Norkhame
ອ້າຍ​ “ຊານ​ຕ້າ” ຜູ້​ໃຫ້ ອ້າຍ​ “ຊານ​ຕ້າ” ຜູ້​ໃຫ້
ຄົນ​ລາວ​ເຮົາ​ສາມາດ​ເຂົ້າ​ໄດ້​ທຸກໆວັດ​ຖະນະ​ທຳ ​ແລະ ສົນ​ໃຈການ​ປະຕິບັດ​ສາດສະໜາຂອງຫຼາຍໆປະ​ເທດ ຕາບ​ໃດ​ທີ່​ບໍ່ມີ​ການບຽດບຽນ. ​ໃນ​ເທດສະການ “ຄີ​ດສມາດສ” ​ເປັນ​​ການສະຫຼອງຂອງ​ ຄົນ​ທີ່​ຖື​ສາດສະໜາຄີ​ດສ, ​ແລະ ​ແນ່ນອນ ​ເດັກນ້ອຍ​ລາວ​ກໍ່ມ່ວນ​ກັບ​ເທດສະການ​ດັ່ງກ່າວຫຼາຍ ເພາະເຂົາເຈົ້າຈະໄດ້ຂອງຂັວນ ແລະ ພັກຜ່ອນ. ຫຼາຍຄົນອາດຄິດວ່າ ໄລຍະດັ່ງກ່າວເປັນຊ່ວງເວລາທີ່ມີຄວາມສຸກທີ່ສຸດຂອງເດັກນ້ອຍຫຼາຍໆຄົນ. ທີ່​ຕ່າງປະ​ເທດ​ກໍ່ບໍ່​ແມ່ນ​ຈະ​ເປັນ​ເທດສະການ​ແຫ່ງ​ຄວາມສຸກໝົດສະ​ເໜີ​ໄປ. ​ເດັກ​ນ້ອຍກຳພ້າ, ​ແລະ ທຸກ​ຈົນກໍ່ມີຫຼາຍ ດັ່ງນັ້ນ ເທດສະການດັ່ງກ່າວເປັນໄລຍະທີ່ຫົດຫູ່ຫຼາຍ ເພາະວ່າ​ພໍ່​ແມ່​ອາດ​ຈະ​ບໍ່ມີ​ຂອງ​ຂັວນຫຍັງ​ໃຫ້​ແກ່​ເຂົາ​ເຈົ້າ​ເລີຍ. ແຕ່ກໍ່ມີມູນລະນິທິ... ອ້າຍ​ “ຊານ​ຕ້າ” ຜູ້​ໃຫ້

ຄົນ​ລາວ​ເຮົາ​ສາມາດ​ເຂົ້າ​ໄດ້​ທຸກໆວັດ​ຖະນະ​ທຳ ​ແລະ ສົນ​ໃຈການ​ປະຕິບັດ​ສາດສະໜາຂອງຫຼາຍໆປະ​ເທດ ຕາບ​ໃດ​ທີ່​ບໍ່ມີ​ການບຽດບຽນ. ​ໃນ​ເທດສະການ “ຄີ​ດສມາດສ” ​ເປັນ​​ການສະຫຼອງຂອງ​ ຄົນ​ທີ່​ຖື​ສາດສະໜາຄີ​ດສ, ​ແລະ ​ແນ່ນອນ ​ເດັກນ້ອຍ​ລາວ​ກໍ່ມ່ວນ​ກັບ​ເທດສະການ​ດັ່ງກ່າວຫຼາຍ ເພາະເຂົາເຈົ້າຈະໄດ້ຂອງຂັວນ ແລະ ພັກຜ່ອນ.

