Norkhame
ຮ່ວມທາງເດີນ ຮ່ວມທາງເດີນ
ທຸກວັນ, ຄົນທົ່ວສາລະທິດ ຕ່າງຮີບຟ້າວອອກເດີນທາງສູ່ຈຸດໝາຍໃຫ້ທັນກັບເວລາ. ປະລິມານລົດຂະຫຍາຍຕົວຢ່າງວ່ອງໄວ. ສະແດງ ວ່າຄົນໃນເຂດຕົວເມື່ອງມີລາຍຮັບສູງຂື້ນ. ແຕ່ສະພາບການເດີນທາງທີ່ແອອັດໄດ້ສ້າງຄວາມລຳຄານໃຈແຫ່ຄົນລາວບໍ່ແມ່ນໜ້ອຍ. ລົດຕິດຕາມສີ່ແຍກ ທີ່ບໍ່ມີໄຟແດງ ໃນຍາມໂມງເຂົ້າການ ເປັນສິ່ງທີ່ມັກພົບເຫັນ. ແມ່ນແຕ່ເສັ້ນທາງທີ່ ມີໄຟແດງກໍ່ຍັງຕິດເພາະມັກມີຄັນທີ່ລ່ວງໄຟແດງ ຈົນເຮັດໃຫ້ຄີວໄປຂອງຄັນອື່ນໝົດໄປ ແລະ ເຮັດໃຫ້ເກີດມີຄວາມສັບສົນ ຫາກວ່າບໍ່ມີຕຳຫຼວດຈໍລະຈອນປະຈຳທາງ. ໂດຍສະເພາະແມ່ນເວລາເກີດອຸບັດຕິເຫດ, ຄົນຂັບກໍ່ມັກຈະມາໄກເກ່ຍບັນຫານຳທາງ ຈົນກວ່າປະກັນໄພຈະມາເຖິງ. ລົດທີ່ຈອດຄ້າງ ກໍ່ພາໃຫ້ລົດຄັນອື່ນບໍ່ສາມາດໄປໄດ້ສະດວກ. ຮ້າຍແຮງໄປກວ່ານັ້ນ, ບໍ່ສາມາດໄປໄດ້ເລີຍ... ຮ່ວມທາງເດີນ

ທຸກວັນ, ຄົນທົ່ວສາລະທິດ ຕ່າງຮີບຟ້າວອອກເດີນທາງສູ່ຈຸດໝາຍໃຫ້ທັນກັບເວລາ. ປະລິມານລົດຂະຫຍາຍຕົວຢ່າງວ່ອງໄວ. ສະແດງ ວ່າຄົນໃນເຂດຕົວເມື່ອງມີລາຍຮັບສູງຂື້ນ. ແຕ່ສະພາບການເດີນທາງທີ່ແອອັດໄດ້ສ້າງຄວາມລຳຄານໃຈແຫ່ຄົນລາວບໍ່ແມ່ນໜ້ອຍ. ລົດຕິດຕາມສີ່ແຍກ ທີ່ບໍ່ມີໄຟແດງ ໃນຍາມໂມງເຂົ້າການ ເປັນສິ່ງທີ່ມັກພົບເຫັນ. ແມ່ນແຕ່ເສັ້ນທາງທີ່ ມີໄຟແດງກໍ່ຍັງຕິດເພາະມັກມີຄັນທີ່ລ່ວງໄຟແດງ ຈົນເຮັດໃຫ້ຄີວໄປຂອງຄັນອື່ນໝົດໄປ ແລະ ເຮັດໃຫ້ເກີດມີຄວາມສັບສົນ ຫາກວ່າບໍ່ມີຕຳຫຼວດຈໍລະຈອນປະຈຳທາງ. ໂດຍສະເພາະແມ່ນເວລາເກີດອຸບັດຕິເຫດ, ຄົນຂັບກໍ່ມັກຈະມາໄກເກ່ຍບັນຫານຳທາງ ຈົນກວ່າປະກັນໄພຈະມາເຖິງ. ລົດທີ່ຈອດຄ້າງ ກໍ່ພາໃຫ້ລົດຄັນອື່ນບໍ່ສາມາດໄປໄດ້ສະດວກ. ຮ້າຍແຮງໄປກວ່ານັ້ນ, ບໍ່ສາມາດໄປໄດ້ເລີຍ ໃນບາງກໍລະນີທີ່ຮ້າຍແຮງ.

