ຊອກຫາງານ ຊອກຫາງານ
ຫຼັງຈົບຈາກການສຶກສາ, ວຽກເຮັດເປັນອີກສິ່ງໜື່ງພໍ່ແມ່ຕ້ອງໄດ້ຊ່ວຍກັນຊອກຫາໃຫ້ແກ່ລູກໆ. ການມີວຽກເຮັດມີຄວາມສຳຄັນບໍ່ສະເພາະແຕ່ບຸກຄົນເທົ່ານັ້ນ, ຫາກຍັງສຳຄັນຕໍ່ຄວາມໜັ້ນຄົງເສດຖະກິດຂອງຊາດ ແລະ ການພັດທະນາຊັບພະຍາກອນມະນຸດ. ຫາກນັກຮຽນຈົບມາບໍ່ມີວຽກເຮັດ, ກໍ່ຈະເຮັດໃຫ້ບໍ່ມີໂອກາດສະແດງຄວາມສາມາດຂອງຕົນເອງຫຼັງຈາກຈົບ. ມີການຄົ້ນພົບວ່າ: ຫາກບໍ່ໄດ້ໃຊ້ຄວາມຮູ້ທີ່ຮຽນຈົບມາໃໝ່ໆແລ້ວ, ກໍ່ຈະບໍ່ມີການພັດທະນາທັກສະທີ່ຕົນເອງໄດ້ຮຽນມາ ແລະ ອາດຈະເຮັດໃຫ້ ຄົນຫຼ້າຫຼັງດ້ານຄວາມຄິດ. ຫາກຄົນໃນປະເທດບໍ່ມີວຽກເຮັດຫຼາຍຂື້ນ, ນັ້ນກໍ່ເປັນການສະແດງວ່າເສດຖະກິດບໍ່ມີການຂະຫຍາຍຕົວ ຫຼື ຕົກໃນສະພາວະຂັດສົນ. ເມື່ອບໍ່ມີການຈ້າງງານ, ກໍ່ຈະເຮັດໃຫ້ຄົນເຮົາບໍ່ມີລາຍຮັບທີ່ຈະລ້ຽງຊີບຕົນເອງ ແລະ ຫາກຫຼາຍໆຄົນໃນປະເທດເປັນແນວນີ້, ມັນກໍ່ຈະເຮັດໃຫ້ສັງຄົມເກີດມີຄວາມທຸກຈົນຫຼາຍຂື້ນ. ການສ້າງເຄື່ອຄ່າຍຄົນຮູ້ຈັກ... ຊອກຫາງານ

ຫຼັງຈົບຈາກການສຶກສາ, ວຽກເຮັດເປັນອີກສິ່ງໜື່ງພໍ່ແມ່ຕ້ອງໄດ້ຊ່ວຍກັນຊອກຫາໃຫ້ແກ່ລູກໆ. ການມີວຽກເຮັດມີຄວາມສຳຄັນບໍ່ສະເພາະແຕ່ບຸກຄົນເທົ່ານັ້ນ, ຫາກຍັງສຳຄັນຕໍ່ຄວາມໜັ້ນຄົງເສດຖະກິດຂອງຊາດ ແລະ ການພັດທະນາຊັບພະຍາກອນມະນຸດ. ຫາກນັກຮຽນຈົບມາບໍ່ມີວຽກເຮັດ, ກໍ່ຈະເຮັດໃຫ້ບໍ່ມີໂອກາດສະແດງຄວາມສາມາດຂອງຕົນເອງຫຼັງຈາກຈົບ. ມີການຄົ້ນພົບວ່າ: ຫາກບໍ່ໄດ້ໃຊ້ຄວາມຮູ້ທີ່ຮຽນຈົບມາໃໝ່ໆແລ້ວ, ກໍ່ຈະບໍ່ມີການພັດທະນາທັກສະທີ່ຕົນເອງໄດ້ຮຽນມາ ແລະ ອາດຈະເຮັດໃຫ້ ຄົນຫຼ້າຫຼັງດ້ານຄວາມຄິດ. ຫາກຄົນໃນປະເທດບໍ່ມີວຽກເຮັດຫຼາຍຂື້ນ, ນັ້ນກໍ່ເປັນການສະແດງວ່າເສດຖະກິດບໍ່ມີການຂະຫຍາຍຕົວ ຫຼື ຕົກໃນສະພາວະຂັດສົນ. ເມື່ອບໍ່ມີການຈ້າງງານ, ກໍ່ຈະເຮັດໃຫ້ຄົນເຮົາບໍ່ມີລາຍຮັບທີ່ຈະລ້ຽງຊີບຕົນເອງ ແລະ ຫາກຫຼາຍໆຄົນໃນປະເທດເປັນແນວນີ້, ມັນກໍ່ຈະເຮັດໃຫ້ສັງຄົມເກີດມີຄວາມທຸກຈົນຫຼາຍຂື້ນ.

