Norkhame
ສິ່ງທີ່ຄວນປະຕິບັດໃນເວລາຄົບຄົນໃໝ່ ສິ່ງທີ່ຄວນປະຕິບັດໃນເວລາຄົບຄົນໃໝ່
ຄວນຄ່ອຍ​​ເປັນ​ຄ່ອຍ​ໄປ-ໃນໄລຍະເວລາສ້າງຄວາມຮັກໃໝ່ ເປັນບາກ້າວສຳຄັນຫຼາຍ ທີ່ຈະຕ້ອງໄດ້ມີຄວາມໄວ້ເນື້ອ ເຊື່ອໃຈ, ຄວາມນັບຖື ແລະ ການສ້າງສາຍພົວພັນກັບຊີ່ວິດຄົນອື່ນທີ່ທ່ານອາດຍັງ ບໍ່ທັນໄດ້ຮູ້ຈັກມາກ່ອນ. ສິ່ງດັ່ງກ່າວຈະບໍ່ເກີດຂື້ນພາຍໃນຄືນດຽວ ຫຼື ຊົ່ວພິບຕາ. ແນ່ນອນສາຍສຳພັນກໍ່ຈະບໍ່ເກີດຂື້ນມາດ້ວຍຕົວມັນເອງ. ທ່ານຕ້ອງໄດ້ຮ່ວມກັນສ້າງ. ສິ່ງສຳຄັນໃນການສ້າງສາຍພົວພັນກຄືຕ້ອງມີຄວາມອົດທົນ, ມີຄວາມທຸ້ມເທ ແລະ ມີຄວາມໜັກແໜ້ນໃນການທຸ້ມເທສ້າງພື້ນຖານໃນຕອນຕົ້ນ ເຊິ່ງທ່ານຕ້ອງໄດ້ມີຄວາມພະຍາຍາມ ແລະ ມີການທົດສອບຫຼາຍໆອັນ ວ່າເຂົາຈະເປັນຄົນທີ່ສາມາດເປັນມິດ ແລະ ຄົນຮັກໄດ້ຫຼືບໍ່?... ສິ່ງທີ່ຄວນປະຕິບັດໃນເວລາຄົບຄົນໃໝ່

ຄວນຄ່ອຍ​​ເປັນ​ຄ່ອຍ​ໄປ-ໃນໄລຍະເວລາສ້າງຄວາມຮັກໃໝ່ ເປັນບາກ້າວສຳຄັນຫຼາຍ ທີ່ຈະຕ້ອງໄດ້ມີຄວາມໄວ້ເນື້ອ ເຊື່ອໃຈ, ຄວາມນັບຖື ແລະ ການສ້າງສາຍພົວພັນກັບຊີ່ວິດຄົນອື່ນທີ່ທ່ານອາດຍັງ ບໍ່ທັນໄດ້ຮູ້ຈັກມາກ່ອນ. [signinlocker id=”3227″]ສິ່ງດັ່ງກ່າວຈະບໍ່ເກີດຂື້ນພາຍໃນຄືນດຽວ ຫຼື ຊົ່ວພິບຕາ. ແນ່ນອນສາຍສຳພັນກໍ່ຈະບໍ່ເກີດຂື້ນມາດ້ວຍຕົວມັນເອງ. ທ່ານຕ້ອງໄດ້ຮ່ວມກັນສ້າງ. ສິ່ງສຳຄັນໃນການສ້າງສາຍພົວພັນກຄືຕ້ອງມີຄວາມອົດທົນ, ມີຄວາມທຸ້ມເທ ແລະ ມີຄວາມໜັກແໜ້ນໃນການທຸ້ມເທສ້າງພື້ນຖານໃນຕອນຕົ້ນ ເຊິ່ງທ່ານຕ້ອງໄດ້ມີຄວາມພະຍາຍາມ ແລະ ມີການທົດສອບຫຼາຍໆອັນ ວ່າເຂົາຈະເປັນຄົນທີ່ສາມາດເປັນມິດ ແລະ ຄົນຮັກໄດ້ຫຼືບໍ່? ເນື່ອງຈາກສັງຄົມປະຈຸບັນມີຫຼາຍສິ່ງດຶງດູດຄວາມສົນໃຈ.

