Norkhame
ເຂົ້າໃຈຜູ້ດື່ມກາເຟ ເຂົ້າໃຈຜູ້ດື່ມກາເຟ
ກາ​ເຟມີ​ຄວາມ​ສຳຄັນ​ຫຼາຍກັບ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ລາວ ​ແລະ ​ເສດຖະກິດ​ຂອງ​ຊາດ. ປະມານ 300,000 ຄົນ​ມີ​ລາຍ​ຮັບ​ທາງ​ກົງ ​ແລະ ທາງ​ອ້ອມ ຈາກ​ອາຊີບ​ກາ​ເຟ. ຄາດວ່າມີປະມານ 20,000 ຄອບຄົວຜະລິດກາເຟເປັນລາຍຮັບ. ​ຕະຫຼາດຂອງ​ກາ​ເຟລາວ​ແມ່ນ​ຂື້ນກັບ​ຄວາມ​ຕ້ອງການ​ຂ້ອງ​ຕ່າງປະ​ເທດ. ສະນັ້ນ, ການເຂົ້າໃຈຕະຫຼາດແລະຜູ້ຊົມໃຊ້ກາເຟລາວ ຈິ່ງເປັນວຽກງານທີ່ຄວນໃສ່ໃຈ. ຄາດ​ຄະ​ເນ​ກາ​ເຟສົ່ງ​ອອກ​ຂອງ​ລາວ ມີ​ປະມານ 25,000-30,000 ​ໂຕນ​ຕໍ່ປີ. ໃນ​ລະດັບ​ຊາດ, ກາ​ເຟສ້າງ​ລາຍ​ຮັບ​ປະມານ 70-90 ລ້ານ​ ດອນ​ລາ. ... ເຂົ້າໃຈຜູ້ດື່ມກາເຟ

ກາ​ເຟມີ​ຄວາມ​ສຳຄັນ​ຫຼາຍກັບ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ລາວ ​ແລະ ​ເສດຖະກິດ​ຂອງ​ຊາດ. ປະມານ 300,000 ຄົນ​ມີ​ລາຍ​ຮັບ​ທາງ​ກົງ ​ແລະ ທາງ​ອ້ອມ ຈາກ​ອາຊີບ​ກາ​ເຟ. ຄາດວ່າມີປະມານ 20,000 ຄອບຄົວຜະລິດກາເຟເປັນລາຍຮັບ. ​ຕະຫຼາດຂອງ​ກາ​ເຟລາວ​ແມ່ນ​ຂື້ນກັບ​ຄວາມ​ຕ້ອງການ​ຂ້ອງ​ຕ່າງປະ​ເທດ. ສະນັ້ນ, ການເຂົ້າໃຈຕະຫຼາດແລະຜູ້ຊົມໃຊ້ກາເຟລາວ ຈິ່ງເປັນວຽກງານທີ່ຄວນໃສ່ໃຈ. ຄາດ​ຄະ​ເນ​ກາ​ເຟສົ່ງ​ອອກ​ຂອງ​ລາວ ມີ​ປະມານ 25,000-30,000 ​ໂຕນ​ຕໍ່ປີ. ໃນ​ລະດັບ​ຊາດ, ກາ​ເຟສ້າງ​ລາຍ​ຮັບ​ປະມານ 70-90 ລ້ານ​ ດອນ​ລາ.  ​

