Norkhame
ເຂົ້າລາວ ຄືໜຶ່ງເອກະລັກຂອງຊາດ ເຂົ້າລາວ ຄືໜຶ່ງເອກະລັກຂອງຊາດ
​ຕາມ​ຖະໜົນຫົນທາງ​ທົ່ວ​ທຸກ​ແຂວງ ​ແລະ ​ໃນ​ບາງ​ເຂດ​ຂອງ​ນະຄອນຫຼວງວຽງຈັນ ກໍ່ມັກ​ຈະ​ພົບ​ເຫັນ ທົ່ງ​ນາປູກ​ເຂົ້າ. ຖ້າ​ຈະ​ທຽບຄວາມ​ງາມ​ແລ້ວ ກໍ່ບໍ່ຕ່າງ​ຫຍັງ​ກັບ​ສວນ​ດອກ​ໄມ້ ທີ່​ມີ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ແຕ່​ກ້າ​ເຂົ້າ ຈົນ​ຮອດ​ກາຍ​ເປັນ​ຮວງ​ທີ່​ຫອມ​ຫວນ ພ້ອມ​ເກັບ​ກ່ຽວ. ຈື່​ໄດ້​ໃນ​ຍາມ​ຍັງ​ນ້ອຍ, ທົ່ງ​ນາ ມັກ​ຈະ​ເປັນ​ບ່ອນ​ທີ່​ເດັກນ້ອຍ​ຫຼາຍກຸ່ມ  ​ໃຊ້​​ເວລາ​ຫວ່າງ ​ໃນ​ການ​ຫາ​ກະປູ, ປາ​ນ້ອຍ ​ແລະ ​ເປັນ​ບ່ອນ​ຍາງ​ຫຼີ້ນ. ​ເຂົ້າມີ​ຄວາມໝາຍ​ໃຫ້​ແກ່ ສ ປ ປ ລາວ ນອກຈາກເຂົ້າ​ຈະເປັນ​ອາຫານ... ເຂົ້າລາວ ຄືໜຶ່ງເອກະລັກຂອງຊາດ

​ຕາມ​ຖະໜົນຫົນທາງ​ທົ່ວ​ທຸກ​ແຂວງ ​ແລະ ​ໃນ​ບາງ​ເຂດ​ຂອງ​ນະຄອນຫຼວງວຽງຈັນ ກໍ່ມັກ​ຈະ​ພົບ​ເຫັນ ທົ່ງ​ນາປູກ​ເຂົ້າ. ຖ້າ​ຈະ​ທຽບຄວາມ​ງາມ​ແລ້ວ ກໍ່ບໍ່ຕ່າງ​ຫຍັງ​ກັບ​ສວນ​ດອກ​ໄມ້ ທີ່​ມີ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ແຕ່​ກ້າ​ເຂົ້າ ຈົນ​ຮອດ​ກາຍ​ເປັນ​ຮວງ​ທີ່​ຫອມ​ຫວນ ພ້ອມ​ເກັບ​ກ່ຽວ. ຈື່​ໄດ້​ໃນ​ຍາມ​ຍັງ​ນ້ອຍ, ທົ່ງ​ນາ ມັກ​ຈະ​ເປັນ​ບ່ອນ​ທີ່​ເດັກນ້ອຍ​ຫຼາຍກຸ່ມ  ​ໃຊ້​​ເວລາ​ຫວ່າງ ​ໃນ​ການ​ຫາ​ກະປູ, ປາ​ນ້ອຍ ​ແລະ ​ເປັນ​ບ່ອນ​ຍາງ​ຫຼີ້ນ. ​ເຂົ້າມີ​ຄວາມໝາຍ​ໃຫ້​ແກ່ ສ ປ ປ ລາວ ນອກຈາກເຂົ້າ​ຈະເປັນ​ອາຫານ ​ແລະ ວັດ​ຖະນະ​ທຳ​ສ້າງ​ຊື່ສຽງ​ໃຫ້​ແກ່​ລາວ ​ເຂົ້າຍັງ​ເປັນ​ສິນຄ້າ​ລັກ​ໃຫ້​ແກ່​ຊາວນາ​ລາວ.

