Norkhame
ຢຸດຮຽນຢຸດສະຫຼາດ ຢຸດຮຽນຢຸດສະຫຼາດ
ຄວາມ​ສາມາດ​ລູກຫຼານຂື້ນກັບ​ຄູ​ສອນ​ເປັນ​ສ່ວນ​ໜຶ່ງ, ອີກ​ສ່ວນໜຶ່ງ​ແມ່ນ​ຄວາມ​ສາມາດ​ໃນ​ການ​ຮໍ່າຮຽນຂອງ​ຕົວ​ນັກຮຽນ​ເອງ. ການ​ພັດທະນາ​ຄວາມ​ສາມາດ​ໃນ​ການ​ສຶກສາ​ເອງ​ເປັນ​ສິ່ງ​ທີ່​ພໍ່​ແມ່​ຈະ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ພັກ​ດັນ. ຄວາມຢາກຮຽນແລະຊອກຮູ້ເຮັດໃຫ້ຄົນສະຫຼາດໃນວັນນີ້, ສະຫຼາດຂື້ນ. ຄົນຈົບການສຶກສາສູງໆ, ຫາກຢຸດການຮຽນແລ້ວກໍ່ຍາກໃນການທີ່ຈະເຂົ້າໃຈບັນຫາສັງຄົມ ແລະ ເຕັກນິກການນຳໃຊ້ເຂົ້າໃນການເຮັດວຽກແບບໃໝ່. ຄວາມສາມາດໃນການຮຽນຕໍ່ຫຼັງຈົບການສຶກສາ, ຈະເປັນປະຕູເບິກທາງໃຫ້ແກ່ການເຂົ້າໃຈບັນຫາ, ການຄົ້ນຄ້ວາສິ່ງທີ່ເໜາະສຳລັບຕົນເອງ ແລະ ທັງຍັງຈະໄດ້ມີການປັບຕົວກັບຕົວຈິງ. ກ້າວ​ເຂົ້າມາ​ສັດຕະ​ຫວັດ​ທີ່ 21, ​ໂຄງ​ສ້າງ​ເສດຖະກິດ​ໄດ້​ມີ​ການ​ປ່ຽນ​ແປງ. ຮູບ​ແບບ​ການ​ນຳ​ໃຊ້​ເຕັກນິກ​ການ​ຊື້ຂາຍ ​ໄດ້​ຫັນ​ມາ​ນຳ​ໃຊ້​ສື່​ອອນ​ໄລ​ຫຼາຍຂື້ນ. ນອກ​ນັ້ນ, ຄົນ​ຍັງ​ສາມາດ​ສື່ສານ ​ແລະ ຕິດຕໍ່​ແລກ ປ່ຽນ​ຄວາມ​ຮູ້​ໃນ​ຫຼາຍດ້ານ.... ຢຸດຮຽນຢຸດສະຫຼາດ

ຄວາມ​ສາມາດ​ລູກຫຼານຂື້ນກັບ​ຄູ​ສອນ​ເປັນ​ສ່ວນ​ໜຶ່ງ, ອີກ​ສ່ວນໜຶ່ງ​ແມ່ນ​ຄວາມ​ສາມາດ​ໃນ​ການ​ຮໍ່າຮຽນຂອງ​ຕົວ​ນັກຮຽນ​ເອງ. ການ​ພັດທະນາ​ຄວາມ​ສາມາດ​ໃນ​ການ​ສຶກສາ​ເອງ​ເປັນ​ສິ່ງ​ທີ່​ພໍ່​ແມ່​ຈະ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ພັກ​ດັນ.

ຄວາມຢາກຮຽນແລະຊອກຮູ້ເຮັດໃຫ້ຄົນສະຫຼາດໃນວັນນີ້, ສະຫຼາດຂື້ນ. ຄົນຈົບການສຶກສາສູງໆ, ຫາກຢຸດການຮຽນແລ້ວກໍ່ຍາກໃນການທີ່ຈະເຂົ້າໃຈບັນຫາສັງຄົມ ແລະ ເຕັກນິກການນຳໃຊ້ເຂົ້າໃນການເຮັດວຽກແບບໃໝ່. ຄວາມສາມາດໃນການຮຽນຕໍ່ຫຼັງຈົບການສຶກສາ, ຈະເປັນປະຕູເບິກທາງໃຫ້ແກ່ການເຂົ້າໃຈບັນຫາ, ການຄົ້ນຄ້ວາສິ່ງທີ່ເໜາະສຳລັບຕົນເອງ ແລະ ທັງຍັງຈະໄດ້ມີການປັບຕົວກັບຕົວຈິງ.