ຫຼາຍຄົນອາດຄິດວ່າ ໄລຍະດັ່ງກ່າວເປັນຊ່ວງເວລາທີ່ມີຄວາມສຸກທີ່ສຸດຂອງເດັກນ້ອຍຫຼາຍໆຄົນ. ທີ່​ຕ່າງປະ​ເທດ​ກໍ່ບໍ່​ແມ່ນ​ຈະ​ເປັນ​ເທດສະການ​ແຫ່ງ​ຄວາມສຸກໝົດສະ​ເໜີ​ໄປ. ​ເດັກ​ນ້ອຍກຳພ້າ, ​ແລະ ທຸກ​ຈົນກໍ່ມີຫຼາຍ ດັ່ງນັ້ນ ເທດສະການດັ່ງກ່າວເປັນໄລຍະທີ່ຫົດຫູ່ຫຼາຍ ເພາະວ່າ​ພໍ່​ແມ່​ອາດ​ຈະ​ບໍ່ມີ​ຂອງ​ຂັວນຫຍັງ​ໃຫ້​ແກ່​ເຂົາ​ເຈົ້າ​ເລີຍ. ແຕ່ກໍ່ມີມູນລະນິທິ ຈາກໂບດ ທີ່ໄດ້ເຮັດໜ້າທີ່ເປັນ ຜູ້ໃຫ້ແທ່ນ. ເຂົາເຈົ້າໄດ້ເອົາເຂົ້າໝົມ ແລະ ຂອງຂັວນທີ່​ໄດ້​ຮັບ​ບໍລິຈາກ ຈາກ​ຄົນ​ອື່ນ​ເພື່ອໄປແຈກຕາມບ້ານຕ່າງໆ. ​ໂດຍ​ລວມແລ້ວເຮັດໜ້າທີ່ແທ່ນ “ຊານ​ຕ້າ ຄອດ​ສ”.

ສິ່ງ​ທີ່​ເດັກນ້ອຍ​ມັກຫຼາຍທີ່​ສຸດ​ແມ່ນ ການ​ປະກົດ​ຕົວ​​ໃນ​ຮູບ​ແບບ​ກະຕູນ ທີ່​ມີ​ຊື່ວ່າ: ຊານ​ຕ້າ ຄອດ​ສ ຫຼື ມີ​ຊື່​ເປັນ​ອັງກິດ​ວ່າ Santa Claus . ທີ່​ຈິ່ງ​ແລ້ວ “ຊານ​ຕ້າ ຄອດ​ສ” ​ເປັນ​ເລື່ອງ​ເລົ່າ​ກັນ​ວ່າ ລາວ​ເກີດ​ເມື່ອ ສັດຕະວັດ​ທີ່​ສາ​ມ ທີ່​ຂົງ​ເຂດ​ໃນ​ປະຈຸ​ບັນນີ້​ເປັນ​ປະ​ເທດ ກີດສ ​ແລະ​ສ່ວນໜຶ່ງກໍ່​ເປັນ​ຂອງ​ປະ​ເທດ ຕຸ​ລະ​ກີ. ລາວ​ເກີດ​ໃນ​ຄອບຄົວ​ທີ່​ຮັ່ງມີ ທີ່​ໄດ້​ຮັບ​ການ​ສິດສອນ​ໃຫ້​ກາຍ​ເປັນ ຊາວ​ຄີ​ດສຜູ້​ທີ່ມີ​ຄວາມ​ກາລຸ​ນາ ​ແຕ່​ພໍ່​ແມ່​ຂອງ​ລາວ​ເສຍ​ຊີວິດ​ແຕ່​ຕອນ​ຍັງ​ນ້ອຍໆດ້ວຍ​ພະຍາດ. “ຊານ​ຕ້າ ຄອດ​ສ” ​ ​ເປັນ​ຜູ້​ທີ່​ເຊື່ອ​ໃນ​ ພະ​ເຍຊູ ​​ເຊິ່ງສອນ​ໃຫ້​ປະກອບ​ອາຊີບ​ດ້ວຍ​ການ​ຂາຍ​ໃນ​ສິ່ງ​ທີ່​ຕົນ​ເອງ​ມີ ​ແລະ ​ເອົາ​ເງິນ​ຊ່ວຍ​ເຫຼືອຄົນ​ທຸກ​ຈົນ. ນອກ​ນັ້ນ ຍັງ​ໄດ້​ຊ່ວຍ​ເຫຼືອຄົນ​ທີ່​ຂາດ​ເຂີນ​ດ້ານ​ວັດຖຸ, ​ຄົນ​ເຈັບ​ປ່ວຍ ​ແລະ ຄົນ​ທີ່​ຕົກທຸກ. ລາວ​ໃຊ້​ເວລາ​ທັງ​ຊີວິດ​ເພື່ອ​ຮັບ​ໃຊ້ ພະຜູ້​ເປັນ​ເຈົ້າ ​ແລະ ​ເປັນ​ຜູ້​ຖື​ສິນ​. ຫຼາຍໆຄົນ​ຮັບ​ຮູ້​ຄວາມ​ດີ​ອັນໜຶ່ງຂອງ​ລາວ​ທີ່​ວ່າ ຈະ​ເປັນ​ຄົນ​ເພື່ອ​ແຜ່ ​ແກ່​ຄົນ​ທີ່​ຂາດ​ເຂີນ, ຮັກ​ເດັກ ​ແລະ ປົກ​ປັກ​ຮັກສາ​ຄົນ​ເດີນ​ເຮືອ ​ແລະ ຕ້ານ​ໄພ​ອັນຕະລາຍ​ຕ່າງໆທີ່​ອາດ​ເກີດ​ຂື້ນ​ໃນ​ການ​ເດີນ​ເຮືອ. ​ໃນ​ທຸກໆວັນ​ທີ່ 24 ​ເດືອນ 12 ຂອງ​ແຕ່ລະ​ປີ ລາວ​ຈະ​ເດີນທາງ​ເອົາ​ຂອງ​ຂັວນ​ໄປ​ມອບ​ໃຫ້​ແກ່​ເດັກນ້ອຍ ກ່ອນ​ວັນ​ຄີ​ດສມາດ ​ໃນ​ວັນ​ທີ 25 ​ເດືອ​ນ 12 ຂອງ​ທຸກໆປີ.

