Norkhame
ສາວລາວຍອມນຸ່ງສີ້ນຂາດ ສາວລາວຍອມນຸ່ງສີ້ນຂາດ
“ສີ້ນ” ກາຍ​ເປັນ​ປັດ​ໃຈ​ຈຳ​ເປັນ​ ​ແລະ ການສະ​ແດງ​ອອກຂອງ​ແມ່ຍິງ​ລາວ. ຖ້າ​ຈະ​ເວົ້າ​ໃນ​ວົງ​ກວ້າງ, ສີ້ນ​ເປັນ​ສິ່ງ​ສຳຄັນ ສຳລັບ​​​ເອກອ້າງວັດ​ຖະນະ​ທຳ​ລາວ. ດັ່ງນັ້ນ, ​ແມ່ຍິງ​ຈິງ​ການ​ເປັນ​ກຸ່ມ​ຄົນ​ທີ່​ສຳຄັນ​ໃນ​ກາ​ນສ​ະ​ແດງ ​ແລະ ປົກ​ປັກ​ຮັກສາ​ວັດ​ຖະນະ​ທຳ. ທີ່​ສຳນັກງານ ​ແລະ ການ​ເຮັດ​ວຽກຫຼາຍໆຫ້ອງການ​ບໍ່ວ່າ​ຈະ​ເປັນ​ພາກ​ລັດ ​ແລະ ທຸລະ​ກິດ, ການ​ນຸ່ງ​ສີ້ນ​ເປັນ​ຂໍ້ບັງຄັບ​ໃຫ້​ແກ່​ແມ່ຍິງ​ລາວ. ລັກ​ສະ​ນະ​ດັ່ງ​ກ່າງ​ໄດ້​ມີ​ການ​ປະຕິບັດ​ມາ​ຫຼາຍໆຮ້ອຍ​ປີ. ຍ້ອນ​ສີ້ນມີ​ຄວາມໝາຍສຳລັບ​ແມ່ຍິງ ​ແລະ ຄວາມໝາຍອື່ນໆອີກ. ສີ້ນມີ​ມົນ​ຂັງ ​ແລະ ມີ​ຕຳນານ.... ສາວລາວຍອມນຸ່ງສີ້ນຂາດ

“ສີ້ນ” ກາຍ​ເປັນ​ປັດ​ໃຈ​ຈຳ​ເປັນ​ ​ແລະ ການສະ​ແດງ​ອອກຂອງ​ແມ່ຍິງ​ລາວ. ຖ້າ​ຈະ​ເວົ້າ​ໃນ​ວົງ​ກວ້າງ, ສີ້ນ​ເປັນ​ສິ່ງ​ສຳຄັນ ສຳລັບ​​​ເອກອ້າງວັດ​ຖະນະ​ທຳ​ລາວ. ດັ່ງນັ້ນ, ​ແມ່ຍິງ​ຈິງ​ການ​ເປັນ​ກຸ່ມ​ຄົນ​ທີ່​ສຳຄັນ​ໃນ​ກາ​ນສ​ະ​ແດງ ​ແລະ ປົກ​ປັກ​ຮັກສາ​ວັດ​ຖະນະ​ທຳ. ທີ່​ສຳນັກງານ ​ແລະ ການ​ເຮັດ​ວຽກຫຼາຍໆຫ້ອງການ​ບໍ່ວ່າ​ຈະ​ເປັນ​ພາກ​ລັດ ​ແລະ ທຸລະ​ກິດ, ການ​ນຸ່ງ​ສີ້ນ​ເປັນ​ຂໍ້ບັງຄັບ​ໃຫ້​ແກ່​ແມ່ຍິງ​ລາວ. ລັກ​ສະ​ນະ​ດັ່ງ​ກ່າງ​ໄດ້​ມີ​ການ​ປະຕິບັດ​ມາ​ຫຼາຍໆຮ້ອຍ​ປີ. ຍ້ອນ​ສີ້ນມີ​ຄວາມໝາຍສຳລັບ​ແມ່ຍິງ ​ແລະ ຄວາມໝາຍອື່ນໆອີກ.