ການ​ເຂົ້າ​ໃຈ​ຄວາມ​ຕ້ອງການ​ຂອງ​ຜູ້​ບໍລິ​ໂພ​ກ ​ເປັນ​ບາດກ້າວ​ທີ່​ສ້າງ​ຄວາມ​ສຳ​ເລັດ​ໃນ​ການ​ຜະລິດ​ສູ່​ຕະຫຼາດສາກົນ. ຂໍ້​ມູນ​ຕະຫຼາດ  ຈ​ະເຮັດ​ໃຫ້​ຜູ້​ຜະລິດ​ສາມາດ ດັດ​ປັບ​ຂະ​ບວນການ​ຜະລິດ​ໃຫ້​ຕິດ​ແທດ​ກັບ​ຄວາມ​ຕ້ອງການ​ຫຼາຍຂື້ນ. ເພື່ອ​ເຮັດ​ໃຫ້ການ​ສົ່ງ​ເສີມ​ກາ​ເຟລາວ​ມີ​ຄຸນ​ນະພາ​ບ, ສາມາດ​ເຂົ້າຫາ​ຕະຫຼາດ ​ແລະ ​ແຂ່ງ​ຂັນ​ກັບ​ບັນດາ​ປະ​ເທດ​ຜູ້​ຜະລິດ​ກາ​ເຟອື່ນໆທົ່ວ​ໂລກ, ຈຳ​ເປັນ​ຕ້ອງ​ໄດ້​ສ້າງ​ແຫຼ່ງຂ່າວສານ​ຕະຫຼາດກາ​ເຟຂື້ນ. ໃນ​ທຸກໆຂໍ້​ມູນ​ທີ່​ຈະ​ເຜີຍ​ແຜ່​​ແມ່ນ​ມາ​ຈາກ​ສະພາບ​ຄວາມ​ຕ້ອງການ​ຕົວ​ຈິງ​ຂອງ​ຕະຫຼາດຍີ່ປຸ່ນ. ທາງ​ທີ​ມງານ​ພາກລັດ ຫຼື ກຸ່ມສະໜັບສະໜູນກາເຟໃນບັນດາປະເທດຜູ້ຜະລິດກາເຟ ໄດ້​ພະຍາຍາມ ສ້າງ​ຂໍ້​ມູນ​ຂ່າວສານ ​ແລະ ນຳ​ສະ​ເໜີຫຼາຍໆບັນຫາ​ທີ່​ຕິດ​ພັນ​ກັບ​ຕະຫຼາດກາ​ເຟຍີ່ປຸ່ນ ​ໃຫ້​ແກ່​ບັນດາ ຜູ້ຜະລິດກາເຟໄດ້ຮັບຊາບ. ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ຜະລິດ ​ແລະ ການ​ຕັດສິນ​ໃຈ​ທາງ​ທຸລະ​ກິດ​ການ​ຄ້າຂາຍກາເຟ.

​​ຄວາມ​ປອດ​ໄພ​ອາຫານ ​ແລະ ​ເຄື່ອງ​ດື່ມ​ເປັນ​ປັດ​ໃຈ​ທີ່​ຂາດ​ບໍ່​ໄດ້. ກະສິກຳ​ໃນ​ບັນດາ​ປະ​ເທດ​ດ້ອຍ​ພັດທະນາ ​ຍັງ​ມີຫຼາຍອັນ​ຕ້ອງ​ໄດ້​ໃສ່​ໃຈ. ​ເປັນຕົ້ນ​ແມ່ນ​ຄວາມ​ສະອາດ​ຂອງ​ອາຫານ, ​ເຊື້ອ​ໂລກ​ຕ່າງໆ ​ແລະ ສານພິດ​ເພື່ອ​ປາບ​ສັດຕູ​ພືດ. ຫາກບໍ່ສາມາດຄຸ້ມຄອງບັນຫາດັ່ງກ່າວ, ກໍ່ຈະເຮັດໃຫ້ຜູ້ດື່ມກາເຟໄດ້ຮັບສານພິດ. ສະພາບ​ການ​ຜະລິດ​ທີ່​ໄດ້​ມາດຖານ​ຫຼັກອານາ​ໄມ, ມີ​ສານ​ປົນ​ເຄມີ​ທີ່​ຈຳກັດ ​ແລະ ບໍ່​ເປັນ​ອັນ​ຕະລາຍ ຈະ​ສ້າງ​ໃຫ້ກາ​ເຟລາວ​ເປັນ​ທີ່ໜ້າ​ເຊື່ອ​ຖືຫຼາຍຂື້ນ. ເນື່ອງຈາກກາເຟເປັນສິ່ງໜຶ່ງທີ່ຂ້າພະເຈົ້າສົນໃຈ ແລະ ຢາກລົງເລິກຮູບແບບການພັດທະນາ, ຈິ່ງຈະໄດ້ນຳເອົາຫຼາຍໆຂໍ້ມູນມານຳສະເໜີແກ່ທ່ານ. ໃນຕໍ່ໜ້າຈະມີ ຫຼາກ​ຫຼາຍໆ​ແຫຼ່ງຂ່າວສານ​ການ​ຜະລິດ​ທີ່​ເນັ້ນ​ໃສ່​ຄວາມ​ປອດ​ໄພ​ອາຫານ ​ແລະ ຂໍ້​ມູນ​ສິ່ງ​ຕ້ອງ​ຫ້າມ​ຕ່າງໆທີ່​ອາດ​ເປັນ​ພິດ​ຕໍ່ຄົນ​ດື່ມ.