​ເຂົ້າ​ເປັນ​ອາຫານ

ສານ​ອາຫານ​ຈາກ​ເຂົ້າລາວ ​ໄດ້​ລໍ່ລ້ຽງຄົນ​ລາວ​ນັບ​ລ້ານໆ ​ແລະ ຊາວ​ຕ່າງ​ຊາດ​ທີ່​​ເຂົ້າມາ​ຢ້ຽມຢາມ​ລາວ​ໃນ​ແຕ່ລະ​ປີ. ​ເຂົ້າໜຽວ ​ເປັນ​ປະ​ເພດ​ເຂົ້າທີ່​ມີ​ການ​ຜະລິດ​ຫຼາຍທີ່​ສຸດ​ນັບ​ແຕ່​ເໜືອຮອດ​ໃຕ້. ຫຼາຍຊົນ​ຊາດ ຊົນ​ເຜົ່າ​ເຮັດ​ການ​ຜະລິດ​ເຂົ້າຢ່າງ​ແຜ່​ຫຼາຍ ​ເພື່ອ​ເປັນ​ອາຫານ​ຫຼັກ. ເວົ້າ​ໄດ້​ວ່າ ຄົນ​ລາວ​ມີ​ຄວາມ​ຜູກ​ພັນ​ກັບ​ເຂົ້າມາ​ນັບ​ເປັນ​ພັນໆປີ. ​ເຖິ່ງວ່າ​ຄ່າ​ນິຍົມ​ຂອງ​ຄົນ​ລາວ​ຍຸກ​​ໄໝ່ອາດ​ຈະ​ມີ​ວິທີ​ການ​ກິນ​ທີ່​ໄດ້​ຮັບ​ຈາກ​ອິດ​ທິພົນ​ຕາ​ເວັນ​ຕົກ ​ແຕ່​ການ​ບໍລິ​ໂພ​ກ​ເຂົ້າຍັງ​ບໍ່ມີ​ທ່າ​ວ່າ​ຈະໝົດຫາຍ​ໄປ​ຈາກ​ລາວ, ​ໂດຍ​ສະ​ເພາະ​ເຂົ້າໜຽວ. ນອກ​ນັ້ນ​ເຂົ້າລາວ ຍັງ​ຖືກ​ແປ​ຮູບ​ໄປ​​ເປັນ​ລັກສະນະ​ການ​ກິນ​ຫຼາກຫຼາຍ ​ເຊັ່ນ:  ​ເຂົ້າປຸ້ນ, ​ເຂົ້າໝົມລາວ, ​ເຂົ້າ​ໂຄບ, ​ແລະ ອື່ນ. ​ເຂົ້າໜຽວຍັງ​ສິ່ງ​ທີ່​ຂາດ​ບໍ່​ໄດ້​​​ໃນ​ພາ​ເຂົ້າ ຫຼື ປະສົມ​ປະສານ​ກັບ​ອານ​ຫານ​ຈານ​ເດັດ​ຂອງ​ລາວ ​ເຊັ່ນ: ລາບ, ປີ້ງປາດຸກ, ​ແຈ່ວ​ປາ​ແດກ ​ແລະ ອື່ນໆ.

ວັດ​ຖະນະ​ທຳ

ຄວາມ​ຜູ້​ພັນ​ຂອງ​ຄົນ​ລາວ ກັບ​ການ​ຜະລິດ​ເຂົ້າ​ໄດ້​ກໍ່​ໃຫ້​ເກີດ​ມີຫຼາຍຮີດຄອງ​ປະ​ເພນີ ຕິດ​ພັນ​ກັບ​ການ​ຜະລິດ​ເຂົ້າ ​ເຊັ່ນ: ບຸນ​ບັ້ງ​ໄຟ ​ເປັນ​ການ​ຂໍ​ຝົນ​ຈາກ​​ເທວະ​ດາຟ້າ​ແຖນ ​ເພື່ອ​ເຮັດ​ໃຫ້​ຊາວນາ​ສາມາດ​ເລີ່​ມການ​ຜະລິດ​ເຂົ້າ. ບຸນ​ຊວງ​ເຮືອ ​ເປັນກນຂອບ​ໃຈ​ເທວະ​ດາ​ຟ້າ​ແຖນ​, ພະຍາ​ນາກ ​ແລະ ​ເບື້ອງບົນ ທີ່​ປະທານ​ປັດ​ໃຈ​ໃນ​ການ​ຜະລິດ ​ແລະ ສ້າງຄວາມ​ມ່ວນ​ຊື່ນ​ໃນ​ການສະ​ເຫຼີມສະຫຼອງ ລະດູ​ການ​ເກັບ​ກ່ຽວທີ່​ຫາກໍ່ສຳ​ເລັດ. ຍັງ​ມີຫຼາຍໆປະ​ເພນີ ​ເຊັ່ນ ບຸນ​ເຂົ້າປະດັບ​ດິນ ​ແລະ ​ເທດສະການ​ອື່ນໆຕິດ​ພັນ​ກັບ​ເຂົ້າລາວ. ກິດຈະກຳ​ດັ່ງກ່າວ ​ເປັນ​ການສະ​ແດງ​ຄວາມ​ສາມັກຄີ, ຮີດຄອງ ​ແລະ ລະດົມ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າມາ​ໃນ​ລາວ ​ເປັນ​ການ​ສ້າງ​ລາຍ​ຮັບ​ໃນ​ແກ່​ທຸລະ​ກິດ​ການທ່ອງ​ທ່ຽວລາວ. ຍັງ​ມີຫຼາຍໆບົດ​ກອນ ​ແລະ ສຽງເພັງແຕ່ງກ່ຽວກັບເຂົ້າ. ສຽງເພັງໜຶ່ງທີ່ຈົດຈຳກໍ່ຄື: ເຢັນສະບາຍຊາວນາ.ທີ່ຮ້ອງໂດຍ ນັກສິນລະປິນດັງລາວ, ທ່ານ ບົວເງິນ ຊາວພູວົງ. ເນື້ອເພັງ ສະແດງການດຳລົງຊີວິດຂອງຊາວນາ ແລະ ສ່ອງແສງວັດຖະນະທຳລາວໄດ້ເປັນຢ່າງດີ.