ສີ້ນມີ​ມົນ​ຂັງ ​ແລະ ມີ​ຕຳນານ. ​

​ໃນ​ສະ​​ໄໝສົງຄາມ​ກູ້​ຊາດ ລູກຜູ້​ຊາຍ​ທີ່​ເປັນ​ທະ​ຫານ ມັກ​ຈະ​ເອົາ​ເສດສີ້ນຂອງ​ແມ່​ຕິດ​ຕົວ. ​ໂດຍ​ສະ​ເພາະສີ້ນທີ່​ໃຊ້​ນຸ່ງ​ຕອນ​ເກີດ​ລູກ​ຍິງ​ຂັງ ​ເພື່ອ​ເປັນ​ຂອງ​ປົກ​ປັກ​ຮັກສາ ​ໃຫ້ລູກ​ຕົນ​ເອງ​ລອດ​ກັບ​ມາ​ບ້ານ. ຍ້ອນ​ຄວາມ​ຮັກ​ຂອງ​ແມ່ຕໍ່ລູກໆ ຈິ່ງ​ເຮັດ​ໃຫ້​ຄົນ​ມີ​ຄວາມ​ເຊື່ອ​ວ່າ ​ພຽງ​ແຕ່​ເສດສີ້ນຂອງ​ແມ່​ຕິດ​ຕົວ​ກໍ່ຈະ​ປົກ​ປັກ​ຮັກສາ ​ໃຫ້​ຕະຫຼອດປອດ​ໄພ. ທີ່​ຂ້າພະ​ເຈົ້າປະ​ທັບ​ໃຈອີກ​ຢ່າງໜື່ງກໍ່ຄືມີ​ສີ້ນ​ເກົ່າ​ແກ່​ຂອງ​ແມ່ ຫຼື ຍ່າ ​ໄດ້​ກາຍ​ເປັນ​ມໍລະດົກ​ຕົກ​ທອດ​ມາ​ຮອດ ລູກ​ຍິງຫຼາຍໆລຸ້ນ ຫຼື ນຳ​ເອົາ​ລາຍ​ມາ​ຜະລິດ​ໄໝ່. ບາງ​ຄົນ​ຍອມຕາບ​ສີ້ນ​ເກົ່າ​ແກ່​ເພື່ອ​ນຸ່ງ​ອອກ​ງານ​ຍັງ​ມີ.

ສີ້ນສະ​ແດງ​ວັດ​ຖະນະ​ທຳ​ຊົນ​ເຜົ່າ

ຫຼາຍໆວັດ​ຖະນະ​ທຳ ຂອງ​ຊົດ​ຊາດ ​ລາວ​ລຸ່ມ​ໄດ້​ມີ​ການ​ຕໍ່າສີ້ນ​ໃນ​ເຂດ​ບ້ານ​ຂອງ​ຕົນ​ເອງ. ​ເນື່ອງ​ຈາກ​ວັດ​ຖະນະ​ທຳ​ການ ນຸ່ງ​ເຄື່ອງ​ຂອງຫຼາຍໆຊົນ​ເຜົ່າ​ມີສີ-ສັນສະ​ເພາະ​ຕົວ ຈິ່ງ​ເຮັດ​ໃຫ້ ​ແຕ່ລະ​ເຂດ​ມີ​ການສະ​ແດງອອກ​ຜ່ານ​ການ​ຜະລິດ​ສີ້ນອອກ​ມາ​ໄດ້​ແບບ​ມີ​ສິນລະປະ. ​ສີ້ນ ສະ​ແດງ​ລັກສະນະ​ຂອງ​ຊົນ​ເຜົ່າ ​ແຕ່​ບໍ່​ໄດ້​ຈຳກັດ​ການ​ຊົມ​ໃຊ້​ໃນ​ແຕ່​ກຸ່ມ. ​ແມ່ຍິງ​ຫຼາຍຊົນ​ຊາດສາມາດ​ປະຍຸກ ​ແລະ ມັກ​ຊອກ​ສິ່ງ​ແປກ​ໄໝ່ມາ​ນຸ່ງ​ເພື່ອ​ອວດ​ຄວາມ​ງາມ​ຂອງ​ສີ້ນ ​ໃນ​ແຕ່​ລະ​ວັນ.

