Norkhame
ໃຊ້ໃນຊີວິດຕົວຈິງ ໃຊ້ໃນຊີວິດຕົວຈິງ
ຄົນທີ່ປະສົບຜົນສຳເລັດ ນັ່ງສະມາທິ່ກ່ອນນອນ ແລະ ຄິດຫາພາບຂອງຄວາມສຳເລັດ. ຄິດວ່າສິ່ງທີ່ຢາກໄດ້ນັ້ນເກີດຂື້ນ ເປັນຈິງ. ຕ້ອງໄດ້ເຝິກຄິດຫາຄວາມສຳເລັດ ໃນໜ້າທີ່ວຽກງານ. ເວລາເຫັນອຸປະສັກ ກໍ່ຈະຕ້ອງຄິດວ່າຕົນເອງຜ່ານຜ່າອຸປະສັກໄດ້. ການນັ່ງສະມາທິຢ່າງຕໍ່າ 10 ນາທີ່ເພື່ອສ້າງພາບທີ່ຕົນເອງຢາກໃຫ້ເກີດຂື້ນໃນຂ້າງໜ້າ ເປັນສິ່ງທີ່ຫຼາຍຄົນປະສົບຜົນສຳເລັດເຮັດກັນມາແລ້ວ. ແນ່ນອນມີແຕ່ຄິດກໍ່ຈະບໍ່ເກີດຜົນ ແຕ່ໃນນີ້ກໍ່ໄດ້ແນະນຳຫຼາຍໆທັກສະເພື່ອສ້າງຄວາມຄິດໃຫ້ເປັນຈິງ. ຖ້າຫາກພົບການຄິດດ້ານລົບ ກໍ່ຈົ່ງຮັບຊາບ ແລະ ສ້າງພາບຄວາມຄິດດ້ານບວກ. ແນ່ນອນມັນຈະສ້າງໃຫ້ມີກິດຈະກຳປະຈຳວັນທີ່ມ່ວນຊື່ນ. ຫາກທ່ານຢາກລອງມີຊີວິດທີ່ມີຄວາມສຸກໄດ້ທຸກໆວິນາທີ, ທ່ານຄວນລອງເຝິກຫັດຫຼັກການດັ່ງລຸ່ມນີ້... ໃຊ້ໃນຊີວິດຕົວຈິງ

ຄົນທີ່ປະສົບຜົນສຳເລັດ ນັ່ງສະມາທິ່ກ່ອນນອນ ແລະ ຄິດຫາພາບຂອງຄວາມສຳເລັດ. ຄິດວ່າສິ່ງທີ່ຢາກໄດ້ນັ້ນເກີດຂື້ນ ເປັນຈິງ. ຕ້ອງໄດ້ເຝິກຄິດຫາຄວາມສຳເລັດ ໃນໜ້າທີ່ວຽກງານ. [signinlocker id=”3227″]ເວລາເຫັນອຸປະສັກ ກໍ່ຈະຕ້ອງຄິດວ່າຕົນເອງຜ່ານຜ່າອຸປະສັກໄດ້. ການນັ່ງສະມາທິຢ່າງຕໍ່າ 10 ນາທີ່ເພື່ອສ້າງພາບທີ່ຕົນເອງຢາກໃຫ້ເກີດຂື້ນໃນຂ້າງໜ້າ ເປັນສິ່ງທີ່ຫຼາຍຄົນປະສົບຜົນສຳເລັດເຮັດກັນມາແລ້ວ. ແນ່ນອນມີແຕ່ຄິດກໍ່ຈະບໍ່ເກີດຜົນ ແຕ່ໃນນີ້ກໍ່ໄດ້ແນະນຳຫຼາຍໆທັກສະເພື່ອສ້າງຄວາມຄິດໃຫ້ເປັນຈິງ.

ຖ້າຫາກພົບການຄິດດ້ານລົບ ກໍ່ຈົ່ງຮັບຊາບ ແລະ ສ້າງພາບຄວາມຄິດດ້ານບວກ. ແນ່ນອນມັນຈະສ້າງໃຫ້ມີກິດຈະກຳປະຈຳວັນທີ່ມ່ວນຊື່ນ.