ມີ​ເພື່ອນ​ຫຼາຍໆຄົນ ​ໄດ້​ຮັບ​ຂອງ​ຂັວນ​ໃນ​ວັນ​ດັ່ງກ່າວ ຈາກໜູ່​ເພື່ອນ​ກັນ​ເອງ. ບາງ​ຄັ້ງກໍ່ບໍ່​ແມ່ນ​ແນວ​ແພງ​ຫຼາຍ ​ແຕ່​ເປັນ​ການສະ​ແດງ​ນໍ້າ​ໃຈ ​ເຊິ່ງກັນ ​ແລະ ກັນ. ມີຫຼາຍຄັ້ງ ​ໃນ​ເວລາ​ທີ່​ຮຽນ​ໃນ​ຕ່າງປະ​ເທດ, ຈະ​ມັກ​ມີ​ເດັກ​ນ້ອຍ ມາ​ເຄາະ​ປະຕູ ​ແລະ ຮ້ອງ​ເພັງ​ອ່ວຍ​ພອນ​ໃຫ້. ​ຄັ້ງໜື່ງ ມີ​ເດັກນ້ອຍ​ຊາຍ​ມາ​ເຄາະ​ປະຕູ ​ແລະ ລາວ​ກໍ່ຕົກ​ໃຈ​​ເມື່ອເປີດປະຕູມາແລ້ວ​ເຫັນ​ຂ້າພະ​ເຈົ້າບໍ່​ແມ່ນ​ຄົນ​ຫົວ​ແດງ. ​ແຕ່​ບາດ​ແລ້ວ​ກໍ່ຕັ້ງ​ໃຈ​ຮ້ອງ​ເພັງ​ອວຍພອນ. ຕອນ​ທຳ​ອິດກໍ່ບໍ່​ເຂົ້າ​ໃຈພາສາ​ແດ່ ຕົນ​ເອງ​ຕັ້ງ​ໃຈ​ຢືນ​ຝັງ, ຝັງ​ເພັງ​ສອງ​ເພັງ ​ແລ້ວ​ກໍ່ບໍ່ຈັກ​ຈະ​ເຮັດ ຈົນ​ເດັກ​ນ້ອຍ​ໜ້າ​​ແດງ-ອາຍ ​ແລ້ວ​ກໍ່​ແລ່ນໜີ ​ໄປ​ເຄາະ​ປະຕູ​ໄໝ່ ​ແລະ ກໍ່ຮ້ອງ​ເພັງ. ​ຕົນ​ເອງກໍ່ຍັງ​ງົງ ​ແລະ ກໍ່ຢືນ​ເບິ່ງ ເຫັນ​ສາວ​ຄົນ​ນັ້ນ​ເອົາ​ເຂົ້າໝົມ​ໃຫ້​ລາວ ​ແລະ ກໍ່ອວຍພອນ ກັບ​ເງິນໜ້ອຍໜຶ່ງ. ​ເຫັນ​ແລ້ວ​ກໍ່​ແລ່ນນຳ ​ເພື່ອ​ມີ​ສິ່ງ​ໃດໜຶ່ງ​ແດ່​ໃຫ້​ເດັກນ້ອຍ​ຜູ້ນັ້ນ​. ສິ່ງ​ທີ່​ໃຫ້ກໍ່​ມີ​ແຕ່​ເຂົ້າໝົມ ຫຼື ກໍ່ສິ່ງ​ເລັກໆນ້ອຍ. ​ເຂົາ​ເຈົ້າກໍ່ບໍ່ຕ້ອງການ​ຫຍັງ​ຫຼາຍ ນອກຈາກ​ການ​ໃຫ້​ຄຳ​ອວຍພອນ​ດີໆ. ​ເດັກນ້ອຍ​ດັ່ງກ່າວ​ສ່ວນ​ໃຫຍ່​ແມ່ນ​ມາ​ຈາກ​ໂບດ ​ແລະ ກໍ່ຖືກ​ສອນ​ຮ້ອງ​ເພັງ​ຄັກ​ແນ່.

