Norkhame
ສິ່ງຄວນກວດສອບເວລາລົມແຟນ ສິ່ງຄວນກວດສອບເວລາລົມແຟນ
ສິ່ງ​ທີ່​ຕ້ອງ​ໄດ້​ຖາມ​ເວລາ​ທ່ານ​ກຳລັງ​ສົນ​ໃຈ​ຄົນ​ໃດໜຶ່ງມາ​ເປັນ​ແຟນ ກ່ອນ​ທີ່​ຈະ​ລົມ​ຈິງໆ. ຄວນໃຊ້ເວລາຈັກໜ້ອຍໜຶ່ງເພື່ອສຶກສາຄຳຖາມ ແລະ ການພົບປະຕົວຈິງກັບຄົນທີ່ຈະເປັນແຟນລອງເບິ່ງ. ຄຳຖາມລຸ່ມນີ້ສຳຄັນຫຼາຍ ຈົ່ງຕັ້ງຕອບໃຫ້ມາຈາກໃຈທ່ານແທ້ໆ. ທ່ານ​ສາມາດ​ໄວ້​ໃຈ​ເຂົາ​ເຈົ້າ​ໄດ້​ບໍ່? ທ່ານ​ຈະ​ແນ່​ໃຈບໍ່ວ່າ​ເຂົາ​ເຈົ້າຈະ​ປົກ​ປັກ​ຮັກສາ​ໃຫ້​ປອດ​ໄພ ​ແລະ ບໍ່​ເອົາ​ປຽບຈາກ​ທ່ານ? ທ່ານ​ຈະ​ໄວ້​ໃຈ​ວ່າ​ຜູ້​ສາວ​ເວົ້າຄວາມ​ຈິງ ​​ແລະ ບອກ​ຄວາມ​ຈິງ​ທຸກໆຢ່າງ​ບໍ່? ທ່ານຮູ້ຈັກບໍ່ວ່າຜູ້ສາວຄົນນັ້ນ ຫຼື ຜູ້ບາວຄົນນັ້ນມັກຫຍັງແທ້ໆ? ທ່ານພ້ອມທີ່ຈະລົມເລື່ອງທີ່ເປັນຄວາມສົນໃຈທົ່ວໆໄປແລ້ວບໍ່, ພ້ອມແລ້ວບໍ່ທີ່ຈະລົມເລື່ອງສ່ວນຕົວ ເຊັ່ນ: ຄວາມສັດທາທາງສາດສະໜາ, ການຕີຄຸນຄ່າສິ່ງຂອງ ແລະ... ສິ່ງຄວນກວດສອບເວລາລົມແຟນ

[signinlocker id=”3227″]ສິ່ງ​ທີ່​ຕ້ອງ​ໄດ້​ຖາມ​ເວລາ​ທ່ານ​ກຳລັງ​ສົນ​ໃຈ​ຄົນ​ໃດໜຶ່ງມາ​ເປັນ​ແຟນ ກ່ອນ​ທີ່​ຈະ​ລົມ​ຈິງໆ. ຄວນໃຊ້ເວລາຈັກໜ້ອຍໜຶ່ງເພື່ອສຶກສາຄຳຖາມ ແລະ ການພົບປະຕົວຈິງກັບຄົນທີ່ຈະເປັນແຟນລອງເບິ່ງ. ຄຳຖາມລຸ່ມນີ້ສຳຄັນຫຼາຍ ຈົ່ງຕັ້ງຕອບໃຫ້ມາຈາກໃຈທ່ານແທ້ໆ.