ຫຼາຍຄົນເຊື່ອວ່າສາມາດເຮັດໄດ້ໃນການທຸ້ມເທກັບຄົນຮັກ. ແຕ່ຕົວຈິງຫຼາຍຄົນບໍ່ໄດ້ເອົາໃຈໃສ່ເທົ່າທີ່ຄວນໃນການສ້າງສາຍສຳພັນ. ສາຍພົວພັນຍືນຍາວກໍ່ຄືການເອົາໃຈໃສ່ຄົນອື່ນກ່ອນສິ່ງອື່ນໃດໝົດ, ແລະ ປະປ່ອຍຄວາມຄວາມຢາກເຫັນແກ່ຕົວອອກໄປ. ທ່ານອາດຈະຕ້ອງໄດ້ຮຽນຮູ້ຈັກຄົນທ່ທ່ານກຳລັງຈະສ້າງສາຍພົວພັນ. ຄວນຮູ້ພຶດຕິກຳເຂົາເຈົ້າຈັກໜ້ອຍໜຶ່ງກ່ອນ. ຫາກທ່ານພົບວ່າບໍ່ສົມຄວນທີ່ຈະສ້າງສາຍພົວພັນຕໍ່ໄປ, ທ່ານກໍ່ຄວນຈະຊອກຫາຄົນໃໝ່ ແທ່ນທີ່ຈະຝືນດື້ຄົບຕໍ່ໄປ.

ານ​ຮັກ​ຄົນ​ໄວ​ເກີນ​ໄປ

ການເວົ້າໃນສິ່ງທີ່ບໍ່ແມ່ນ, ການສັນຍາໃນສິ່ງທີ່ທ່ານບໍ່ສາມາດຮັກສາໄດ້, ການລົງໄປຢູ່ໃນຂຸມເລີກທີ່ທ່ານບໍ່ອາດສາມາດປີນຂື້ນມາໄດ້, ການກໍ່ສາຍພົວພັນທີ່ທ່ານບໍ່ຢາກຜູ້ມັດ….ສິ່ງດັ່ງກ່າວຈະສ້າງໃຫ້ທ່ານມີສາຍພົວພັນທີ່ສັບສົນ ແລະ ກັບກາຍເປັນການສ້າງສຳພັນຮັກທີ່ບໍ່ດີຂືນເລີຍ. ທ່ານຕ້ອງໄດ້ເຊື່ອໜັ້ນໃນຄວາມຮູ້ສຶກຂອງຕົນເອງ, ແທ່ນທີ່ຈະເບິ່ງຄວາມຈິ່ງທີ່ເກີດຂື້ນ. ຊອກຫາຫົນທາງໃນການຕັດສີນໃຈທີ່ຜິດພາດ. ບໍ່ໃຫ້ເວລາເປັນການສ້າງສາຍພົວພັນທີ່ດີໄດ້ເຕີບໃຫຍ່. ພະຍາຍາມຊອກຫາຄວາມສຸກທາງອາລົມ ແລະ ເຂົ້າໄປມີສ່ວນຮ່ວມກັບສິ່ງເພີດເພີນເພື່ອລົບລ້າງຄວາມໂສກເສົ້າ ຈາກສາຍສຳພັນເກົ່າ ທີ່ທ່ານເຄີຍມີມາຈະເປັນການສ້າງໃຫ້ຕົນເອງຍິ່ງມີຄວາມທຸກໃນຊີວິດຫຼາຍຂື້ນ.

ການຕັດສິນໃຈສ້າງສາຍສຳພັນກັບຄົນທີ່ທ່ານກຳລັງຄົບຢູ່ອາດເຮັດໃຫ້ທ່ານເສຍເວລາ ໃນການຊອກຮູ້ຄົນໃໝ່ໆ ແລະ ການຄົບເພື່ອນ. ຈົ່ງເຊື່ອໃນເວດມົນຂອງຄວາມຮັກພົບຄັ້ງທຳອິດ ແຕ່ຈະບໍ່ຮູ້ສຶກຮັກແທ້ຈາກຄັ້ງທຳອິດ. ເນື່ອງຈາກການພົບປະດັ່ງກ່າວເປັນການຕົກໄປໃນຄວາມມັກສ່ວນໃດໜຶ່ງເທົ່ານັ້ນ ແຕ່ຍັງບໍ່ທັນໄດ້ຮູ້ຕົວຕົນເຂົາທີ່ແທ້ຈິງ.