ການ​ສົ່ງ​ອອກ

ຖ້າ​ຫາກ​ການ​ຜະລິດ​ເຂົ້າລາວ​ມີຫຼາຍ, ການ​ສົ່ງ​ເຂົ້າຄຸນ​ນະພາ​ບອອກ​ສູ່​ຕ່າງປະ​ເທດ ​ເປັນ​ຫົນທາງ​ເພີ່ມ​ລາຍ​ຮັບ​ໃຫ້​ແກ່​ຊາວນາ. ປັດ​ໃຈ​ພື້ນຖານທີ່​ສຳຄັນ​ໃນ​ການ​ຜະລິດ​ເຂົ້າ​ແບບ​ດັ່ງ​ເດີມ​ກໍ່ມີ​​ແຮງ​ງານ​ຄົນ, ແຮງ​ງານຄວາຍ, ທີ່​ດິນ, ນ້ຳ ​ແລະ ​ແນວ​ພັນ​ເຂົ້າ. ການ​ພັກ​ດັນ​ປັດ​ໃຈ​ດັ່ງກ່າວ ​ແລະ ສົ່ງ​ເສີມ​ການ​ຜະລິດ​ທີ່​ມີ​ປະສິດທິ​ຜົນ ບວກ​ກັບ​ການ​ຕະຫຼາດ ຈະ​ເປັນ​ການ​ເຜີຍ​ແຜ່​ເຂົ້າລາວ ​ແລະ ຮີດຄອງ​ຄົນ​ລາວ​ໃນ​ຕ່າງ​ແດນ​ໄປ​ພ້ອມໆກັນ.

ການ​ຜະລິດ​ເຂົ້າ​ແບບ​ຍືນ​ຍົງ ຄວນ​ໄປ​ພ້ອມໆກັນ​ກັບການ​ລະດົມ​ໃຫ້​ປະຊາຊົນ​ຍັງ​ສື​ບຕໍ່​ເຮັດ​ການ​ຜະລິດ. ການ​ຜະລິດ​ເຂົ້າບໍ່​ແມ່ນ​ແຕ່​ປັນຫາ​ປາກ​ທ້ອງ ​ແລະ ລາຍ​ຮັບ ແນ່ນອນ​ເປັນ​ການ​ຮັກສາ​ຮີດຄອງ​ປະ​ເພນີ​ຂອງ​ຊາດ. ຖ້າ​ຫາກ​ມື້​ໃດ​ບໍ່ມີ​ຄົນ​ລາວ​ຜະລິດ​ເຂົ້າ, ອາດ​​ເວົ້າ​ໄດ້​ວ່າ ວັດ​ຖະນະ​ທຳ​ຂອງ​ລາວຫຼາຍສ່ວນ​ອາດ​ສູນຫາຍ​ໄປ​​ເທື່ອລະ​ເລັກ​ນ້ອຍ ຈົນ​ບໍ່ຫຼົງ​ເຫຼືອ​ໃຫ້​ຄົນ​ລຸ້ນຫຼັງ.  ທ່ານເດ່ ປຽບທຽບເຂົ້າຄືກັບຫຍັງ?

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.