ການສ້າງເຄື່ອຄ່າຍຄົນຮູ້ຈັກ ເປັນວິທີໜຶ່ງທີ່ຈະເຮັດໃຫ້ໄດ້ວຽກທີ່ຢາກເຮັດ. ເຖິງວ່າປະເທດລາວຈະມີການຂະຫຍາຍຕົວທາງດ້ານເສດຖະກິດ, ແຕ່ໂດຍລວມແລ້ວຍັງເປັນເສດຖະກິດທີ່ມີຂະໜາດນ້ອຍເມື່ອທຽບໃສ່ພາກພື້ນ ແລະ ລະດັບທະວີບ. ສຳລັບນັກຮຽນແລ້ວ, ກໍ່ມີຂີດຈຳກັດໃນການເຂົ້າຫາກຸ່ມຄົນໃນຫຼາກຫຼາຍວົງການ. ພໍ່ແມ່ ແລະ ຍາດຕິພີ່ນ້ອງຈິ່ງເປັນຫົນທາງໜຶ່ງທີ່ຈະເຮັດໃຫ້ຕົນເອງເຂົ້າເຮັດວຽກໄດ້. ບົນພື້ນຖານວ່າ: ພະນັກງານທີ່ຖືກຮັບເຂົ້າ ຍ້ອນການຮູ້ຈັກຂອງຄົນພາຍໃນ ອາດເປັນຜົນເສຍຕໍ່ອົງກອນ ຫາກພະນັກງານ ບໍ່ມີຄຸນນະພາບຫຼາຍພໍ. ທັງຍັງຈະເປັນການທ່ວງດືງຄວາມສາມາດຂອງຄົນອື່ນ, ທີມງານ ແລະ ອົງກອນ. ຫາກຕົກໃນກໍລະນີພໍ່ແມ່ຫາວຽກໃຫ້ເຮັດ, ກໍ່ອາດເຮັດໃຫ້ຕົນເອງໄດ້ເຮັດວຽກທີ່ບໍ່ມັກປານໃດ. ແຕ່ກະຕ້ອງໄດ້ທົນໆເຮັດໄປ. ຄວາມຕັ້ງໃຈ ແລະ ໃສ່ໃຈຂອງພະນັກງານຂື້ນກັບຄວາມມັກຮັກໃນໜ້າວຽກຂອງພະນັກງານຄົນນັ້ນໆ. ເມື່ອໃດໄດ້ພະນັກງານທີ່ບໍ່ເຕັມທີ່ກັບໜ້າວຽກ, ກໍ່ຈະສົ່ງຜົນກະທົບຕໍ່ປະສິດທິຜົນຂອງວຽກງານ ອາດບໍ່ເປັນໄປຕາມເປົ້າໝາຍ. ອີກຄວາມໝາຍໜຶ່ງ ເປັນການທ່ວງດືງບໍ່ໃຫ້ຄົນອື່ນທີ່ມີຄວາມສາມາດ ແລະ ຢາກເຮັດໄດ້ເຮັດໃນສິ່ງທີ່ມັກ.

