Norkhame
ຄວາມ​ຮັກ​ໃນ​ຜ້າ​ເຫຼືອງ ຄວາມ​ຮັກ​ໃນ​ຜ້າ​ເຫຼືອງ
​ໃນ​ຊີວິດ​ມະນຸດ​ຄົນ​ເຮົາ, ຄວາມ​ຮັກ​ເປັນສິ່ງ​ສຳຄັນ​ຫຼາຍ. ​ຄ້າຍໆກັບ​ວ່າ​ເປັນ​ຈິດ​ວິນ​ຍານ​ອັນໜຶ່ງທີ່​ຄົນ​ເຮົາ​ຕ່າງ​ຊອກ​ຫາ. ຫາກ​ເມື່ອ​ເວົ້າ​ເຖິງ​ຮັກ​​ລະຫວ່າງ​ບາວ-ສາວ, ສາຍ​ພົວພັນ​ທາງ​ກາຍ​ເປັນ​ສິ່ງ​ທີ່​ຫຼີກລ່ຽງ​ໄດ້​ຍາກ. ສ​ະເພາະ​ຄູບາ, ຈົວ ​ແລະ ​​ແມ່​ຊີ ທີ່​ນອນ​ໃນ​ກຸ່ມ​ຮັກສາການ​ປະຕິບັດ​ທາງ​ສາດສະໜາ, ການ​ມີ​ຮັກ​ແບບ​ຄົນ​ທົ່ວໆ​ໄປ​ຖື​ເປັນ​ການ​ສ້າງ​ບາບ​ຮ້າຍ​ແຮງ​ທີ່​ສຸດ. ບໍ່ມີ​ວັດ​ໃດ​ຢາກ​ໃຫ້​ເກີດ​ບັນຫາ​ດັ່ງກ່າວ​ຂື້ນກັບ​ສະຖານ​ທີ່​ທຳ​ຂອງ​ຕົນ​ເອງ. ​ເພາະ​ຈ​ະເຮັດ​ໃຫ້​ສັງຄົມ​​ເຊື່ອມ​ສັດທາ. ​ເຈົ້າອາວາດ ​ແລະ ພະສົງ​ທີ່​ບວດ​ຕ່າງ​ກໍ່ຕ້ອງ​ໄດ້​ເປັນ​ຫູ​ເປັນຕາ​ນຳ​ກັນ​ເພື່ອ​ປົກ​ປ້ອງ​ສະ​ຖາ​ບັນ​ພຸດທະ​ສາດສະໜາຂອງ​ຕົນ​ເອງ. ​ແນວ​ໃດ​ກໍ່ຕາມ, ກໍ່ມັກ​ມີ​ເລື່ອງ​ແນວ​ນີ້​ເກີດ​ຂື້ນມາ ​ໃນ​ບາງ​ຄັ້ງຄາວ. ​ເມື່ອ​ທ່ຽບ​ໃສ່​ອັດຕາ​ຂອງ​ພະສົງ​ທີ່​ບວດ ກໍ່ຍັງ​ຖືກ​ວ່າ​ມີ​ປະລິມານ​ທີ່​ນ້ອຍ​ຫຼາຍ. ພະຫຼາຍໆອົງ​ຕ່າງ​ຮູ້​ບາບກຳ​ຫາກ​ບໍ່ສາມາດ​ປະຕິບັດ​ໃດ. ​ໃນ​ຫຼາຍໆກໍລະນີ​ແມ່ນ​ຕ້ອງ​ໄດ້​ສິກ​ຈາກການເປັນພະສົງ. ຄົນເຮົາມັກຖືຮັກເປັນໃຫຍ່,... ຄວາມ​ຮັກ​ໃນ​ຜ້າ​ເຫຼືອງ

​ໃນ​ຊີວິດ​ມະນຸດ​ຄົນ​ເຮົາ, ຄວາມ​ຮັກ​ເປັນສິ່ງ​ສຳຄັນ​ຫຼາຍ. ​ຄ້າຍໆກັບ​ວ່າ​ເປັນ​ຈິດ​ວິນ​ຍານ​ອັນໜຶ່ງທີ່​ຄົນ​ເຮົາ​ຕ່າງ​ຊອກ​ຫາ. ຫາກ​ເມື່ອ​ເວົ້າ​ເຖິງ​ຮັກ​​ລະຫວ່າງ​ບາວ-ສາວ, ສາຍ​ພົວພັນ​ທາງ​ກາຍ​ເປັນ​ສິ່ງ​ທີ່​ຫຼີກລ່ຽງ​ໄດ້​ຍາກ.

