Norkhame
ເຮັດຈາກລາວ ເຮັດຈາກລາວ
ໂທລະສັບມືຖື ແລະ Facebook ເປັນຕົວຢ່າງສິນຄ້າ ແລະ ການບໍລິການ ທີ່ເຮັດໃຫ້ຄົນສາມາດເຊື່ອມຕໍ່ກັນໄດ້ງ່າຍຂື້ນ. ທັງຍັງເປັນການແລກ ປ່ຽນຂ່າວສານໃນຍາມທີ່ຕ້ອງການ. ຍັງມີຫຼາຍໆສິນຄ້າ ແລະ ການບໍລິການທີ່ເຮັດໃຫ້ຊີວິດຄົນເຮົາມີຄວາມສະດວກສະບາຍກວ່າແຕ່ເກົ່າ. ການ​ຜະລິດສິນຄ້າ ​ຫຼື ການສະໜອງການ​ບໍລິການ​ເປັນ​ການສະ​ແດງ​ເຖິງ​ຫົວຄິດ​ປະດິດ​ສ້າງ ​ແລະ ຄວາມພາກພຽນພະຍາຍາມ​ຂອງ​ຜູ້​ປະກອບ​ການ​ໃນ​ການ​ສ້າງ​ສັນສິ່ງດີໆໃຫ້ແກ່ສັງຄົມ. ການ​ຊົມ​ໃຊ້​ຂອງ​ຄົນ​ລາວ​ຕໍ່ກັບ​ສິນຄ້າ​ຕ່າງປະ​ເທດ​ນັ້ນ ຍັງ​ເພີ່ງ​ພາການ​ນຳ​ເຂົ້າ​ເຄື່ອງ​ຈັກ​ທັນ​ສະ​ໄໝ ​ເຊັ່ນ: ຍານພາຫະນະ​, ​​ເຄື່ອງມື​ການ​ຜະລິດ ​ແລະ ຊ່ຽວຊານ​ຕ່າງ​ປະ​ເ​ທດທີ່​ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ການ​ຜະລິດ... ເຮັດຈາກລາວ

ໂທລະສັບມືຖື ແລະ Facebook ເປັນຕົວຢ່າງສິນຄ້າ ແລະ ການບໍລິການ ທີ່ເຮັດໃຫ້ຄົນສາມາດເຊື່ອມຕໍ່ກັນໄດ້ງ່າຍຂື້ນ. ທັງຍັງເປັນການແລກ ປ່ຽນຂ່າວສານໃນຍາມທີ່ຕ້ອງການ. ຍັງມີຫຼາຍໆສິນຄ້າ ແລະ ການບໍລິການທີ່ເຮັດໃຫ້ຊີວິດຄົນເຮົາມີຄວາມສະດວກສະບາຍກວ່າແຕ່ເກົ່າ.

ການ​ຜະລິດສິນຄ້າ ​ຫຼື ການສະໜອງການ​ບໍລິການ​ເປັນ​ການສະ​ແດງ​ເຖິງ​ຫົວຄິດ​ປະດິດ​ສ້າງ ​ແລະ ຄວາມພາກພຽນພະຍາຍາມ​ຂອງ​ຜູ້​ປະກອບ​ການ​ໃນ​ການ​ສ້າງ​ສັນສິ່ງດີໆໃຫ້ແກ່ສັງຄົມ. ການ​ຊົມ​ໃຊ້​ຂອງ​ຄົນ​ລາວ​ຕໍ່ກັບ​ສິນຄ້າ​ຕ່າງປະ​ເທດ​ນັ້ນ ຍັງ​ເພີ່ງ​ພາການ​ນຳ​ເຂົ້າ​ເຄື່ອງ​ຈັກ​ທັນ​ສະ​ໄໝ ​ເຊັ່ນ: ຍານພາຫະນະ​, ​​ເຄື່ອງມື​ການ​ຜະລິດ ​ແລະ ຊ່ຽວຊານ​ຕ່າງ​ປະ​ເ​ທດທີ່​ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ການ​ຜະລິດ ​ແລະ ການ​ບໍລິການ. ງານວຽງຈັນ ເອກສໂປ 2015 ເປັນງານລວມ ຜະລິດຕະພັນເດັ່ນໆໄວ້ຫຼາຍອັນ ທີ່ເຮັດການຜະລິດຂື້ນໃນລາວ.​ ໃນງານຈະມີຫຼາຍໆສິນຄ້າທີ່ຖືກຜະລິດຂື້ນໃນລາວ ທັງຍັງເປັນການສະແດງ ວິວັດທະນາການຂອງການຜະລິດແບບທຳມະຊາດ ໄປສູ່ການຜະລິດແບບທັນສະໄໝ ເພື່ອສະແດງຄວາມເຂັ້ມແຂງ ທີ່ພ້ອມຈະແຂ່ງກັບຊາດອື່ນ.

