Norkhame
ຄົນຈົນ, ແຕ່ບໍ່ຈົນຫົນທາງ ຄົນຈົນ, ແຕ່ບໍ່ຈົນຫົນທາງ
ມັກສຸພາສິດສອງປະໂຫຍກທີ່ວ່າ “ເລືອກເກີດບໍ່ໄດ້, ແຕ່ເລືອກທາງເດີນໄດ້” ແລະ “ເຮັດໃນ ສິ່ງທີ່ຮັກ, ແລ້ວຈະຮັກໃນສິ່ງທີ່ເຮັດ”. ສອງຢ່າງນີ້ເຮັດໃຫ້ຂ້າພະເຈົ້າໄດ້ຮຽນພາສາ ແລະ ສາມາດນຳໃຊ້ພາສາຕ່າງປະເທດລະດັບໃດໜຶ່ງ. ເຖິງຈະບໍ່ຄ່ອຍມີເງິນຈ້າງຮຽນພາສາອັງກິດພິເສດຄືຄົນອື່ນ, ຕົນເອງກໍ່ໄດ້ຊອກຫາວິທີ ໃນການເຂົ້າໃຈພາສາອັງກິດ ແລະ ຊອກສິ່ງທີ່ເຮັດໃຫ້ຕົນເອງມີຄວາມສຸກທີ່ສຸດໃນການຮຽນ. ສຽງເພັງພາສາອັງກິດ ເປັນແຮງບັນດານ ໃຈ ອັນໜຶ່ງ ໃຫ້ຕົນເອງໄດ້ຮຽນພາສາ. ເພາະຢາກຮູ້ວ່າ ເພັງທີ່ເຮົາມັກນັ້ນມີຄວາມໝາຍແນວໃດ ແລະ ເຂົາເຈົ້າເວົ້າຫຍັງ?... ຄົນຈົນ, ແຕ່ບໍ່ຈົນຫົນທາງ

ມັກສຸພາສິດສອງປະໂຫຍກທີ່ວ່າ “ເລືອກເກີດບໍ່ໄດ້, ແຕ່ເລືອກທາງເດີນໄດ້” ແລະ “ເຮັດໃນ ສິ່ງທີ່ຮັກ, ແລ້ວຈະຮັກໃນສິ່ງທີ່ເຮັດ”. ສອງຢ່າງນີ້ເຮັດໃຫ້ຂ້າພະເຈົ້າໄດ້ຮຽນພາສາ ແລະ ສາມາດນຳໃຊ້ພາສາຕ່າງປະເທດລະດັບໃດໜຶ່ງ.

ເຖິງຈະບໍ່ຄ່ອຍມີເງິນຈ້າງຮຽນພາສາອັງກິດພິເສດຄືຄົນອື່ນ, ຕົນເອງກໍ່ໄດ້ຊອກຫາວິທີ ໃນການເຂົ້າໃຈພາສາອັງກິດ ແລະ ຊອກສິ່ງທີ່ເຮັດໃຫ້ຕົນເອງມີຄວາມສຸກທີ່ສຸດໃນການຮຽນ. ສຽງເພັງພາສາອັງກິດ ເປັນແຮງບັນດານ ໃຈ ອັນໜຶ່ງ ໃຫ້ຕົນເອງໄດ້ຮຽນພາສາ. ເພາະຢາກຮູ້ວ່າ ເພັງທີ່ເຮົາມັກນັ້ນມີຄວາມໝາຍແນວໃດ ແລະ ເຂົາເຈົ້າເວົ້າຫຍັງ? ໄດ້ໃຊ້ສຽງເພັງ ໃຫ້ຕົນເອງມີການ ພັດທະນາພາສາມາຕະຫຼອດ. ຈົນຮອດສ້າງໃຫ້ເຂົ້າໃຈ ການສົນທະນາ ໃນຂົງເຂດ ວຽກ ງານທີ່ຕົນເອງສົນໃຈ.

