Norkhame
ໜູ່…ຜູ້ພາສູ່ຄວາມສຳເລັດ ໜູ່…ຜູ້ພາສູ່ຄວາມສຳເລັດ
ການເຮັດທຸລະກິດ ຫຼື ກິດຈະກຳໃດໜຶ່ງໃຫ້ສຳເລັດຜົນ, ໜູ່ຜູ້ໃກ້ຊິດມີອິດທິພົນຫຼາຍຕໍ່ກັບຄວາມສຳເລັດ. ການຄັດສັນພະນັກງານເຂົ້າ ບໍລິສັດ ເປັນຫົນທາງໃນການຄັດເລືອກ ແລະ ສ້າງບຸກຄະລາກອນ ທີ່ມີຄວາມ ສາມາດ ເພື່ອສ້າງຄວາມສຳເລັດໃຫ້ແກ່ບໍລິສັດ. ມີຫຼາຍໆທິດສະດີໄດ້ພິສູດໃຫ້ເຫັນວ່າ: ຜົນສຳເລັດຂອງ ການດຳເນີນທຸລະກິດຂອງທ່ານ ເກີດມາຈາກ ຄົນທີ່ໃຫ້ຊິດທີ່ສຸດ ຫົກຄົນ ທີ່ທ່ານ ມີການພົວພັນເປັນປະຈຳ. ສະນັ້ນ, ທ່ານຄວນຄັດສັນ ແລະ ສ້າງສາຍສຳພັນກັບບຸກຄົນທີ່ຄິດວ່າຈະສ້າງຜົນກຳໄລໃຫ້ແກ່ທຸລະກິດ... ໜູ່…ຜູ້ພາສູ່ຄວາມສຳເລັດ

ການເຮັດທຸລະກິດ ຫຼື ກິດຈະກຳໃດໜຶ່ງໃຫ້ສຳເລັດຜົນ, ໜູ່ຜູ້ໃກ້ຊິດມີອິດທິພົນຫຼາຍຕໍ່ກັບຄວາມສຳເລັດ. ການຄັດສັນພະນັກງານເຂົ້າ ບໍລິສັດ ເປັນຫົນທາງໃນການຄັດເລືອກ ແລະ ສ້າງບຸກຄະລາກອນ ທີ່ມີຄວາມ ສາມາດ ເພື່ອສ້າງຄວາມສຳເລັດໃຫ້ແກ່ບໍລິສັດ. ມີຫຼາຍໆທິດສະດີໄດ້ພິສູດໃຫ້ເຫັນວ່າ: ຜົນສຳເລັດຂອງ ການດຳເນີນທຸລະກິດຂອງທ່ານ ເກີດມາຈາກ ຄົນທີ່ໃຫ້ຊິດທີ່ສຸດ ຫົກຄົນ ທີ່ທ່ານ ມີການພົວພັນເປັນປະຈຳ. ສະນັ້ນ, ທ່ານຄວນຄັດສັນ ແລະ ສ້າງສາຍສຳພັນກັບບຸກຄົນທີ່ຄິດວ່າຈະສ້າງຜົນກຳໄລໃຫ້ແກ່ທຸລະກິດ ຫຼື ການດຳ ເນີນຊີວິດ.

ໃຫ້ທ່ານພິຈາລະນາບໍສິສັດຂອງທ່ານວ່າຄົນທີ່ເຂົ້າມາໃນບໍລິສັດມີຄວາມສາມາດດ້ານວິຊາການຊຳໃດ, ເພື່ອນຮ່ວມງານຄົນອື່ນເດ, ການ ພົວພັນລະຫວ່າງທຸລະກິດຂອງທ່ານ ກັບທຸລະກິດອື່ນໆ ທີ່ທ່ານເຮັດການພົວພັນ ແລະ ຮ່ວມງານ; ພວກເພີ່ນເປັນໃຜ ແລະ ເຮັດໜ້າທີ່ ເປັນແບບໃດ, ມີຈຸດຢືນໃດແດ່ ແລະ ພວກເພີ່ນມີມູມມອງຄວາມຄິດ ແນວໃດກັບທຸລະກິດຂອງທ່ານ.

