Norkhame
ຈົ່ງຢ່າຢຸດບໍລິການແກ່ສັງຄົມ ຈົ່ງຢ່າຢຸດບໍລິການແກ່ສັງຄົມ
ທ່ານເຄີຍມີຄວາມຄິດບໍ່ວ່າ ຄວາມໝາຍຂອງການມີຊີວິດ ແມ່ນຫຍັງ? ໃນປະສົບການຂອງຂ້າພະເຈົ້າ, ຄວາມໝາຍ ຂອງການມີຊີວິດ ຄືການໄດ້ຢູ່ເພື່ອຮັບໃຊ້ ຫຼື ໃຫ້ບໍລິການແກ່ຕົນເອງ, ຄົນໃກ້ຕົວ ແລະ ສັງຄົມ. ຄົນຈະໄດ້ຮັບຄ່າຕອບ ແທ່ນ ຈາກການໃຫ້ບໍລິການເພື່ອໃຊ້ຈ່າຍໃນການດຳລົງຊີວິດ ແຕ່ຄວາມໝາຍຂອງການມີຊີວິດຄື ສິ່ງທີ່ທ່ານມອບໃຫ້ ແກ່ສັງຄົມ. ໃຫ້ທ່ານລອກນຶກເບິ່ງວ່າ, ໃນມື້ທຳອິດທີ່ທ່ານມີລົມຫາຍໃຈເທິງໜ້າໂລກ ທ່ານຢູ່ກັບໃຜ? ຄິດອອກບໍ່?…. ທ່ານນອນໃນ ອ້ອມກອດຂອງຜູ້ຍິງ... ຈົ່ງຢ່າຢຸດບໍລິການແກ່ສັງຄົມ

ທ່ານເຄີຍມີຄວາມຄິດບໍ່ວ່າ ຄວາມໝາຍຂອງການມີຊີວິດ ແມ່ນຫຍັງ? ໃນປະສົບການຂອງຂ້າພະເຈົ້າ, ຄວາມໝາຍ ຂອງການມີຊີວິດ ຄືການໄດ້ຢູ່ເພື່ອຮັບໃຊ້ ຫຼື ໃຫ້ບໍລິການແກ່ຕົນເອງ, ຄົນໃກ້ຕົວ ແລະ ສັງຄົມ. ຄົນຈະໄດ້ຮັບຄ່າຕອບ ແທ່ນ ຈາກການໃຫ້ບໍລິການເພື່ອໃຊ້ຈ່າຍໃນການດຳລົງຊີວິດ ແຕ່ຄວາມໝາຍຂອງການມີຊີວິດຄື ສິ່ງທີ່ທ່ານມອບໃຫ້ ແກ່ສັງຄົມ.

ໃຫ້ທ່ານລອກນຶກເບິ່ງວ່າ, ໃນມື້ທຳອິດທີ່ທ່ານມີລົມຫາຍໃຈເທິງໜ້າໂລກ ທ່ານຢູ່ກັບໃຜ? ຄິດອອກບໍ່?…. ທ່ານນອນໃນ ອ້ອມກອດຂອງຜູ້ຍິງ ແລະ ຜູ້ຊາຍທີ່ພ້ອມຈະໃຫ້ການບໍລິການແກ່ທ່ານ. ຄົນເຫຼົ່ານັ້ນແມ່ນ “ແມ່” ຜູ້ທີ່ຍອມເຈັບປວດ ເພື່ອໃຫ້ກຳເນີດຊີວິດໄໝ່ໆ ແລະ ພ້ອມທີ່ຈະໃຫ້ຄວາມອົບອຸ່ນ. ຍັງມີ “ພໍ່” ຜູ້ທີ່ເຂັ້ມແຂງທີ່ອ້ອມກອດ ທ່ານທີ່ຍັງມີຕົວຕົນ ນ້ອຍໆດ້ວຍຄວາມຮັກ ແລະ ຈົດຈໍ່ໃສ່ໃຈລ້ຽງດູເບິ່ງແຍງ ນັບແຕ່ມື້ຮູ້ວ່າເມຍກຳລັງຖືພາ.