  1. ທ່ານ​ສາມາດ​ໄວ້​ໃຈ​ເຂົາ​ເຈົ້າ​ໄດ້​ບໍ່? ທ່ານ​ຈະ​ແນ່​ໃຈບໍ່ວ່າ​ເຂົາ​ເຈົ້າຈະ​ປົກ​ປັກ​ຮັກສາ​ໃຫ້​ປອດ​ໄພ ​ແລະ ບໍ່​ເອົາ​ປຽບຈາກ​ທ່ານ? ທ່ານ​ຈະ​ໄວ້​ໃຈ​ວ່າ​ຜູ້​ສາວ​ເວົ້າຄວາມ​ຈິງ ​​ແລະ ບອກ​ຄວາມ​ຈິງ​ທຸກໆຢ່າງ​ບໍ່?
  2. ທ່ານຮູ້ຈັກບໍ່ວ່າຜູ້ສາວຄົນນັ້ນ ຫຼື ຜູ້ບາວຄົນນັ້ນມັກຫຍັງແທ້ໆ? ທ່ານພ້ອມທີ່ຈະລົມເລື່ອງທີ່ເປັນຄວາມສົນໃຈທົ່ວໆໄປແລ້ວບໍ່, ພ້ອມແລ້ວບໍ່ທີ່ຈະລົມເລື່ອງສ່ວນຕົວ ເຊັ່ນ: ຄວາມສັດທາທາງສາດສະໜາ, ການຕີຄຸນຄ່າສິ່ງຂອງ ແລະ ເປົ້າໝາຍຂອງຊີວິດ?
  3. ເຂົາເຈົ້າມີພຶດຕິກຳແນວໃດເວລາພົບກັບເລື່ອງກົດດັນ? ນັ້ນເປັນສະຖານະການທີ່ຕົວຕົນທີ່ແທ້ຈິງສະແດງອອກມາ.
  4. ເຂົາເຈົ້າມີຄວາມໜ໊າເຊື່ອຖືດີບໍ່? ລົມກັບຄົນທີ່ເປັນເພື່ອນລາວ. ທຸກໆຄົນຕ່າງມີຄວາມໜ້າເຊື່ອຖືທີ່ແຕກຕ່າງກັນ.ສ່ວນໃຫຍ່ເພື່ອນໃກ້ຊິດຈະຮູ້ຈັກເຂົາເຈົ້າດີ.
  5. ທ່ານມີຄວາມ​ລະດັບ​ສິນ​ທຳ​ໃກ້​ຄຽງກັນ​ບໍ່? ສິ່ງ​ນີ້​ເປັນຕົວ​ວັດ​ແທກ​ແນວ​ຄວາມ​ຄິດ ​ແລະ ຄຸນຄ່າການ​ຕີ​ລາຄາ​ວັດຖຸ-ຈິດ​ໃຈ ​ໃນ​ແຕ່ລະຄົນຈະ​ມີ​ແຕກ​ຕ່າງ​ກັນ. ສິ່ງ​ທີ່​ພວກ​ເຮົາ​ມີ​ຄວາມ​ຄິດ​ດ້ານ​ສິນລະ​ທຳ​ຈະ​ກຳນົດ​ຄຸນຄ່າ ​ແລະ ວິທີ​ການ​ເບິ່ງ​ໂລກ. ຫາກ​ລະດັບ​ທາງ​ສິນລະ​ທຳ​ແຕກ​ຕ່າງ​ກັນ​ແລ້ວ, ສາຍ​ພົວພັນ​ຫຼາຍໆຄູ່​ມັກ​​ໄປ​ນຳ​ກັນ​ບໍ່​ໄດ້​ດົນ. ​​ເຊັ່ນ: ການ​ຕີ​ລາຄາ​ຄຸນຄ່າ​ຂອງ​ວຽກງານ ​ແລະ ລາຍ​ຮັບ. ຫາກ​ຄົນ​ຮັກ​ເຫັນ​ວ່າລາຍ​​ໄດ້​ຈາກການເຮັດວຽກເປັນຕົວຕັດສິນຄຸນຄ່າຂອງວຽກງານ. ຫາກທ່ານບໍ່ເຫັນໃນຈຸດດັ່ງກ່າວແລ້ວ, ກໍ່ອາດມີປັນຫາທາງດ້ານການຕີລາຄາ ຄຸນຄ່າວຽກງານ, ການໄດ້ມາຂອງເງີນ. ສິ່ງເລັກໆນ້ອຍແນວນີ້, ອາດເປັນຜົນກະທົບໃກ້ແກ່ສາຍພົວພັນໃນໄລຍະຍາວ.
  6. ​ເຂົາ​ໃຫ້​ຄວາມ​ນັບຖື​ແບບ​ພິ​ເສດ​ບໍ່? ການ​ຂາດ​ຄວາມ​ນັບຖື​ຈະ​​ເປັນ​ການ​ທຳຮ້າຍ​ສາຍ​ພົວພັນ​ໄວ​ຂື້ນກວ່າ​ທີ່​ທ່ານ​ຄິດ. ກ່ອນ​ອື່ນໝົດ ທ່ານ​ຕ້ອງ​ໄດ້​ນັບຖື ​ແລະ ຮູ້ຈັກ​ຄຸນຄ່າ​ຂອງ​ຕົນ​ເອງ. ບໍ່ຄວນ​ຄົບ​ກັບ​ຄົນ​ທີ່​ຖື​ທ່ານ​ຕໍ່າກວ່າ. ​ເຂົາ​ເຈົ້າຄວນ​ນັບຖື, ທັງ​ຮ່າງກາຍ, ສິ່ງ​ທີ່​ທ່ານ​ເຮັດບໍ່​ໄດ້ ​ແລະ ຄວາມ​ເຊື່ອ​ທີ່​ທ່ານ​ມີ.

