Norkhame
ເພື່ອນແທ້ແກ້ບັນຫາ ເພື່ອນແທ້ແກ້ບັນຫາ
ນັບເປັນເວລາໜຶ່ງທີ່ທີ່ໄດ້ອຸດທິດຕົນເອງໃນການສ້າງເນື້ອໃນ ຂໍ້ຄວາມຜ່ານຫຼາຍໆຮູບແບບ. ສິ່ງສຳຄັນບໍ່ໄດ້ສອນ ຫຼື ບອກສິ່ງທີ່ດີທີ່ສຸດ ແຕ່ເປັນການສະແດງຄວາມຄິດໃນການເບິ່ງຊ່ອງທາງ ແລະ ເລືອກເດີນໄປໃຫ້ດີທີ່ສຸດ. ຂ້າພະເຈົ້າສາລະພາບວ່າບໍ່ໄດ້ຮູ້ເຄັດລັບພິເສດຫຍັງ ແລະ ກໍ່ບໍ່ເຊື່ອວ່າເຄັດລັບທີ່ຄົນອື່ນຮູ້ ຈະໃຊ້ໄດ້ຜົນກັບຕົນເອງ. ເຊັ່ນດຽວກັນກໍ່ບໍ່ສາມາດຊີ້ໄດ້ໃຫ້ເຫັນວ່າອັນໃດຖືກຫຼືຜິດ. ສິ່ງນັ້ນແລ້ວແຕ່ທ່ານຈະຕັດສິນເຮັດເອງ. ຖ້າຫາກຄວາມລັບຂອງການຫາເງິນ, ມີຄວາມສຸກ ແລະ ປະສົບຜົນສຳເລັດ ສາມາດສອນກັນໄດ້ ຂ້າພະເຈົ້າຄິດວ່າທຸກໆຄົນ ຖ້າອ່ານປື້ມ ຂອງມະຫາເສດຖີແລ້ວຄົງຈະເປັນເສດຖີ ຫຼື ຖ້າອ່ານປື້ມພະພຸດທະເຈົ້າແລ້ວຄົງຈະເປັນສຸກ... ເພື່ອນແທ້ແກ້ບັນຫາ

ນັບເປັນເວລາໜຶ່ງທີ່ທີ່ໄດ້ອຸດທິດຕົນເອງໃນການສ້າງເນື້ອໃນ ຂໍ້ຄວາມຜ່ານຫຼາຍໆຮູບແບບ. ສິ່ງສຳຄັນບໍ່ໄດ້ສອນ ຫຼື ບອກສິ່ງທີ່ດີທີ່ສຸດ ແຕ່ເປັນການສະແດງຄວາມຄິດໃນການເບິ່ງຊ່ອງທາງ ແລະ ເລືອກເດີນໄປໃຫ້ດີທີ່ສຸດ. ຂ້າພະເຈົ້າສາລະພາບວ່າບໍ່ໄດ້ຮູ້ເຄັດລັບພິເສດຫຍັງ ແລະ ກໍ່ບໍ່ເຊື່ອວ່າເຄັດລັບທີ່ຄົນອື່ນຮູ້ ຈະໃຊ້ໄດ້ຜົນກັບຕົນເອງ. ເຊັ່ນດຽວກັນກໍ່ບໍ່ສາມາດຊີ້ໄດ້ໃຫ້ເຫັນວ່າອັນໃດຖືກຫຼືຜິດ. ສິ່ງນັ້ນແລ້ວແຕ່ທ່ານຈະຕັດສິນເຮັດເອງ. ຖ້າຫາກຄວາມລັບຂອງການຫາເງິນ, ມີຄວາມສຸກ ແລະ ປະສົບຜົນສຳເລັດ ສາມາດສອນກັນໄດ້ ຂ້າພະເຈົ້າຄິດວ່າທຸກໆຄົນ ຖ້າອ່ານປື້ມ ຂອງມະຫາເສດຖີແລ້ວຄົງຈະເປັນເສດຖີ ຫຼື ຖ້າອ່ານປື້ມພະພຸດທະເຈົ້າແລ້ວຄົງຈະເປັນສຸກ ແລະ ໄປນິບພານໝົດ. ກໍ່ເນື່ອງຈາກວ່າຊີວິດແຕ່ລະຄົນນັ້ນແຕກຕ່າງ ທ່ານຕ້ອງໄດ້ຮຽນຮູ້ອີກຫຼາຍໆອັນແລ້ວດັດແກ້. ຂ້າພະເຈົ້າກໍ່ໄດ້ຮຽນຈາກບັນດາທ່ານບໍ່ໜ້ອຍ ແລະ ຄວາມຮູ້ທີ່ຮຽນມາ ໄດ້ທົດລອງໃຊ້ ແຕ່ຫຼາຍອັນກໍ່ບໍ່ໄດ້ຜົນ. ບໍ່ໝາຍວ່າບໍ່ດີ ແຕ່ສະຖານະການແຕກຕ່າງ.

