Norkhame
ຄິດໃນທາງທີ່ຖືກຕ້ອງ ຄິດໃນທາງທີ່ຖືກຕ້ອງ
ຄວາມຄິດຂອງຄົນເຮົາເປັນໃຫຍ່ຫຼາຍ ດຄດັ່ງທີ່ໄດ້ສະເໜີມາກ່ອນໜ້ານີ້. ມັນສາມາດສ້າງຈິນຕະນາການໃນອານາຄົດ ແລະ ຫວນກັບສູ່ອາດີດ. ຖ້າປ່ອຍໃຫ້ຄວາມຄິດເປັນໄປຕາມທີ່ຕ້ອງການແລ້ວ ຈະເຮັດໃຫ້ເຮົາຂາດສະຕິ. ຈົນເຮັດໃຫ້ເຮົາໄປຢູ່ໃນອານາຄົດ, ຕົກກັບຄວາມຫຼັງອັນເຈັບປວດໃນອາດີດ ແລະ ລື່ມວ່າຕົນເອງກຳລັງເຮັດຫຍັງໃນປະຈຸບັນ. ຖ້າເປັນແນວນັ້ນແລ້ວ, ຄວາມຄິດກໍ່ຈະມີແຕ່ດ້ານລົບ ແລະ ການປະພຶດໃນລັກສະນະທໍ້ແທ້ ແລະ ຂາດແຮງບັນດານໃຈ. ແນ່ນອນຈະເຮັດໃຫ້ຊີວິດທີ່ເປັນຢູ່ໃນປະຈຸບັນ ບໍ່ສາມາດເຂົ້າຫາຄວາມສຸກໄດ້. ສັງເກດເຫັນບໍ່ວ່າ, ໃນຍາມທີ່ເປັນສຸກ ຈິດເຮົາຄິດເຫັນພາບຄວາມສຸກ ແລະ ຍາມທີ່ເປັນທຸກກໍ່ແມ່ນຈິດເຮົາຜູກມັດກັບເລື່ອງທຸກ.... ຄິດໃນທາງທີ່ຖືກຕ້ອງ

ຄວາມຄິດຂອງຄົນເຮົາເປັນໃຫຍ່ຫຼາຍ ດຄດັ່ງທີ່ໄດ້ສະເໜີມາກ່ອນໜ້ານີ້. ມັນສາມາດສ້າງຈິນຕະນາການໃນອານາຄົດ ແລະ ຫວນກັບສູ່ອາດີດ. ຖ້າປ່ອຍໃຫ້ຄວາມຄິດເປັນໄປຕາມທີ່ຕ້ອງການແລ້ວ ຈະເຮັດໃຫ້ເຮົາຂາດສະຕິ. ຈົນເຮັດໃຫ້ເຮົາໄປຢູ່ໃນອານາຄົດ, ຕົກກັບຄວາມຫຼັງອັນເຈັບປວດໃນອາດີດ ແລະ ລື່ມວ່າຕົນເອງກຳລັງເຮັດຫຍັງໃນປະຈຸບັນ. ຖ້າເປັນແນວນັ້ນແລ້ວ, ຄວາມຄິດກໍ່ຈະມີແຕ່ດ້ານລົບ ແລະ ການປະພຶດໃນລັກສະນະທໍ້ແທ້ ແລະ ຂາດແຮງບັນດານໃຈ. ແນ່ນອນຈະເຮັດໃຫ້ຊີວິດທີ່ເປັນຢູ່ໃນປະຈຸບັນ ບໍ່ສາມາດເຂົ້າຫາຄວາມສຸກໄດ້. ສັງເກດເຫັນບໍ່ວ່າ, ໃນຍາມທີ່ເປັນສຸກ ຈິດເຮົາຄິດເຫັນພາບຄວາມສຸກ ແລະ ຍາມທີ່ເປັນທຸກກໍ່ແມ່ນຈິດເຮົາຜູກມັດກັບເລື່ອງທຸກ. ຖ້າຫາກທ່ານຮູ້ແນວນັ້ນແລ້ວ, ເຮົາຄວນມາຄົ້ນຄິດ ຫຼືຈິນຕະນາການເລື່ອງທີ່ດີ ແລ້ວເຮັດມັນເຕັມທີ່ໃນຂະນະປະຈຸບັນ ແລະ ຫາປະສົບການຈາກສິ່ງນັ້ນໆໃຫ້ຫຼາຍທີ່ສຸດ.

ຄົນສ່ວນໃຫຍ່ໃຫ້ຄວາມສຳຄັນກັບຮ່າງກາຍຫຼາຍເພື່ອສ້າງພາບພົດ ເຊັ່ນ: ການແຕ່ງຕົວ, ເລືອກເຄື່ອງນຸ່ງ ເພື່ອສ້າງພາບພົດທີ່ດີໃນສັງຄົມ. ຄວາມຄິດກໍ່ຕ້ອງການການເອົາໃຈໃສ່ຄືກັນກັບການແຕ່ງກາຍພາຍນອກເຊັ່ນດຽວກັນ. ຫຼາຍໆຄົນບໍ່ໃສ່ໃຈກັບສະຖານະພາບຂອງຄວາມຄິດ ຈົນເຮັດໃຫ້ເຮົາບໍ່ເບິ່ງເຫັນ ສູນພະລັງທາງຄວາມຄິດທີ່ຄົນເຮົາແຕ່ລະຄົນເປັນເຈົ້າຂອງ.

