Norkhame
ວັດແທກຄຸນນະພາບກາເຟ ວັດແທກຄຸນນະພາບກາເຟ
ແມ່ນ​ຫຍັງ​ເປັນ​ຕົວ​ຊີ້ວັດ​ຄຸນ​ນະພາ​ບກາ​ເຟ? ​ເພື່ອ​​ເຮັດ​ໃຫ້​ຜູ້​ບໍລິ​ໂພ​ກ​ໄດ້​ດື່ມ​ກາ​ເຟຕາມ​ລາຄາ​ທີ່​ຕົນ​ເອງ​ພໍ​ໃຈ​ຈ່າຍ, ຈິ່ງ​ມີ​ອົງການ​ກວດ​ສອບ​ຄຸນ​ນະພາ​ບກາ​ເຟ ເພື່ອຊ່ວຍຢັ້ງຢືນຄຸນ​ນະພາ​ບກາ​ເຟ ແລະ ປ້ອງກັນບໍ່ໃຫ້ຜູ້ຜະລິດເອົາປຽບຜູ້ບໍລິໂພກ. ​​ເຖິງວ່າ​ສະພາບ​ທາງ​ພູມ​ສາດ ຈະ​ອຳນວຍ​​ໃຫ້ການ​ປູກ​ກາ​ເຟທີ່ມີຄຸນນະພາບສູງໄດ້, ຫາກ​ຊາວ​ສວນ​ກາ​ເຟບໍ່​ໃສ່​ໃຈ​ໃນ​ການ​ຜະລິດ​ທຸກໆຂັ້ນຕອນ ກໍ່ຈະ​ເຮັດ​ໃຫ້​ໄດ້​ກາ​ເຟທີ່​ມີ​ຮົດ​ຊາດ​ບໍ່​ເປັນ​ທີ່​ພໍ່​ໃຈ. ​​ແນ່ນອນ ຈະ​ເຮັດ​ໃຫ້ກາ​ເຟບໍ່​ເປັນ​ທີ່​ຕ້ອງການ ​ແລະ ມີ​ລາຄາ​ຕໍ່າ. ການ​ວັດ​ແທກ​ຄຸນ​ນະພາ​ບກາ​ເຟ ຈະ​ວັດ​ແທກ​ເບິ່ງ​ສອງ​ຂົງ​ເຂດ​ຄື: ກາ​ເຟ​ໄດ້​ຕາມ​ເງື່ອນ​ໄຂ​ພື້ນຖານ​ທີ່​ວ່າງ​ໄວ້ຫຼືບໍ່? ​ແລະ ກາ​ເຟມີ​ລັກສະນະ​ພິ​ເສດ​ຫຼືບໍ່? ພາຍຫຼັງການວັດແທກແຕ່ລະຂົງ​ເຂດ ກໍ່ຈະມີການໃຫ້ຄະແນນ ແລະ ມີການຈັດໝວດຄຸນນະພາບກາເຟ ຕາມ​ຄະ​ແນນ​​ແຕ່... ວັດແທກຄຸນນະພາບກາເຟ