ທັງ​ນີ້ຈະ​ເຮັດ​ໃຫ້​ທຸກໆກຸ່​ມຜູ້​ຜະລິດ​ກາ​ເຟ​ແຕ່ລະ​ລະດັບໄດ້​ຮັບ​ຜົນ​ປະ​ໂຫຍ​ດ, ​ໃນ​ແຫຼ່ງຂ່າວສານ​ກາ​ເຟຕະຫຼາດຍີ່ປຸ່ນ ຈະ​ເກາະ​ຕິດ​ກັບ​ຂ່າວສານ​, ຂໍ້​ມູນ ​ແລະ ລັກສະນະ​ຂອງ​ຜູ້​ດື່ມ​ກາ​ເຟ​ໃນ​ແຕ່​ລະ​ລະດັບ​ ເຊິ່ງລວມມີ​ກາ​ເຟຄຸນ​ນະພາ​ບສູງ, ກາງ ​ແລະ ພໍ​ໃຊ້. ​ເພື່ອ​ເປັນ​ການ​ພັກ​ດັນ ບັນດາ​ກຸ່ມ​ທີ່​​ຕ້ອງ​ການ​ຍົກ​ລະດັບ​ການ​ຜະລິດ​ກາ​ເຟ​ໃຫ້​ມີ​ຄຸນ​ນະພາ​ບສູງ​ຂື້ນ. ​ໂດຍ​ຈະ​​ໄດ້​ຍົກ​ເອົາຫຼາຍ​ປັດ​ໃຈ​ເພື່ອ​ໃຫ້​ທ່ານ​ສາມາດ​ນຳ​ໃຊ້​ເຂົ້າ​ໃນ​ຂະ​ບວນການ​ຜະລິດ​ກາ​ເຟ​ທີ່​ໄດ້​ຕາມ​ຄວາມ​ຕ້ອງການ, ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ ​ແລະ ສ້າງ​ລາຍ​ຮັບ​ທີ່​ແນ່ນອນ​ໃຫ້​ແກ່​ຜູ້​ຜະລິດ.

​ເປົ້າໝາຍອັນສຳຄັນ​ຂອງ​ວຽກງານ​ເຜີຍ​ແຜ່​ຂ່າວສານ​ກາ​ເຟທີ່​ຕະຫຼາຍີ່ປຸ່ນ ກໍ່ຄື​ການສົ່ງ​ເສີມ​ມູນ​ເຊື້ອການ​ຜະລິດ​ກະສິກຳ​ສູ່​ຕະຫຼາດສາກົນ. ​ເປັນ​ການ​ສ້າງ​ຊື່ສຽງ​ໃຫ້​ກາ​ເຟລາວ​​ເປັນ​ທີ່​ຕ້ອງການ​ຫຼາຍຂື້ນ​ໃນ​ຕະຫຼາດສາ​ກົນ ​ໂດຍ​ການ​​ເຊື່ອມ​ໂຍງ​ຄົນ​ດື່ມ​ແລະຜູ້​ຜະລິດ​ເຂົ້າຫາ​ກັນ ດ້ວຍ​ຂໍ້​ມູນ​ຂ່າວສານ. ນອກຈາກ​ທ່ານ​ຈະ​ເປັນ​ຝ່າຍ​ຮັບ​ຂ່າວສານ, ທ່ານ​ຍັງ​ສາມາດ ສົ່ງ​ຂໍ້ຄວາມ​ຫາທີ​ມງານ​ເພື່ອ​ແຈ້ງ​ຂ່າວສານ​ກາ​ເຟທີ່​ຕະຫຼາດຍີ່ປຸ່ນ ແລະ ໃນຕະຫຼາດໂລກ ທີ່​ທ່ານ​ຕ້ອງການ​ຮັບ​ຊາບ​ເພີ່ມ​ເຕີມ. ທີ​ມງານ​ຈະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ໃນການຊອກຫາຂໍ້ມູນ ແລະ ຂ່າວສານທີ່ທ່ານຕ້ອງການຮັບຊາບເພື່ອນຳໄປໃຊ້ໃນການດຳເນີນທຸລະກິດຂອງທ່ານ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.