Norkhame
ເລືອກຄົນ ເຂົ້າໃນຄະນະນຳບໍລິສັດ ເລືອກຄົນ ເຂົ້າໃນຄະນະນຳບໍລິສັດ
ຜູ້ປະກອບການຕ້ອງໄດ້ລະມັດລະວັງໃນກການຄັດເລືອກຄະນະບໍລິຫານງານ, ເພາະວ່າ ຄະນະດັ່ງກ່າວ ຈະເປັນພາກ ສ່ວນໜຶ່ງຂອງການໃຫ້ທິດທາງທັງໝົດຂອງບໍລິສັດ. ກຸ່ມຄົນດັ່ງກ່າວປະກອບ ດ້ວຍຜູ້ໃຫ້ຄຳແນະນຳ ຫຼື ອຳນວຍການ.  ການເຮັດວຽກຂອງກຸ່ມດັ່ງກ່າວ ຖືໄດ້ວ່າເປັນການ ຕັດສິນການ ຄວາມໜັ້ນຄົວຂອງບໍລິສັດໃນໄລຍະເລີ່ມຕົ້ນ ແລະ ການຂະ ຫຍາຍຕົວໄລຍະຍາວ. ໃນປະສົບການຂອງການເຮັດວຽກທັງໃນພາກລັດ ແລະ ທຸລະກິດມາເປັນເວລາສີບປີ ຂ້າພະເຈົ້າ ເຫັນວ່າ ການມີສ່ວນຮ່ວມ ຢ່າງຈິງຈັງ ແລະ... ເລືອກຄົນ ເຂົ້າໃນຄະນະນຳບໍລິສັດ

ຜູ້ປະກອບການຕ້ອງໄດ້ລະມັດລະວັງໃນກການຄັດເລືອກຄະນະບໍລິຫານງານ, ເພາະວ່າ ຄະນະດັ່ງກ່າວ ຈະເປັນພາກ ສ່ວນໜຶ່ງຂອງການໃຫ້ທິດທາງທັງໝົດຂອງບໍລິສັດ. ກຸ່ມຄົນດັ່ງກ່າວປະກອບ ດ້ວຍຜູ້ໃຫ້ຄຳແນະນຳ ຫຼື ອຳນວຍການ.  ການເຮັດວຽກຂອງກຸ່ມດັ່ງກ່າວ ຖືໄດ້ວ່າເປັນການ ຕັດສິນການ ຄວາມໜັ້ນຄົວຂອງບໍລິສັດໃນໄລຍະເລີ່ມຕົ້ນ ແລະ ການຂະ ຫຍາຍຕົວໄລຍະຍາວ.

ໃນປະສົບການຂອງການເຮັດວຽກທັງໃນພາກລັດ ແລະ ທຸລະກິດມາເປັນເວລາສີບປີ ຂ້າພະເຈົ້າ ເຫັນວ່າ ການມີສ່ວນຮ່ວມ ຢ່າງຈິງຈັງ ແລະ ມີປະສິດທິພາບຂອງ ຄະນະບໍລິຫານງານ ມີຄວາມສຳຄັນຫຼາຍເພາະ ບັນດາທ່ານເຫຼົ່ານັ້ນເປັນກຸ່ມ ທີ່ ໃຫ້ທິດຊີ້ນຳ ແລະ ນະໂຍບາຍລວມ ຂອງບໍລິສັດໃຫ້ແກ່ພະນັກງານໄດ້ມີການຈັດຕັ້ງປະຕິບັດ. ທັງຍັງເປັນກຸ່ມທີ່ກຳນົດທິດ ທາງໃນ ຕໍ່ໜ້າຂອງການບໍລິຫານງານ. ດັ່ງນັ້ນ ການຄັດເລືອກກຸ່ມຄົນທີ່ມີ ຄວາມຮູ້ຄວາມ ສາມາດຫຼາກຫຼາຍສາຂາອາຊີບ ເຂົ້າມາຮ່ວມທີມງານ ຈະເຮັດໃຫ້ກິດຈະກຳທີ່ສຳຄັນໆ ດຳເນີນຢ່າງມີປະສິດ ທິຜົນ. ສິ່ງທີ່ພວກເພີ່ນຄວນມີຄືກັນແມ່ນ ຄວາມເຊື່ອໜັ້ນ ແລະ ການເລັ່ງເຫັນຄຸນຄ່າ, ເປົ້າໝາຍ ດຽວກັນ ແລະ ວິໃສທັດຂອງບໍລິສັດ. ແນ່ນອນແຕ່ລະຄົນອາດຈະ ບໍ່ມີຄືກັນໝົດ ແຕ່ຕ້ອງມີສ່ວນໃຫຍ່ຄ້າຍຄືກັນ ແລະ ສ່ວນແຕກຕ່າງຂອງແຕ່ລະຄົນຈະບໍ່ກໍ່ໃຫ້ເກີດ ມີການເດີນທາງໃນ ເປົ້າ ໝາຍທີ່ແຕກຕ່າງກັນ.