ສ​ະເພາະ​ຄູບາ, ຈົວ ​ແລະ ​​ແມ່​ຊີ ທີ່​ນອນ​ໃນ​ກຸ່ມ​ຮັກສາການ​ປະຕິບັດ​ທາງ​ສາດສະໜາ, ການ​ມີ​ຮັກ​ແບບ​ຄົນ​ທົ່ວໆ​ໄປ​ຖື​ເປັນ​ການ​ສ້າງ​ບາບ​ຮ້າຍ​ແຮງ​ທີ່​ສຸດ. ບໍ່ມີ​ວັດ​ໃດ​ຢາກ​ໃຫ້​ເກີດ​ບັນຫາ​ດັ່ງກ່າວ​ຂື້ນກັບ​ສະຖານ​ທີ່​ທຳ​ຂອງ​ຕົນ​ເອງ. ​ເພາະ​ຈ​ະເຮັດ​ໃຫ້​ສັງຄົມ​​ເຊື່ອມ​ສັດທາ. ​ເຈົ້າອາວາດ ​ແລະ ພະສົງ​ທີ່​ບວດ​ຕ່າງ​ກໍ່ຕ້ອງ​ໄດ້​ເປັນ​ຫູ​ເປັນຕາ​ນຳ​ກັນ​ເພື່ອ​ປົກ​ປ້ອງ​ສະ​ຖາ​ບັນ​ພຸດທະ​ສາດສະໜາຂອງ​ຕົນ​ເອງ. ​ແນວ​ໃດ​ກໍ່ຕາມ, ກໍ່ມັກ​ມີ​ເລື່ອງ​ແນວ​ນີ້​ເກີດ​ຂື້ນມາ ​ໃນ​ບາງ​ຄັ້ງຄາວ. ​ເມື່ອ​ທ່ຽບ​ໃສ່​ອັດຕາ​ຂອງ​ພະສົງ​ທີ່​ບວດ ກໍ່ຍັງ​ຖືກ​ວ່າ​ມີ​ປະລິມານ​ທີ່​ນ້ອຍ​ຫຼາຍ. ພະຫຼາຍໆອົງ​ຕ່າງ​ຮູ້​ບາບກຳ​ຫາກ​ບໍ່ສາມາດ​ປະຕິບັດ​ໃດ. ​ໃນ​ຫຼາຍໆກໍລະນີ​ແມ່ນ​ຕ້ອງ​ໄດ້​ສິກ​ຈາກການເປັນພະສົງ.

ຄົນເຮົາມັກຖືຮັກເປັນໃຫຍ່, ແລ້ວອັນໃດທີ່ເຮັດໃຫ້ຈົວທີ່ບວດນ້ອຍໆຫຼາຍອົງ ບໍ່ຍອມສິກ ແລະ ບວດທັງຊີວິດເປັນຄູບາ. ໂດຍບໍ່ມີປະສົບການສ້າງຄອບຄົວ ຫຼື ມີລູກເມຍ. ຈາກ​ປະສົບ​ການ​ສ່ວນ​ຕົວ​ທີ່​ເຫັນ​ແມ່ນ​ວ່າ ຄູບາ​ທີ່​ຖື​ສິນ​ໄດ້​ດີ​ນັ້ນ ກໍ່​ແມ່ນ​ຍ້ອນ​ການ​ຮັກ​ໃນ​ພະ​ພຸດທະ​ສາດສະໜາ. ຫຼາຍອົງ​​ເຊື່ອ​ໃນ​ແນວທາງ​ຂອງ​ພະພຸດທະ​ເຈົ້າ ​ແລະ ຈິ່ງ​ຢາກ​ເດີນ​ຕາມຮອຍ ​ແລະ ປະຕິບັດ​ຕົນ​ເອງ​ໃຫ້​ກາຍ​ເປັນ​ພະຜູ້​ມີ​ສິນອັນ​ເຄັ່ງ​ຄັດ. ພົບ​ວ່າ​ສິນ (ກົດ) ຫຼາຍ100ປະການ​ໃຫ້​ພະສົງ​ປະຕິບັດ. ຫາກ​ບໍ່ມີ​ຄວາມ​ຮັກ​ແລະ​ສັດທາ​ໃນ​ພະພຸດທະ​ເຈົ້າ, ພະ​ທຳ ​ແລະ ພະສົງ ຄົງ​ຈະ​​ເຮັດບໍ່​ໄດ້.

