Norkhame
ຜູ້ໃຫຍ່ດີ ຜູ້ໃຫຍ່ດີ
ຜູ້ໃຫຍ່ດີ

“ເດັກດີໃນວັນນີ້ ຄືຜູ້ໃຫຍ່ໃນວັນໜ້າ” ຫຼາຍທ່ານມັກໄດ້ຍິນຄຳນີ້ເປັນປະຈຳ. ການສ້າງຜູ້ໃຫຍ່ໃຫ້ມີຄວາມສາມາດ, ສິນທຳ, ລະບຽບ ແລະ ການປະພຶດທີ່ດີ ກໍ່ມາຈາກໃນໄວເດັກ. ຄອບຄົວ ແລະ ຜູ້ປົກຄອງເດັກໃນເປັນບຸກຄົນສຳຄັນ.

ສຳລັບເດັກຍິງລາວ, ຍິ່ງເປັນສິ່ງທີ່ຄອບຄົວໄດ້ເອົາໃຈໃສ່ ໂດຍສະເພາະໃນການສອນຮີດຄອງການນຸ່ງຖື, ການປະພຶດ ແລະ ຫຼາຍໆຂໍ້ຕ້ອງຫ້າມ. ຜູ້ເຖົ້າແກ່ມັກເວົ້າວ່າ “ເບິ່ງຊ້າງໃຫ້ເບິ່ງຫາງ ເບິ່ງນາງໃຫ້ເບິ່ງແມ່” ເດັກຍິງ ກາຍເປັນໜາກຜົນ ການສິດສອນຂອງຜູ້ເປັນແມ່ ແລະ ຄອບຄົວ. Cover

ບັນຫາສັງຄົມທີ່ເກີດຂື້ນ ກໍ່ແມ່ນຄົນເປັນຄົນສ້າງ. ເຊັ່ນ: ບັນຫາຢາເສບຕິດ, ການໜີໂຮງຮຽນ, ການປຸ້ນຈີ້ ແລະ ອື່ນໆ. ຕໍ່ກັບການປະພຶດທີ່ບໍ່ດີ ເປັນໜາກຜົນຂອງການຂາດສ້າງຈິດສຳນຶກທີ່ດີ ໃຫ້ແກ່ເດັກ. ຈະເວົ້າໄດ້ວ່າທຸກໆຄົນນັ້ນເກີດມາ ບໍ່ໄດ້ເປັນຄົນຊົວຫຼືດີ. ການບົ່ມສອນ ແລະ ການໃກ້ຊິດຂອງພໍ່ແມ່ໃນແຕ່ລະວັນນັ້ນເປັນສິ່ງຕ້ອງການທີ່ສຸດໃນຍາມເດັກ. ນັບແຕ່ອາຍຸມື້ທຳອິດ ຫາ 10 ປີ, ທຸກໆມື້ໃນໄວເດັກ ເຂົາເຈົ້າຈະຮຽກຮ້ອງການເອົາໃຈໃສ່ຈາກພໍ່ແມ່ເປັນທີ່ສຸດ.

ແຕ່ສະພາບສັງຄົມກໍ່ມີຫຼາຍອັນເຮັດໃຫ້ຄອບຄົວຜູ້ທີ່ເປັນພໍ່ແມ່ບໍ່ສາມາດໃຫ້ຄວາມໃກ້ຊິດ ແລະ ສ້າງເດັກໃຫ້ມີຄວາມຄິດ ໃນການສ້າງສັນສັງຄົມໄດ້. ບັນຫາຫຼັກໆແມ່ນການຢ່າຮ້າງ ເຊິ່ງເຮັດໃຫ້ເດັກນ້ອຍຕ້ອງໄປຢູ່ນຳພໍ່ແມ່ທີ່ບໍ່ແມ່ນຜູ້ໃຫ້ກຳເນີດຕົນເອງ. ແນ່ນອນກໍ່ມັກມີການລຳອຽງຈາກຜູ້ປົກຄອງເຊິ່ງອາດມີຄວາມລຳອຽງໃນການເອົາໃຈໃສ່ ຫຼື ສະໜອງດ້ານວັດຖຸໃຫ້ແກ່ລູກທີ່ບໍ່ໄດ້ມາຈາກເລືອດເນື້ອຂອງຕົນເອງ. ອາດມີການປ້ອຍດ່າ ແລະ ທຸບຕີເດັກ.