ສາຍສຳພັນ​ທີ່​ມີ​ຄວາມໝາຍພິ​ເສດ​ເປັນ​ສິ່ທີ່​ຄຸ້ມ​ຄ່າ​ແກ່​ກາ​ນລໍຄອຍ ​ແລະ ຫາກ​ທ່ານ​ມີ​ຄວາມ​ອົດທົນ​ຫຼາຍພໍ, ວັນໜຶ່ງທ່ານ​ຄົງ​ຈະ​ໄດ້​ພົບ​ກັບ​ປະສົບ​ການ​ດັ່ງກ່າວ: ຜູ້​ຊາຍຈະ​ເບິ່ງ​ຜູ້​ສາວ​ອ້ອມໆຂ້າງ ​ແລະ ສັງ​ເກດ​ຜູ້​ສາວ​ທີ່ຢູ່​ໃນ​​ຝັນ​ຂອງ​ຕົນ​ເອງ, ຄົນ​ທີ່​ສ້າງ​ຄວາມ​ທະ​ເຍີ​ທະຍານ ​ແລະ ຄວາມ​ບາກ​ບັ່ນ. ຈາກ​ແນວ​ຄວາມ​ຄິດ​ມະ​ໂນ​ພາບ​ຂອງ​ຄົນ​ໃນ​ຝັນ ຈະ​ເຮັດ​ໃຫ້​ຄູ່​ບ່າວ​ສາວສົນ​ໃຈ​ທາງຮ່າງກາຍ, ເລີ່ມມີສາຍພົວພັນທາງດ້ານແນວຄິດຈິດໃຈ, ການສັນເສີນ, ​ແຮງ​ດຶງ​ດູດ​ທາງ​ກາຍ ​ແລະ ກໍ່​ໃຫ້​​ເດ​ມີ​ຄວາມ​ຕ້ອງການ​ເປັນ​ກັນ​ແລະ​ກັນ. ຈົນ​ອາດ​ເຮັດ​ໃຫ້​ຮູ້ສຶກ​ໃນ​ທີ່​ສຸດ​ວ່າ ຄົນ​ນີ້ທີ່​ຖືກ​ແຕ່ງ​ມາ​ຈາກ​ເທິງ​ຟ້າ​ເພື່ອ​ໃຫ້ກາ​ຍ​ເປັນ​ຄູ່​ຄອງ.

ໃນ​ທີ່​ສຸດ​ເວລາ​ທີ່​ຄອງ​ຄອຍ​ກໍ່ມາ​ເຖິງ.[/signinlocker]

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.