​ຈົວ ​ແລະ ພະສົງ​ກໍ່​ແມ່ນ​ຄົນ​ທຳ​ມະ​ດາ ​ແຕ່ຢູ່​ໃນ​ສິນ (ກົດ) ຂອງ​ພະພຸດທະ​ເຈົ້າ. ສຳລັບ​ຈົວ​ນ້ອຍ ​ເວລາ​ມີ​ອາຍຸ​ໃຫຍ່​ຂື້ນມາ ກໍ່ມີ​ວິວັດທະນາ​ການ​ທາງ​ກາຍ​ຄ້າຍໆຜູ້​ຊາຍ​ທົ່ວໆ​ໄປ. ຄວາມ​ຮັກ​​ໃນ​ຕົວ​ຜູ້​ສາວກໍ່ມັກ​ຈະ​ເກີດ​ຂື້ນ​ເຊັ່ນ​ດຽວກັນ. ມີຫຼາຍອົງ ​ເຖິງ​ຈະ​ມັກສາວໆ​ຫຼາຍປານ​ໃດ, ​ແຕ່​ຫຼາຍອົງ​ທີ່​ສັດທາ​ກັບ​ພະພຸດທະ​ເຈົ້າ​ແມ່ນ​ບໍ່ຢາກ​ສິກ​ຈາກ​ຜ້າ​ເຫຼືອງ. ​ເຫັນ​ຈົວ​ແລະ​ພະຫຼາຍອົງ​ຖື​ເອົາ​ໂອກາດ​ນີ້​ເປັນ​ການ​ສ້າງ​ຈິດ​ໃຈ​ຕົນ​ເອງ​ໃຫ້​ແຂ່ງ​ແກ່ນ ​ແລະ ​ໃນ​ທາງ​ພຸດທະ​ສາດສະໜາ ​ເຂົາ​ເຈົ້າຖື​ວ່າ ​ເປັນ​ຊ່ວງ​ທີ່​ຈິດ​ໃຈ​ຍັງ​ຍຶດຕິດ​ກັບ​ຮູບ-ນາມ-ສັງຂານ. ຫາກ​ຢາກ​ຕັດ​ອອກ​ຈາກ​​ກິ​ເລດ, ການ​ຜ່ານ​ຜ່າ​ຄວາມ​ຮັກ​ໃນ​ແຕ່ລະຄັ້ງຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ເຫັນ​ທຳ​ມະຫຼາຍຂື້ນ.