ສຳລັບຄົນທີ່ບໍ່ມີເສັ້ນສາຍໃນການສະໜັກວຽກງານ, ກໍ່ຈຳເປັນຕ້ອງໄດ້ບຸກບືນສ້າງໂອກາດໃຫ້ແກ່ຕົນເອງ. ເຕັກນິກການສະໝັກງານ ນັບແຕ່ການຂຽນປະຫວັດ, ທັດສະນະໃນການປາກເວົ້າ ແລະ ນຸ່ງຖື ຊ່ວງການສຳພາດ ຕ້ອງໄດ້ຝຶກ. ຮູບແບບການສະໜັກວຽກດັ່ງກ່າວ ຈະເຮັດໃຫ້ອົງກອນມີສິດເລືອກຄົນທີ່ເໜາະສົມກັບຕໍ່າແໜ່ງທີ່ບໍລິສັດຕ້ອງການ. ໃນປະຈຸບັນ, ການລົງທຶນຕ່າງຊາດໄດ້ສ້າງວຽກເຮັດງານທຳໃຫ້ແກ່ຄົນລາວເຮົາ. ຫາກມີໂອກາດໄດ້ເຮັດວຽກນຳຄົນເຫຼົ່ານັ້ນ, ກໍ່ມີໂອກາດໃນການແລກປ່ຽນບົດຮຽນ, ຮໍ່າຮຽນເອົາຮູບແບບການຄົ້ນຄິດຂອງຄົນຫຼາກຫຼາຍວັດທະນະທຳ, ພັດທະນາທັກສະພາສາຕ່າງປະເທດ, ແລະ ຮຽນຮູ້ວິທີເຮັດວຽກແບບໃໝ່ໆ.

ການເຮັດວຽກນຳບໍລິສັດພາຍໃນ, ບໍລິສັດຕ່າງຊາດ, ອົງການຈັດຕັ້ງສາກົນ ຫຼື ອົງການຈັດຕັ້ງຂອງລັດ ຕ່າງກໍ່ມີຈຸດດີ ແລະ ອ່ອນແຕກ ຕ່າງກັນ. ເພື່ອໃຫ້ສາມາດຕັດສິນໃຈວ່າ ຈະເຮັດນຳອົງກອນໃດ, ທ່ານຄວນມາທົບທວນເປົ້າໝາຍໃນການເຮັດວຽກແມ່ນຫຍັງກັນແທ້? ຫາກທ່ານຕ້ອງການສ້າງສິ່ງປະດິດ ຫຼື ໃຫ້ບໍລິການ, ເຮັດວຽກນຳທຸລະກິດຈະເໜາະສົມກວ່າ. ສຳລັບພາກລັດ, ຈະແມ່ນສະເພາະການເຮັດວຽກຂັ້ນມະຫາພາກ, ເປັນຕົ້ນສ້າງນະໂຍບາຍ ແລະ ການຄຸ້ມຄອງລະບົບບໍລິຫານພາກລັດ. ອົງການຈັດຕັ້ງສາກົນ ຈະມັກມີວຽກການພັດທະນາຊຸມຊົນ ແລະ ໂຄງການຮ່ວມມືພັດທະນາກັບຫຼາຍຝ່າຍ.

ການສ້າງທຸະລກິດຕົນເອງ, ເປັນຫົນທາງການສ້າງວຽກໃຫ້ແກ່ຕົນເອງ. ຂະໜາດ ແລະ ປະເພດຂອງການລົງທຶນສຳຄັນ. ຫາກທ່ານບໍ່ມີພື້ນຖານທຸລະກິດມາກ່ອນ, ກໍ່ຈະຕ້ອງໄດ້ຮໍ່າຮຽນການເຮັດທຸລະກິດຕົວຈິງ. ເງິນທຶນສຳລັບການເຮັດທຸລະກິດກາຍເປັນປັດໃຈໃຫຍ່ທີ່ກີດຂວງ ການສ້າງທຸລະກິດຕົນເອງ ໃນ ສ ປ ປ ລາວ ກໍ່ຄືບັນດາປະເທດດ້ອຍພັດທະນາອື່ນໆ. ບັນດາອົງການລັດຂອງບັນດາປະເທດພັດທະນາໄດ້ສ້າງການສະໜັບ ສະໜູນແກ່ ກຸ່ມທີ່ຕ້ອງການສ້າງທຸລະກິດຕົນເອງ. ເຂົາເຈົ້າ ບໍ່ພຽງແຕ່ຈະໄດ້ຮັບງົບປະມານໃນການລົງທຶນ, ຫາກຍັງໄດ້ຮັບຄຳແນະນຳ ໃນການເຮັດທຸລະກິດຕົວຈິງ. ໝາກຜົນຂອງການສະໜັບສະໜູນກໍ່ເພື່ອເຮັດໃຫ້ຄົນມີລາຍຮັບ, ໄດ້ນຳໃຊ້ຄວາມຄິດສ້າງສັນ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ທຸລະກິດ ປະເທດຂອງຕົນເອງ.