ຕະຫຼອດການ​ປົດ​ປ່ອຍ​ແຕ່​ປີ 1975, ການ​ພັດທະນາ​ຂອງ​ຊາດ ​ເປັນ​ສິ່ງ​ທີ່​ມີ​ມາ​​ແບບ​ບໍ່ຢຸດ​ຢັ້ງ. ​ໃນ​ປະຈຸ​ບັນ ​ເຖິງ​ວ່າ​ເສດຖະກິດ​ຂອງ​ລາວ​ຍັງ​ນ້ອຍ ​ເມື່ອ​ທຽບ​ໃສ່​ຂົງ​ເຂດ​ດຽວກັນແລ້ວ ກໍ່ມີຫຼາຍສິນຄ້າ​ທີ່​ໄດ້​ຮັບ​ການ​ສ້າງ​ຂຶ້ນ ​ແລະ ​ເປັນໜ້າ​ເປັນຕາ​ຂອງ​ປະ​ເທດ. ສິນຄ້າ​ສົ່ງ​ອອກ ເປັນ​ການສະ​ແດງ​ເຖິງ​ການ​ພັດທະນາ ​ແລະ ການ​ເຮັດ​ວຽກຢ່າງ​ຈິງ​ຈັງ​ຂອງ​ທັງ​ພາກ​ລັດ ​ແລະ ຕົວ​ຜູ້​ປະກອບ​ການ​ເອງ​ທີ່​ຍາມ​ໃດ​ກໍ່ຕ້ອງ​ໄດ້​​ແຂ່ງຂັນ ການ​ຜະລິດ​ທີ່​ມີ​ຄຸນ​ນະພາ​ບ ​ເພື່ອ​ຍາດ​ແຍ່ງ​ຕະຫຼາດ. ບໍ່​ເນັ້ນ​ໃສ່​ແຕ່​ມູນ​ຄ່າ​ການ​ສົ່ງ​ອອກ ​ແຕ່​ເບິ່ງຄວາມຄິດສ້າງສັນ ແລະ ຄວາມໝາຍດ້ານ​ວັດ​ຖະນະ​ທຳ​, ແລະ ການຈ້າງງານໃນຂົງເຂດຊົນນະບົດແລ້ວ ຂ້າພະ​ເຈົ້າ​ໄດ້ ສັງ​ລວມ​ 7 ສິນຄ້າ​ທີ່​ເປັນ​ສິ່ງ​ມະຫັດສະຈັນ​ການປະດິດຂອງ​ຄົນ​ລາວ ມີຄືດັ່ງນີ້:​

  1. ຫັດຖະກຳ

​ມີ​ຫາ​ກຫຼາຍສິນຄ້າ​ທີ່​ນອນ​ໃຫ້​ຫັດຖະກຳ. ນັບ​ແຕ່​​ເຄື່ອງປັ້ນດິນ​ເຜົ່າ, ຫັດ​ຖະກຳ​ແຜນ​ແພ, ​ແລະ ​ເຄື່ອງ​ສານ. ສິນຄ້າ​ດັ່ງກ່າວ ​ເປັນ​ການສະແດງ​ສິ​ໄມ້​ລາຍ​ມື​ຂອງຫຼາຍໆຊົນ​ຊາດ​ຊົນ​ເຜົ່າ​ທີ່​ມີ​ການ​ປະດິດ​ ເປັນການ​ສະ​ແດງ​ລັກ​ຊະນະ​ຂອງ​ວັດ​ຖະນະ​ທຳ​ທ້ອງ​ຖີ່​ນ ​ກໍ່ຄື​ຂອງ​ຊາດ​ອອກ​ສູ່​ສາຍຕາ​ສາກົນ. ມີ​ສິນຄ້າ​ຫັດຖະກຳ​ຫຼາຍໆອັນ​ສາມາດ ​ເປັນໜ້າ​ເປັນຕາ​ຂອງ​ຊາດ. ການ​ພັກ​ດັນ​ການ​ຜະລິດ ​ແລະ ສົ່ງ​ອອກ​ຂອງ​ສິນຄ້າ​ດັ່ງກ່າວ ນອກຈາກ​ຈະ​ເປັນ​ການ​ຮັກສາ​ຮີດຄອງ​ປະ​ເພນີ​ແລ້ວ ຍັງ​ເປັນ​ການ​​ເຜີຍ​ແຜ່​ວັດຖະນະ​ທຳ ​ແລະ ຮັກສາ​ວັດ​ຖະນະ​ທຳ​ຂອງ​ຊາດ​ໄວ​້ອີກ​ດ້ວຍ.