ຄັນຊັ້ນ ການຄົ້ນຄິດທີ່ຖືກຕ້ອງແມ່ນແນວໃດ? ຂໍນິຍາມວ່າ: ຄວາມຄິດແມ່ນເກີດມາຈາກປະສົບການທີ່ຕົນເອງໄດ້ພົບມາໃນຊີວິດ. ຄວາມຄິດເປັນສິ່ງທີ່ທ່ານມີອິດທິພົນກັບລັກສະນະທີ່ເຮົາສະແດງອອກໃນສັງຄົມ. ທຸກໆສິ່ງເກີດຂື້ນມາບໍ່ແມ່ນຍ້ອນຄວາມບັງເອີນ ແຕ່ກ່ອນອື່ນໝົດແມ່ນຈາກຄວາມຄິດ. ນັບແຕ່ຄວາມຄິດຢາກສ້າງບ້ານ, ຄວາມຄິດສ້າງລົດ, ສ້າງຍົນ. ກ່ອນຈະຜະລິດ ຕ່າງກໍ່ຕ້ອງໄດ້ມີຈິນຕະນາການ ແລະ ຄວາມຄິດສາກ່ອນ. ບໍ່ວ່າທ່ານຈະຄິດແນວໃດ ສິ່ງທີ່ອອກມານັ້ນເປັນຜົນຈາກຄວາມຄິດ ຫຼື ພາທ່ານກັບເຂົ້າໄປຫາໃນສະພາບການດັ່ງກ່າວ.

ຄວາມຄິດສ້າງໃຫ້ມີປະກົດການ ແລະ ຄວາມເປັນຈິງ. ຖ້າຫາກທ່ານຄົ້ນຄິດພາບທີ່ດີ ແລະ ການຄິດທີ່ດີກັບປະສົບການທີ່ຢາກໃຫ້ເກີດຂື້ນແລ້ວ ຈະເປັນການເລັ່ງຫາປະສົບການ ທີ່ຈະເກີດຂື້ນໃນອານາຄົດ. ສິ່ງທີ່ກ່າວມານັ້ນ ເປັນພາບລວມໆໃນການນຳໃຊ້ເຂົ້າໃນຊີວິດຕົວຈິງ. ທ່ານຕ້ອງຮັບຮູ້ວ່າ ຄວາມຄິດມີພະລັງ, ການຄິດເລື່ອງດີເປັນການສ້າງຈິດໃຕ້ສຳນຶກໃຫ້ມີຄວາມຄິດທີ່ຖືກຕ້ອງ. ເພື່ອເຮັດໃຫ້ການດຳລົງຊີວິດເປັນໄປໃນລັກສະນະດ້ານບວກ ແລະ ກ້າວສູ່ເປົ້າໝາຍທີ່ເຮົາຕັ້ງໄວ້. ຈະເຮັດໃຫ້ໄດ້ໃນສິ່ງທີ່ຕ້ອງການ ແລະ ສາມາດຜ່ານຜ່າອຸປະສັກໄດ້ຢ່າງງ່າຍດ່າຍ. ທີ່ແນ່ ນອນ ຈະເຮັດໃຫ້ຊີວິດມີຄວາມສຸກໄດ້ໃນທຸກໆວິນາທີ.

ຮາກຖານຂອງການຄົ້ນຄິດທີ່ຖືກຕ້ອງ ມີຫຼັກການພື້ນຖານທີ່ບ່ອນວ່າ: ຄວາມຄິດ ຄືສິ່ງທີ່ສະທ້ອນຫາບຸກຄົນ. ດັ່ງນັ້ນ ສິ່ງທີ່ທ່ານຄິດເປັນການສ້າງເຫດການ ທີ່ກ່ອນອື່ນໝົດມາຈາກແນວຄວາມຄິດຂອງເຮົາເອງ. ການຄິດໃນທາງທີ່ດີຈະເປັນການສ້າງເງື່ອນໄຂ ແລະ ຫົນທາງຄວາມເປັນໄປໃນສິ່ງທີ່ເຮົາມະໂນພາບໃຫ້ເກີດຂື້ນມາເປັນຄວາມຈິງ. ຖ້າຫາກທ່ານມີຄວາມຄິດທີ່ຖືກຕ້ອງ, ແລະ ມີແຮງພັກດັນທີ່ມາຈາກການກະທຳຕົວຈິງ ຈະເຮັດໃຫ້ສາມາດເອົາຊະນະກັບອຸປະສັກ ແລະ ສິ່ງກີດຂວາງໄດ້.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.