງວົນຫຍັງ ມີແຕ່ແກ້ໄຂສິ່ງທີ່ເຂົ້າມາໃນຊີວິດ ແລະ ຮຽນຮູ້ເຕັມທີ່.

ຄວາມສຸກທີ່ຫຼາຍໆຄົນຄວນສຶກສາກໍ່ຄືການເຂົ້າຫາຄວາມສຸກທີ່ທ່ານກຳລັງປະສົບພົບພໍ້ກັບສະຖານະການນັ້ນໆຢູ່. ໃນສັງຄົມ, ຈະພົບຄົນທີ່ສົມຫວັງກັບຄວາມຮັກ, ຄົນປະສົບຜົນສຳເລັດຕ່າງກໍ່ພາກັນດີໃຈ.  ຫຼາຍຄົນເວລາມີຕົກທຸກກໍ່ຈະຊອກຫາສິ່ງບັນເທີງຫຼາຍອັນເພື່ອໜີທຸກ. ຖ້າຫາກເຮົາໜັ່ນຄິດວ່າ ມື້ນີ້ຄືວັນສຸດທ້າຍແລ້ວ. ເຮົາຈະເປີດຕົວຫາສິ່ງຕ່າງໆທີ່ເຂົ້າມາຫາເຮົາໄດ້ເຕັມທີ່. ແລະ ຈະບໍ່ຄາດກະກັບສິ່ງໃດຈາກມື້ຂ້າງໜ້າ. ແນ່ນອນຊີວິດໃນວັນນັ້ນຈະເປັນສຸກ ແລະ ຈະເປັນສຸກຢ່າງຕໍ່ເນື່ອງ.

ບາດນີ້ເຮົາລອງມາເບິງຫຼັກການທີ່ສອງທີ່ຈະເຮັດໃຫ້ຊີວິດເປັນສຸກ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.