Norkhame
ນາງຟ້າເທິງໜ້າດິນ ນາງຟ້າເທິງໜ້າດິນ
ນິທານໂບຮານມັກຈະມີ ເລື່ອງເລົ່າກ່ຽວກັບນາງຟ້າ ຫຼື ເທວະດາມາຊ່ວຍໃນຍາມຍາກ. ໃນຕົວຈິ່ງທີ່ເກີດຂື້ນກັບທ້າວນ້ອຍ ໃນປະເທດໄນຈີເລຍ ກໍ່ອາດເປັນຄືໃນນະວະນິຍາຍທີ່ຫຼາຍທ່ານອາດໄດ້ຝັງມາ. ທ່ານ ນາງ ອານຍາ ຮິງເກຼັນ ໂລເວັນ (Anja Ringgren Loven) ຄົນປະເທດເດັນມາກ ທີ່ເຮັດວຽກໃນມູລະນິທິຊ່ວຍ ເຫຼືອເດັກນ້ອຍ. ຍອມຂາຍ ສັບສິນຂອງຕົນເອງ ເພື່ອຊ່ວຍເຫຼືອເດັກທີ່ຖືກປະ ເນື່ອງຈາກວ່າ ທາງພໍ່ແມ່ໃຫ້ກຳເນີດມີຄວາມ ເຊື່ອທາງສາດສະ... ນາງຟ້າເທິງໜ້າດິນ

ນິທານໂບຮານມັກຈະມີ ເລື່ອງເລົ່າກ່ຽວກັບນາງຟ້າ ຫຼື ເທວະດາມາຊ່ວຍໃນຍາມຍາກ. ໃນຕົວຈິ່ງທີ່ເກີດຂື້ນກັບທ້າວນ້ອຍ ໃນປະເທດໄນຈີເລຍ ກໍ່ອາດເປັນຄືໃນນະວະນິຍາຍທີ່ຫຼາຍທ່ານອາດໄດ້ຝັງມາ.

ທ່ານ ນາງ ອານຍາ ຮິງເກຼັນ ໂລເວັນ (Anja Ringgren Loven) ຄົນປະເທດເດັນມາກ ທີ່ເຮັດວຽກໃນມູລະນິທິຊ່ວຍ ເຫຼືອເດັກນ້ອຍ. ຍອມຂາຍ ສັບສິນຂອງຕົນເອງ ເພື່ອຊ່ວຍເຫຼືອເດັກທີ່ຖືກປະ ເນື່ອງຈາກວ່າ ທາງພໍ່ແມ່ໃຫ້ກຳເນີດມີຄວາມ ເຊື່ອທາງສາດສະ ໜາວ່າ ເດັກຊາຍນັ້ນເປັນ “ພໍ່ມົດ”

ທ່ານຈະຍອມໃຫ້ ແຟນ(ຜົວຫຼືເມຍ)ສະຫຼະເງິນຕົນເອງ ລ້ຽງເດັກໃກ້ຕາຍທີ່ບໍ່ແມ່ນລູກແທ້ໆ,ຕ່າງສີຜິວ ແລະ ສາດສະໜາ? ໜ້າສັນເສີນຄອບຄົວນີ້!

Posted by ນໍຄຳ NorKhame on Thursday, February 18, 2016

ເພື່ອປີ່ນປົວ ແລະ ໃຫ້ອາຫານເດັກທີ່ກຳລັງຢູ່ໃນພາວະໃກ້ຕາຍ, ທ່ານ ນາງ ອານຍາ ຕ້ອງໄດ້ຂາຍສັບ ສິນສ່ວນຕົວ ເພື່ອໃຊ້ຈ່າຍ ໃນການຮັກສາ ແລະ ລ້ຽງດູໃນຊ່ວງກະທັນຫັນ. ສິ່ງໜຶ່ງທີ່ລາວສະແດງ ອອກມາກໍ່ຄື ວ່າ: ການໃຫ້ບໍ່ຈຳເປັນຕ້ອງວ່າ ເປັນຄົນຮັ່ງມີສັບສິນສະເໜີໄປ ແລະ ການເພື່ອແພ່ແກ່ມະນຸດນັ້ນ ກໍ່ບໍ່ຕ້ອງມີຫຍັງມາເປັນເງື່ອນໄຂ ເຊັ່ນ ເຊື້ອຊາດ, ສາດສະໜາ ແລະ ສີຜີວ.