ໄດ້ໃຊ້ເວລາໃນການສື່ສານກັບບັນດາທ່ານ ເພື່ອຮ່ວມກັນຄິດການແກ້ໄຂບັນຫາ ການງານ, ການຮຽນ, ບັນຫາຄວາມຮັກ ແລະ ແນວຄວາມຄິດດ້ານສັງຄົມ. ແຕ່ລະຫົວຂໍ້ມີອາລົມນຳ ແລະ ສ້າງຂື້ນດ້ວຍສ່ວນລຶກຂ້າງໃນ. ຫົວຂໍ້ທີ່ຕະຫຼົກທີ່ສຸດໃນເວລາຂຽນແມ່ນ ຫົວຂໍ້ “ເຫັນໃຈອ້າຍແດ່” ສ່ວນຫົວຂໍ້ທີ່ເສົ້າທີ່ສຸດແມ່ນ “ຊອກຫາບ້ານ” ແລະ ຫົວຂໍ້ທີ່ເຮັດໄປ ແລ້ວມີນໍ້າຕາໄປແມ່ນ “ຄືນສິດສູ່ມານດາ”. ນອກນັ້ນຍັງມີຫຼາຍຫົວຂໍ້ທີ່ຫຼາຍຄົນປະທັບໃຈ ແລະ ມີການສົນທະນາກັນຫຼາຍ ແລະ ສ່ວນຕົວແລ້ວກໍ່ມັກ ຄື “ຮັກບໍ່ຈຳກັດ” ເຊິ່ງທີມີຄົນເຫັນຫຼາຍກວ່າ ສອງລ້ານຄົນ ແລະ ມີການກົດແຊຫຼາຍກວ່າ 6000 ຄັ້ງ.

ການສື່ສານທາງອອນໄລເຮັດໃຫ້ເຮົາສາມາດໃກ້ຊິດກັນຫຼາຍຂື້ນ. ຂ້າພະເຈົ້າຢາກໃຊ້ສື່ນີ້ໃນການ ສ້າງສາຍພົວພັນກັບບັນດາທ່ານ ໃນນາມເພື່ອນມິດ. ເຊິ່ງກໍ່ແທດເໜາະກັບແນວທາງຂອງ ຂ້າພະເຈົ້າທີ່ຍາມໃດກໍ່ຢາກກາຍເປັນ “ເພື່ອນຄູ່ຄິດ ຂອງຄົນລາວຍຸກໃໝ່”.

ຈະຍັງມີຫຼາຍໆຫົວຂໍ້ໃຫ້ທ່ານໄດ້ຕິດຕາມ ເພື່ອເປັນກຳລັງໃຈ ຈາກເພື່ອນມິດຄົນລາວຄົນໜຶ່ງທີ່ ຢາກເຫັນຄົນລາວທັງໝົດເກັ່ງໆ ແລະ ຮ່ວມກັນພັດທະນາປະເທດ. ຫາກທ່ານບໍ່ຢາກພາດຫົວຂໍ້ສຳຄັນ ແລະ ເກາະຕິດບໍ່ຂາດສາຍ ທ່ານສາມາດ ກົດໄລ໋ ໜ້າ Facebook – ນໍຄໍາ NorKhame ແລະ ກົດສະໜັກຜ່ານທາງອີເມວ ດ້ວຍວິທີລຸ່ມນີ້:

  1. ກົດເຂົ້າ ຈຸດເຊື່ອມນີ້: ລົງນາມເອົາຄວາມຮູ້
  2. ຂຽນທີ່ຢູ່ອີເມວໃສຝອມທາງເທິງ ແລະ ກົດລົງທະບຽນ (Subscribe)
  3. ຈາກນັ້ນທ່ານຈະໄດ້ຮັບຫົວຂໍ້ໃໝ່ໆກ່ອນຄົນອື່ນ

ຂ້າພະເຈົ້າມີຫຼາຍຢ່າງທີ່ຢາກແບ່ງປັນ ແລະ ຢາກຮຽນກັບບັນດາທ່ານ. ຫວັງວ່າຈະເຂົ້າມາຕິດຕາມກັນ.

ລະກະຂໍຝາກເພັງລຸ່ມນີ້. ເຊິ່ງເປັນເພັງທີ່ສະແດງໃຫ້ເຫັນວ່າ ເພື່ອນຮ່ວມອຸດົມການນັ້ນສຳຄັນຫຼາຍ. ເຂົາເຈົ້າພ້ອມກັນຄິດ, ຝັນ ແລະ ຜ່ານຜ່າ. ຂ້າພະເຈົ້າຫວັງວ່າຈະໄດ້ຮ່ວມອຸດົມການກັບບັນດາທ່ານເພື່ອສ້າງຝັນໃຫ້ແກ່ຕົນເອງກໍ່ຄືປະເທດຊາດ.

 

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.