ແມ່ນ​ຫຍັງ​ເປັນ​ຕົວ​ຊີ້ວັດ​ຄຸນ​ນະພາ​ບກາ​ເຟ? ​ເພື່ອ​​ເຮັດ​ໃຫ້​ຜູ້​ບໍລິ​ໂພ​ກ​ໄດ້​ດື່ມ​ກາ​ເຟຕາມ​ລາຄາ​ທີ່​ຕົນ​ເອງ​ພໍ​ໃຈ​ຈ່າຍ, ຈິ່ງ​ມີ​ອົງການ​ກວດ​ສອບ​ຄຸນ​ນະພາ​ບກາ​ເຟ ເພື່ອຊ່ວຍຢັ້ງຢືນຄຸນ​ນະພາ​ບກາ​ເຟ ແລະ ປ້ອງກັນບໍ່ໃຫ້ຜູ້ຜະລິດເອົາປຽບຜູ້ບໍລິໂພກ. ​​ເຖິງວ່າ​ສະພາບ​ທາງ​ພູມ​ສາດ ຈະ​ອຳນວຍ​​ໃຫ້ການ​ປູກ​ກາ​ເຟທີ່ມີຄຸນນະພາບສູງໄດ້, ຫາກ​ຊາວ​ສວນ​ກາ​ເຟບໍ່​ໃສ່​ໃຈ​ໃນ​ການ​ຜະລິດ​ທຸກໆຂັ້ນຕອນ ກໍ່ຈະ​ເຮັດ​ໃຫ້​ໄດ້​ກາ​ເຟທີ່​ມີ​ຮົດ​ຊາດ​ບໍ່​ເປັນ​ທີ່​ພໍ່​ໃຈ. ​​ແນ່ນອນ ຈະ​ເຮັດ​ໃຫ້ກາ​ເຟບໍ່​ເປັນ​ທີ່​ຕ້ອງການ ​ແລະ ມີ​ລາຄາ​ຕໍ່າ.

ການ​ວັດ​ແທກ​ຄຸນ​ນະພາ​ບກາ​ເຟ ຈະ​ວັດ​ແທກ​ເບິ່ງ​ສອງ​ຂົງ​ເຂດ​ຄື: ກາ​ເຟ​ໄດ້​ຕາມ​ເງື່ອນ​ໄຂ​ພື້ນຖານ​ທີ່​ວ່າງ​ໄວ້ຫຼືບໍ່? ​ແລະ ກາ​ເຟມີ​ລັກສະນະ​ພິ​ເສດ​ຫຼືບໍ່? ພາຍຫຼັງການວັດແທກແຕ່ລະຂົງ​ເຂດ ກໍ່ຈະມີການໃຫ້ຄະແນນ ແລະ ມີການຈັດໝວດຄຸນນະພາບກາເຟ ຕາມ​ຄະ​ແນນ​​ແຕ່ 0-100 ພ້ອມ​ຄຳ​ອະທິບາຍດັ່ງນີ້:

  1. ນັບ​ແຕ່ 60-69 ​ເປັນກາ​ເຟຄຸນ​ນະພາ​ບ “ດີ”
  2. ນັບ​ແຕ່ 70-79 ​ເປັນກາ​ເຟຄຸນ​ນະພາ​ບ “ດີ​ຫຼາຍ”
  3. ​ນັບ​ແຕ່ 80-89 ເປັນກາ​ເຟຄຸນ​ນະພາ​ບ “ດີ​ເລີດ”
  4. ນັບ​ແຕ່ 90-100 ເປັນກາ​ເຟຄຸນ​ນະພາ​ບ “​ດີ​ເດັ່ນ”

ສຳລັບ​ກາ​ເຟທີ່​ເສຍປຽບຕົກ​ໃນ​ກໍລະນີ​ທີ່​ໄດ້​ຄະ​ແນນ 69, 79 ​ແລະ 89 ​ເພາະ​ຈະ​ມີ​ການວາງ​ລາຄາ​ທີ່​ແຕກ​ຕ່າງ​ກັນ. ​ເຊິ່ງຈະບໍ່ໄດ້ໄລ່​ໃນໝວດລາຄາສູງຂື້ນ. ຄະ​ແນນ​ດັ່ງກ່າວອາດ​ເວົ້າ​ໄດ້​ວ່າ​ເປັນ​ການກວດ​ສອບ​ທຸກໆຂະ​ບວນການ​ຜະລິດ. ນັກ​ກວດ​ສອບ​ຈະ​ຮູ້ຈັກ​ວ່າ​ສາ​ເຫດ​ບົກ​ຜ່ອງ​ທີ່​ເຮັດ​ໃຫ້ກາ​ເຟບໍ່​ໄດ້​ຕາມ​ຄຸນ​ນະພາ​ບທີ່ວາງ​ໄວ້. ອາດ​ຈະ​ແມ່ນ​ຍ້ອນ​ແນວ​ພັນ, ການ​ເກັບ​ຮັກສາ, ການ​ຂົ້ວ ​ແລະ ອື່ນໆ. ຈາກ​ການ​ປະ​ເມີນ, ຈະ​ເຮັດ​ໃຫ້​ໄດ້​ຂໍ້​ມູນ​ໃນ​ການ​ປັບປຸງ​ວິທີ​ການ​ຜະລິດ​ໃໝ່.