ເທດສະການ ຄີດສມາດ ຍັງເປັນໂອກາດທ້າຍສຸດຂອງປີ ໃນການສ້າງລາຍຮັບກ່ອນສິນຄ້າໄໝ່ໆຈະເຂົ້າມາ ໃນປີໜ້າ. ມີຫຼາຍຮ້ານໄດ້ຫຼຸດລາຄາ, ລົດແລກ ແລະ ແຈກແຖມ ເປັນການໃຫຍ່. ແນ່ນອນ ໂອກາດດັ່ງກ່າວເຮັດໃຫ້ຄົນສາມາດຊື້ໄດ້ຫຼາຍຂື້ນຍ້ອນລາຄາຈະຖືກລົງຫຼາຍ. ຂ້າພະເຈົ້າກໍ່ເປັນຄົນໜຶ່ງມັກຈະຈັບຈ່າຍໃນເວລານີ້ເປັນພິເສດ ເພາະມີຫຼາຍໆອັນນັ້ນແພງຫຼາຍ ໃນຕອນຕົ້ນປີ ແລະ ຈະຖືກຫຼາຍໃນຍາມນີ້. ເກືອບວ່າເກັບເງີນມາເພື່ອຊື້ເຄື່ອງທ້າຍປີສະເພາະ.

ເທດ​ສະການ​ດັ່ງກ່າວ ຍັງ​ເປັນ​ການອະທິຖານ​ແນວ​ດີໆ ທີ່​ຈະ​ມີ​ມາ​ໃນ​ປີ​ຕໍ່ໜ້າ. ທັງ​ຍັງ​ເປັນ​ການ​ລົບ​ລ້າງ​ຄວາມມົ່ນ​ໝອງ ​ໃຫ້​ອອກ​ໄປ ​ແລະ ມີ​ແຕ່​ສິ່ງ​ດີໆ​ເຂົ້າມາ. ​ເມື່ອ​ມາ​ເບິ່ງ​ນິຍາຍ​ຂອງ ຊານ​ຕ໋າ ຄອດ​ສ ​ແລ້ວ ​ເຮົາ​ຈະ​ເຫັນ​ວ່າ​ລາວ​ເປັນ​ຜູ້​ໃຫ້. ສຳ​ລັບ​ຂ້າພະ​ເຈົ້າ ​ແລ້ວ​ຄິດ​ວ່າ ​ເຮົາ​ຄວນ​ເຮັດ​ທຸກ​ວັນ​ໃຫ້​ເປັນ​ຄື​ວັນ ຄີ​ດສມາດ ຄື​ເຮັດ​ເປັນ​ວັນ​ຂອງ​ການ​ໃຫ້. ​ເຮົາ​ຄວນ​ສ້າງ​ໂອກາດ​​ການ​ໃຫ້​ໃນ​ແຕ່​ລະ​ວັນ​ເພາະຄົນ​ເຮົາ​ນັ້ນບໍ່ຮູ້​ວ່າອາຍຸ​ທີ່​ແທ້​ຈິງ​ຂອງ​ການ​ມີ​ຊີວິດ​ນັ້ນຄື​ມື້​ໃດ. ຖ້າ​ທ່ານ​ມີ​ແນວ​ດີໆ ​ແລ້ວ​ຈົ່ງ​ຢ່າ​ເກັບ​ໄວ້, ທ່ານ​ຈົ່ງ​ເປັນ​ຄົນ​ຮູ້ຈັກ​ໃຫ້. ​ໃຫ້​ຕົນ​ເອງ ​ແລະ ​ໃຫ້​ຄົນ​ອື່ນ. ສິ່ງທີ່ໃຫ້ໄດ້ແບບບໍ່ຕ້ອງເສຍເງິນກໍ່ຄືຄວາມເມດຕາ, ຮອຍຍີ້ມ, ຄຳເວົ້າດີໆ, ໃຫ້ອະໄພ ແລະ ບໍ່ຄິດ​ບຽດບຽນ. ຫຼື ຖ້າທ່ານເປັນນັກທຸລະກິດ ທ່ານກໍ່ອາດຈະຫຼຸດລາຄາ ແລະ ໃຫ້ການບໍລິການພິເສດ ເພື່ອລູກຄ້າ.

 

 

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.