Norkhame
ສາເຫດທີ່ເລືອກຄົນຜິດ ສາເຫດທີ່ເລືອກຄົນຜິດ
ພາບພົດການເອົາໃຈຂອງຄົນຮັກກັນເຮັດໃຫ້ຄົນເປັນໂສດ ຮູ້ສຶກບໍ່ສະບາຍໃຈ ແລະ ຕ້ອງການໃຫ້ໃຜຈັກຄົນມາໃສ່ໃຈ. ນອກນັ້ນຍັງມີເລື່ອງຄວາມຕ້ອງການທາງກາຍ ເຊິ່ງຫຼາຍໆຄັ້ງມັກສັບສົນລະຫວ່າງຄວາມຮັກ. ຄວາມຢາກໄດ້, ເຮັດໃຫ້ຄົນຝ້າວຝັງແລະມັກເລືອກຜິດຄົນ. 1. ຢ້ານຢູ່ເປັນໂສດ-ການເປັນໂສດຫຼາຍຄົນບໍ່ສາມາດຫຼົບຫຼີກຄວາມເຫງົາ ສາວໆ ແລະ ໜຸ່ມໆ ຕ່າງຫາໃຜຈັກຄົນເພື່ອໃຫ້ຮູ້ໃຈ ແລະ ໂອ້ລົມ. ຈິ່ງສ້າງໃຫ້ຕົນເອງເປັນທີ່ສົນໃຈ ເປັນຕົ້ນການແຕ່ງຕົວ, ການອອກສັງຄົມ ແລະ ອື່ນໆ. ຫຼາຍຄົນເຊື່ອວ່າ: ມີແຟນບໍ່ດີ,... ສາເຫດທີ່ເລືອກຄົນຜິດ

ພາບພົດການເອົາໃຈຂອງຄົນຮັກກັນເຮັດໃຫ້ຄົນເປັນໂສດ ຮູ້ສຶກບໍ່ສະບາຍໃຈ ແລະ ຕ້ອງການໃຫ້ໃຜຈັກຄົນມາໃສ່ໃຈ. ນອກນັ້ນຍັງມີເລື່ອງຄວາມຕ້ອງການທາງກາຍ ເຊິ່ງຫຼາຍໆຄັ້ງມັກສັບສົນລະຫວ່າງຄວາມຮັກ. ຄວາມຢາກໄດ້, ເຮັດໃຫ້ຄົນຝ້າວຝັງແລະມັກເລືອກຜິດຄົນ.

[signinlocker id=”3227″]1. ຢ້ານຢູ່ເປັນໂສດ-ການເປັນໂສດຫຼາຍຄົນບໍ່ສາມາດຫຼົບຫຼີກຄວາມເຫງົາ

ສາວໆ ແລະ ໜຸ່ມໆ ຕ່າງຫາໃຜຈັກຄົນເພື່ອໃຫ້ຮູ້ໃຈ ແລະ ໂອ້ລົມ. ຈິ່ງສ້າງໃຫ້ຕົນເອງເປັນທີ່ສົນໃຈ ເປັນຕົ້ນການແຕ່ງຕົວ, ການອອກສັງຄົມ ແລະ ອື່ນໆ. ຫຼາຍຄົນເຊື່ອວ່າ: ມີແຟນບໍ່ດີ, ດີກວ່າບໍ່ມີແຟນ. ເຊິ່ງເປັນຄວາມເຊື່ອທີ່ກໍ່ໃຫ້ຕົນເອງຍິ່ງມີພາລະເພີ່ມ ໃນການແກ້ໄຂບັນຫາ. ເມື່ອພະຍາຍາມຢູ່ເປັນຄູ່ ແຕ່ຄົນທີ່ເຮົາຄົບອາດບໍ່ໄດ້ສ້າງແນວດີໆໃຫ້ ທ່ານກໍ່ຈະຍັງພະຍາຍາມດື້ດຶງເຂົາໄວ້ ແລະ ສ້າງສິ່ງພໍໃຈໃຫ້ຄົນຮັກ ເນື່ອງຈາກຢ້ານເຂົາປະ. ສິ່ງທີ່ທ່ານກຳລັງຈະສຶກສາຕໍ່ໄປນີ້ ເປັນການເປີດແນວຄວາມຄິດຂອງທ່ານ ເພື່ອໃຫ້ທ່ານໄດ້ຄົບກັບຄົນທີ່ເໜາະສົມ, ປະລະຄົນທີ່ບໍ່ດີ ແລະ ຫຼີກລ່ຽງຄົບຄົນທີ່ມີພຶດຕິກຳບໍ່ດີ ຫຼື ບໍ່ໃຫ້ຫຼົງມັກຄົນທີ່ບໍ່ເໜາະກັບທ່ານ,