ເພື່ອນອ້ອມຂ້າງຊ່ວຍພັກດັນທຸລະກິດໄດ້ແນວໃດ

ທ່ານຢູ່ຈຸດໃດສຳລັບໃນເຄື່ອຄ່າຍຂອງເພື່ອນຮ່ວມງານ? ທ່ານຢູ່ໃນຕຳແໜ່ງຜູ້ນຳການດຳເນີນ ທຸລະກິດ ຫຼື ທ່ານຢູ່ໃນກຸ່ມຄົນທີ່ເຕັມໄປດ້ວຍ ບຸກຄົນໃຫ້ການສະໜັບສະໜູນໃຫ້ທ່ານເດີນໄປຂ້າງໜ້າໄດ້ຕະຫຼອດເວລາ.

ເຊັ່ນວ່າ ໃນເວລາທີ່ທ່ານ ຫຼີ້ນກິລາ, ທາງທີ່ດີທີ່ສຸດເພື່ອພັດທະນາທັກສະການຫຼີ້ນກິລາ ກໍ່ຄືການຫຼີ້ນກັບ ຄົນທີ່ມີຄວາມສາມາດເໜື່ອທ່ານ. ໂອກາດດັ່ງກ່າວ ຈະເປັນການສ້າງສິ່ງທ້າທາຍ ໃຫ້ທ່ານໄດ້ມີກົນໄກການ ຫຼີ້ນກັບຄົນທີ່ມີຄວາມສາມາດຫຼາກຫຼາຍກວ່າທ່ານ. ທັງຍັງເປັນ ໂອກາດໃຫ້ທ່ານ ໄດ້ຍົກລະດັບສູ່ການຫຼີ້ນ ແບບໄໝ່. ແຕ່ຕ້ອງໃນເງື່ອນໄຂວ່າ: ທ່ານຕ້ອງມີຄວາມບຸກບືນໃນການຊອກຫາວິທີ ທີ່ຈະຫຼີ້ນໄດ້ ດີຂື້ນ. ດັ່ງນັ້ນ, ຖ້າຫາກທ່ານຕ້ອງການພັດທະນາຕົນເອງໄດ້ດີຂື້ນ ທ່ານຕ້ອງຊອກຫຼີ້ນກັບຄົນທີ່ມີຄວາມສາມາດ ເໜືອກວ່າ ເພື່ອຈະເຮັດ ໃຫ້ເຫັນວ່າທ່ານຍັງຕ້ອງໄດ້ຍົກລະດັບການຫຼີ້ນໃຫ້ສູງຂື້ນ. ການຄົບຄົນກໍ່ເຊັ່ນດຽວກັນ, ຖ້າທ່ານສາມາດດຶງຄົນມີຄວາມສາມາດ ເຂົ້າມາໃນ ທີມງານແລ້ວ ຈະເຮັດໃຫ້ທ່ານໄດ້ຜົນປະໂຫຍດຫຼາຍໆອັນ ທັງຍັງໄດ້ຮຽນນຳພວກເພີ່ນອີກ.

ຂ້າພະເຈົ້າພົບວ່າໃນອະດີດການເຮັດວຽກ ມີຄວາມກົດດັນຫຼາຍໃນເວລາທີ່ເຮັດວຽກກັບຄົນທີ່ມີປະສົບການ ບາງຄົນນັບປີຫຼາຍກວ່າອາຍຸ ຂອງຕົນເອງ ທັງຍັງມາຈາກສະຖາບັນການສຶກສາທີ່ດີ ແລະ ມີຊື່ສຽງ ໂດງດັງ. ແຕ່ໃນເວລາດຽວກັນ, ຂ້າພະເຈົ້າກໍ່ມັກຈະໄດ້ບົດຮຽນໄໝ່ ໆ, ວິທີຄົ້ນຄິດ ແລະ ການຕັດສິນໃຈທີ່ແຕກຕ່າງອອກໄປຈາກທີ່ເຄີຍເຮັດ.

