Norkhame
ຄວາມຍືນຍົງຂອງກາເຟ ຄວາມຍືນຍົງຂອງກາເຟ
ປະ​ເທດ​ຜະລິດ​ກາ​ເຟມີ​ຄວາມ​ສຳຄັນ​ໃນ​ບັນດາ​ປະ​ເທດ​ນຊົມ​ໃຊ້. ​ເພາະ​ບັນດາ​ປະ​ເທດ​ເຫຼົ່ານັ້ນ ກໍ່​ໄດ້​ລົງທຶນ​ໃສ່​ເຄື່ອງ​ຈັກ ​ເພື່ອ​ປຸງ​ແຕ່ງ ​ແລະ ມີ​ການ​ຈ້າງ​ງານ​ເປັນ​ຈຳນວນ​ຫຼວງຫຼາຍ ​ໃນ​ຂະ​ແໜງອຸດສາຫະກຳ​ກາ​ເຟຕົນ​ເອງ. ຫາກ​ບໍ່ມີ​ການສະໜອງກາ​ເຟ ຈາກ​ບັນດາ​ປະ​ເທດ​ປູກ​ກາ​ເຟ ກໍ່ຈະ​​ເຮັດ​ໃຫ້​ປະ​ເທດ​ນຳ​ເຂົ້າຢຸດ​ເຊົາ​ກິດຈະການ. ​​ເພື່ອ​ເຮັດ​ໃຫ້ອຸດສາ ຫະກຳ​ກາ​ເຟມີ​ຄວາມ​ຍືນ​ຍົງ, ​ໃນ​ປະຈຸ​ບັນ ປະເທດນຳເຂົ້ນກໍ່​ໄດ້​ຫັນ​ເອົາ​ການ​ຜະລິດ​ກາ​ເຟທີ່​ສ້າງ​ຄວາມ​ຍືນ​ຍົງ​ໃຫ້​ແກ່​ໄລຍະ​ຍາວ. ການ​ສົ່ງ​ອອກ​ກາ​ເຟ​ໃນ​ໄລຍະ​ຕົ້ນ​ແມ່ນ​ເປັນ​ການ​ຊື້ກາ​ເຟ​ເພື່ອ​ປ້ອນ​ເຂົ້າ​ໂຮງງານ​ຂະໜາດ​ໃຫຍ່. ກາ​ເຟຈິ່ງ​ຈັດ​ສົ່ງ​​​ໃນ​ປະລິມານ​ຫຼາຍ​ ​ໂດຍ​ບໍ່​ເນັ້ນ​ໃສ່​ການ​ຄຳນຶງ​ເຖິງ​ຄຸນ​ນະພາ​ບ. ​ຕໍ່ມາ​ກາ​ເຟ​ເປັນ​ທີ່​ນິຍົມ​ໃນ​ກຸ່ມ​ບໍລິ​ໂພ​ກ ​ແລະ ມີການ​ແຂ່ງຂັນຫຼາຍຂື້ນ ຈາກ​ບັນດາ​ປະ​ເທດ​ຜູ້​ຜະລິດ​ກາ​ເຟ.​ ເຂົາເຈົ້າໄດ້ມີການຄົ້ນຄິດວິທີປຸງແຕ່ງກາເຟຈາກຫຼາກຫຼາຍຄຸນນະພາບ. ກົງກັນຂ້າມ, ບັນດາປະເທດຜູ້ຜະລິດກາເຟພັດບໍ່ມີການຄັດສັນຄຸນນະພາບ... ຄວາມຍືນຍົງຂອງກາເຟ

ປະ​ເທດ​ຜະລິດ​ກາ​ເຟມີ​ຄວາມ​ສຳຄັນ​ໃນ​ບັນດາ​ປະ​ເທດ​ນຊົມ​ໃຊ້. ​ເພາະ​ບັນດາ​ປະ​ເທດ​ເຫຼົ່ານັ້ນ ກໍ່​ໄດ້​ລົງທຶນ​ໃສ່​ເຄື່ອງ​ຈັກ ​ເພື່ອ​ປຸງ​ແຕ່ງ ​ແລະ ມີ​ການ​ຈ້າງ​ງານ​ເປັນ​ຈຳນວນ​ຫຼວງຫຼາຍ ​ໃນ​ຂະ​ແໜງອຸດສາຫະກຳ​ກາ​ເຟຕົນ​ເອງ.

ຫາກ​ບໍ່ມີ​ການສະໜອງກາ​ເຟ ຈາກ​ບັນດາ​ປະ​ເທດ​ປູກ​ກາ​ເຟ ກໍ່ຈະ​​ເຮັດ​ໃຫ້​ປະ​ເທດ​ນຳ​ເຂົ້າຢຸດ​ເຊົາ​ກິດຈະການ. ​​ເພື່ອ​ເຮັດ​ໃຫ້ອຸດສາ ຫະກຳ​ກາ​ເຟມີ​ຄວາມ​ຍືນ​ຍົງ, ​ໃນ​ປະຈຸ​ບັນ ປະເທດນຳເຂົ້ນກໍ່​ໄດ້​ຫັນ​ເອົາ​ການ​ຜະລິດ​ກາ​ເຟທີ່​ສ້າງ​ຄວາມ​ຍືນ​ຍົງ​ໃຫ້​ແກ່​ໄລຍະ​ຍາວ.