  1. ກາ​ເຟ

ອຸດສາຫະກຳ​ກາ​ເຟ ​ເປັນໜຶ່ງອີກ​ຜະລິດ​ຕະພັນ​ທີ່​ມີ​ການສະໜອງ​ໃຫ້​ແກ່​ຕະຫຼາດ​ໂລກ. ກາ​ເຟລາວ​ມີ​ປະຫວັດການ​ຜະລິດ​ມາຍາ​ວນານ ​ແລະ ການ​ຜະລິດ​ໄດ້​ມີ​ແຜ່​ຫຼາຍ​ໃນ​ຂອບ​ເຂດ​ພາກ​ໃຕ້ ​ແລະ ກຳລັງ​ຂະຫຍາຍຕົວ​ຫາ​ທາງ​ສ່ວນ​ຕ່າງໆທີ່​ມີ​ເງື່ອນ​ໄຂ​ໃນ​ການ​ປູກ. ​ຄາດ​ວ່າ​ມີ​ປະມານ 300,000 ຄົນ ​ເປັນ​ຢ່າງ​ຕໍ່າ ​ທີ່​​ທຳ​ມາ​ຫາ​ກິນ​ໃນ​ຂະ​ແໜງການ​ດັ່ງກ່າວ. ຄວາມ​ຍື່ນ​ຍົງ​ຂອງ​ກາ​ເຟ ​ແລະ ການ​ສ້າງ​ຊື່ສຽງ​ໃຫ້​ແກ່​ກາ​ເຟລາວ ກໍ່ຄື​ການ​ສ້າງ​ຄວາມໜັ້ນຄົງ​ຂອງ​ເສດຖະກິດ ​ແລະ ການ​ນຳ​ເອົາ​ປະຊາຊົນ​ກຸ່ມ​ດັ່ງກ່າວ​ອອກ​ຈາກ​ຄວາມທຸກ​ຈົນ.

  1. ການ​ທ່ອງ​ທ່ຽວ

ຈັດ​ເຂົ້າ​ໃນໝວດຂອງ​ການ​ບໍລິການ. ການທ່ອງທ່ຽວ ​ເປັນ​ການ​ສ້າງ​ລາຍ​ຮັບ​ໃຫ້​ແກ່​ຫຼາຍກຸ່ມ. ນັບ​ແຕ່​ບໍລິສັດ​ທ່ອງ​ທ່ຽວ, ​ໂຮງ​ແຮມ​, ຮ້ານ​ອາຫານ. ການ​ນຳ​ນັກ​ທ່ອງ​ທ່ຽວ​ເຂົ້າມາລາ​ວ ​ເປັນ​ການ​ເຜີຍ​ແຜ່​ວັດ​ຖະນະ​ທຳ ​ແລະ ສ້າງ​ລາຍ​ຮັບ​ແກ່​ຄົນ​ລາວ. ​ໃນ​ແຕ່ລະ​ເຂດ​ຈະ​ມີ​ຈຸດ​ຈູງ​ໃຈ​​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າມາ. ນອກຈາກ​ຫຼວງພະ​ບາງ ​ເຊິ່ງ​ເປັນ​ເມືອ​ງມໍລະດົກ​ໂລກ​ແລ້ວ, ກໍ່ມີຫຼາຍໆ​ແຂວງ​ພັດທະນາ​ແຫຼ່ງທ່ອງ​ທ່ຽວຂອງ​ຕົນ​ເອງ ​ເຊັ່ນ: ວັດ​ພູ​ຈຳປາ​ສັກ, ທົ່ງ​ໄຮ່​ຫີນ ​ແລະ ອື່ນໆ.