ໃນເວລາທີ່ທ່ານສ້າງ ຄະນະບໍລິຫານງານ ຫຼື ຄະນະທີ່ປຶກສາສຳລັບບໍລິສັດ, ສິ່ງທີ່ທ່ານຄວນໄດ້ ພິຈາລະນາໃນ ການຄົ້ນ ຫາບຸກຄົນທີ່ຈະເຂົ້າມາຮ່ວມໃນຄະນະບໍລິຫານງານມີດັ່ງຕໍ່ໄປນີ້:

1. ພວກເພີ່ນມີຄວາມກະຕືລືລົ້ນຫຼືບໍ່

ໃນການຄັດເລືອກຄະນະກຳມະການ, ຈຳເປັນຕ້ອງໄດ້ປະເມີນເບິ່ງວ່າພວກເພີ່ນ ຢາກມີສ່ວນຮ່ວມ ແລະ ມີ ຄວາມກະຕືລື ລົ້ນໃນການເຂົ້າຮ່ວມບໍລິສັດ ແລະ ວຽກງານຫຼາຍຊຳໃດ. ສິ່ງນີ້ເປັນສິ່ງຕົ້ນຕໍໃນການພິຈາລະນາວ່າ ບັນດາທ່ານເຫຼົ່ານັ້ນ ຈະເປັນປາກເປັນສຽງໃຫ້ແກ່ທີມງານ ແລະ ຈະນຳແນວຄວາມຄິດໄໝ່ໆອອກມາ ຢ່າງກະຕືລືລົ້ນໄດ້ຫຼາຍເທົ່າໃດ ເພື່ອພັດ ທະນາທຸລະກິດຂອງທ່ານ. ຄວນພິຈາລະນາເລືອກບຸກຄົນ ທີ່ຢາກມີສ່ວນຮ່ວມອັນແຮງກ້າໃນ ກິດຈະກຳທຸລະກິດຂອງທີ່ ທ່ານຕັ້ງເປົ້າໄວ້ສ້າງໃຫ້ມັນເກີດຂື້ນມາ ແລະ ປະຕິບັດງານໄປຕາມແນວທາງຂອງບໍລິສັດໃຫ້ມີກຳໄລ.