ບັນດາ​ຄູບາ​ມັກ​ຈະ​ມີ​ຄຳ​ແນະນຳ​ໃຫ້​ແກ່​ຈົວ ​ແລະ ຄູບາ​ດັ່ງກ່າວ, ​ເພື່ອ​ໃຫ້​ສາມາດ​ເຫັນ​ຊ່ອງ​ທາງ​ທີ່​ດີ​ທີ່​ສຸດ​ແກ່​ເຂົາ​ເຈົ້າ. ນັບ​ແຕ່​ອາຫານ, ການ​ສວດ​ມົນ, ​ແລະ ການ​ປະຕິບັດ​ທາງ​ທຳ​ທີ່​ເຄັ່ງ​ຄັດ ເພື່ອໃຫ້ເຫັນຕົວກິເຣດທີ່ຕິດໃນໃຈ. ​ເມື່ອ​ໃດ​ຫາກ​ຄູບາ ຫຼື ຈົວ​​​ສາມາດເລືອກ​ທາງ​ທີ່​  ເໜາະກັບ​ຕົນ​ເອງ​ໄດ້​ແລ້ວ ​ເຂົາ​ເຈົ້າກໍ່ຈະ​ມັກ​ໄດ້​ຮັບ​ການສະໜັບສະໜູນຈາກ​ສະ​ຖາ​ບັນ​ສາດສະໜາສະ​ເໜີ. ຫຼາຍອົງ​ຕັດສິນ​ໃຈ​ຢູ່​ຕໍ່ສ້າງ​ບຸນ​ກຸສົນ​ນຳ​ວັດ​ແລະ​ສາດສະໜາ, ບາງ​ອົງກໍ່ຕັດສິນ​ສ້າງ​ຄອບຄົວ ຫາກ​ເຫັນ​ວ່າ​ຕົນ​ເອງ​ມີ​ຄວາມ​ຮັກ​ໃນ​ສາດສະໜານ້ອຍ​ກວ່າ​ການ​ຮັກ​ໃນ​ຮູບ​ໃນ​ນາມ. ທັງ​ສອງ​ກໍລະ​ນີ​ເປັນ​ສິ່ງ​ທີ່​ເໜາະສົມ​ຂອງ​ແຕ່ລະຄົນ​ທີ່​ແຕກ​ຕ່າງ​ກັນ. ກໍລະນີ​ສິກ, ກໍ່ຈະ​ບໍ່​ເປັນ​ການ​ສ້າງ​ບາບ​ພາຍ​ໃຕ້​ຜ້າ​ເຫຼືອງ​ ​ແລະ ທັງ​ຍັງ​ເປັນ​ການ​ຮັກສາ​ດສະໜາ ​ເພາະ​ຕົນ​ເອງ​ບໍ່​ໄດ້​ເຮັດ​ຫຍັງ​ເສື່​ອມ​ເສຍ. ຄອບຄົວ​ໃດ​ໄດ້​ອາ​ດີດ​ທີ່ບວດ​ເປັນ​ຄູບາ​ຫຼືຈົວ, ກໍ່ອາດ​ໄດ້​ເຂີຍ​ທີ່​ມີ​ສິນ​ທຳ ​ແລະ ດຸໜັ່ນຫາ​ກິນ.

​ບໍ່ວ່າ​ຈະ​ຮັກ​ຫຍັງ, ກໍ່​ເຫັນ​ໄດ້​ວ່າຄວາມ​ຮັກ​ສຳລັບ​ມະນຸດ​ມີ​ຄວາມ​ສຳຄັນ​ຫຼາຍ. ຄວາມ​ຮັກ​ພັກ​ດັນ​ໃຫ້​ເກີດ​ມີ​ການ​ກະທຳ. ຮັກ​ໃນ​ແນວ​ດີ​ຄົນ​ມັກ​ຈະ​ເຮັດ​ດີ. ກົງກັນ​ຂ້າມຫາກ​ເກີດ​ມີ​ຄວາມຮັກ​ໃນ​ການ​ປະພຶດ​ບໍ່ດີ, ຄົນ​ເຮົາ​ກໍ່ຈະ​ສ້າງ​ແຕ່​ສິ່ງ​ອັບປະ​ໂຫຍ​ດຂື້ນມາ. ຄວາມ​ຮັກ​ຂອງ​ພະສົງ​ໃນ​ພຸດທະ​ສາດສະໜາ ​ເປັນ​ຕົວຢ່າງ​ທີ່​ເດັ່ນ​ຊັດຊີ້​ໃຫ້​ເຫັນ​ວ່າ ຮັກ​ຂອງ​ຄົນ​ເຮົາ​ຕ່າງ​ມີ​ອິດ​ທິພົນ​ກັບ​ຄົນ​ໃນ​ສັງຄົມ ​ແລະ ຄົນ​ທີ່​ນອນ​ໃນ​ສາຍ​ພົວພັນ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.