ສິ່ງທີ່ຈະເວົ້າຕໍ່ໄປນີ້, ກະອາດບໍ່ແມ່ນເຕັກນິກທີ່ດີທີ່ສຸດ ໃນການຮຽນພາສາຕ່າງປະເທດ ແຕ່ເປັນ ສິ່ງທີ່ຂ້າພະເຈົ້າໃຊ້ໄດ້ຜົນກັບການຮຽນພາສາອັງກິດ ແລະ ພາສາຕ່າງປະທດອື່ນໆ. ບໍ່ວ່າໃຊ້ວິທີໃດ, ການພັດທະນາພາສາຕ້ອງການ ຄວາມສະໜໍ່າສະເໜີ, ການເຝິກແອບ, ການໃຊ້ຕົວຈິງ ແລະ ການສ້າງຄວາມຄຸ້ນເຄີຍກັບພາສານັ້ນໆ. ຂ້າພະເຈົ້າຄິດວ່າ ສຽງເພັງຊ່ວຍພັດທະນາພາສາອັງກິດ ໄດ້ໃນຂົງເຂດ:
1. ເຝິກການອອກສຽງ
ເນື່ອງຈາກບໍ່ມີຄົນມາບອກວິທີອ່ານ, ສະນັ້ນ ຈິ່ງຝັງເພັງ ແລ້ວພະຍາຍາມເວົ້າຕາມຫຼັງນັກຮ້ອງ ຫຼື ເວົ້າພ້ອມໆເນື້ອເພັງ. ໂດຍລວມແລ້ວບໍ່ເຂົ້າໃຈຄວາມໝາຍຂອງເພັງວ່າຫຍັງ? ແຕ່ເລືອກເອົາເພັງ ຊ້າໆ ແລະ ອອກສຽງແຈ້ງໆມາຝັງກ່ອນ. ຕອນເລີ່ມຕົ້ນກໍ່ມີເພັງໄວໆທີ່ມັກ ແຕ່ເວລາເອົາມາຮ້ອງແລ້ວ ນຳບໍ່ທັນ ແລະ ຮູ້ສຶກເຂີນຕົນເອງ ທີ່ເວົ້ານຳບໍ່ທັນ. ກະເລີຍເອົາເພັງຊ້າໆເພາະຈະໄດ້ດັດສຽງໄປນໍາ. ຈາກນັ້ນກໍ່ເພີ່ມຄວາມໄວຂອງເພັງຂື້ນ. ແຕ່ພົບວ່າ ເນື້ອໃນຂອງເພັງຊ້າໆນັ້ນສ່ວນໃຫຍ່ ຈະເປັນເພັງ ທີ່ຜິດຫວັງ, ເສຍໃຈ, ອົກຫັກຈາກຄວາມຮັກ, ຫຼື ບັນຍາຍຄວາມຮັກອຳມະຕະ. ດັ່ງທີ່ໄດ້ເອົາອອກສູ່ສາຍຕາບັນດາທ່ານນັ້ນ ກໍ່ຄິດວ່າເອົາເພັງຊ້າໆກ່ອນ ເພື່ອວ່າຫຼາຍໆຄົນທີ່ເລີ່ມຕົ້ນ ແລະ ມີລະດັບປານກາງອາດຈະກະຕຸ້ນໃຫ້ມີການຮຽນພາສາ ແລະ ເຝິກສຽງໃຫ້ຄືກັບຄົນເຂົາເຈົ້າ. ຕໍ່ໄປຈະມີເພັງ ໄວປານກາງ ແລະ ໄວ້ໆໃຫ້ໄດ້ທົດສອບຄວາມເກັ່ງພາສາອັງກິດ. ໂດຍສ່ວນຕົວແລ້ວມັກຫຼາຍແບບ ແລ້ວແຕ່ທຳນອງ.
2. ມີຄວາມຢາກຮຽນຫຼາຍຂື້ນ
ເນື່ອງຈາກແຕ່ລະເພັງຈະມີແນວແປກໃໝ່. ເຊັ່ນ ມີການເປັ່ງສຽງ ແລະ ການຖ່າຍທອດອາລົມທີ່ແຕກຕ່າງ. ຕອນທຳອິດເລຶອກເອົາເພັງ ຂອງ ນາງ ເຊລີນ ດີອອນ (Celine Dion) ເຊິ່ງຮ້ອງເພັງຊື່ “The power of love”. ມີການແປຜິດພາດໃນຄັ້ງທຳອີດ. ຫຼາຍປີຈິ່ງຮູ້. ເນື່ອງຈາກ ຄຳວ່າ: ພະລັງ (power) ແລະ ແປ້ງ (powder) ເປັນຄຳທີ່ໃກ້ໆກັນ ແລະ ຕອນທຳອິດແປວ່າ: ແປ້ງແຫ່ງຄວາມຮັກ. ຕໍ່ມາຫຼາຍປີ ເວລາພາສາພັດທະນາຂື້ນຈິ່ງຮູ້ວ່າເຮົາແປຜິດລະໃດ. ເພັງນັ້ນແມ່ນ: “ພະລັງແຫ່ງຄວາມຮັກ” ບໍ່ແມ່ນ “ແປ້ງແຫ່ງຄວາມຮັກ”. ກະຍ້ອນມັກທຳນອງ, ຢາກຮູ້ວ່າເພັງແປວ່າແນວໃດ ກໍ່ເລີຍໃຊ້ເວລາກັບການເຝິກສຽງ ແລະ ແປຄຳສັບ ທຸກໆຕົວ. ແລ້ວເບິ່ງຄວາມໝາຍລວມຂອງປະໂຫຍກ. ຕໍ່ມາກໍ່ໄດ້ຊື້ປື້ມຫຼັກໄວຍາກອນຫົວຖືກໆ, ແລະ ກະແຊັດ ເປັນໂຫຼ ເພື່ອໄວ້ອັດເພັງ ນຳວິທະຍຸທີ່ບາງຄັ້ງ ຈະມີອອກເປັນອັງກິດ. ແຕ່ຕອນນັ້ນບໍ່ມີອິນເຕີເນັດ, ດັ່ງນັ້ນ ແຕ່ລະມື້ແມ່ນນັ່ງຖ້າລາຍການເພັງພາສາອັງກິດອອກ ແລ້ວຈະອັດໝົດທຸກໆເພັງ.
3. ມີໂອກາດໃຊ້ພາສາ ເປັນປະຈຳ ຫຼາຍຂື້ນ
ເຖິງຈະບໍ່ໄດ້ເຂົ້າຮຽນ, ເຈີ້ຄົນເຈົ້າຂອງພາສາໃນແຕ່ລະວັນ ແຕ່ກໍ່ມີການໃກ້ຊິດກັບພາສາເປັນປະຈຳ. ຈາກການເຝິກຮ້ອງປະຈຳວັນ ແບບບໍ່ມີວັນອິດເມື່ອຍ ເພາະມັກ. ຈົນເຮັດໃຫ້ລື້ງກັບການອອກສຽງ ແລະ ຈັບສຽງຕ່າງປະເທດໄດ້ດີຂື້ນ ໂດຍສະເພາະແມ່ນການໃຊ້ສັບພາສາໃນສຽງເພັງ. ຂ້າພະເຈົ້າຄິດວ່າ ຄັນມີໂຮງຮຽນໃຫ້ຮຽນລ້າໆກໍ່ຄົງຈະບໍ່ເຂົ້າ ເພາະບໍ່ມັກ. ສິ່ງທີ່ເພີ່ນເອົາໃຫ້ອ່ານ ບໍ່ມີແຮງດຶງດູດໃຈຄືກັບສຽງເພັງ.
4. ເຂົ້າຫາແຫຼ່ງສຽງອື່ນໆໄດ້ງ່າຍຂື້ນ
ນອກຈາກສຽງເພັງແລ້ວ, ຍັງມີອັນອື່ນທີ່ເປັນພາສາອັງກິດ. ໜັງ, ຂ່າວ ແລະ ການສົນທະນາທາງວິທະຍຸນັ້ນ ມີຜົນກະທົບໃນການພັດທະນາພາສາຕ່າງປະເທດຫຼາຍ. ໃນປະຈຸບັນນີ້ ທ່ານສາມາດຝັງສຽງພາສາຕ່າງປະເທດ ຂອງດາລາ, ນັກຮ້ອງ, ຫຼື ຄົນທີ່ທ່ານມັກໄດ້ຕາມການສົນທະນາຜ່ານທາງອິນເຕີເນັດ. ສຳລັບຂ້າພະເຈົ້າແລ້ວ ສຽງເພັງເປັນຈຸດເລີ່ມຕົ້ນ ໃນການເຂົ້າໃຈພາສາ ແລະ ຕໍ່ມາຈະເຂົ້າໃຈບັນຫາທີ່ເປັນພາສາການເມື່ອງ ແລະ ບັນຫາສັງຄົມຕ່າງໆເປັນພາສາອັງກິດ ດ້ວຍການຝັງຫຼາຍຫຼາຍສື່ທາງອິນເຕີເນັດ.