ຫາກບໍ່ມີການຢ່າຮ້າງ ແຕ່ສາຍສຳພັນອັນລະກຳ ຂອງຄູ່ຜົວເມຍເຊິ່ງມັກມີການຜິດຖຽງ ກໍ່ຈະເປັນຜົນທີ່ເຮັດໃຫ້ຄອບຄົວບໍ່ມີຄວາມສະຫງົບ ແລະ ເຮັດໃຫ້ເດັກບໍ່ມີຄວາມສຸກ. ທຸກໆສາຍສໍາພັນພໍ່ແມ່ ໃນໄວເດັກ ເປັນຜົນກະທົບໃນການສ້າງວິວັດທະນາການທາງດ້ານຈິດໃຈ ແລະ ການສະແດງອອກຂອງເດັກໃນເວລາໃຫຍ່ມາ. ພໍ່ແມ່ຫຼາຍໆຄົນຄິດວ່າເດັກນ້ອຍບໍ່ຮູ້ຫຍັງດອກ ແຕ່ຕົວຈິງແລ້ວ, ເດັກນ້ອຍມີໂອກາດໄດ້ຮັບຜົນທາງອາລົມຈິດຂອງຜູ້ເປັນພໍ່ ແລະ ແມ່ຂອງລາວນັບແຕ່ໃນຕອນທີ່ຢູ່ໃນທ້ອງ.

ສະພາບເສດຖະກິດກໍ່ເປັນປັດໃຈໜຶ່ງທີ່ເຮັດໃຫ້ຄູ່ຜົວເມຍຕ້ອງຫ່າງເຫີນຈາກລູກໆ ເພື່ອໄປຫາເງິນມາສ້າງບ້ານ, ຈ່າຍຄ່າໂຮງຮຽນ ແລະ ສ້າງຊີວິດທີ່ດີດ້ານວັດຖຸໃຫ້ແກ່ເດັກ. ຫຼາຍໆຄູ່ປະລູກນ້ອຍໄວ້ກັບຜູ້ເປັນປູ່ຍ່າຕານາຍໃນການເບິ່ງແຍງທາງດ້ານຮ່າງກາຍ ແຕ່ໃນດ້ານຈິດໃຈແລ້ວອາດຈະຍັງບໍ່ດີຄືພໍ່ແມ່. ເມື່ອເດັກໃຫຍ່ຂື້ນມາ ເຖິງຈະຮູ້ບຸນຄຸນ ແລະ ຄວາມລຳບາກໃນການຫາເງິນຂອງພໍ່ແມ່ມາລ້ຽງຕົນເອງ ແຕ່ເຫັນຫຼາຍໆຄົນບໍ່ໄດ້ສຳພັດຄວາມຮູ້ສຶກທາງຈິດໃຈຂອງຜູ້ເປັນພໍ່ແລະແມ່. ມັກຈະມີການປະພຶດຄືໜູ່ເພື່ອນ ເຊິ່ງຖ້າຫາກຕົກໜູ່ເພື່ອນທີ່ເຮັດບໍ່ດີແລ້ວ ກໍ່ສ້າງໄພສັງຄົມຕາມມາ.

ການມີລູກສືບສະກຸນເປັນປະເພນີຂອງຄົນກໍ່ວ່າໄດ້. ລູກສ້າງຄວາມສຸກ ແລະ ທຸກໃຫ້ພໍ່ແລະແມ່. ການສ້າງຊີວິດໃໝ່ຫຼາຍໆຄົນເຮັດໄດ້ພາຍໃນ 9 ເດືອນ ແຕ່ການລ້ຽງດູທາງຮ່າງກາຍໃຫ້ເຕີບໃຫຍ່ເປັນຄົນດີທີ່ມີຄຸນນະພາບ ເພື່ອສ້າງສັງຄົມລາວໃຫ້ຮັ່ງມີເຂັ້ມແຂງເປັນໜ້າທີ່ຂອງພໍ່ແລະແມ່ທຸກໆຄອບຄົວຕ້ອງໄດ້ເອົາໃຈໃສ ແລະ ຕ້ອງໃຊ້ເວລານັບເປັນສິບໆປີ. ສັງຄົມຕ້ອງການຜູ້ໃຫຍ່ທີ່ມີຄຸນນະພາບ ເຊິ່ງບໍ່ແມ່ນແຕ່ການສິດສອນຂອງລະບົບການສຶກສາພຽງແຕ່ຢ່າງດຽວ. ຄູ່ບ່າວ-ສາວໃໝ່ ແລະ ຄອບຄົວໃໝ່ ໜ້າຈະເລັ່ງເຫັນບົດບາດຂອງຕົນເອງໃນຈຸດນີ້  ໂດຍເຂົ້າໃຈວ່າ “ລູກຂອງເຮົາ ຈະກາຍເປັນຄົນສ້າງຜົນປະໂຫຍດແກ່ສັງຄົມ ຫຼື ທຳຮ້າຍສັງຄົມ ກໍ່ແມ່ນຈາກການສິດສອນຂອງຜູ້ເປັນພໍ່ແມ່ ແລະ ຄອບຄົວ”


Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.