  1. ​ເຄື່ອງ​ຕັດຫຍິບ

ມີ​ການ​ປະກອບສ່ວນ​ຂອງ​ແມ່ຍິງ​ຫຼາຍທີ່​ສຸດ. ​ແຮງ​ງານ​ແມ່ຍິງ​ລາວ​ເປັນ​ອົງ​ປະກອບ​ສຳຄັນ​ໃນ​ການ​ຂັບ​ເຄື່ອນ​ອຸດສາຫະກຳ. ນະ​ໂຍບາຍ ຂອງ​ບັນດາ​ປະ​ເທດ​ນຳ​ເຂົ້າຈາກ​ກຸ່ມ ອີ​ຢູ ຊ່ວຍ​ເຮັດ​ໃຫ້​ມີ​ນັກ​ລົງທຶນ​ເຂົ້າມາຕັ້ງຖານ​ຜະລິດ​ໃນ​ລາວ​ຫຼາຍ. ​ນອກ​ນັ້ນ ຍັງ​ມີ​ການ​ເຈລະຈາ​ຂໍ​ສິດທິ​ພິ​ເສດ​ຕ່າງໆ ​ເພື່ອ​​ເຮັດ​ໃຫ້​ລາວ​ທີ່​ບໍ່ມີ​ທາງ​ອອກ​ສູ່​ທະ​ເລ ມີ​ຄວາມ​ສາມາດ​ໃນ​ການ​ແຂ່ງຂັນ​ການ​ຜະລິດ ​ໃນ​ຕະຫຼາດ​ໂລກ. ​ຂ້າພະ​ເຈົ້າຍັງ​ບໍ່ທັນ​ໄດ້​ມີ​ໂອກາດ​ເຫັນ​ເຄື່ອງນຸ່ງ​ທີ່​ມີ​ກາໜາຍວ່າ: Made in Laos ​ໃນ​ເວລາ​ໄປ​ຕ່າງປະ​ເທດ​ເທື່ອ, ​ແຕ່​ຂ້າພະ​ເຈົ້າ​ເຄີຍ​ໃຊ້​ສິນຄ້າ​ທີ່​ບໍ່ສາມາດ​ສົ່ງ​ອອກ​ໄດ້​ມາ​ວາງ​ຂາຍ ​ໃນ​ຕະຫຼາດພາຍ​ໃນ​ແລ້ວ​ເຫັນ​ວ່າ ຄົນ​ລາວ​ມີ​ຫົວຄິດ​ປະດິດ​ສ້າງ​ຫຼາຍ, ຂະໜາດ​ເປັນ​ເຄື່ອງ​ຕົກ​ລະດັບ​ຍັງ​ດີ​ປານ​ນີ້.

  1. ກະສິກຳ​ສະອາດ

​ເປັນ​ສິນຄ້າ​ທີ່​ຈະ​ໄດ້​ຮັບ​ຄວາມ​ນິຍົມ​ຫຼາຍຂື້ນ​ໃນຕໍ່ໜ້າ. ​ເພາະ​ຄົນ​ຕ້ອງການ​ມີ​ຊີວິດ​ທີ່​ຍື່ນ​ຍາວ ​ແລະ ສຸກ​ກະພາບ​ແຂງ​ແຮງ. ພືດ​ທີ່​ມາ​ຈາກ​ການ​ຜະລິດ​ກະສິກຳ​ສະ​ອາດ ​ຈະ​ເປັນ​ສ່ວນ​ຜະ​ກອບ​ໃນ​ການ​ປຸ່ງ​ແຕ່ງ​ອາຫານ​ທີ່​ມີ​ສານ​ພິດ​ເຈືອ​ປົນໜ້ອຍທີ່​ສຸດ. ອີກ​ຢ່າງໜຶ່ງ, ປະຊາກອນ​ກໍ່ນັບ​ມື້ນັບ​ເພີ້ມຂື້ນ ​ແຕ່​ເນື້ອທີ່​ການ​ຜະລິດ​ຍັງ​ຄື​ເກົ່າ, ນັ້ນໝາຍວ່າການ​ຜະລິດ​ທີ່​ດີ ​ແລະ ມີ​ປະລິມານ​ຫຼາຍກັບ​ຄວາມ​ຕ້ອງການ​ຈະ​ເປັນ​ການ​ສ້າງ​ຄວາມ​ຍືນ​ຍົງ​ໃຫ້​ແກ່​ກະສິກຳ​ສະອາດ​ຂອງ​ລາວ. ​ແນ່ນອນ​ຊາວ​ກະສິກອນ​ຈະ​ເປັນ​ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຢ່າງ​ເຕັມທີ່.