ແນ່ນອນ ທ່ານເກີດມາກໍ່ຍ້ອນພໍ່ແມ່, ແຕ່….ທ່ານບໍ່ຄວນລືມວ່າ ໃນວັນເກີດຍັງມີທ່ານ ໜໍ ແລະ ນາງພະຍາບານ ຜູ້ທີ່ ຊ່ວຍດຶງທ່ານທີ່ອາໃສຢູ່ໃນທ້ອງແມ່ ຕັ້ງເກົ້າເດືອນ ອອກມາດ້ວຍຄວາມປອດໄພ ເພື່ອຊ່ວຍໃຫ້ທ່ານ ມີຊີວິດໄດ້ເບິ່ງໂລກ ອັນສວຍງາມ ແລະ ພວກເພີ່ນກໍ່ມີຄວາມຍິນດີເຮັດທຸກໆຢ່າງເພື່ອຮັກສາຊີວິດແມ່ ແລະ ເດັກ ດ້ວຍຄວາມຮັບຜິດຊອບ ອັນສູງສົ່ງ.

ເຖິງວ່າ ບາງທ່ານເກີດມາໃນຄອບຄົວທີ່ມີແຕ່ພໍ່ ຫຼື ແມ່ກໍ່ຕາມ, ຂ້າພະເຈົ້າຖືວ່າ ການມີຊີວິດແມ່ນຂອງຂັວນອັນລໍ້າຄ່າທີ່ ສຸດທີ່ທ່ານໄດ້ຮັບໃນຕະຫຼອດການມີຊີວິດຂອງທ່ານ. ດັ່ງນັ້ນ, ທ່ານຈົ່ງຖືໂອກາດ ການດຳລົງຊີວິດ ຂອງທ່ານໃນແຕ່ລະ ວັນ ເປັນຫົນທາງໃຫ້ທ່ານສາມາດໃຫ້ບໍລິການ ແລະ ປະດິດຄິດແຕ່ງສິ່ງສ້າງສັນຕ່າງໆແກ່ສັງຄົມ.

ເຖິງວ່າທີ່ບ້ານຂອງທ່ານຈະຢູ່ໃນສະຖານທີ່ຄັບແຄບ, ມີພຽງແຕ່ສິ່ງອຳນວຍຄວາມສະດວກທີ່ຈຳກັດ ແລະ ກັນດານ, ທ່ານກໍ່ຍັງ ໄດ້ຮັບການບໍລິການຈາກເອື້ອຍຄູທີ່ຕັ້ງໃຈມາສອນທ່ານໃນແຕ່ລະວັນ. ທັງໆທີ່ທ່ານບໍ່ແມ່ນ ລູກ-ຫຼານຂອງ ພວກເພີ່ນ ແຕ່ເພີ່ນກໍ່ຕັ້ງໃຈສິດສອນໃຫ້ເປັນຄົນເກັ່ງໃນສັງຄົມ. ນາຍຄູຫຼາຍໆຄົນ ຕ້ອງເຮັດວຽກເສີມ ເພື່ອປະຄັງຊີວິດ ຂອງຕົນເອງ ແລະ ໄດ້ເຮັດໃນສິ່ງທີ່ຕົນເອງຮັກ, ນັ້ນກໍ່ຄື ການເປັນຄົນສອນຄົນໃຫ້ເປັນຄົນດີ ແລະ ນັ້ນເປັນການບໍລິການ ທີ່ມີຄຸນຄ່າອັນໜຶ່ງທີ່ທ່ານໄດ້ຮັບໃນສັງຄົມ. ພວກເພີ່ນເຮັດວຽກຢ່າງໜັກໃນໂຮງຮຽນ ດ້ວຍຄວາມໃສ່ໃຈ ຕໍ່ກັບການສົ່ງ ຄວາມຮູ້ ແລະ ສອນປັດສະຍາການດຳລົງຊີວິດ ເພື່ອເຕີບໃຫຍ່ເປັນຄົນດີ ໃຫ້ແກ່ນັກຮຽນໃນທຸກໆນາທີ ທີ່ທ່ານກ້າວຂາ ເຂົ້າໂຮງຮຽນ.