ໃຫ້ຄວາມນັບຖື

ການ​ໃຫ້​ຄວ​າມນັບຖື​ລະຫວ່າງ​ຄູ່​ຮັກ ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ການສ້າງສາ​ຍພົວພັນ​ທີ່ໜັ້ນຄົງ. ບໍ່ມີ​ໃຜ​ທີ່​ຢາກ​ຢູ່​ນຳ​ຄົນ​ທີ່​ຖື​ວ່າ​ຕົນ​ເອງ​ສຳຄັນ​ກວ່າ​ຄົນ​ອື່ນ. ​ເນື່ອງ​ຈາກ​ວ່າ​ບໍ່ມີ​ໃຜ​ເຊັ່ນ​ດຽວກັນ​ທີ່​ຢາກ​ເປັນ​ຄົນ​ດ້ອຍ ຫຼື ບໍ່​ໄດ້​ຮັບ​ການ​ໃຫ້​ກຽດຈາກ​ຄູ່​ຮັກ. ຖ້າ​ຫາກ​ທ່ານ​ຕ້ອງການ​ມີ​ສາຍ​ພົວພັນ, ທ່ານ​ຄວນ​ສະ​ແດງ​ການນັບຖືຄູ່ຮັກ ແລະ ສິ່ງທີ່ທ່ານຄາດຫວັງ.

  1. ໃຫ້ການພັກ​ດັນ ​ແລະ ​ສະໜັບສະໜູນຄົນ​ຮັກ ​ແລະ ​ເລີ່​ມສ້າງ​ຈາກ​ຈຸດ​ທີ່​ທ່ານທັງ​ສອງ​ພົບ​ກັນ. ບອກ​ໃຫ້​ເຂົາ​ເຈົ້າຮູ້​ວ່າ​ສິ່ງ​ທີ່​ທ່ານ​ຄາດ​ຫວັງ​ແມ່ນ​ຫຍັງ. ສິ່ງ​ທີ່​ທ່ານ​ຕ້ອງການ​ປັບປຸງ​ຕົນ​ເອງ ຫຼື ມັກ​ພິ​ເສດ ​ແລະ ພະຍາຍາມ​ພັດທະນາ​ຕົນ​ເອງ​ພ້ອມໆກັນ.
  2. ​ໃຫ້ການ​ນັບຖື​ແກ່​ຄອບຄົວ​ຂອງ​ຄົນ​ຮັກ. ຄົນ​ທີ່​ເປັນ​ສະມາຊິກ​ຄອບຄົວ​ຄົນ​ຮັກ​ມີ​ສ່ວນ​ສຳຄັນ​ຫຼາຍຕໍ່ກັບ​ຊີວິດ​ແຟນຂອງ​ທ່ານ. ການບໍ່ນັບຖື​ຄອບຄົວ​ກໍ່ຊຳ​ກັບ​ເປັນ​ການ​ປະຕິ​ເສດສ່ວນ​ທີ່​ດີ​ທີ່​ສຸດ​ຂອງ ຊີວິດ​ຄົນ​ຮັກ.
  3. ສ້າງ​ໃຫ້​ຕົນ​ເອງ​ກາຍ​ເປັນ​ຄົນ​ທີ່ໜ້າ​ເຊື່ອ​ຖື​ໄດ້ດ້ວຍ​ການ​ໃຫ້​ຄວາມ​ໄວ້​ໃຈ ​ແລະ ຄົນ​ທີ່​ເປັນ​ແຟນກໍ່ຕ້ອງ​ໄດ້​ເຮັດ​ເຊັ່ນ​ດຽວກັນ. ຮັກສາ​ຄຳ​ເວົ້າ ​ແລະ ​ເຮັດ​ໃນ​ສິ່ງ​ທີ່​ທ່ານ​​ເວົ້າອອກ​ມາ ​ແລະ ພັກ​ດັນ​ໃຫ້​ຄົນ​ທີ່​ເຮົາ​ຄົບ​ເຮັດ​ເຊັ່ນ​ດຽວກັນ.ບໍ່ຕ້ອງຕັ້ງຄຳ​ຖາມ ຫຼື ສົງ​ໃສ​ກັບ​ສິ່ງ​ທີ່​ເຂົາ​ເວົ້າອອກ​ມາ.
  4. ​ໃຫ້ການ​ນັບຖື​ໃນ​​ເວ​ລາ​ອອກ​ສັງຄົມ. ພະຍາຍາມ​ນຳ​ເອົາ​ເຂົາ​ເຈົ້າ​ເຂົາຮ່ວມ​ການ​ສົນທະນາ, ສະ​ແດງ​ໃຫ້​ເຫັນ​ວ່າ​ທ່ານ​ມີ​ຄວາມ​ພູມ​ໃຈ​ກັບ​ການ​ໄດ້​ຢູ່​ກັບ​ເຂົາ​ເຈົ້າ ​ແລະ ພະຍາຍາມ​ປົກ​ປ້ອງ​ສິ່ງ​ທີ່​ເຂົາ​ເຈົ້າມີ​ຄວາມ​ເຊື່ອ.[/signinlocker]

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.