ການ​ສົ່ງ​ອອກ​ກາ​ເຟ​ໃນ​ໄລຍະ​ຕົ້ນ​ແມ່ນ​ເປັນ​ການ​ຊື້ກາ​ເຟ​ເພື່ອ​ປ້ອນ​ເຂົ້າ​ໂຮງງານ​ຂະໜາດ​ໃຫຍ່. ກາ​ເຟຈິ່ງ​ຈັດ​ສົ່ງ​​​ໃນ​ປະລິມານ​ຫຼາຍ​ ​ໂດຍ​ບໍ່​ເນັ້ນ​ໃສ່​ການ​ຄຳນຶງ​ເຖິງ​ຄຸນ​ນະພາ​ບ. ​ຕໍ່ມາ​ກາ​ເຟ​ເປັນ​ທີ່​ນິຍົມ​ໃນ​ກຸ່ມ​ບໍລິ​ໂພ​ກ ​ແລະ ມີການ​ແຂ່ງຂັນຫຼາຍຂື້ນ ຈາກ​ບັນດາ​ປະ​ເທດ​ຜູ້​ຜະລິດ​ກາ​ເຟ.​ ເຂົາເຈົ້າໄດ້ມີການຄົ້ນຄິດວິທີປຸງແຕ່ງກາເຟຈາກຫຼາກຫຼາຍຄຸນນະພາບ. ກົງກັນຂ້າມ, ບັນດາປະເທດຜູ້ຜະລິດກາເຟພັດບໍ່ມີການຄັດສັນຄຸນນະພາບ ແລະ ບໍ່ມີການຈັດປະເພດ ຈິ່ງເຮັດໃຫ້​ຄຸນ​ນະພາ​ບກາ​ເຟກໍ່ຕົກ​ຕໍ່າ ​ແລະ ​ເຮັດ​ໃຫ້ລາຄາກາ​ເຟກໍ່ຕົກຕໍ່​ເຊັ່ນ​ດຽວກັນ. ຕໍ່ກັບ​ບັນຫາ​ດັ່ງກ່າວ ຈິ່ງ​ເຮັດ​ໃຫ້​ບັນດາ​ປະ​ເທດ​ຜູ້​ຜະລິດ​ກາ​ເຟພົບພໍ້ກັບ ການ​ຂາດທຶນ ​ແລະ ປ່ຽນອາຊີບ. ​ເພື່ອ​ແກ້​ໄຂ​ບັນຫາ​ດັ່ງກ່າວ, ຈິ່ງ​ໄດ້​ມີ​ການ​ສົ່ງ​ເສີມ ການ​ຜະລິດ​ກາ​ເຟຄຸນ​ນະພາ​ບ, ຈັດ​ປະ​ເພດ ​ແລະ ລາຄາ. ​ເພື່ອ​ເຮັດ​ໃຫ້ຜູ້​ຊົມ​ໃຊ້​ກາ​ເຟ​ເຊື່ອໜັ້ນ​ໃນ​ຄຸນ​ນະພາ​ບກາ​ເຟ ຈິ່ງ​ເກີ​ດມີ​ອົງ​ການ​ຢັ້ງຢືນ ການ​ຜະລິດ​ຫຼາກຫຼາຍຮູບ​​ແບບ ​ເປັນຕົ້ນ​ແມ່ນ, ການ​ຜະລິດ​ກາ​ເຟອິນ​ຊີ, ການ​ຜະລິດ​ກາ​ເຟ​ແບບ​ເປັນ​ທຳ, ​ແລະ ຮູບ​ແບບ​ການ​ຢັ້ງຢືນ​ຄຸນ​ນະພາ​ບຕ່າງໆ. ກາ​ເຟທີ່​ໄດ້​ຮັບ​ການ​ຢັ້ງຢືນ ​ແມ່ນ​ມີ​ລາ​ສູງ​ຂື້ນ ​ແລະ ​ແນ່ນອນ​ກໍ່​​ແມ່ນໜ້າທີ່​ຂອງ​ຝ່າຍ​ຜະລິດ​ຕ້ອງ​ໄດ້​ຈ່າຍ.