ສີ້ນ​ເປັນ​ສິນຄ້າ​ເພື່ອ​ຊີວິດ  

ບໍ່​ແມ່ນ​ຫຼົງຊາດ​ຕົນ​ເອງ, ​ແຕ່​ຫັດຖະກຳ​ຕໍ່າສີ້ນດ້ວຍ​ມືນັ້ນ ປາ​ນີດ ​ແລະ ມີ​ການ​ນຳ​ໃຊ້​ການຄົ້ນຄິດ​ສູງ. ສັບ​ສິນ​ທາງ​ປັນຍາ​ດັ່ງກ່າວ​ໄດ້​ກາຍ​ເປັນ​ສິນຄ້າ​ຮັບ​ໃຊ້​​ແມ່ຍິງ​ຫຼາຍໆລ້ານ​ໃນ​ລາວ ​ແລະ ຍັງ​ຖືກ​ນຳ​ໃຊ້​ໄປ​​ແປ​ຮູບ​ເປັນ​ເຄື່ອງນຳ​ໃຊ້​ຫຼາຍໆ​ແບບ. ​ເຊັ່ນ: ມີຄັ້ງນຶ່ງ​ເຄີຍ​ເຫັນ ຊາວ​ຍີ່ປຸ່ນ​ໄດ້​ສົ່ງ​ເສີມ​ການ​ຜະລິດ ​ແລະ ນຳ​ໃຊ້​ໃຍ​ໄໝ​ເຂົ້າມາ​ຜະລິດ​ຊຸດ​ປະຈຳ​ຊາດ​ຍີ່ປຸ່ນ “ກິ​ໂມ​ໂນ”. ຖ້າ​ປະກົດ​ການ​ດັ່ງກ່າວ​ນີ້ມີ​ຫຼາຍຂື້ນ ຈະ​ເປັນ​ການ​ກະ​ຕຸ້ນ ການ​ຜະລິດ​​ແລະ ສົ່ງ​ອອກ ສ້າງ​ລາຍ​ຮັບ​ໃຫ້​ແກ່ປະຊາຊົນ​ໃນ​ຫຼາຍ​ເຂດ​ທ້ອງ​ຖີ່​ນ.

ແຕ່ການຜະລິດສີ້ນັ້ນບໍ່ແມ່ນງ່າຍ. ຕ້ອງໄດ້ໃຊ້ເວລາ ແລະ ເສັ້ນໄໝທີ່ດີ ເພື່ອສ້າງຄຸນນະພາບໃຫ້ແກ່ສີ້ນ. ຍ້ອນແນວນັ້ນ ຈິ່ງເຮັດໃຫ້ລາຄາສີ້ນນັ້ນແພງຫຼາຍ ຖ້າທຽບກັບລາຍຮັບຂອງແມ່ຍິງ. ຕໍ່ມາສີ້ນຈິ່ງມັກກາຍເປັນຂອງຂັວນແກ່ແຟນສາວ, ແມ່, ຫຼື ແມ່ຍິງຄົນສຳຄັນ. ການເລືອກສີ້ນທີ່ມີຄຸນນະພາບສູງ (ແນ່ນອນ ລາຄາກໍ່ຕ້ອງສູງ) ເປັນການສະແດງຄວາມນັບຖື ແລະ ຮັກແພງແກ່ແມ່ຍິງລາວ. ເຮົາຄວນປົກປັກ ແລະ ຮັກສາວັດຖະນະທຳດີໆແບບນີ້ນຳກັນເທາະ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.