Norkhame
ກາເຟປະເທດ ໂຄລົມເບຽ ກາເຟປະເທດ ໂຄລົມເບຽ
ກາ​ເຟ​ມີ​​ເປັນໜຶ່ງສິນຄ້າ​ຍຸດ​ທະ​ສາດ​ຂອງ​ປະ​ເທດ ​ໂຄ​ລົມ​ເບຽ. ​ເຖິງ​ປະຈຸ​ບັນ, ກາ​ເຟບໍ່​ແມ່ນ​ສິນຄ້າ​ສ​້າງລາຍ​ຮັບ​ຫຼັກ​ໃຫ້​ແກ່​ປະ​ເທດ, ​ແຕ່​ມີ​ປະຊາຊົນ​ເປັນ​ຈຳນວນ​ຫຼວງຫຼາຍ ຕາມ​ເຂດ​ພູ​ສູງ, ຫ່າງ​ໄກ​ຊອກ​ຫຼີກ ທີ່​ເຮັດ​ການ​ຜະລິດ​ກາ​ເຟ. ຫົນທາງ​ໃນ​ການ​ສ້າງ​ລາຍ​ຮັບ ​ແລະ ຫຼຸດຜ່ອນ​ຄວາມທຸກ​ຈົນ ຈິ່ງ​ເຮັດ​ໃຫ້​ພາກ​ລັດ​ເອົາ​ໃຈ​ໃສ່​ໃນ​ການ​ສ້າງ​ຄວາມ​ຍືນ​ຍົງ ​ໃຫ້​ແກ່​ຂະ​ແໜງກາ​ເຟຕົນ​ເອງ. ​ສະຫະພັນ​ຜູ້​ປູກ​ກາ​ເຟ ປະ​ເທດ ​ໂຄ​ລົມ​ເບຽ ​ເປັນ​ອົງ​ກອນ​ທີ່​ສ້າງຕັ້ງຂື້ນ ຈາກ​ຂະ​ແໜງກາ​ເຟ ໃນ​ປີ 1927  ​ໂດຍ​ມີ​ການ​ຄັດ​ເລືອກ​ຜູ້​ບໍລິຫານ​ຫຼາຍລະ​ດັບ​ເຂົ້າມາ​ເຮັດ​ວຽກບໍລິຫານ​ຂະ​ແໜງກາ​ເຟ. ​ເປັນ​ອົງ​ກອນ​ທີ່​ເຂັ້ມ​ແຂງ ​ແລະ ມີ​ຂະ​ບວນການ​ເລືອກ​ຕັ້ງທີ່​ໂປ່​ງ​ໃສ.... ກາເຟປະເທດ ໂຄລົມເບຽ

ກາ​ເຟ​ມີ​​ເປັນໜຶ່ງສິນຄ້າ​ຍຸດ​ທະ​ສາດ​ຂອງ​ປະ​ເທດ ​ໂຄ​ລົມ​ເບຽ. ​ເຖິງ​ປະຈຸ​ບັນ, ກາ​ເຟບໍ່​ແມ່ນ​ສິນຄ້າ​ສ​້າງລາຍ​ຮັບ​ຫຼັກ​ໃຫ້​ແກ່​ປະ​ເທດ, ​ແຕ່​ມີ​ປະຊາຊົນ​ເປັນ​ຈຳນວນ​ຫຼວງຫຼາຍ ຕາມ​ເຂດ​ພູ​ສູງ, ຫ່າງ​ໄກ​ຊອກ​ຫຼີກ ທີ່​ເຮັດ​ການ​ຜະລິດ​ກາ​ເຟ.

ຫົນທາງ​ໃນ​ການ​ສ້າງ​ລາຍ​ຮັບ ​ແລະ ຫຼຸດຜ່ອນ​ຄວາມທຸກ​ຈົນ ຈິ່ງ​ເຮັດ​ໃຫ້​ພາກ​ລັດ​ເອົາ​ໃຈ​ໃສ່​ໃນ​ການ​ສ້າງ​ຄວາມ​ຍືນ​ຍົງ ​ໃຫ້​ແກ່​ຂະ​ແໜງກາ​ເຟຕົນ​ເອງ.