ການ​ຢັ້ງຢືນຄຸນນະພາບເບິ່ງໃນແງ່ໜຶ່ງຄ້າຍກັບວ່າເປັນການສະກັດກັ້ນ ການຄ້າຂາຍກາເຟ ຂອງບັນດາຜູ້ຜະລິດກາເຟ. ໃນທາງກັບກັນ, ຮູບແບບການສົ່ງເສີມມາດຕະຖານການຜະລິດ ຈະ​ເຮັດໃຫ້ເກີດມີຄຸນນະພາບທີ່ດີຂື້ນ, ຮັກສາສະພາບແວດລ້ອມ, ແລະ ເຮັດໃຫ້ລາຄາກາເຟມີຄວາມແນ່ນອນ. ບັນຫາໂລກຮ້ອນ ແລະ ສະພາບອາກາດປ່ຽນແປງ ເປັນບັນຫາທີ່ກັງວົນໃນຫຼາຍໆປະເທດ. ເຖິງປະລິມານກາເຟທີ່ອາດມີໜ້ອຍລົງໃນຕໍ່ໜ້າ. ​ການ​ຮັບຮອງ​ຄຸນ​ນະພາ​ບ​ ຈຳ​ເປັນ​ໃນ​ການ​ສ້າງ​ຄວາມໜ້າ​ເຊື່ອ​ຖື​ໃນ​ຕອນ​ຕົ້ນ ​ແລະ ​ເປັນ​ການ​ສ້າງ​ທັກ​ສະການ​ຜະລິດ​ທີ່​ມີ​ມາດຕະຖານ​ທີ່​ແນ່ນອນ ​ແລະ ມີຄຸນ​ນະພາ​ບ. ​ຜູ້​ຜະລິດ​ມັກ​ຈະ​ມີ​ການ​ຮັບຮອງ​ກາ​ເຟ​ໃນ​ຕອນ​ຕົ້ນ. ຫາກ​ເມື່ອ​ໃດ​ກາ​ເຟ​ຂອງ​ຕົນ​ເອງ​ເປັນ​ທີ່ໜ້າ​ເຊື່ອ​ຖື​ແລ້ວ, ຜູ້​ຜະລິດ​ຫຼາຍກຸ່ມ​ກໍ່ຈະ​ບໍ່ຕ້ອງການ​ມີ​ການ​ຮັບຮອງ​ອີກ. ​ພຽງແຕ່ຮັກສາການຜະລິດໃຫ້ໄດ້ມາດຖານກາ​ເຟທີ່​ມີ​ຄຸນ​ນະພາ​ບ. ເຖິ່ງຈະບໍ່​ໄດ້ມີການ​ຮັບ​ການ​ຮັບຮອງ​ຈາກອົງການກວດສອບຄຸນນະພາບ, ກໍ່ອາດເຮັດໃຫ້ກາເຟ​ມີ​ລາຄາ​ຫຼຸດລົງໜ້ອຍໜຶ່ງ. ເມື່ອໃດຄຸນ​ນະພາ​ບກາ​ເຟບໍ່ມີ​ການ​ປ່ຽນ​ແປງ ກໍ່ຈະ​ເຮັດ​ໃຫ້ກາ​ເຟນັ້ນ ຈະ​ຍັງ​ໄດ້​ລາຄາ​ດີ​ຢູ່.

​ໃນ​ບັນດາ​ປະ​ເທດ​ຜູ້​ຜະລິດ​ກາ​ເຟ ຈິ່ງ​​ໄດ້​​ເອົາ​ໃຈ​ໃສ່​ໃນ​ການ​ປັບປຸງ​ຂອດ​ການ​ຜະລິດກາ​ເຟ. ສ່ວນ​ປະ​ເທດ​ນຳ​ເຂົ້າກໍ່ມີ​ການຄົ້ນຄິດ​ວິທີຂົ້ວ ​ແລະ ປຸງ​ແຕ່ງ​ແກ່​ບັນດາ​ລູກ​ຄ້າ​ທີ່​ຕ້ອງການ​ຫຼາກຫຼາຍຣົດຊາດ. ສຳລັບ ສ ປ ປ ລາວ ມີ​ທ່າ​ແຮງ​ໃນ​ການ​ຜະລິດ​ກາ​ເຟ ຕິດ​ພັນ​ກັບ​ການ​ຮັກສາ​ທຳ​ມະ​ຊາດ. ຫາກ​ເຮັດ​ໄດ​້, ກາ​ເຟດັ່ງກ່າວ​ຈະຍິ່ງ​​ເປັນ​ທີ່​ຕ້ອງການ, ທັງ​ຍັງ​ຮັກສາ​ສະພາບ​ແວດ​ລ້ອມ​ໃຫ້​ແກ່ ຊຸມ​ຊົນ ​ແລະ ປະ​ເທດ​ຊາດ. ຮູບ​ແບບ​ຄວາມ​ຕ້ອງການ​ກາ​ເຟຄຸນ​ນະພາ​ບຈະ​ຍິ່ງ​ເພີ່ມ​ສູງ​ຂື້ນ ​ໃນຕໍ່ໜ້າ. ການ​ຫັນປ່ຽນການ​ຜະລິດກ້າວ​ສູ່ມາດຕະຖານ ​ແລະ ຄຸນ​ນະພາ​ບຈະ​ເຮັດ​​ໃຫ້ກາ​ເຟລາວ​ມີ​ຕະຫຼາດທີ່​ແນ່ນອນ. ທັງຍັງຈະສ້າງຊື່ສຽງໃຫ້ແກ່ກາເຟລາວໃນອານາຄົດ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.