Norkhame
ຕິດຮັກ ຕິດຮັກ
ອາດ​ການ​ຕິດ​ເປັນ​ການ​ທີ່​ຂາດ​ບໍ່​ໄດ້ ​ເຊັ່ນ: ຕິດ​ຢາ​ເສບ​ຕິດ. ຫຼາຍ​ເຫດຜົນ​ທີ່​ເຮັດ​ໃຫ້​ຄົນ​ມີ​ສາ​ຍພົວພັນ​ຮັກ ​ແມ່ນ​ຍ້ອນ​ອາການ​ຕິດ​ຮັກ. ນີ້ຄື​ຄວາມ​ເປັນ​ຈິງ ​ແລະ ອາດ​ເປັນ​ເຫດຜົນໜຶ່ງທີ​ກຳລັງ​ເກີດ​ຂື້ນກັບ​ທ່ານ​ ຫາກ​ທ່ານ​ຕົກ​ໃນ​ສະພາບ​ສາຍ​ພົວພັນ​ທີ່​ບໍ່ດີ. ສິ່ງ​ຕໍ່​ໄປ​ນີ້ຄື​ຄຳ​ນິຍາມ​ຂອງ​ການ​ຕິດ​ຮັກ. ການ​ຕິດ​ຮັກ​ຄື​ອາການ​ຂອງການ​ຄະ​ນຶງຫາ​ຕະຫຼອດ ​ແລະ ​ເປັນ​ອາການ​ທີ່​ຕ້ອງການ​ໃຫ້​ສາຍ​ພົວພັນ​ຮັກ​ແບບ​ເລິກ​ເຊິ່ງມາ​ຮັກສາ​ຄວາມ​ເຈັບ​ປວດ​ພາຍ​ໃນ​ໃຈ. ຫາກ​ທ່ານ​ຕົກ​ໃນ​ສາຍ​ພົວພັນ​ກັບ​ຄົນ​ດັ່ງກ່າວ, ຄົນຮັກຈະຮູ້ສຶກວ່າບໍ່ສາມາດຂາດຄວາມຮັກຈາກຄົນອື່ນໄດ້ ແລະ ຈະພະຍາຍາມເຮັດທຸກຢ່າງເພື່ອຮັກສາຄົນທີ່ເປັນຄູ່ຮັກໄວ້. ຖ້າ​ຫາກ​ບໍ່ສາມາດ​ເກັບ​ຄົນ​ທີ່​ຮັກ​ເອົາ​ໄວ້​ໄດ້, ​ເຂົາ​ຈະ​ຮູ້ສຶກມີ​ອາລົມ​ຮຸ​ນ​ແຮງ. ຫາກ​ເມື່ອ​ໃດ​ເສຍ​ໄປ, ​ເຂົາ​ເຈົ້າຈະ​ຮີບ​ຊອກ​ຫາ​ຄົນ​ອື່ນ​ມາ​ທົດ​ແທນ. ສຳລັບ​ຄົນ​ທີ່ ຕິດຮັກ... ຕິດຮັກ

ອາດ​ການ​ຕິດ​ເປັນ​ການ​ທີ່​ຂາດ​ບໍ່​ໄດ້ ​ເຊັ່ນ: ຕິດ​ຢາ​ເສບ​ຕິດ. ຫຼາຍ​ເຫດຜົນ​ທີ່​ເຮັດ​ໃຫ້​ຄົນ​ມີ​ສາ​ຍພົວພັນ​ຮັກ ​ແມ່ນ​ຍ້ອນ​ອາການ​ຕິດ​ຮັກ. ນີ້ຄື​ຄວາມ​ເປັນ​ຈິງ ​ແລະ ອາດ​ເປັນ​ເຫດຜົນໜຶ່ງທີ​ກຳລັງ​ເກີດ​ຂື້ນກັບ​ທ່ານ​ ຫາກ​ທ່ານ​ຕົກ​ໃນ​ສະພາບ​ສາຍ​ພົວພັນ​ທີ່​ບໍ່ດີ. [signinlocker id=”3227″]ສິ່ງ​ຕໍ່​ໄປ​ນີ້ຄື​ຄຳ​ນິຍາມ​ຂອງ​ການ​ຕິດ​ຮັກ. ການ​ຕິດ​ຮັກ​ຄື​ອາການ​ຂອງການ​ຄະ​ນຶງຫາ​ຕະຫຼອດ ​ແລະ ​ເປັນ​ອາການ​ທີ່​ຕ້ອງການ​ໃຫ້​ສາຍ​ພົວພັນ​ຮັກ​ແບບ​ເລິກ​ເຊິ່ງມາ​ຮັກສາ​ຄວາມ​ເຈັບ​ປວດ​ພາຍ​ໃນ​ໃຈ. ຫາກ​ທ່ານ​ຕົກ​ໃນ​ສາຍ​ພົວພັນ​ກັບ​ຄົນ​ດັ່ງກ່າວ, ຄົນຮັກຈະຮູ້ສຶກວ່າບໍ່ສາມາດຂາດຄວາມຮັກຈາກຄົນອື່ນໄດ້ ແລະ ຈະພະຍາຍາມເຮັດທຸກຢ່າງເພື່ອຮັກສາຄົນທີ່ເປັນຄູ່ຮັກໄວ້.