ສຳລັບຄົນເປັນຜົວ ຫຼື ແຝນ: ທ່ານຈະຍອມໃຫ້ເມຍ ຫຼື ແຝນສາວ ໃຊ້ສັບສົມບັດສ່ວນໜຶ່ງເພື່ອ ປະຄັງຊີ ວິດເດັກນ້ອຍທີ່ບໍ່ແມ່ນ ໃນຄອບຄົວ, ຕ່າງຊາດ, ສາດສະໜາ, ຕ່າງສີຜິວ? ຄົນເທິງໜ້າໂລກນີ້ມີ 7 ພັນລ້ານຄົນແລ້ວ. ຫຼາຍທິດສະດີ ເວົ້າວ່າ ຄົນເຫຼືອໂລກ ແລະ ສັບພະຍາກອນທີ່ມີ ອາດຈະບໍ່ພຽງພໍທີ່ ຈະລ້ຽງຊີບຄົນໄດ້. ທັງຍັງມີການປ່ຽນແປງຂອງດິນຝ້າອາກາດ ຈົນເຮັດໃຫ້ ການຜະລິດະສິກໍາມີໜ້ອຍລົງ ແລະ ບໍ່ໄດ້ຕາມຄາດໝາຍ. ອາຫານການກິນ ແລະ ການຄອບຄອງ ຂອງ ວັດຖຸກໍ່ຈະຍິງມີການຍາດແຍ່ງກັນຫຼາຍຂື້ນ. ແຕ່ສິ່ງດັ່ງກ່າວ ກໍ່ບໍ່ໄດ້ສ້າງຄວາມກັງວົນໃຫ້ກັບ ທ່ານ ນາງ ອານຍາເລີຍ. ໃນປະຈຸບັນນີ້ ເດັກນ້ອຍທີ່ລາວອຸປະຖຳນັ້ນ ໄດ້ແຂງແຮງເປັນປົກກະຕິ.

ຄວາມງາມດ້ານຮ່າງກາຍ ກ່ຽວກັບນາງຟ້າ ໃນເລື່ອງເລົ່າບໍ່ວ່າຈະເປັນການເລົ່າດ້ວຍປາກເປົ່າ, ການຂຽນ ຫຼື ການແກະສະຫຼັກຕາມສະຖານທີ່ຕ່າງໆ ເປັນສິ່ງທີ່ນັກເລົ່າເລື່ອງຫຼາຍໆຄົນຈະສະທ້ອນ ອອກມາເທິ່ງຮູບ ພາບ. ພ້ອມດຽວກັນນັ້ນ, ຄວາມງານດ້ານຈິດໃຈ ກໍ່ເປັນສິ່ງໜື່ງທີ່ນາງຟ້າຫຼາຍໆຄົນ ມັກຈະມີເປັນຂອງທຳມະດາ.

ໃນໂລກມະນຸດ ບໍ່ວ່າຈະງາມປານໃດ ແຕ່ຄວາມແກ່ສະລາ ແລະ ການປ່ຽນແປງຂອງຮ່າງກາຍນັ້ນອາດ ມີມາ. ສິ່ງທ່ານຍິງ ແລະ ທຸກໆຄົນສາມາດຮັກສາໃຫ້ຕົນເອງງາມໄດ້ຕະຫຼອດການນັ້ນ ຄວນເນັ້ນການຮັກສາຄວາມເມດຕາກາລຸນາ, ຄວາມເພື່ອແຜ່ແກ່ເພື່ອນມະນຸດ ຫຼື ຄົນອ້ອມຂ້າງ. ສຳລັບບາງທ່ານທີ່ອາດບໍ່ມີສັບສິນຫຼາຍພໍທີ່ຈະເຮັດງານບຸນໃຫຍ່ໆໃນເທດສະການຕ່າງໆ, ແຕ່ການນັ່ງສະມາທິ ອະຖິຖານ ແລະ ພາລະນາຈັກສິບນາທີໃນແຕ່ລະວັນ ເພື່ອສົ່ງກະແສຈິດໃຫ້ວິນຍານຕົກທຸກໃຫ້ພົ້ນຈາກທຸກແລ້ວ ສິ່ງດັ່ງກ່າວນັ້ນ ກໍ່ຖືເປັນບຸນອັນໃຫຍ່ຫຼວງ.

ໃນວັດຖະນະທຳຂອງຄົນລາວເຮົາແລ້ວ, ການຊ່ວຍເຫຼືອກັນໃນຍາມຍາກນັ້ນຖືເປັນປະເພນີ. ພາຍໃນບ້ານບໍ່ວ່າຈະທຸກຈົນຫຼາຍຊຳໃດ ຖ້າມີໃຜເປັນເຈັບ ຫຼື ຕ້ອງການການຊ່ວຍເຫຼືອ, ກໍ່ຈະມີການເກັບທ້ອນວັດຖຸຊ່ວຍກັນ. ເມື່ອຫວນເບິ່ງສະໃໝກູ້ຊາດ, ການຊ່ວຍເຫຼືອກັນພາຍໃນກຳລັງກູ້ຊາດ ເປັນສິ່ງທີ່ຫຼາຍໆນັກຮົບໄດ້ເລົ່າສູ່ໆກັນມາ. ພວກເຮົາຄົນລຸ້ນໃໝ່ ທີ່ຈະຕ້ອງໄດ້ມີການເຮັດວຽກຮ່ວມກັນເປັນກຸ່ມກ້ອນ ຍິງຕ້ອງໄດ້ມີຄວາມເມດຕາ ແລະ ເພື່ອແພ່ ເພື່ອໃຫ້ຍາດມາໄດ້ໄຊຊະນະທີ່ຍິ່ງໃຫຍ່ກວ່າແຕ່ເກົ່າ. ເພາະສິ່ງນີ້ແຫຼ້ ທີ່ຊ່ວຍໃຫ້ເກີດ ມີຄວາມສາມັກຄີ, ສ້າງແຮງບັນດານໃຈ ແລະ ໃຫ້ຂັວນກຳລັງໃຈແກ່ທຸກໆຄົນທີ່ຢູ່ໃນທີມ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.