ຫາກທ່ານຢາກລອງມີຊີວິດທີ່ມີຄວາມສຸກໄດ້ທຸກໆວິນາທີ, ທ່ານຄວນລອງເຝິກຫັດຫຼັກການດັ່ງລຸ່ມນີ້ 30 ວັນ. ແລ້ວສັງເກດວ່າມີຫຍັງປ່ຽນແປງບໍ່ ແລະ ກໍ່ສຶບຕໍ່ພັດທະນາໄປເລີຍໆ. ທົບທວນອີກຄັ້ງ, ສິ່ງທີ່ຕ້ອງໄດ້ປະຕິບັດມີຄື:
1.    ຢູ່ກັບປະຈຸບັນດ້ວຍຄວາມມີສະຕິ
2.    ຮັບຮູ້ຄວາມຮູ້ສຶກພາຍໃນ ຂອງຕົນເອງ
3.    ຫັນຄວາມຢ້ານ ແລະ ກັງວົນ
4.    ຊອກຫາຄວາມຕ້ອງການ ແລະ ສ້າງຂື້ນມາ
5.    ຄິດໃນແນວທາງທີ່ຖືກຕ້ອງ

ຫຼັກການດັ່ງກ່າວນັ້ນ ອາດຕ້ອງໃຊ້ເວລາໃນການເຝິກເປັນເດືອນ ຫຼື ປີ. ບໍ່ວ່າຈະດົນປານໃດ, ຊ່ວງເວລານັ້ນເປັນຂະບວນການ ຂ້າມຜ່ານສູ່ຊີວິດທີ່ມີຄວາມໝາຍ ແລະ ມີຄວາມສຸກຫຼາຍຂື້ນ.

ການດຳລົງຊີວິດທີ່ດີກໍ່ແມ່ນການເກັບເອົາປະສົບການໃນແຕ່ລະວິນາທີ, ການຮັບຮູ້ຄວາມຜິດຫວັງ ແລະ ທົນທຸກ, ທີ່ແນ່ນອນຮັບຮູ້ຄວາມຍິນດີ ແລະ ເພິງພໍໃຈ.

ໃຫ້ດຳລົງຊີວິດໃນວັນນີ້ຄືກັບວ່າບໍ່ມື້ອື່ນອີກ. ໃຫ້ມີຄວາມຮູ້ສຶກຢູ່ກັບແລະ ເປັນສ່ວນໜຶ່ງ, ແລະ ຮັບຮູ້ຄວາມຮູ້ສຶກພາຍໃນ ແລະ ປ່ອຍໃຫ້ຊີວິດດຳເນີນໄປ. ຊອກຫາໂອກາດການຮຽນຮູ້ຈາກປະສົບການທີ່ເຂົ້າມາຫາ. ໃຫ້ມີຊີວິດກັບໂລກນີ້ ແຕ່ບໍ່ຍຶດຕິດກັບສິ່ງໆໃດບໍ່ວ່າຈະເປັນວັດຖຸ, ຖານະ ຫຼື ບຸກຄົນ.

ການມີຊີວິດທີ່ດີ ຄືການເກີດຂື້ນ, ການເຮັດກິດຈະກຳໃນຊ່ວງທີ່ມີຊີວິດເຕັມທີ່ ແລະ ຍິນດີກັບການມີຊີວິດໃນທຸກໆວັນ.

ຖ້າຫາກມື້ໜຶ່ງ ທ່ານເກີດອຸບັດຕິເຫດຈົນຕ້ອງພິການ. ທ່ານຈະຮູ້ສຶກແນວໃດ? ຄວາມຮູ້ສຶກໃດໆທີ່ທ່ານມີນັ້ນ ຈະເປັນສິ່ງທີ່ກະທົບຕໍ່ກັບຊີວິດຂອງທ່ານ. ບໍ່ວ່າທ່ານຈະຄິດແນວໃດ, ສິ່ງທີ່ອ້ອມຂ້າງຊີວິດຂອງທ່ານກໍ່ຈະບໍ່ສາມາດປ່ຽນສະຖານະພາບຂອງທ່ານໄດ້. ທ່ານອາດຈະຄິດເສຍໃຈ, ເສຍດາຍ, ແລະ ແຄ້ນກັບຄົນທີ່ສ້າງອຸບັດຕິເຫດທີ່ເກີດຂື້ນ ແລະ ເບິ່ງວ່າເປັນສິ່ງທີ່ບໍ່ຍຸດຕິທຳ ຈົນເຮັດໃຫ້ຊີວິດຕ້ອງເປັນຄົນທີ່ມີຮ່າງກາຍພິການ.