​ສະຫະພັນ​ຜູ້​ປູກ​ກາ​ເຟ ປະ​ເທດ ​ໂຄ​ລົມ​ເບຽ ​ເປັນ​ອົງ​ກອນ​ທີ່​ສ້າງຕັ້ງຂື້ນ ຈາກ​ຂະ​ແໜງກາ​ເຟ ໃນ​ປີ 1927  ​ໂດຍ​ມີ​ການ​ຄັດ​ເລືອກ​ຜູ້​ບໍລິຫານ​ຫຼາຍລະ​ດັບ​ເຂົ້າມາ​ເຮັດ​ວຽກບໍລິຫານ​ຂະ​ແໜງກາ​ເຟ. ​ເປັນ​ອົງ​ກອນ​ທີ່​ເຂັ້ມ​ແຂງ ​ແລະ ມີ​ຂະ​ບວນການ​ເລືອກ​ຕັ້ງທີ່​ໂປ່​ງ​ໃສ. ບັນດາ​ສະມາ​ຊິກ​​ອອກ​ໄປ​ລົງ​ຄະ​ແນນ​ສຽງຕິດ​ອັນ​ດັບ​ຕົ້ນໆຂອງ​ການ​ເລືອກ​ຕັ້ງລະດັບ​ປະ​ເທດ ແລະ ໃນລະດັບໂລກເມື່ອທຽບການເລືອກຕັ້ງການເມືອງຈາກປະເທດໃຫຍ່. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ: ປະຊາຊົນ​ທີ່​ເຮັດ​ທຸລະ​ກິດ​ຂະ​ແໜງກາ​ເຟຕ່າງ​ກໍ່​ໃຫ້​ຄວາມ​ສຳຄັນ ​ແລະ ​ຢາກ​ໄດ້​ຄົນ​ທີ່​ເປັນ​ຕົວ​ແທນ​ໃຫ້​ແກ່​ຂະ​ແໜງຕົນ​ເອງ​ຢ່າງ​ແທ້​ຈິງ.

ຄະນະ​ບໍລິຫານ​ທີ່​ເຮັດ​ວຽກ ຕ້ອງ​ໄດ້​ສະ​ແດງ​ທັດສະນະ​ໃນ​ວຽກງານ​ການ​ພັດທະນ​າເພື່ອ​ຂະ​ແໜງການ, ບໍ່ດັ່ງນັ້ນກໍ່ຈະ​ບໍ່​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ ​ແລະ ອາດ​ບໍ່ສາມາດ​ດຳລົງ​ຕຳ​ແໜງອີກ​ຕໍ່​ໄປ. ​ເນື່ອງ​ຈາກ​ສະມາຄົມ ​​ເກີດ​ມາ​ຈາກ​ກຸ່ມປະຊາຊົນ ​ແລະ ຄວາມ​ຕ້ອງການ​ຂອງ​ເຂົາ​ເຈົ້າ. ດັ່ງນັ້ນ, ຫຼາຍໆວຽກງານ​ພັດທະນາ​ກາ​ເຟ​ແມ່ນ​ບັນຈຸ​ໃນ​ຄວາມ​ຮັບຜິດຊອບ​ຂອງ​ສະມາຄົມ​ເປັນຫຼັກ. ​ເຮັດ​ໃຫ້​ທຸກໆວຽກງານ​ການ​ພັດທະນາ​ກາ​ເຟນັບ​ແຕ່​ການ​ຜະລິດ ຮອດ​ການ​ສົ່ງ​ອອກ ນອນ​ໃນ​ສະມາຄົມ. ສິ່ງ​ດັ່ງກ່າວ​ແຕກ​ຕ່າງ​ຈາກ​ປະ​ເທດ​ອື່ນ ​ເພາະ​ຫຼາຍໆໜ້າວຽກ​ສ້າງ​ຂື້ນ​ໃນ​ອົງ​ກອນ​ທີ່​ບໍ່ນອນ​ໃນ​ສະມາຄົມ​. ຈິ່ງ​ເຮັດ​ໃຫ້ການ​ລວມສູນຍາກ​ຂື້ນ. ທີມງານການນຳອາດຖືກປົດຫາກບໍ່ສາມາດແກ້ໄຂບັນຫາກາເຟທີ່ມີການປ່ຽນແປງ ຫຼື ຫາກບໍ່ສາມາດຮັກສາສັນຍາກ່ອນການເລືອກຕັ້ງ.