ແຕ່ລະຄົນຕ່າງມີພາລະກິດຄ້າຍໆກັນໃນຍາມຕອນເຊົ້າ, ເຊັ່ນ: ໄປການ, ສົ່ງລູກ ແລະ ຄົນຮັກໄປໂຮງຮຽນ. ບາງກໍລະນີແມ່ນຄົນໃນຄອບຄົວເຂົ້າໂຮງໝໍ ສະນັ້ນຕ້ອງໄດ້ໄປເບິ່ງແຍງໃຫ້ທັນກັບເວລາ. ຄວາມຮີບຮ້ອນໃນການເດີນທາງ ບົນເສັ້ນທາງທີ່ນັບມື້ນັບແອອັດເຮັດໃຫ້ຫຼາຍຄົນອາດບໍ່ສະບາຍໃຈ. ກາຍເປັນຄົນໃຈຮ້ອນ ແລະ ມັກຜິດຖຽງກັນກັບຄົນແປກໜ້ານຳທາງ. ຫາກມີໃຜມາລ່ວງທາງ ຫຼື ຂັບລົດບໍ່ມີມາລະຍາດ ກໍ່ຈະເຮັດໃຫ້ຄົນທີ່ຮ່ວມທາງສັນຈອນຕ່າງອາລົມບໍ່ດີ.

ເຫດການໜື່ງທີ່ມັກກໍ່ໃຫ້ລົດຕິດ ແມ່ນໃນຍາມບຸນ. ເປັນຕົ້ນບຸນທາດຫຼວງ ແລະ ງານປະເພນີໃນເຂດຕ່າງໆ. ຈະພາໃຫ້ມີການສັນຈອນທີ່ແອອັດ. ນະຄອນຫຼວງວຽງຈັນເປັນເມື່ອງນ້ອຍໆ ຫາກທຽບໃສ່ໃນຂົງເຂດອາຊຽນ, ບັນຫາລົດຕິດກໍ່ເລີ່ມກາຍເປັນບັນຫາສັບສົນໃຫ້ແກ່ການນຳຫຼາຍຂັ້ນພະຍາຍາມແກ້ໄຂ. ຄາດວ່າເສັ້ນທາງດ່ວນພິເສດຫຼາຍສາຍ ຈະຖືກສ້າງຂື້ນເພື່ອຮອງຮັບກັບປະລິມານລົດທີ່ເພີ່ມຂື້ນ ທຸກໆວັນ. ຫາກເປັນແນວນັ້ນ, ກໍ່ຈະເປັນການແບ່ງເບົາປັນຫາລົດລົ້ນທາງດັ່ງທີ່ມັກເຫັນໃນປະຈຸບັນ. ທ່ານທີ່ບໍ່ຢາກເສຍເວລານັ່ງເຜົ້າພວງມາໄລ ເຜົານໍ້າມັນລົດ ເປັນຊົວໂມງ, ຄົງຈະຍອມຈ່າຍຄ່າໃຊ້ທາງດ່ວນ.

ເມື່ອງຫຼວງຂອງແຕ່ລະປະເທດເກືອບວ່າໜີບໍ່ພົ້ນບັນຫາລົດຕິດ. ຫຼາຍໆທາງແກ້ທີ່ຕ່າງປະເທດນຳມາໃຊ້ ນອກຈາກທາງດ່ວນແລ້ວ, ຍັງມີການສະໜອງລົດຂົນສົ່ງໂດຍສານທີ່ມີຄຸນນະພາບ ແລະ ທັນກັບສະພາບເວລາໃນຈຸດທີ່ສຳຄັນຂອງເຂດເມືອງ. ການລົນນະລົງໃຫ້ປະຊາຊົນຮ່ວມກັນໃຊ້ລົດໃຫຍ່ຮ່ວມກັນ, ຫຼື ໃຊ້ພາຫະນະອື່ນໆແທນລົດ ເປັນຕົ້ນແມ່ນລົດຖີບ. ແນວໃດກໍ່ຕາມ, ບາງຮູບການຂອງປະເທດອື່ນ ອາດບໍ່ເຮັດໃຫ້ຄົນລາວມີຄວາມກະຕືລືລົ້ນໃນການປະຕິບັດ. ເປັນຕົ້ນ, ອັດຕາຕໍາແລ້ວໜີ ຫຼື ອຸບັດຕິເຫດຕາມທ້ອງຖະໜົນຫຼວງ, ກາຍເປັນສິ່ງທີ່ພໍ່ແມ່ພີ່ນ້ອງເປັນຫວ່ງຫຼາຍ. ປະເທດລາວຖືກຈັດໃນກຸ່ມປະເທດທີ່ມີອັດຕາສ່ຽງຕໍ່ການເກີດອຸລັດຕິເຫດ ໂດຍສະເລ່ຍຕາມປະຊາກອນລາວ ແມ່ນຕິດອັນດັບຕົ້ນໆຂອງເຂດອາຊຽນ. ໃນນັ້ນ, ຄົນຂີ່ລົດຈັກ ແລະ ລົດຖີບເປັນເຍືອຂອງເຫດການ.