2. ຫຼາຍຄົນເຊື່ອວ່າ ສາຍພົວພັນໃໝ່ ຈະຊ່ວຍຮັກສາຄວາມເຈັບປວດທີ່ມີເຂົ້າມາໃນຊີວິດຂອງທ່ານ

ເວລາຄົນມີບັນຫາ, ມັກຈະຄິດວ່າ ຕ້ອງການໃຜຈັກຄົນໜຶ່ງເຂົາມາຊ່ວຍ. ຄົນໆນັນອາດແມ່ນຄົນຮັກແລະເຂົ້າໃຈທ່ານ ເພື່ອເຮັດໃຫ້ບັນຫາສັບສົນ ແລະ ຄວາມເຈັບປວດໃນຕອນໂສດນັນຫາຍໄປ. ຄົນຈິ່ງເລືອກຮັກຄົນອື່ນ ແລະ ໃຫ້ເຂົາເຈົ້າມາມີສ່ວນຮ່ວມກັບການແກ້ໄຂບັນຫາຊີວິດ. ໃນເວລາທີ່ພົບກັບບັນຫາ, ຄວາມຮູ້ສຶກຂອງຄົນຕ່າງຮຽກຮ້ອງໃຫ້ເປັນທີ່ຮັກຂອງຄົນອື່ນ ແລະ ເມື່ອໃດຫາກທ່ານບໍ່ພົບກັບຄົນທີ່ທ່ານຄິດວ່າຄວນເປັນຄົນຮັກຂອງທ່ານ (ຖືກປະຕິເສດ) ທ່ານກໍ່ຈະຍິ່ງມີຄວາມໂຫຍຫາຄວາມຮັກຍິ່ງໆຂື້ນ. ໃນສະພາບດັ່ງກ່າວ, ຄົນທີ່ພົບຄູ່ຮັກຄົນຕໍ່ໄປ ຈິ່ງມັກໃາກຄວາມຫວັງທຸກໆຢ່າງໄວ້ນຳຄົນທີ່ຈະເຂົ້າມາໃນຊີວິດຂອງທ່ານເພື່ອຮ່ວມແກ້ໄຂບັນຫາ. ສິ່ງດັ່ງກ່າວ ອາດເປັນຄວາມຄິດທີ່ຜິດພາດ ເພາະຄົນຕ່າງກໍ່ມີບັນຫາ. ເຂົາອາດຈະຝາກຄວາມຫວັງໄວ້ນຳທ່ານຊ່ວຍແກ້ໄຂ. ຫາກທັງສອງຕ່າງບໍ່ມີຕົນເອງເປັນທີ່ເພີ່ງ ກໍ່ຈະເກີດມີການຕໍ່ວ່າ, ເອື່ອຍອີງໃຫ້ຄູ່ຮັກປະທານທຸກໆຢ່າງໃຫ້.

ໃນສະພາບສັງຄົມປະຈຸບັນ. ເດັກໄວໝູ່ມຕ່າງກໍ່ຈະເລີ່ມມີຄວາມສົນໃຈໃນຊູ້ສາວ. ຫາກຄອບຄົວບໍ່ໃສ່ໃຈອາດເຮັດໃຫ້ເຂົາເຈົ້າມີສາຍສຳພັນທີ່ຜິດພາດ. ພໍ່ແມ່ທີ່ໃສ່ໃຈແຕ່ວຽກງານຈະເຮັດໃຫ້ເດັກໆຂາດຄວາມອົບອຸ່ນ, ຮູ້ສຶກຫວ່າງເປົ່າ ແລະ ບໍ່ເປັນທີ່ຮັກຂອງຄອບຄົສ ຈົນເຮັດໃຫ້ລູກໆຕ່າງກໍ່ຕ້ອງຊອກຫາໃຜຈັກຄົນໃນສະຖານທີ່ທີ່ບໍ່ເໜາະສົມ.[/signinlocker]

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.