ຖ້າ​ຫາກ​ບໍ່ສາມາດ​ເກັບ​ຄົນ​ທີ່​ຮັກ​ເອົາ​ໄວ້​ໄດ້, ​ເຂົາ​ຈະ​ຮູ້ສຶກມີ​ອາລົມ​ຮຸ​ນ​ແຮງ. ຫາກ​ເມື່ອ​ໃດ​ເສຍ​ໄປ, ​ເຂົາ​ເຈົ້າຈະ​ຮີບ​ຊອກ​ຫາ​ຄົນ​ອື່ນ​ມາ​ທົດ​ແທນ. ສຳລັບ​ຄົນ​ທີ່ ຕິດຮັກ ​ເຮັດ​ໃຫ້​ຕົນ​ເອງ​ຖື​ວ່າການ​ມີ​ສາຍສຳພັນ​ເປັນ​ສິ່ງ​ທີ່​ດີ​ກວ່າ​ສິ່ງ​ອື່ນ​ໃດ. ໝາຍວ່າ​ເຂົາ​ເຈົ້າຈະ​ຝາກ​ຄວາມ​ຫວັງ​ຊີວິດ​ແກ່​ສາຍສຳພັນ​ທີ່​ມີ​ບໍ່ວ່າ​ຄົນໆນັ້ນຈະ​ດີ​ຫຼາຍປານ​ໃດ​ກໍ່ຕາມ. ​ແນ່ນອນ​ເຂົາ​ຈະ​ມີ​ມະ​ໂນ​ພາບ​ຄວາມ​ດີ ຄ້າຍໆຄື​ຄົນ​ຕິດ​ຢາ. ຕະຫຼອດການ​ມີ​ສາຍສຳພັນ​ເຂົາ​ເຈົ້າຈະ​ໃຊ້​ເວລາ​ໃນ​ການ​ຄິດ​ຫາ​ຄູ່​ຮັກ ວ່າ​ຈະ​ເຮັດ​ແນວ​ໃດ​ໃຫ້​ເຂົາ​ເຈົ້າຢູ່​ກັບ​ຕົນ​ເອງ​ໃຫ້​ດົນ​ທີ່​ສຸດ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້.