ແທ່ນທີ່ຈະຖ້າໃຫ້ມີສິ່ງອຳນວຍຄວາມສະດວກແກ່ການສັນຈອນຫຼາຍຂື້ນ, ປະຊາຊົນລາວເຮົາຄວນມາສ້າງນໍ້າໃຈການຂັບຂີ່. ໃນຫຼາຍໆກໍລະນີທີ່ພົບສາເຫດຂອງລົດຕິດແມ່ນຍ້ອນຄົນເຮົາບໍ່ປະຕິບັດລະບຽບ, ເຊັ່ນ: ຈອດບໍ່ເປັນບ່ອນ, ໄປໃນທາງທີ່ບໍ່ແມ່ນທາງຕົນເອງ, ລ່ວງໄຟແດງ. ສິ່ງນີ້ມັກພາໃຫ້ເກີດມີອຸບັດຕິເຫດ, ແລະ ການສັນຈອນຍິ່ງສັບສົນ ແກ່ຄັນທີ່ມີລະບຽບ. ແນ່ນອນ ເປັນສາເຫດຂອງການເກີດອຸບັດຕິເຫດ. ຕາມປະສົບການໄປຕ່າງປະເທດ, ຫົນທາງເຂດເມື່ອງເກົ່າກໍ່ບໍ່ໄດ້ໃຫຍ່ກວ່ານະຄອນຫຼວງວຽງຈັນປານໃດ, ແຕ່ການສັນຈອນ ແລະ ລະບົບການຂັບຂີ່ເປັນລະບຽບຫຼາຍ.

ເບິ່ງຄືວ່າຈະເສຍເວລາ ຫາກເຮົາຈະປ່ອຍໃຫ້ຄົນອື່ນໄປກ່ອນ, ໂດຍສະເພາະຄັນທີ່ມີສິດຕາມກົດຈາລະຈອນ ກໍ່ຈະເປັນການແບ່ງເບົາປັນ ຫາລົດຕິດ. ຫາກເຮັດແນວນັ້ນໄດ້, ກໍ່ຈະເຮັດໃຫ້ລະບົບການຈາລະຈອນລາວຜ່ອນເບົາການແອ່ອັດລົງ ແລະ ເຮັດໃຫ້ລົດໄປສະດວກຍິ່ງຂື້ນ. ສິ່ງທີ່ກ່າວມານັ້ນ, ກ່ຽວພັນກັບ “ນໍ້າໃຈຂອງຄົນລາວ” ເຊິ່ງເປັນສິ່ງໜຶ່ງສຳຄັນທີ່ສຸດໃນການເປັນຄົນລາວ.

ຄົນລາວເຮົາມັກຖືກຂະໜານນາມວ່າເປັນຄົນມີນໍ້າໃຈ ແລະ ເພື່ອແຜ່. ຫາກພວກເຮົາບໍ່ນຳມາສະແດງຕາມທ້ອງຖະໜົນຫຼວງແລ້ວ, ກໍ່ຈະເຮັດໃຫ້ຊາວຕ່າງດ້າວເຫັນພາບພົດແນວບໍ່ດີຂອງຄົນລາວເຮົາ. ໃນສາຍຕາຂອງຕ່າງປະເທດ, ເຫັນວ່າສະພາບລົດຕິດໃນລາວ ຍັງບໍ່ທັນຊໍ້າເຮື້ອ. ໝາຍວ່າຕິດບາງໂອກາດ. ແຕ່ປະເທດເຂົາເຈົ້າ, ທັງເວັນທັງຄືນ. ໂດຍສະເພາະຍາມເຂົ້າການແຮງຕິດ.

ບາງທີ່ກະບໍ່ແມ່ນໜ້າທີ່ຂອງທ່ານທີ່ຕ້ອງໄດ້ສະແດງນໍ້າໃຈເພື່ອຮັກສາໜ້າຕາ ວັດຖະທະທຳຂອງປະເທດ, ຫາກມັນແມ່ນສິ່ງທີ່ທຸກໆຄົນຕ້ອງການ. ຢ່າງຂີ້ລາຍ ຄວນໃສ່ໃຈໃນການປ່ອຍທາງໃຫ້ຄົນຂ້າມທາງ ເປັນຕົ້ນ ເດັກນັກຮຽນ, ພໍ່ແມ່ທີ່ສົ່ງລູກ, ແມ່ຍິງແມ່ມານ ແລະ ຄົນທົ່ວໆໄປ. ເທົ່ານີ້ກໍ່ໜ້າຈະເຮັດໃຫ້ຫົນທາງລາວເຮົາອົບອຸ່ນ ແລະ ເຕັມໄປດ້ວຍນໍ້າໃຈ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.