ສິ່ງທີ່ທ່ານຄຸ້ມຄອງໄດ້ແມ່ນຄວາມຄິດຂອງຕົນເອງ. ເພື່ອເຮັດໃຫ້ມີຊີວິດທີ່ເຫຼືອມີຄວາມສຸກ ທ່ານຄວນຄິດວ່າ: ສິ່ງທີ່ທ່ານຍັງມີຢູ່ກໍ່ຄືຊີວິດ ເຖິງວ່າຈະບໍ່ມີຄວາມສະດວກຄືແຕ່ເກົ່າກໍ່ຕາມ ແຕ່ກໍ່ຍັງມີຊີວິດທີ່ຫາປະສົບການໄດ້. ເພື່ອຊອກຫາຄວາມສ່ວຍງາມ ແລະ ປະສົບການທີ່ດີໆທີ່ເຫຼືອ ແລະ ຊອກຫາສິ່ງທ່ານຕ້ອງການເຮັດໃນຊ່ວງເວລາທີ່ເຫຼືອ.

ຊີວິດກໍ່ບໍ່ຕ່າງຫຍັງກັບການແຕ້ມພາບ. ຈະງາມຫຼືບໍ່ຂື້ນກັບວິທີເຮົາລົງສີ. ບໍ່ວ່າຊີວິດ ຈະຕົກໃນສະຖານະການທີ່ສັບສົນຫຼາຍປານໃດ, ຈະມີໂອກາດສະເໜີ. ບໍ່ວ່າຊີວິດຈະຕົກກັບສະພາບທີ່ຜິດພາດ ຈະມີບົດຮຽນໃຫ້ໄດ້ຮຽນສະເໜີ. ທຸກໆເຫດຮ້າຍ ຈະເປັນການສ້າງໃຫ້ມີການຄົ້ນຄິດແບບໃໝ່ໆ. ທ່ານຕ້ອງໄດ້ຊອກຫາ.

ຖ້າຫາກທ່ານປະຕິບັດການດຳລົງຊີວິດແບບທີ່ວ່ານີ້ແລ້ວ, ຈະເປັນການສີ້ນສຸດຄວາມທຸກໂສກ ແລະ ເລີ່ມຕົ້ນສິ່ງໃໝ່ທີ່ມີຄວາມສຸກຕະຫຼອດການມີຊີວິດ. ຈົ່ງໃຊ້ຊີວິດຄືວັນສຸດທ້າຍ, ແລະ ໃຫ້ຄິດວ່າສະພາບການຈະກັບກາຍເປັນໃນທາງທີ່ດີຂື້ນ. ລົບລ້າງຄວາມຢ້ານດ້ວຍການປະເຊີນໜ້າ, ຊອກຫາຄວາມຕ້ອງການ ແລະ ສ້າງໃຫ້ເປັນຈິງ, ແລະ ຄົ້ນຫາຄວາມຄິດທີ່ຖືກຕ້ອງສະໜໍ່າສະເໜີ. ຖ້າເຮັດໄດ້ແນວນັ້ນ ຊີວິດຈະຢູ່ຢ່າງເປັນສຸກ ແລະ ສັງຄົມຈະມີແຕ່ຄົນຄິດສ້າງສັນຫຼາຍໆຢ່າງໃຫ້ແກ່ບ້ານ, ເມື່ອງ, ແຂວງ ແລະ ປະເທດລາວ ເພື່ອໃຫ້ຄົນລຸ້ນຫຼັງໄດ້ຈາລຶກຄຸນງາມຄວາມດີ ແລະ ສັນລະ ເສີນການປະກົດຕົວມີຊີວິດຂອງທ່ານ.[/signinlocker]

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.