​ຕົວຢ່າງຮັກ​ລະຫວ່າງ ນາງ. ຈຳປາ ກັບ​ ທ້າວ ຈຳປີ. ເຖິງ​ວ່າ ທ້າວ ຈຳປີ ​ຈະ​ບໍ່​ໃຫ້ການ​ສັນ​ເສີນ​ນາງ ຈຳປາ ປານ​ໃດ​ໃນ​ສັງຄົມ, ​ເປັນຕົ້ນບໍ່​ໄດ້​ສະ​ແດງ​ຄວາມ​ເປັນ​ຫວງ​ໃຍ​ໃນ​ເວລາ​ພົບ​ປະ​ກັບ​ເພື່ອນໆ ​ແຕ່​ ນາງ​ຈຳປາ ກໍ່ຮັບ​ໄດ້. ​ເນື່ອງຈາກ​ລາວ​ບໍ່ຕ້ອງການ​ຢູ່​ຄົນ​ດຽວ ​ແລະ ມີ​ຄວາມ​ຕ້ອງການ​ຮັກ​ຕະຫຼອດ. ​ໃນ​ເວລາ​ສ່ວນ​ຕົວ, ທ້າວ ຈຳປາ ຈະ​ເອົາ​ໃຈ​ໃສ່ ສະ​ເໜີ. ທຸກໆສາຍ​ໂທລະສັບ​ທີ່​ບອກ​ຮັກ​ກ່ອນ​ປົງ​ສາຍ ​ເຮັດ​ໃຫ້​ນາງ ຈຳປາ ມີ​ຄວາມສຸກ​ຫຼາຍ. ຮູ້ສຶກ​ກາຍ​ເປັນ​ຄົນ​ລະ​ຄົນ​ໄປ​ເລີຍ. ກາຍ​ເປັນ​ຄົນ​ພິ​ເສດ ຫາ​ທີ່​ປຽບບໍ່​ໄດ້. ​ສິ່ງ​ດັ່ງກ່າວ​ເຮັດ​ໃຫ້​ຄົນ​ຕ້ອງການ​ຮັກ​ຈາກ​ໃຜ​ຈັກ​ຄົນ​ຕະຫຼອດ ​ເນື່ອງ​ຈາກ​ຄວາມ​ຮູ້ສຶກ​ດີໆດັ່ງກ່າວ ຈົນ​ເຮັດ​ໃຫ້​ກາຍ​ເປັນ​ຄົນ​ຕິດ​ຮັກ ບໍ່ວ່າ​ເຂົາ​ຈະ​ຮັກ​ເຮົາ​ແທ້​ຫຼືບໍ່ກໍ່ຕາມ. ​ແຕ່​ຄວາມ​ຮູ້ສຶກ​ທີ່​ໄດ້​ແມ່ນ​ກໍ່​ໃຫ້​ເກີດ​ມີ​ຄວາມ​ຕ້ອງການ ​ແລະ ຢາກ​ຈະ​ມີ​ແນວ​ນັ້ນຕະຫຼອດ ​ເພາະ​ຂາດ​ຄວາມ​ຮູ້ສຶກ​ດີໆຈາກ​ຄົນ​ອື່ນໆບໍ່​ໄດ.

ບໍ່​ໄດ້​​ແນະນຳ​ວ່າ​ບໍ່​ໃຫ້​ມີ​ຄູ່ຮັກ ​ແຕ່​ການ​ຕິດ​ຮັກ ​ແລະ ອາລົມ​ດີໆທີ່​ແຝນ​ເຮັດ​​ໃຫ້​ນັ້ນ ​ເປັນ​ສິ່ງ​ທີ່​ຂາດ​ບໍ່​ໄດ້. ຫຼາຍຄົນ​ເວລາ​​ແຍກ​ທາງ ມັກ​ຕົກ​ໃນ​ອາການ​ທີ່​ບໍ່​ເຫັນ​ຄ່າ​ຕົນ​ເອງ​ຫຼາຍ​ເທົ່າ​ໃດ, ຮູ້ສຶກ​ດ້ອຍ ​ແລະ ມັກ​ຊອກ​ຫາ​ຄົນໆອື່ນ​ໄວໆມາ​ທົດ​ແທນ ​ແລະ ສ້າງ​ສິ່ງ​ທີ່​ຕົ​ນ​ເອງ​ຕ້ອງການ. ຫາກ​ທ່ານ​ຮູ້​ສຶກວ່າ ຄວາມ​ຕ້ອງການ​ທີ່​ທ່ານ​ຈະ​ໄດ້​ຈາກ​ຄົນ​ຮັກ ກໍ່​ໃຫ້​ເກີດ​ເປັນ​ສິ່ງ​ທີ່​ຂາດ​ບໍ່​ໄດ້​ແລ້ວ, ອທ່ານ​ອາດ​ກຳລັງ​ຕົກ​ໃນ​ວົງວຽນຂອງ​ຄວາມ​ຕ້ອງການ​ຈາກ​ຄົນໆອື່ນ​​ໂດຍ​ບໍ່ຮູ້ສຶກ​ຕົວ.

ການ​ຊອກ​ຫາ​ສາຍ​ພົວພັນ: ການ​ພັດທະນາ​ສາຍ​ພົວພັນ​ທີ່​ດີຈາກ​ຄວາມ​ຮັກ.