ບໍ່ສະເພາະແຕ່ປະເທດດ້ອຍພັດທະນາ, ການສ້າງວຽກເຮັດໃຫ້ແກ່ຄົນພາຍໃນປະເທດຍັງເປັນສິ່ງທ້າທາຍສຳລັບປະເທດພັດທະນາແລ້ວ ເປັນຕົ້ນແມ່ນ ປະເທດ ຟີນແລນ. ປະຈຸບັນມີຄົນໄວໜຸ່ມເລືອກທີ່ຈະອອກໄປເຮັດວຽກທີ່ຕ່າງປະເທດ. ເພາະມີວຽກທີ່ໜ້າສົນໃຈຫຼາຍກວ່າ. ເຮັດໃຫ້ປະເທດເກີດບັນຫາຂາດແຮງງານ ແລະ ແນ່ນອນກໍ່ຈະກະທົບແກ່ເສດຖະກິດ ໃນຕໍ່ໜ້າ. ທາງລັດຖະບານຂອງປະເທດເພີ່ນ ຈິ່ງໄດ້ຄິດພະຍາຍາມໃນການສ້າງໃຫ້ຄົນໜຸ່ມຢູ່ໃນປະເທດຫຼັງຈົບການສຶກສາ.

ສຳລັບ ສ ປ ປ ລາວ, ປະຊາຊົນຍັງມີໂອກາດການທຳມາຫາກິນ. ປະຊາຊົນເຂດນອກຍັງມີທີ່ດີນທຳມາຫາກິນ ເພື່ອເຮັດການຜະລິດກະສິກຳເປັນສິນຄ້າ, ຍັງບໍ່ທັນມີລະບຽບທີ່ເຂັ້ມງວດໃນການເຮັດການບໍລິການ ຫຼື ຜະລິດ. ທີ່ຕ່າງປະເທດ, ຫາກຈະເຮັດຮ້ານອາຫານ, ຕ້ອງໄດ້ຜ່ານການກວດສອບທາງດ້ານສຸຂະອານາໄມ ເພື່ອບໍ່ໃຫ້ເປັນອັນຕະລາຍແກ່ຜູ້ບໍລິໂພກ. ສ່ວນບ້ານເຮົາ, ຮ້ານເນັກນ້ອຍ ຂໍພຽງແຕ່ດຸ, ເຮັດແລ້ວເສຍພັນທະໃຫ້ເຂດທ້ອງຖີ່ນ, ເຮັດດ້ວຍຄວາມຮັບຜິດຊອບ, ກໍ່ຈະສ້າງຄວາມນິຍົມໃຫ້ຄົນແຫ່ມາກິນ. ຫຼາຍຮ້ານເປັນທີ່ນິຍົມ ສ້າງລາຍຮັບຈົນເປັນເສດຖີກໍ່ມີຫຼາຍ.

ຫາກບໍ່ໄດ່ວຽກທີ່ທ່ານມັກ, ແຮງຈົ່ມກະບໍ່ໄດ້ຫຍັງ. ມີແຕ່ພະຍາຍາມສ້າງໂອກາດ. ນໍາໃຊ້ຄວາມຮູ້ທີ່ຮຽນມາໃນໜ້າທີ່ທີ່ຕົນເອງຮັບຜິດຊອບ. ເຖິງວ່າຈະບໍ່ແມ່ນຂະແໜງທີ່ຮຽນມາກໍ່ຕາມ, ເຊື່ອແນ່ວ່າການເຮັດແນວນັ້ນຈະເປັນການສ້າງທັກສະການເຮັດວຽກ ແລະ ພັກດັນສູ່ການຮຽນຮູ້ອັນໃໝ່ໆ ເພື່ອກ້າວສູ່ການໄດ້ເຮັດໃນສິ່ງທີ່ມັກ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

ຍັງບໍ່ທັນມີຄຳເຫັນເທື່ອ

ເປັນຄົນທຳອິດທີ່ມີຄຳເຫັນ

Your email address will not be published. Required fields are marked *