ງົບປະມານ​ການ​ໃຊ້​ຈ່າຍ ກໍ່​ແມ່ນ​ການ​ບໍລິຫານ​ຈາກ​ສະມາຄົມ ​ແຕ່​ກໍ່​ແມ່ນໜ້າທີ່​ຂອງ​ຄະນະ​ບໍລິຫານ ທີ່​ຕ້ອງ​ໄດ້​ສ້າງ​ແຜນ​ພັດທະນາ​ແຕ່​ລະ​​ໄລຍະ​ເພື່ອ​ນຳ​ສະ​ເໜີງົບປະມານ​ຈາກ​ລັດຖະບານ. ຫຼາຍຄົນ​ເຂົ້າ​ໃຈ​ວ່າ: ສະຫະພັນ​ຜູ້​ປູກ​ກາ​ເຟປະ​ເທດ​ໂຄ​ລົມ​ເບຽ ​​ເປັນ​ອິດສະຫຼະທາງການ​ເງິນ. ຕົວ​ຈິງ​ເຂົາ​ເຈົ້າ​ເປັນ​ຮູບ​ແບບ ອົງການ​ເພື່ອ​ສັງຄົມ ​ແລະ ສ້າງ​ຜົນ​ກຳ​ໄລ​ໃຫ້​ແກ່​ປະຊາຊົນ. ​ເມື່ອ​ປະຊາຊົນ​ມີ​ລາຍ​ຮັບຈາກ​ການ​ຂາຍ​ກາ​ເຟ, ກໍ່​ແມ່ນໜ້າທີ່​ຂອງ​ພາກ​ລັດ​ຕ້ອງ​ໄດ້​ເກັບ​ອາກອນ​ເຂົ້າງົບປະມານ. ​ເງິນ​ອາກອນ​ດັ່ງກ່າວ​ຈະ​ຖືກ​ກັບ​ມາ​ໃຊ້​ໃນ​ວຽກງານພັດທະນາ​ກາ​ເຟ ຜ່ານ​ຄະນະ​ບໍລິຫານ​ງານ. ສະຫະພັນ​ກາເຟໂຄລົມເບຍ ເຮັດ​ວຽກຮ່ວມກັບ​ລັດຖະບານ​ເພື່ອ​ສ້າງ​ຄວາມ​ຍືນ​ຍົງ​ແກ່​ກາ​ເຟ, ສ້າງ​ລາຍ​ຮັບ ​ແລະ ຄວາມ​ຮັ່ງມີ​ໃຫ້​ແກ່​ປະຊາຊົນ, ​ແຕ່​ບໍ່​ແມ່ນ​ອົງການ​ຢູ່​ພາຍ​ໃຕ້​ລັດຖະບານ. ເຊັ່ນ: ​ໃນ​ວຽກງານ​ການ​ເມືອງຕ່າງໆ, ນັກການເມືອງບໍ່ມີສິດຫາຜົນປະໂຫຍດຈາກສະຫະກອນໃນການສະໜັບສະໜູນນັກການເມືອງ. ບັນຫາ​ການ​ເມືອງ​ແມ່ນ​ປະຊາຊົນ​ມີ​ສິດ​ລົງ​ຄະ​ແນນ​ສຽງຕາມ​ຄວາມ​ຕ້ອງການ ​ໂດຍ​ທາງ​ຄະນະ​ບໍລິຫານ​ງານ​ສະ​ຫະພັນ​ກາ​ເຟບໍ່​ໄດ້​ຮ່ວມ​ກິດຈະກຳ​ຫາ​ສຽງ ທາງ​ດ້ານ​ການ​ເມືອງ​ໃຫ້​ແກ່​ພັກ​ການ​ເມືອງ​ໃດໆ.

ໜ້າທີ່​ຂອງ​ຝ່າຍ​ການ​ຜະລິດ​ກໍ່ຕົກ​ໃນ​ກຳມື​ຂອງ​ຜູ້​ປູກ ​ແລະ ຜູ້​ປະກອບ​ການ. ພາກ​ລັດ​ໃນ​ຫຼາຍໆປະ​ເທດ​ໄດ້​ຄົ້ນຄ້ວາ​ສ້າງ​ມາດ​ຕະການ​ຕຸ້ນການ​ຜະລິດ​ກາ​ເຟ​ແລະຄ້າຂາຍ​ກາ​ເຟທີ່​ມີ​ຄວາມ​ຍືນ​ຍົງ. ການຮຽນແບບອົງການຈັດຕັ້ງທີ່ມີປະສິດທິພາບດັ່ງກ່າວ ຈາກປະເທດໂຄລົມເບຽແມ່ນຍາກຫຼາຍ. ຂະໜາດປະເທດທີ່ນອນໃນແຖບດຽວກັນ ຍັງບໍ່ສາມາດເຮັດໄດ້. ສິ່ງໜຶ່ງທີ່ຫຼາຍປະເທດຖອດຖອນໄດ້ ກໍ່ຄືການນຳໃຊ້ມາດຕະການຊ່ວຍທຸກໆພາກສ່ວນໃນຂະແໜງກາເຟ, ໂດຍເຮັດແນວໃດໃຫ້ປະຊາຊົນມີລາຍຮັບທີ່ແນ່ນອນ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.