Norkhame
ເຂົ້າຫາລູກຄ້າເປົ້າໝາຍ ເຂົ້າຫາລູກຄ້າເປົ້າໝາຍ
ຕະຫຼາດກາ​ເຟຍີ່ປຸ່ນມີຫຼາຍລະດັບ. ສຳ​ລັບ​ກາ​ເຟຄຸນ​ນະພາ​ບດີ, ລາຄາ​ກາ​ເຟກໍ່ສູງ ​ແຕ່​ຂະໜາດຕະຫຼາດມີ​ຈຳກັດ. ຜູ້​ຜະລິດ​ຕ້ອງ​​ເນັ້ນ​ໃສ່​ຄວາມ​ສາມາດ​ຂອງ​ຕົນ​ເອງ​ໃນ​ການ​ພັດທະນາ​ກາ​ເຟຄຸນ​ນະພາບ​ໃຫ້​ແທດ​ເໜາະກັບ​ຕະຫຼາດ. ບໍ່ວ່າຈະເປັນກາເຟໃນລະດັບໃດ, ຄວາມປອດໄພຂອງກາເຟ​ເປັນ​ຂໍ້​ບັງຄັບ​ເບື້ອງຕົ້ນທີ່​ຕ້ອງ​ປະຕິບັດ. ການ​ຮັບ​ຮູບ​ຄຸນ​ນະພາ​ບກາ​ເຟຕົນ​ເອງ​ຈະ​ເຮັດ​ໃຫ້​ທ່ານ​ສາມາດ​ໂຄສະນາຂາຍກາ​ເຟຂອງ​ຕົນ​ເອງ​​ໄດ້​ຖືກ​ກຸ່ມ. ຫາກ​ກາ​ເຟຄຸນ​ນະພາ​ບປານ​ກາງ ​ເຊິ່ງມີ​ຄະ​ແນນ​ປະມານ 60-79, ທ່ານ​ຄວນ​ຕິດຕໍ່ກັບ​ຜູ້ນຳ​ເຂົ້າກາ​ເຟຂະໜາດ​ໃຫຍ່​. ເພາະເຂົາເຈົ້າຕ້ອງການກາເຟຄຸນນະພາບປານກາງໃນປະລິມານຫຼາຍ. ຫາກ​ຄຸນ​ນະພາ​ບກາ​ເຟຂອງ​ທ່ານຕົກ​ໃນ​ປະ​ເພດ ດີ​ ຫຼື ດີ​ເລີດ ​ເຊິ່ງມີ​ຄະ​ແນນ 80 ຂື້ນ​ໄປ, ທ່ານ​ກໍ່ຄວນ​ຕິດຕໍ່ກັບ​ຜູ້ນຳ​ເຂົ້າຂະໜາດນ້ອຍ-ກາງ ເຊິ່ງມີ ປະມານ 5000... ເຂົ້າຫາລູກຄ້າເປົ້າໝາຍ

ຕະຫຼາດກາ​ເຟຍີ່ປຸ່ນມີຫຼາຍລະດັບ. ສຳ​ລັບ​ກາ​ເຟຄຸນ​ນະພາ​ບດີ, ລາຄາ​ກາ​ເຟກໍ່ສູງ ​ແຕ່​ຂະໜາດຕະຫຼາດມີ​ຈຳກັດ. ຜູ້​ຜະລິດ​ຕ້ອງ​​ເນັ້ນ​ໃສ່​ຄວາມ​ສາມາດ​ຂອງ​ຕົນ​ເອງ​ໃນ​ການ​ພັດທະນາ​ກາ​ເຟຄຸນ​ນະພາບ​ໃຫ້​ແທດ​ເໜາະກັບ​ຕະຫຼາດ. ບໍ່ວ່າຈະເປັນກາເຟໃນລະດັບໃດ, ຄວາມປອດໄພຂອງກາເຟ​ເປັນ​ຂໍ້​ບັງຄັບ​ເບື້ອງຕົ້ນທີ່​ຕ້ອງ​ປະຕິບັດ.