ໃນເວລາທ່ານເຕີບໃຫຍ່ຂື້ນ, ທ່ານຮຽນຮູ້ການແບ່ງປັນ. ທ່ານຮຽນຮູ້ການເປັນຄົນມີຄວາມກະລຸນາ, ທ່ານຮຽນຮູ້ຈັກ ຫຼາຍປະສົບການໃນຊີວິດຈາກສັງຄົມ ທັງການງານ ແລະ ສ່ວນຕົວ. ທີ່ແນ່ນອນ ທ່ານໄດ້ຮັບຄວາມຮູ້ດ້ານວິຊາການ ອັນໃດໜຶ່ງຈາກໂຮງຮຽນ ຫຼື ຈາກປະສົບການການເຮັດວຽກຕົວຈິ່ງ ເຊິງເຮັດໃຫ້ທ່ານພ້ອມທີ່ຈະໃຫ້ບໍລິການແກ່ສັງຄົມ. “ໃນແຕ່ລະວັນສັງຄົມຕ້ອງການ ການບໍລິການທີ່ຫຼາກຫຼາຍ ແລະ ການມີຊີວິດຂອງທ່ານເອງຄວນ ເປັນການສ້າງຕົນ ເອງໄດ້ມີໂອກາດ ໃຫ້ບໍລິການແກ່ສັງຄົມ. ທ່ານ ຄວນຖືຄຸນຄ່າການບໍລິການຂອງຕົນເອງ ເປັນເປົ້າໝາຍຫຼັກຂອງການ ມີຊີວິດ”

ໃນເມື່ອທ່ານປ່ຽນແນວຄວາມຄິດຈາກການ “ໄດ້ຄອບຄອງສິງຂອງ” ມາເປັນ “ການໃຫ້” ທ່ານຈະມີປະສົບການຊີວິດທີ່ ແຕກຕ່າງຢ່າງສີ້ນເຊີງ. ໃນເວລາທີ່ທ່ານຫັນຄວາມຄິດ “ໃຫ້” ແທ່ນການ “ໄດ້ມາ”, ທ່ານຈະເຫັນຄວາມອຸດົມສົມບູນທີ່ ທ່ານມີ ໃນຕົວຂອງທ່ານຢ່າງ ທີ່ບໍ່ເຄີຍມີມາກ່ອນ.

ຖ້າຫາກທ່ານຊອກຫາຫົນທາງໃນການຄອບຄອງສິ່ງຂອງຫຼາຍຂື້ນ….ທ່ານຕ້ອງໄດ້ໃຫ້ການບໍລິການຫຼາຍຂື້ນ. ທ່ານ ອິນທິຣາ ຄານທີ່, ຜູ້ນຳທີ່ ຍິ່ງໃຫຍ່ຂອງອິນເດຍ ແລະ ຄົນໜຶ່ງຂອງໂລກ ໄດ້ກ່າວວ່າ: “ຫົນທາງທີ່ດີທີ່ສຸດໃນການຄົ້ນຫາ ຕົວຕົນຂອງຕົນເອງແມ່ນ ການເສຍສະຫຼະຕົນເອງເພື່ອໃຫ້ບໍລິການແກ່ຄົນອື່ນ.”