ກ້າວ​ເຂົ້າມາ​ສັດຕະ​ຫວັດ​ທີ່ 21, ​ໂຄງ​ສ້າງ​ເສດຖະກິດ​ໄດ້​ມີ​ການ​ປ່ຽນ​ແປງ. ຮູບ​ແບບ​ການ​ນຳ​ໃຊ້​ເຕັກນິກ​ການ​ຊື້ຂາຍ ​ໄດ້​ຫັນ​ມາ​ນຳ​ໃຊ້​ສື່​ອອນ​ໄລ​ຫຼາຍຂື້ນ. ນອກ​ນັ້ນ, ຄົນ​ຍັງ​ສາມາດ​ສື່ສານ ​ແລະ ຕິດຕໍ່​ແລກ ປ່ຽນ​ຄວາມ​ຮູ້​ໃນ​ຫຼາຍດ້ານ. ຫາກ​ທ່ານ​ໄດ້​ພາສາ​ອັງກິດ, ​ແຫຼ່ງຄວາມ​ຮູ້​ເກືອບ​ວ່າ​ທຸກໆດ້ານ​ໄດ້​ຖືກ​ແປ ​ແລະ ນຳ​ອອກ​ສູ່​ອິນ​ເຕີ​ເນັດ. ​ໂອກາດ​ການ​ເຂົ້າຫາ​ຄວາມ​ຮູ້​ມີຍິ່ງຫຼາຍຂື້ນ, ສະນັ້ນ ນັກຮຽນບໍ່ຄວນ​ຢຸດ​ການ​ສຶກສາ​ເພີ່ມ​ເຕີມ ​ເພື່ອ​ສ້າງ​ຂີດ​ຄວາມ​ສາມາດ ​ໃນ​ການສຶກສາ​ຫາ​ຄວາມ​ຮູ້ ​ໃນ​ຂົງ​ເຂດ​ຕ່າງໆ.

ນອກຈາກ​ຈະ​ອ່ານ​ອອກ​ຂຽນ​ເປັນ, ຄົນ​ລຸ້ນ​ໃໝ່ຍັງ​ຕ້ອງ​ໄດ້​ພັດທະນາ​ທັກ​ສະການ​ເຮັດ​ວຽກປະສານ​ງານ, ສ້າງສັນ​ການຄົ້ນຄິດ ​ແລະ ການ​ແກ້​ໄຂ​ບັນຫາ. ທັດສະນະ​​ໃນ​ການ​ເຮັດ​ວຽກ ​ເປັນຕົ້ນຄວາມ​ສະ​ເໝີຕົ້ນສະເໝີປາຍ, ຄວາມ​ສົນ​ໃນໜ້າວຽກ ​ແລະ ການ​ລິ​ເລີ່​ມກິດຈະກຳ​ວຽກງານ, ການເຂົ້າຫາຂໍ້ມູນ-ຂ່າວສານ ແລະ ຄວາມສາມາດໃນການນຳຂໍ້ມູນມາຄົ້ນຄິດວິໄຈ ຈະເປັນການສ້າງໃຫ້ທ່ານສາມາດກ້າວໄກ ກວ່າຄົນອື່ນໆ. ທັງຍັງຈະສາມາດ ເຮັດໃຫ້ຕົນເອງໄດ້ ຮັບຂ່າວສານໃໝ່ໆເພື່ອນຳໃຊ້ເຂົ້າໃນການຕັດສິນໃຈ.

ເພື່ອເຮັດໃຫ້ຕົນເອງສາມາດໄດ້ຮັບຄວາມຮູ້ໃໝ່ໆ ໃນຍຸກສັດຕະຫວັດທີ່ 21, ຈະໄດ້ຍົກຂົງເຂດທີ່ທ່ານຕ້ອງໄດ້ພິຈາລະນາຄົ້ນຄ້ວາຄວາມຮູ້ເຫຼົ່ານັ້ນມາໃຊ້, ນອກຈາກຄວາມຮູ້ທີ່ໄດ້ຮຽນມາໃນການສຶກສາສາມັນ. ປະກອບມີ 03 ຂົງເຂດ ແລະ 16 ຂົງເຂດ ດັ່ງນີ້: ການອ່ານ, ຮູ້ນຳໃຊ້,​ແລະ ບຸກຂະລິກດີ.