ການ​ຮັບ​ຮູບ​ຄຸນ​ນະພາ​ບກາ​ເຟຕົນ​ເອງ​ຈະ​ເຮັດ​ໃຫ້​ທ່ານ​ສາມາດ​ໂຄສະນາຂາຍກາ​ເຟຂອງ​ຕົນ​ເອງ​​ໄດ້​ຖືກ​ກຸ່ມ. ຫາກ​ກາ​ເຟຄຸນ​ນະພາ​ບປານ​ກາງ ​ເຊິ່ງມີ​ຄະ​ແນນ​ປະມານ 60-79, ທ່ານ​ຄວນ​ຕິດຕໍ່ກັບ​ຜູ້ນຳ​ເຂົ້າກາ​ເຟຂະໜາດ​ໃຫຍ່​. ເພາະເຂົາເຈົ້າຕ້ອງການກາເຟຄຸນນະພາບປານກາງໃນປະລິມານຫຼາຍ. ຫາກ​ຄຸນ​ນະພາ​ບກາ​ເຟຂອງ​ທ່ານຕົກ​ໃນ​ປະ​ເພດ ດີ​ ຫຼື ດີ​ເລີດ ​ເຊິ່ງມີ​ຄະ​ແນນ 80 ຂື້ນ​ໄປ, ທ່ານ​ກໍ່ຄວນ​ຕິດຕໍ່ກັບ​ຜູ້ນຳ​ເຂົ້າຂະໜາດນ້ອຍ-ກາງ ເຊິ່ງມີ ປະມານ 5000 ກວ່າ​ບໍລິສັດ. ລາຄາ​ຂາຍຍ່ອຍ​ຕົກ​ປະມານ 400 ​ເຢັນ ຕໍ່100g (ປະມານ 40,000 ກີບ ຕໍ່ 100 ກຼາມ). ຂະໜາດຂອງ​ຕະຫຼາດກາ​ເຟຄຸນ​ນະພາ​ບສູງ​ກຳລັງ​ມີ​ການ​ຂະຫຍາຍຕົວ ​ແຕ່​ຍັງ​ມີ​ອັດຕາ​ຂະໜາດນ້ອຍ ເຊິ່ງກວມອັດຕາ​ພຽງ​ແຕ່ 6,6% ມີຄວາມຕ້ອງການກາເຟ 1.8​ໂຕນ ຕໍ່ວັນ. ຕະຫຼາດກ​ເຟກະປ໋ອງ ກວມ​ອັດຕາ​ 36,5%, ນຳ​ໃຊ້​ເຂົ້າ​ໃນ​ການ​ປຸງ​ແຕ່ງ​ກາ​ເຟອື່ນໆ ມີ​ປະມານ 31,5%, ນຳ​ໃຊ້​ພາຍ​ໃນຄົວ​ເຮືອນ 31,9%.

​ເຖິງ​ວ່າ​ຂະໜາດຂອງ​ກາ​ເຟຄຸນ​ນະພາ​ບສູງ​ຈະ​ມີໜ້ອຍ​ແຕ່​ ມີ​ຮູບ​ແບບ​ການ​ໂຄສະນາ​ຈຳໜ່າຍທີ່​ເຂົ້າ​ຫາ​ລູກ​ຄ້າ​ໄດ້​ຫຼາຍຊ່ອງ​ທາງ ​ເຊັ່ນ: ທາງ​ອິນ​ເຕີ​ເນັດ ​ແລະ ມີ​ຮ້ານ​ຂາຍ​ສະ​ເພາະ. ຫາກ​ກາ​ເຟຂອງ​ທ່ານ​ສາມາດ​ສົ່ງ​ອອກ​ຫາ​ບັນດາ​ບໍລິສັດ​ກາ​ເຟຄຸນ​ນະພາ​ບສູງ, ກໍ່ໝາຍວ່າ​ທ່ານ​ຈະ​ສາມາດ​ຂາຍ​ກາ​ເຟຄຸນ​ນະພາ​ບສູງ, ລາຄາ​ດີ​ ​ເປັນ​ເວລາ​ຍາວ​ນານໄດ້ໂດຍກົງ. ຕາບ​ໃດ​ທ່ານ​ຮັກສາ​ເງື່ອນ​ໄຂ​ການ​ຄ້າ​ນຳ​ກັນ​ໄດ້​ດີ. ບໍລິສັດ​ດັ່ງກ່າວ​ຮັບ​ເກັບຊືນັບ​ແຕ່ 10-60kg ຂື້ນ​ໄປ. ​ສະ​ແດງ​ໃຫ້​ເຫັນ​ວ່າ ​ໂອກາດ​ຂາຍ​ກາ​ເຟທີ່​ຍີ່ປຸ່ນ​ໃນລັກສະນະ​​ແນວ​ນີ້ ​ເປັນ​ການ​ສົ່ງ​ເສີມ​ການ​ຜະລິດ​ຄຸນ​ນະພາ​ບ, ປະລິມານ​ນ້ອຍ ​ແລະ ສາມາດ​ທົດ​ແທ່ນ​ຄ່າ​ຂົນ​ສົ່ງ ທີ່ ສ ປ ປ ລາວ ກຳລັງ​ພົບ​ພໍ້​.