ຄຳເນາະນຳລວມໆໃນການຮຽນພາສາຄື: ຊອກອ່ານ, ຝັງ, ແລະ ສົນທະນາຫົວຂໍ້ທີ່ທ່ານມັກ. ເຊັ່ນເຫັນຜູ້ຊາຍຫຼາຍຄົນອາດມັກເຕາະບານ, ຕີມວຍ ຫຼື ຕ່າງໆ. ແລ້ວທ່ານຄວນອ່ານເປັນພາສາຕ່າງປະເທດເລີຍ ເພື່ອເຝິກ. ສະເພາະທ່ານຍິງ ອາດຈະມັກເລື່ອງແຕ່ງກີນ, ແຕ່ງກາຍ, ຫຼື ການລ້ຽງລູກ. ທ່ານກໍ່ຄວນໃຊ້ເວລາສຶກສາໃນຂົງເຂດນີ້. ທີ່ສຳຄັນ, ຫາກມີເງິນພໍຈ່າຍຮຽນເພີ່ມ ຫຼື ເຂົ້າຫຼັກສູດພິເສດ ແລ້ວກໍ່ສົ່ງເສີມ.

ແນ່ນອນ, ຂ້າພະເຈົ້າກໍ່ເລັ່ງເຫັນ ລະບົບການສຶກສາມີຄວາມສຳຄັນຫຼາຍ. ວຽກງານນີ້ທາງພາກລັດ ແລະ ອົງການຈັດຕັ້ງສາກົນ ກໍ່ໄດ້ເຮັດວຽກບໍ່ແມ່ນງ່າຍໃນການປະສານງານດ້ານການ ອອກແບບ ຫຼັກສູດສິດສອນ, ການເຝິກອາຈານ, ການຈັດສັນງົບປະມານ. ແຕ່ຄວາມຢາກໄດ້ຂອງນັກຮຽນ ແລະ ການພັກດັນຂອງຄອບ ຄົວທີ່ເປັນພໍ່ແມ່ນນັ້ນສຳຄັນຫຼາຍ.