ເພື່ອນອ້ອມຂ້າງມັກຈະຍົກລະດັບສູ່ຄວາມສາມາດໄໝ່

ເພື່ອນອ້ອມຂ້າງທ່ານສະໜອງການຊ່ວຍເຫຼືອ ແລະ ໂອກາດການພັດທະນາຕົນເອງ ເພື່ອໃຫ້ທ້ານສາມາດພັດທະນາຕົນເອງ ສູ່ລະດັບສູງ ຂື້ນບໍ່? ຖ້າຫາກທ່ານມີແຕ່ພົບພັນກັບຄົນໃນເຄື່ອຄ່າຍທີ່ມີຄວາມສາມາດໃຫ້ຄຽງກັນ ຫຼື ດ້ອຍກວ່າ, ກໍ່ຈະເຮັດໃຫ້ທ່ານ ບໍ່ໄດ້ຮຽນຮູ້ສິ່ງແປກ ໄໝ່. ແນ່ນອນເມື່ອເວລາຜ່ານໄປ, ກໍ່ຈະເຮັດໃຫ້ທ່ານບໍ່ສາມາດຍົກລະດັບ ຕົນເອງ ເພາະທ່ານຈະເປັນໜຶ່ງສະເໜີໃນທີມງານ.

ຕາມປະສົບການຂອງຂ້າພະເຈົ້າ, ແມ່ຍິງມັກຈະມີເຄື່ອຄ່າຍແຕ່ກັບແມ່ຍິງ. ເນື່ອງຈາກວ່າແມ່ຍິງຈະມີຂອບເຂດໃນການຄົບຄ້າສະມາຄົມ ກັບເພດຊາຍ ແລະ ມີໝູ່ເພດຊາຍໜ້ອຍຫຼາຍ. ໂດຍສະເພາະຜູ້ຍິງທີ່ມີແຝນ ຫຼື ຄອບຄົວແລ້ວ ພວກເພີ່ນມັກຈະໃຊ້ເວລາກັບ ແຝນເປັນສ່ວນ ໃຫຍ່ ເພາະຖ້າຫາກໃຊ້ເວລາກັບຜູ້ຊາຍຄົນອື່ນ ເຖິ່ງວ່າເພື່ອສົນທະນາໃນເລື່ອງທີ່ບໍ່ເປັນຊູ້-ສາວກໍ່ຕາມ,  ແຕ່ສັງຄົມອາດຈະເບິ່ງ ໃນທາງບໍ່ ດີ. ຈາກພຶດຕິກຳ ແລະ ສິ່ງຈຳກັດດັ່ງກ່າວໃນສັງຄົມ ເປັນການຈຳກັດ ໂອກາດ ໄດ້ຮຽນຮູ້ກັບເພດກົງກັນຂ້າມເພື່ອຮຽນຮູ້ປະສົບການຕ່າງໆ ທີ່ແມ່ຍິງອາດຈະບໍ່ເຄີຍພົບພໍ້ມາ. ສິ່ງນີ້ຈະເປັນການຈຳກັດຄວາມສາມາດໃນການເບິ່ງກວ້າງມອງໄກ.

ໃນທ້າຍສຸດແລ້ວ, ໃຫ້ທ່ານເປີດຕົວເອງອອກສູ່ຄົນເກັ່ງເພື່ອຮຽນຮູ້ ແລະ ໃຊ້ເວລາໃຫ້ແກ່ການສິດສອນຄົນທີ່ດ້ອຍໂອກາດ. ທ່ານຈະເປັນ ທັງຄົນຮັບ ແລະ ໃຫ້ຄວາມຮູ້ໃນຕົວ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.