  1. ​ເຂົ້າ

ມີ​ບົດກ່າວ​ຄວາມ​ສຳຄັນ​ຂອງ​ເຂົ້າ​ໃນ​ເມື່ອ​ກ່ອນ. ​ເຖິງ​ວ່າ​ຈະ​ຍັງ​ບໍ່ທັນ​ສ້າງ​ລາຍ​ຮັບ​ຫຼັກ ​ແຕ່​ການ​ຜະລິດ​ເຂົ້າສະອາດ ​ກຳລັງ​ໄດ້​ຮັບ​ການສະໜັບສະໜູນຈາກພາກລັດ ​ແລະ ການ​ຕັດສິນ​ໃຈ​ສູງ​ຂອງ​ພາກ​ທຸລະ​ກິດ ເພື່ອຜະລິດເຂົ້າມີຄຸນນະພາບສູງ. ການ​ສົ່ງ​ອອກ​ເຂົ້າໜຽວອາດ​ນອນ​ໃນ​ຮູບ​ແບບ​ການ​ປຸງ​ແຕ່ງ​ເປັນ​ສ່ວນ​ປະກອບ​ອາຫານ​ຫຼາຍໆປະ​ເພດກ່ອນ​ມີ​ການ​ສົ່ງ​ອອກ ​ແລະ ການ​ຜະລິດ​ເຂົ້າຈ້າວ ໜ້າຈະ​ມີ​ປະລິມານ​ຫຼາຍຂື້ນ ​ເພື່ອ​ສະໜອງ​ໃຫ້​ແກ່​ຕະຫຼາດ​ໂລກ​ທີ່​ຕ້ອງ​ການຫຼາຍ.

  1. ສາລີ

ປູກ​ຫຼາຍ​ໃນ​ເຂດ​ທາງ​ພາກ​ເໜືອ. ​ເປັນ​ລາຍ​ຮັບ​ເສີມ ​ແລະ ຫຼັກຂອງ​ບາງ​ຄອບຄົວ​ທີ່​ຍຶດອາຊີບກະສິກຳໃນເຂດຊົນນະບົດ. ສາລີສັດ ແລະ ສາລີຫວານ ມີຄວາມຕ້ອງການ ໃນການປຸງແຕ່ງອາຫານສັດ ແລະ ເປັນເຄື່ອງດື່ມສຸກກະພາບ. ສາລີລາວເປັນທີ່ຕ້ອງການກໍ່ເນື່ອງຈາກວ່າ ໃນດິນຍັງມີແຮ່ທຳມະຊາດຫຼາຍ ໃນການສ້າງເມັດ ແລະ ຍັງມີແຮ່ທໍາມະຊາດທີ່ມະນຸດ ຄວນບໍລິໂພກ.

ຂ້າພະ​ເຈົ້າ​ເຊື່ອ​ວ່າ ຫົວຄິດ​ປະດິດ​ສ້າງ​ຂອງ​ຄົນ​ລາວ​ນັ້ນມີຫຼາຍ ທີ່ຈະນຳມາພັດທະນາ ຂະແໜງການທີ່ກ່າວມາຂ້າງເທິງ. ໂດຍສະເພາະກະສິກຳສະອາດ ເພາະຈະເປັນການສ້າງລາຍຮັບໃຫ້ແກ່ປະຊາຊົນໄດ້ຢ່າງທົ່ວເຖິງ. ໃນ​ປະຈຸ​ບັນ​​ເປັນ​ຍຸກ​ບໍ່ມີ​ພົມ​ແດນ ​ແລະ ​ເຮັດ​ໃຫ້​ເປີດ​ໂອກາດ​ການ​ຮຽນຮູ້​ໃຫ້​ຄົນ​ລາວ​ຍຸກ​ໄໝ່ໆແບບບໍ່ມີຂອບເຂດ. ສິນຄ້າ​ຈາກ ​ໄອ​ທີ ​ແລະ ​ເຕັກ​ໂນ​ໂລ​ຍີ່​ແບບ​ໄໝ່ໆ ຍັງ​ຈຳກັດ ​ແຕ່​ອາດ​ມີ​ນັກ​ປະດິດ​ຫົວ​ໃສ​ສ້າງ​ຂື້ນມາ​ໃນຕໍ່ໜ້າ. ​ຄາດ​ເດົາ​ວ່າ ​ໃນ​ຊຸມ​ປີຕໍ່ໜ້າ ຈະ​ມີ​ສິນຄ້າ​ຮັບ​ໃຊ້​ພາຍ​ໃນ ​ແລະ ສົ່ງ​ອອກ​ຕ່າງປະ​ເທດ​ຫຼາຍຂື້ນ. ຖ້າ​ຫາກ​ທ່ານ​ມີ​ຄວາມ​ຄິດ​ແລ້ວ ທ່ານ​ຄວນ​ນຳ​ແນວ​ຄວາມ​ຄິດ​ອອກ​ມາ​ເປັນ​ສິນຄ້າ. ຖ້າຫາກທ່ານຢາກຜະລິດສິ່ງໃດໜຶ່ງແລ້ວ ​​ທ່ານ​ຈະ​ຜະລິດ ຫຼື ​ໃ​ຫ້ບໍລິການ​ຫຍັງ​ດີ ​ແກ່​ສັງຄົມເພື່ອເອກອ້າງຄວາມເປັນຄົນລາວ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.