ແນ່ນອນ, ໃນເວລາທີ່ທ່ານເສຍສະຫຼະຕົນເອງໃຫ້ບໍລິການ ຫຼື ສ້າງສັນສິ່ງໃດໜຶ່ງ, ທ່ານຈະພົບກັບຫຼາຍໆບັນຫາທີ່ເຈັບ ແສບທີ່ບໍ່ສາມາດຫຼີກລ່ຽງໄດ້ ຫຼື ມັນແມ່ນຊ່ວງເວລາທີ່ທ່ານມືດແປດດ້ານ ແລະອາດບໍ່ຍັງເຫຼືອຢູ່ ນອກຈາກຄວາມຫວັງ ທີ່ເຫຼືອໄວ້ເປັນແສງນຳພາເພື່ອໃຫ້ສູ້ຊົນຕໍ່ໄປສູ່ເປົ້າໝາຍ. ຊ່ວງເວລາດັ່ງກ່າວ, ທ່ານຕ້ອງບໍ່ຄິດວ່າທ່ານບໍ່ມີ ໂຊກ ຫຼື ທັກສະ ໃນການໃຫ້ບໍລິການ ແຕ່ທ່ານຕ້ອງໄດ້ຫັນມາເບິ່ງໂອກາດທີ່ໃກ້ໆຕົວຂອງທ່ານ ແລະ ຢ່າຢຸດຍັ້ງ. ທ່ານຈະເຫັນວ່າສັງຄົມ ຕ້ອງການສິ່ງໃດໜຶ່ງດີໆຈາກທ່ານ ຄືດັ່ງທີ່ທ່ານໄດ້ຮັບຈາກມື້ທຳອິດຂອງການມີຊີວິດ ແລະ ຈາກໂຮງ ຮຽນ.

ໃນສັງຄົມຕ່າງກໍ່ຕ້ອງການການຊ່ວຍເຫຼືອ. ທ່ານຈະພົບຄົນທີ່ໃກ້ໆຕົວຂໍການຊ່ວຍເຫຼືອຈາກທ່ານ, ບາງຄົນອາດອິດຫິວ, ໜາວ, ຜິດຫັວງກັບຄວາມຮັກ ຫຼື ຊີວິດ ແລະ ໂດດດ່ຽວ, ເດັກນ້ອຍ ຫຼື ສັດຈອນຈັດ, ຫຼື ບາງຄົນທີ່ຊອກຫາຫົນທາງສູ່ ແສງສະຫວ່າງ. ທ່ານ ໄອ ສະຕາຍ, ນັກປະດິດດອກໄຟ ເວົ້າວ່າ: ມີແຕ່ຊີວິດທີ່ໃຫ້ບໍລິການແກ່ຄົນອື່ນເທົ່ານັ້ນ ເປັນຊີວິດ ທີ່ມີຄຸນຄ່າ.

ກ່ອນອື່ນໝົດ, ຕົນເອງຕ້ອງຮູ້ຈັກໃຫ້ບໍລິການແກ່ຕົນເອງ. ຈົ່ງຮັບໃຊ້ຕົວທ່ານເອງກ່ອນອື່ນໝົດ. ນີ້ເປັນຫົນທາງດຽວທີ່ ຈະເຮັດ ໃຫ້ທ່ານໄດ້ມີຊ່ອງທາງໃນການໃຫ້ບໍລິການແກ່ຄົນອື່ນ.

ຖ້າທ່ານຢາກເປັນ ນາຍໜໍ່ທີ່ເກັ່ງກາດ, ທ່ານຕ້ອງໄດ້ໜັ່ນສຶກສາຮໍ່າຮຽນກ່ຽວກັບການຢາ, ເຕັກນິກທັນສະໄໝໃນການ ແພດ. ທ່ານຕ້ອງໃຊ້ເວລາໃນການສຶກສາດ້ວຍຕົນເອງ, ຈາກເພື່ອນຝູງ, ອາຈານ ແລະ ສັງຄົມການແພດ. ທ່ານຕ້ອງໄດ້ ທຸ່ມເທຕົນເອງ ດ້ວຍຈິນຕະນາການ, ວິໃສທັດ, ແລະ ຄວາມຄາດຫວັງໃນສິ່ງທີ່ທ່ານຢາກໃຫ້ເກີດຂື້ນໃນສັງຄົມ. ໃນເມື່ອ ທ່ານມີຄວາມຮູ້ທີ່ແນ່ນອນແລ້ວ, ທ່ານຈະມີຄວາມໜັ້ນໃຈໃນການໃຫ້ບໍລິການການແພດທີ່ມີຄຸນນະພາບແກ່ພີ່ນ້ອງ ຫຼື ຄົນທີ່ທ່ານບໍ່ເຄີຍເຫັນມາ ໃຫ້ທ່ານຮັກສາຊີວິດ ເຊິ່ງອາດເປັນເມຍ ຫຼື ຜົວທີ່ແສນຮັກຍິ່ງ, ຫຼື ລູກຫົວແກ້ວ ຫົວແຫວນ, ຫຼື ທະຫານ, ຕຳຫຼວດ ບາດເຈັບ ຈາກສົງຄາມ. ໃນຊ່ວງເວລາການຮັກສາຄົນເຈັບ, ມັນເປັນຊ່ວງຊ່ວງເວລາທີ່ທ່ານ ສ້າງການປ່ຽນແປງຄັ້ງຍິງໃຫຍ່ແກ່ຊີວິດຫຼາຍຄົນໃນ ສັງຄົມ.