  1. ຄວາມສາມາດໃນການອ່ານ: ການອ່ານໃນນີ້ຫມາຍເຖິງການຕີລາຄາ ແລະ ເຂົ້າໃຈ. ເປັນສິ່ງທີ່ທຸກໆຄົນຈະຕ້ອງເປັນຫຼາຍກວ່າການອ່ານໜັງສື ແລະ ຕົວເລກ. ຕ້ອງມີຄວາມສາມາດໃນການອ່ານຂໍ້ມູນຈາກເຕັກໂນໂລຍີ (ICT), ການເຂົ້າໃຈວິທະຍາສາດ, ຂໍ້ມູນການເງິນ, ວັດທະນະທຳ ແລະ ອ່ານອອກບັນຫາສັງຄົມ. ການສ້າງຄວາມສາມາດດ້ານນີ້ ໄດ້ຮັບການປັບປຸງໃນຫຼາຍໆປະເທດທົ່ວໂລກ ລວມທັງ ສ ປ ປ ລາວ.
  2. ຄວາມສາມາດໃນການນຳໃຊ້: ໝາຍເຖິງການປະສົມປະສານຫຼາກຫຼາຍສິ່ງທ້າທາຍ ແລະ ສາ ມາດນຳໃຊ້ຂໍ້ມູນແກ້ໄຂປັນຫາ. ເປັນຕົ້ນແມ່ນຄວາມສາມາດ ໃນການຄົ້ນຄິດແບບຕຶກຕອງເຫດຜົນ, ຮູ້ຈັກວິໄຈ ແລະ ປະເມີນສະຖານນະການ, ມີຄວາມຄິດ ແລະ ຮູ້ຈັກວິທີໜູນໃຊ້ຂໍ້ມູນເພື່ອສ້າງການຕອບໂຕ້ທີ່ຊານສະຫຼາດ ແກ່ບັນຫາທີ່ເກີດຂື້ນ. ການຄິດສ້າງສັນ ແມ່ນຄວາມສາມາດໃນການມະໂນພາບ ແລະ ນຳໃຊ້ວິວັດທະນາການທີ່ຫຼາກຫຼາຍ ເຂົ້າໃນຮູບແບບໃໝ່ ຂອງການແກ້ໄຂບັນຫາ, ການຕອບຄຳຖາມ ຫຼື ການສະແດງອາລົມ ເປັນທາງຄວາມໝາຍ ດ້ວຍຫຼາກຫຼາຍວິທີສືສານ, ການເຊື່ອມຕໍ່ຫຼາກຫຼາຍເຫດການ ແລ້ວນຳກັບມາສ້າງເປັນຄວາມຮູ້ອັນໃໝ່. ການສື່ສານ ແລະ ການປະສານງານລວມເອົາທັງລະດັບອົງການ ແລະ ບຸກຄົນເພື່ອຊອກຫົນທາງແກ້ໄຂ.
  3. ບຸກຄະລິກກະພາບທີ່ດີເລີດ: ແມ່ນລວມເອົາວິທີຂອງນັກຮຽນວ່າ ຈະສາມາດປ່ຽນແປງໄປຕາມສະພາບແວດລ້ອມທີ່ອາດເກີດມີການປ່ຽນແປງຢ່າງບໍ່ທັນຕັ້ງຕົວ. ເປັນຕົ້ນການປ່ຽນແປງສະຖານະການຕ່າງໆທີ່ມັກເກີດຂື້ນ ໃນຂົງເຂດການເງີນ, ສັງຄົມ ແລະ ອື່ນໆ. ຄວາມສາມາດໃນການປັບຕົວ ແລະ ຢູ່ກັບສະພາບດັ່ງກ່າວ ຈະເຮັດໃຫ້ຫຼຸດຜ່ອນການສູນເສຍ ແລະ ສ້າງໃຫ້ມີຄວາມສຳເລັດຫຼາຍຂື້ນ. ຄວາມຢາກຮູ້ຢາກເຫັນ ແລະ ການລິເລີ່ມສິ່ງໃໝ່ໆ ເປັນຕົ້ນ ການຄົ້ນຫາແນວຄິດ ແລະ ຮູບແບບເຮັດວຽກທີ່ຫຼາກຫຼາຍ. ນອກນັ້ນ, ພາວະການເປັນຜູ້ນຳສັງຄົມ ແລະ ຄວາມເຂົ້າໃຈສະພາບສັງຄົມ ຈະກໍ່ໃຫ້ເກີດມີການເຂົ້າໃຈລະບົບການສື່ສານໃນສັງຄົມຮ່ວມກັບຄົນອື່ນ, ຢູ່ຢ່າງມີສິນທຳ ແລະ ປະຕິ ບັດຖືກຕ້ອງຕາມປະເພນີ ຂອງສັງຄົມນັ້ນ.

ການສິດສອນຂອງຄູເປັນບາດກ້າວທຳອິດຂອງການສຶກສາລູກຫຼານຂອງທ່ານ. ເນື່ອງຈາກຄວາມຮູ້ເປັນສິ່ງທີ່ຈຳເປັນໃນການມີຊີວິດ, ພວກເຮົາບໍ່ຄວນປະປ່ອຍໃຫ້ລູກໄດ້ຮຽນນຳແຕ່ໂຮງຮຽນ, ຫາກຍັງຕ້ອງໄດ້ພັກດັນການຮຽນຮູ້ທີ່ຫຼາກຫຼາຍເພື່ອເຮັດໃຫ້ການດຳລົງຊີວິດເຂົາເຈົ້າເຕັມໄປດ້ວຍ ການຄົ້ນຫາ ແລະ ສ້າງສັນສິ່ງມະຫັດສະ ຈັນ. ຫາກທ່ານຕ້ອງການຄົ້ນຫາຄວາມຮູ້ໃນຍຸກສັດຕະຫວັດທີ່ 21 ແກ່ລູກຫຼານ, ທ່ານສາມາດຄົ້ນຫາທີ່ນີ້: ຄວາມຮູ້ໃໝ່ 21.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.