ກາ​ເຟຄຸນ​ນະພາ​ບສູງ, ມັກ​ຮຽກຮ້ອງ​ໃຫ້​ມີ​ການ​ຮັບຮອງ. ທີ່​ປະ​ເທດ​ຍີ່ປຸ່ນ, ຄົນ​ດື່ມ​ກາ​ເຟດັ່ງກ່າ​ວແມ່ນ ຄົນ​ຊັ້ນສູງ. ສະນັ້ນ ການ​ຮັບຮອງ​ທີ່​ຕິດ​ພັນ​ກັບ​ການ​ຜະລິດ​ກາ​ເຟ-ຮັກສາ​ທຳ​ມະ​ຊາດ ​ແລະ ​ເພື່ອ​ສັງຄົມ​ເປັນ​ທີ່​ຮຽກຮ້ອງ. ການ​ຮັບຮອງ​​ເປັນ​ທີ່​ແຜ່​ຫຼາຍ​ໃນ​ປະຈຸ​ບັນ​ແມ່ນ ການ​ຮັບຮອງ​ຈາກ Rain Forest Alliances ຫຼື ການ​ຮັບຮອງການ​ຜະລິດ ກະສິກຳ​ອິນ​ຊີ​ອື່ນໆ. ສິ່ງ​ນີ້​ເປັນ​ບັນຫາ​ສຳລັບ​ຜູ້​ຜະລິດ​ກາ​ເຟລາວ​ຂະໜາດນ້ອຍ. ​ເພາະງົບປະມານ​ໃຊ້​ຈ່າຍ​ສຳລັບ​ການ​ຮັບຮອງ​ນັ້ນສູງ​ຫຼາຍ. ​ແຕ່​ກໍ່ມີ​ຜູ້ນຳ​ເຂົ້າກາ​ເຟຄຸນ​ນະພາບສູງ ນຳ​ເຂົ້າກາ​ເຟຈາກ​ຊາວ​ສວນ​ໂດຍ​ກົງ​ ຫາກ​ໄດ້​ຄະ​ແນນ​ຄຸນ​ນະພາ​ບສູງ.

ການ​ເຮັດ​ສົ່ງ​ອອກ​ກາ​ເຟຄຸນ​ນະພາ​ບ​ໂດຍ​ກົງ, ຈະ​ມີ​ຜົນ​ດີ​ຫຼາຍຢ່າງ​ແກ່​ຜູ້​ປູກ. ທັງ​ໄດ້​ລາຄາ​ດີ ​ແລະ ມີ​ຈຸດ​ຂາຍ​ທີ່​ແນ່ນອນ. ນອກ​ນັ້ນ, ຍັງ​ກະ​ຕຸ້ນ​ການ​ຜະລິດ​ກາ​ເຟຄຸນ​ພາບ​ໃຫ້​ແກ່​ເພື່ອນ​ບ້ານຢ່າງ​ເປັນ​ຂະ​ບວນການ. ສິ່ງ​ທີ່​ຕ້ອງ​ໄດ້​ຄຳນຶງ​ ເວລາ​ຄ້າຂາຍ​ກາ​ເຟ​ໂດຍ​ກົງ ທີ່ຜູ້ຜະລິດຕ້ອງ​ໄດ້​​​ເອົາ​ໃຈ​ໃສ່ ນັ້ນກໍ່ຄືການຮັກສາ​ຄຳໜັ້ນສັນຍາ​ທີ່ໄດ້​ຕົກລົງ​ຮ່ວມ​ກັບ​ຄູ່​ຄ້າ. ​ເປັນຕົ້ນ, ​ເວລາ​ສະໜອງ. ​ເພາະ​ຫາກ​ບໍ່ສາມາດ​ສະໜອງ​ໄດ້​ຕົງ​ກັບ​ເວລາ​ກໍ່ຈະ​ເຮັດ​ໃຫ້​ການສະໜອງພາຍ​ໃນ​ຕະຫຼາດຍີ່ປຸ່ນ​ຂາດ​ເຂີນ​ເຊັ່ນ​ດຽວກັນ.​ ລາຍ​ລະອຽດ​ເລັກໆນ້ອຍໆ​ແບບ​ນີ້, ຫາກ​ບໍ່​ໃສ່​ໃຈ, ອາດ​ເຮັດ​ໃຫ້​ເສຍ​ລູກ​ຄ້າ​ຄົນ​ສຳຄັນ ທີ່​ອາດບໍ່ຫວນກັບ​ມາ​ອີກ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.