ຊາວ​ສວນ​ທີ່​ປູກ​ກາ​ເຟຄຸນ​ນະພາ​ບ​ ແລະ ​ໄດ້​ລາຄາ​ສູງ ຈະ​ພັກ​ດັນ​ໃຫ້​ເຂົາ​ເຈົ້າ​ເຮັດ​ການ​ຜະລິດ​ທີ່​ດີໆຂື້ນ​ໄປ. ອົງການ​ພັດທະນາ​ກາ​ເຟຫຼາຍ​ແຫ່ງ​ໄດ້​ພັກ​ດັນ​ໃຫ້​ມີ​ການ​​ເສັງ​ຄັດ​ເລືອກ​ເພື່ອ​ຊອກ​ຫາ​ຜູ້​ຜະລິດ​ທີ່​ດີ​ເດັ່ນ, ສ້າງ​ການ​ຊື້ຂາຍ​ທີ່​ເປັນ​ທຳ ​ແລະ ​ແນະນຳ​ຜູ້​ຜະລິດ​ໃໝ່ໆ​ໃຫ້​ແກ່​ພໍ່ຄ້າ​ກາ​ເຟ. ຫຼາຍອົງການ​ໄດ້​ມີ​ການ​ນຳ​ເອົາ​ຜະລິດ​ຕະພັນ​ກາ​ເຟທີ່​ໄດ້​ຄຸນ​ນະພາ​ບສູງ​ອອກ​ສູ່​ການ​ປະມູນ​ຜ່ານ​ທາງ​ອິນ​ເຕີ​ເນັດ.

ການກວດ​ສອບ​ຄຸນ​ນະພາ​ບກາ​ເຟບໍ່ຄວນ​ຈັດ​ຂື້ນ​ແຕ່​ຕອນຊື້-ຂາຍ. ການວັດແທກຄຸນນະພາບທີ່ສຳຄັນ​ອີກຕອນໜຶ່ງ ຄືພາຍຫຼັງການ​ເກັບ​ກ່ຽວ. ປະຊາຊົນ​ທີ່​ເຮັດ​ການ​ຜະລິດ​ກໍ່ຕ້ອງ​ຮູ້ຈັກ ຄຸນ​ນະພາ​ບກາ​ເຟຂອງ​ຕົນ​ເອງ​ເພື່ອ​ຈະ​ໄດ້​ຮູ້ຈັກ​ວິທີ​ປັບປຸງ. ​ຊາວ​ສວນ​ກາ​ເຟ​​ໃນ​ຫຼາຍໆປະ​ເທດ​ໄດ້​ຈັດການ​ເຝິກ​ແອບ​​ເຕັກນິກ​ການກວດ​ສອບຄຸນ​ນະພາ​ບ​ເປັນ​ປະຈຳ ​ເພື່ອ​ເຮັດ​ໃຫ້​ເຂົາ​ເຈົ້າສາມາດ​ປະ​ເມີນ​ຄຸນຄ່າ​ກາ​ເຟຂອງ​ຕົນ​ເອງ. ທ່ານ​ສາ​ມາດ​ຕິດຕາມ​ເບິ່ງ​ການ​ແຂ່ງຂັນ​​ຄຸນ​ນະພາ​ບກາ​ເຟ​ໄດ້​ທີ່ ​ເຄື່ອຄ່າ​ຍການ​ແຂ່ງຂັນ​ຄຸນ​ນະພາ​ບກາ​ເຟ

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.