ຕອນນີ້ກໍ່ຮຽນພາສາເພີ່ມເຕີມອີກແລະ ເພັງທີ່ຝາກໄວ້ໃນມື້ນີ້ ເປັນເພັງພາສາ ສະເປນ (Spanish) ເປັນເພັງທີ່ ແຕ່ງຂື້ນ ຈາກນັກແຕ່ງເພັງ ຄົນ ປູແອໂຕຣິກັ້ນ ແລະ ຮ້ອງໂດຍ ນາງ ຄີ້ດສຕິນ໋າ ອາກີເຮລ້າ ຊື່ເພັງວ່າ: “ແຕ່…ຂ້ອຍຍັງຈື່ເຈົ້າໄດ້” (Pero Me Acuero De Ti). ເຊິ່ງແນ່ນອນກໍ່ບໍ່ເຂົ້າໃຈຕອນທຳອິດວ່າແມ່ນຫຍັງ? ບາດຕໍ່ມາເວລາມາແປແລ້ວ ເປັນເພັງທີ່ເສົ້າຫຼາຍ. ນາງ ບັນຍາຍຄວາມເຈັບປວດທຸກໆຄັ້ງທີ່ລາວຫວນກັບ ຄິດເລື່ອງກັບແຝນເກົ່າ ເຖິ່ງວ່າຈະແຕ່ງງານກັບຄົນໃນຝັນກໍ່ຕາມ. ແຕ່ບາດແຜທີ່ເຄີຍມີນັ້ນ ປົວແປງບໍ່ໄດ້. ເຮັດໃຫ້ລາວເສົ້າທຸກໆຄັ້ງ.

ທີ່ເລືອກເພັງນີ້ ກໍ່ຢາກສະແດງໃຫ້ເຫັນວ່າ: ຂ້າພະເຈົ້າບໍ່ສາມາດ ກະຕຸ້ນໃຫ້ທາງລັດຖະບານ ສ້າງຫຼັກສູດ ພາສາສະເປນໃຫ້, ຫຼື ສົ່ງເສີມໃຫ້ມີອາຈານສອນ ເພື່ອເຮັດໃຫ້ຕົນເອງໄດ້ມີໂອກາດຮຽນພາສາ ສະເປນ. ແຕ່ກໍ່ຍ້ອນຄວາມມັກ ແລະ ຮັກໃນສິ່ງທີ່ຕົນເອງສົນໃຈ ຈິ່ງໃຊ້ເວລາຮຽນ. ແນ່ນອນ, ທ່ານໃດທີ່ເຫັນຫົວຂໍ້ນີ້ ກໍ່ຄົງຈະເດົາອອກວ່າ ການທີ່ເຮົາບໍ່ໄດ້ພາສາ ໃດໜຶ່ງທີ່ ແນ່ນອນນັ້ນ ແມ່ນຍ້ອນຫຍັງ?

ສາຍເຫດຕໍ່ມາທີ່ເລືອກເພັງນີ້ ກໍ່ຕິດພັນກັບຊີວິດຂອງຄົນເຮົາຫຼາຍ. ເປັນເພັງທີ່ສື່ສະພາບຕົວຈິງ ຂອງຄົນຫຼາຍໆມູມໂລກ. ຈະເຮັດແນວໃດດີຫາກແຝນເຮົາຍັງຄິດຮອດແຝນເກົ່າ. ຈະຊ່ວຍ ເຂົາເຈົ້າແນວໃດ? ທ່ານ ອາດຈະຢາກມີຄຳເຫັນໃນຈຸດນີ້ ນອກເໜືອຈາກ ເຕັກນິກການ ຮຽນພາສາກໍ່ບໍ່ວ່າກັນເດີ.

ທ່ານສາມາດອ່ານເນື້ອເພັງໄດ້ທີ່ ວີດີໂອລຸ່ມນີ້:

ແຕ່…ຍັງຈື່ເຈົ້າໄດ້ເຊື່ອບໍ່ວ່າ: ທ່ານສາມາດຮຽນພາສາຫັຍງກໍ່ໄດ້. ລອງເບິ່ງຫົວຂໍ້ນີ້ http://bit.ly/1o158Up ແລ້ວຊ່ວຍບອກແດ່ເພັງນີ້ເປັນແນວໃດ? ທ່ານຈະເຮັດແນວໃດ ຖ້າທ່ານຕົກໃນສະພາບຄືກັນກັບເພັງ…:-)

Posted by ນໍຄຳ NorKhame on Monday, March 21, 2016

 

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.