ຄວາມ​ຮັກ​ບໍ່​ແມ່ນ​ການ​ໄດ້ໝົດທຸກໆສິ່ງ​ທຸກ​ຢ່າງ​ທີ່​ທ່ານ​ຕ້ອງການ​ຈາກ​ຄົນ​ທີ່​ທ່ານ​ຮັກ. ຄວາມ​ຮັກ​ຄື​ການ​ຮັບ​ໃຊ້, ການ​ໃຫ້, ການ​ສັນ​ເສີນ, ​ເໜືອສິ່ງ​ອື່ນ​ໃດ​ແມ່ນ​ການ​ຢູ່​ເໜືອຕົນ​ເອງ, ຕ້ອງການ​ສິ່ງ​ທີ່​ດີ​ທີ່​ສຸດ​ໃຫ້​ແກ່​ຄົນ​ທີ່​ຕົນ​ເອງ​ຮັດ ​ແລະ ​ແກ່​ຕົນ​ເອງ. ຄວາມ​ຮັກ​ແມ່ນ​ການ​ໃຫ້ ບໍ່​ແມ່ນ​ການ​ເອົາ. ຮູ້ຈັກ​ຄຸນຄ່າ​ຂອງ​ຕົນ​ເອງ​ໃນ​ຕົວ​ຕົນ​ທີ່​ແທ້​ຈິງ​ທີ່​ເປັນ ແລະ ຮູ້ວ່າສິ່ງໃດທີ່ຕົນເອງມີຄວາມສາມາດເຮັດໄດ້. ກ່ອນທີ່ຈະຮູ້ຕົວຕົນທີ່ແທ້ຈິງໄດ້ນັ້ນ, ຕ້ອງຮູ້ຈັກຄຸນຄ່າແລະຕົວຕົນຕົນເອງ ວ່າເປັນແນວໃດກ່ອນ ແລະ ຮັບເອົາສິ່ງທີ່ຕົນເອງເປັນກ່ອນທີ່ຍັງບໍ່ທັນມີແຟນ. ທ່ານຈະມີຄຸນຄ່າສະເໜີສຳລັບພໍ່ແມ່, ເພື່ອນມິດ, ແລະ ໃນທາງສາດສະໜາທ່ານກໍ່ເປັນລູກພະພຸດທະເຈົ້າ ຫຼື ພາຍໃຕ້ສາດສະໜາໃດໜຶ່ງຄຸ້ມຄອງຕົວຂອງທ່ານ.

ຫາກທ່ານຮູ້ຈັກຕົວຕົນທີ່ແທ້ຈິງແລ້ວ, ເມື່ອໃດທ່ານມີແຟນ ກໍ່ຈະເຮັດໃຫ້ຕົນເອງສາມາດບອກ ຫຼື ເຮັດສິ່ງທີ່ແຟນຄາດຫວັງໄດ້. ຫາກທ່ານເຮັດບໍ່ໄດ້ກໍ່ບໍ່ຄວນຝືນກັບສິ່ງທີ່ບໍ່ແມ່ນຕົວຕົນທີ່ແທ້ຈິງ. ແຕ່ຫຼາຍໆຄົນພະຍາຍາມເປັນໃນສິ່ງທີ່ຕົນເອງບໍ່ເປັນ ແລະ ເຮັດໃຫ້ຕົນເອງບໍ່ເປັນສຸກກັບການຝືນເຮັດ ຫຼື ປ່ຽນໄປຕາມແຟນ. ແນ່ນອນຄົນທຸກໆຄົນບໍ່ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການຂອງຄົນອື່ນ ແຕ່ກໍ່ບໍ່ຢາກໃຫ້ເຂົາເຈົ້າຜິດຫວັງ. ຫາກທ່ານຍັງຝືນໄປເຮັດຕາມຄວາມຕ້ອງການຂອງຄົນອື່ນ ເພື່ອຮັກສາສາຍພົວພັນຮັກ, ກໍ່ຈະເຮັດໃຫ້ທ່ານອາດບໍ່ເປັນສຸກ. ສິ່ງທີ່ທ່ານຕ້ອງໄດ່ເຮັດກໍ່ຄືການພິຈາລະນາຕົນເອງວ່າ ສາມາດປັບປ່ຽນໄດ້ຫຼາຍຊຳໃດ ເພື່ອສ້າງສາຍພົວພັນ ຫຼື ອາດທຳລາຍສາຍພົວພັນ. ພົບວ່າ ຫາກຕ້ອງໄປຝືນຢູ່ກັບຄົນທີ່ເຮົາຮັກ ແຕ່ບໍ່ເປັນຕົວຕົນຂອງຕົນເອງແລ້ວ, ທ່ານກໍ່ຈະກາຍເປັນທາດຂອງຄວາມຮັກ. ຄວາມຮູ້ສຶກຕ້ອງເຮັດ ແລະ ຢາກເຮັດໃຫ້ຄົນຮັກມັນຕ່າງກັນຂາດຂັ້ນ.[/signinlocker]

 

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.