ໃຫ້ທ່ານຈົ່ງມີຊີວິດເພື່ອໃຫ້ບໍລິການ ຫຼື ປະດິດຄິດແຕ່ງ ແລະ ທ່ານຈະຮູ້ວ່າ ທ່ານເປັນຄົນທີ່ຮັ່ງມີ ແລະ ແນ່ນອນທ່ານມີ ຫຼາຍໆສິ່ງອຸດົມສົມບູນມອບ ໃຫ້ແກ່ສັງຄົມຢ່າງບໍ່ຂາດສາຍ. ທ່ານອາດຈະຍັງບໍ່ທັນມີໂອກາດໃຫ້ບໍລິການເທື່ອ ຈົນກວ່າ ທ່ານຈະມີການເຝິກຜົນຢ່າງຈິງຈັງ.

ທ່ານຕ້ອງເລີ່ມແຕ່ວັນນີ້. ເລີ່ມແຕ່ເວລານີ້. ສ້າງຕົນເອງໃຫ້ເປັນໃນສິ່ງທີ່ຢາກເປັນ: ທ່ານອາດເປັນນັກສິນລະປີນ, ນັກປັດ ສະຍາ, ນັກຈິດຕະກອນ, ນັກຂຽນ, ເປັນກຳມະກອນ, ນັກການເມືອງ….ເປັນຫຍັງກໍ່ຈົ່ງລະລຶກສະເໜີວ່າ ຈົ່ງສ້າງຄຸນ ຄ່າແກ່ສັງຄົມ.

ເລີ່ມຈາກການສັງເກດເບິ່ງໂອກາດທີ່ທ່ານຈະໃຫ້ບໍລິການ ຫຼື ຜະລິດສິນຄ້າແກ່ຄົນອື່ນ . ແລ້ວຈົ່ງເຮັດມັນເຕັມທີ່ໃນເວລາທີ່ ທ່ານມີໂອກາດ. ແລ້ວເຮັດແນວນັ້ນຕໍ່ໆໄປ,….ແລະ ຕໍ່ໆໄປ.

ທ່ານ ຈະພົບວ່າຄົນໃຫ້ ເປັນຄົນທີ່ມີຄວາມສຸກຫຼາຍທີ່ສຸດ. ໃຫ້ທ່ານເບິ່ງພໍ່-ແມ່ ທີ່ໃຫ້ຊີວິດແກ່ທ່ານ ເປັນຕົ້ນ.

ຖ້າຫາກທ່ານຄົ້ນພົບຫຼັກການດຳລົງຊີວິດ “ການໃຫ້” ແລ້ວ, ທ່ານຈະກາຍເປັນຜູ້ນຳຊີວິດຂອງຕົນເອງ ແລະ ຊີວິດຄົນ ອື່ນ. ເວົ້າ ໄດ້ແນວນີ້ ກໍ່ຍ້ອນວ່າ, ການເປັນຜູ້ນຳບໍ່ແມ່ນແຕ່ການສ້າງໃຫ້ຕົນເອງບັນລຸ ຈິນຕະນາການຂອງຕົນເອງ ແຕ່ມັນ ເປັນການຍົກ ລະດັບຊີວິດການເປັນຢູ່ຂອງຄົນອື່ນໆໃຫ້ບັນລຸອຸດົມການ ແລະ ມີຊີວິດທີ່ດີຂື້ນ ເຊັ່ນດຽວກັນ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.