2. ພວກເພີ່ນມີເຄື່ອຄ່າຍທຸລະກິດທີ່ກວ້າງຂວາງບໍ່

ເຄື່ອຄ່າຍທຸລະກິດມີຄວາມສຳຄັນຫຼາຍ ແລະ ຖ້າຫາກທ່ານນຳຄົນທີ່ມີເຄື່ອຄ່າຍສາຍພົວພັນກັບ ຫຼາຍໆ ພາກສ່ວນທຸລະ ກິດ ກໍ່ຈະເຮັດໃຫ້ທຸລະກິດຂອງທ່ານ ມີການພົວພັນກັບຫຼາຍໆພາກ ສ່ວນໄປໃນຕົວ. ການບັນຈຸຄົນມີຄວາມສາມາດ ແລະ ເປັນທີ່ຮູ້ຈັກຢ່າງກ້ວາງຂວງຈະເຮັດໃຫ້ ການສ້າງເຄື່ອຄ່າຍກັບທຸລະກິດອື່ນໆເຮັດໄດ້ໄວຂື້ນ. ສະມາຊິກບໍລິຫານງານຈະ ເປັນຄົນ ຊ່ວຍທ່ານສ້າງເຄື່ອຄ່າຍທຸລະກິດໄດ້ໄວຂື້ນ. ຍິ່ງມີສາຍພົວພັນກັບທຸລະກິດ ທີ່ແຕກຕ່າງຫຼາຍເທົ່າໃດ ຍິ່ງເປັນຜົນດີ ໃຫ້ແກ່ທຸລະກິດຂອງທ່ານ. ການສ້າງຄະນະບໍລິຫານງານ ຄວນເປີດໂອກາດໃຫ້ ຄົນກຸ່ມເຫຼົ່ານັ້ນ ໄດ້ເຂົ້າມາຮ່ວມງານ ເພາະມັນຈະເປັນການສ້າງບົດບາດກ້າວສູ່ຄວາມສຳເລັດໄດ້ໄວຂື້ນ.

3. ພວກເພີ່ນມີຄວາມສາມາດໃນການລະດົມທຶນບໍ່?

ຄະນະກຳມະການຜູ້ທີ່ມີປະສົບການຈະໄດ້ເຮັດວຽກໃນຂົງເຂດການລະດົມທຶນ ແລະ ການຮູ້ວິທີ ເຂົ້າຫາຄົນທີ່ຮູ້ຈັກແຫຼ່ງ ທຶນບໍ່ວ່າຈະເປັນນັກລົງທຶນຄົນສຳຄັນອື່ນໆ. ສ່ວນປະກອບ ເຫຼົ່ານີ້ຈະ ສ້າງຄວາມແຂ່ງແກນໃນການເຂົ້າຫາທຶນຮອນອັນ ມະຫາສານ. ບໍ່ພຽງແຕ່ວ່າພວກເພີ່ນຈະເຂົ້າໃຈທຸລະກິດຂອງທ່ານ ແຕ່ຍັງຮູ້ວິທີໃນການພັກດັນວຽກງານ ໃຫ້ມີຄວາມຄືບ ໜ້າ ແລະ ທີ່ສຳຄັນ ວກເພີ່ນຍັງຮູ້ວິທີໃນການເຂົ້າຫານັກລົງທຶນ ແລະ ສ້າງຄວາມສົນໃຈໃຫ້ແກ່ກຸ່ມຄົນເຫຼົ່ານັ້ນ ແລະ ທັງຍັງຮູ້ຍຸດທະວິທີໃນການພັກດັນ ໃຫ້ມີການຮ່ວມທຶນຈາກຫຼາຍໆພາກສ່ວນ.

4. ພວກເພີ່ນຊ່ວຍເຕີມເຕັມຄວາມຮູ້ທີ່ທ່ານຂາດບໍ່?

ຄະນະບໍລິຫານງານຄວນມີປະສົບການຫຼາກຫຼາຍ.​ຈຳເປັນຕ້ອງໄດ້ຮູ້ລັກສະນະພິເສດ ແລະ ຄວາມຮູ້ພິເສດ ຂອງແຕ່ລະຄົນ ທີ່ທ່ານຄິດວ່າໜ້າຈະນຳເຂົ້າມາໃນຄະນະບໍລິຫານງານ. ທ່ານ ຕ້ອງໃຫ້ມີຄວາມ ດຸ່ນດ່ຽງລະຫວ່າງເພດຍິງ ແລະ ຊາຍ; ຄົນທີ່ເຄີຍມີປະສົບການ ໃນທຸລະກິດ ຂະໜາດນ້ອຍ ແລະ ໃຫຍ່ ຫຼື ຄົນທີ່ ມີຄວາມສາມາດວິຊາການສາຂາຕ່າງໆ ເຊັ່ນ: ການຕະຫຼາດ, ການຂາຍ, ການພັດທະນາທຸລະກິດ ແລະ ການດຳເນີນງານ. ມັນຈະເຮັດໃຫ້ການສົນທະນາ ກ້າວໄປສູ່ແນວ ຄວາມຄິດທີ່ຫຼາກຫຼາຍ ແລະ ມີການເບິ່ງຫຼາຍໆບັນຫາ ໃນຫຼາຍໆມູມມອງ ໃນເວ ລາມີການພົບປະຂອງຄະນະບໍລິຫານງານ ເພື່ອພິຈາລະນາບັນຫາໃດໜຶ່ງ.

5. ພວກເພີ່ນມີເວລາ ແລະ ຄວາມຮັບຜິດຊອບຫຼືບໍ່?

ໃນການຄັດເລືອກຄະນະກຳມະການບໍລິຫານງານ ຫຼາຍຄົນມັກຈະເລືອກຄົນທີ່ມີຊື່ສຽງເຂົ້າມາ ໃນບໍລິສັດ, ແຕ່ທ່ານຕ້ອງ ແນ່ໃຈວ່າ ພວກເພີ່ນມີເວລາຫຼາຍພໍທີ່ຈະເຮັດວຽກຮ່ວມກັບທ່ານ ແລະ ປະຕິບັດໜ້າທີ່ໃຫ້ໄດ້ ຕາມຄວາມຕ້ອງການ ຂອງບໍ ລິສັດຫຼາຍເທົ່າໃດ? ການມີຄົນດັງເຂົ້າມາຮ່ວມທຸລະກິດ ຈະເຮັດໃຫ້ບໍລິສັດມີຄວາມໜ້າເຊື່ອຖື ແຕ່ທ່ານຈະເຮັດແນວໃດ ເມືອປະກາດຊື່ສະມາຊິກຄະນະບໍລິຫານງານທີ່ເປັນຄົນດັງໃນສັງຄົມແລ້ວ  ຄົນເຫຼົ່ານັ້ນບໍ່ປະກົດຕົວ ຫຼື ບໍ່ມາຮ່ວມໂຕະສົນ ທະນາ ຫຼື ບໍ່ມີເວລາເຮັດວຽກໃນການປະກອບຄຳເຫັນໃດໆເລີຍເຂົ້າ ໃນທຸລະກິດ ຫຼື ການສ້າງຍຸດທະສາດຂອງບໍລິສັດ.

ສິ່ງທີ່ກ່າວມານັ້ນ ເກືອບວ່າເປັນສິ່ງສຳຄັນທີ່ທຸກໆຜູ້ປະກອບການຕ້ອງໄດ້ຫາຄຳຕອບໃນເວລາ ສ້າງທີມງານດຳເນີນທຸລະ ກິດ. ການໃຫ້ທິດ ແລະ ມີສ່ວນຮ່ວມຂອງທ່ານ ຈະຮີບໂຮມ ໂອກາດການພັດທະນາ ແລະ ສ້າງໃຫ້ ມີການປ່ຽນແປງ. ດັ່ງນັ້ນ ທ່ານບໍ່ຄວນລະເລີຍການປະເມີນ ຄວາມສາມາດ ແລະ ລັກສະນະຄົນທີ່ຈະ ເລືອກເຂົ້າມາເປັນສະມາຊິກບໍລິຫານ ງານ ເພື່ອໃຫ້ເຫັນວ່າມີສິ່ງໃດຂາດ ແລະ ສິ່ງໃດທີ່ຕ້ອງໄດ້ເຕີມເຕັມ ໃນຂະນະທີ່ທ່ານເຮັດທຸລະກິດ.​

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.