Norkhame
ຮ່ວມຝັນ ຮ່ວມຝັນ
ຫາກ​ຊີວິດ​ຄົນ​ເຮົາໜູນວຽນ​ໄປ​ເລື້ອຍໆ, ພວກ​ເຮົາ​ຕ້ອງ​ເມື່ອຍ​ລ້າ. ບໍ່ມີຈຸດຈົບແລະເລີ່ມຕົ້ນ. ຊ່ວງ​ປີ​ໃໝ່ ​ເປັນ​ໂອກາດ​ໄດ້​ທົບ​ທວນ ​ແລະ ປ່ອຍ​ວາງ​ອາ​ດີດ ທີ່​ບໍ່ດີ​ໄວ້​ຂ້າງ​ຫຼັງ. ປີ່ນຫຼັງໃຫ້ຄວາມສຳເລັດເກົ່າໆເພື່ອ​ເລີ່​ມຕົ້ນ​ໃສ່​ສິ່ງໃໝ່ແລະ​ດີໆ​ໃນ​ອີກ 365 ວັນ​ຂ້າງໜ້າ. ຈະ​ມີ​ຈັກຄົນ​ທີ່ໄດ້​ທຸກໆຢ່າງ​ທີ່​ຕົນ​ເອງ​ຕ້ອງການ​ບໍ່ວ່າ​ຈະ​ເປັນ​ວັດຖຸ, ​ເງິນ​ທອງ, ຄົນ​ຮັກ, ​ແລະ ຖານະ​ຕຳແໜ່ງ ໃນປີທີ່ຜ່ານມາ. ຫາກ​ທ່ານ​ບໍ່​ເປັນໜຶ່ງ​ໃນ​ນັ້ນ, ກໍ່ໝາຍວ່າ​ປີ​ໃໝ່ທີ່​ຈະ​ມານີ້ກໍ່ຍິ່ງ​ຕ້ອງ​ໄດ້​ບຸກບືນ​ແລະ​ສານ​ຕໍ່ຄວາມ​ຝັນ​ເພື່ອ​ຍາດ​ແຍ່ງ. ຂ້າພະ​ເຈົ້າວາດ​ພາບ​ບໍ່ອອກ​ວ່າ ຊີວິດ​ທີ່​ບໍ່ມີ​ເປົ້າໝາຍ ​ແລະ ຄວາມ​​ຝັນ ຈະ​ເປັນ​ຊີວິດ​ທີ່​ມີ​ຄວາມໝາຍ​ແນວ​ໃດ?... ຮ່ວມຝັນ

ຫາກ​ຊີວິດ​ຄົນ​ເຮົາໜູນວຽນ​ໄປ​ເລື້ອຍໆ, ພວກ​ເຮົາ​ຕ້ອງ​ເມື່ອຍ​ລ້າ. ບໍ່ມີຈຸດຈົບແລະເລີ່ມຕົ້ນ. ຊ່ວງ​ປີ​ໃໝ່ ​ເປັນ​ໂອກາດ​ໄດ້​ທົບ​ທວນ ​ແລະ ປ່ອຍ​ວາງ​ອາ​ດີດ ທີ່​ບໍ່ດີ​ໄວ້​ຂ້າງ​ຫຼັງ. ປີ່ນຫຼັງໃຫ້ຄວາມສຳເລັດເກົ່າໆເພື່ອ​ເລີ່​ມຕົ້ນ​ໃສ່​ສິ່ງໃໝ່ແລະ​ດີໆ​ໃນ​ອີກ 365 ວັນ​ຂ້າງໜ້າ.

ຈະ​ມີ​ຈັກຄົນ​ທີ່ໄດ້​ທຸກໆຢ່າງ​ທີ່​ຕົນ​ເອງ​ຕ້ອງການ​ບໍ່ວ່າ​ຈະ​ເປັນ​ວັດຖຸ, ​ເງິນ​ທອງ, ຄົນ​ຮັກ, ​ແລະ ຖານະ​ຕຳແໜ່ງ ໃນປີທີ່ຜ່ານມາ. ຫາກ​ທ່ານ​ບໍ່​ເປັນໜຶ່ງ​ໃນ​ນັ້ນ, ກໍ່ໝາຍວ່າ​ປີ​ໃໝ່ທີ່​ຈະ​ມານີ້ກໍ່ຍິ່ງ​ຕ້ອງ​ໄດ້​ບຸກບືນ​ແລະ​ສານ​ຕໍ່ຄວາມ​ຝັນ​ເພື່ອ​ຍາດ​ແຍ່ງ. ຂ້າພະ​ເຈົ້າວາດ​ພາບ​ບໍ່ອອກ​ວ່າ ຊີວິດ​ທີ່​ບໍ່ມີ​ເປົ້າໝາຍ ​ແລະ ຄວາມ​​ຝັນ ຈະ​ເປັນ​ຊີວິດ​ທີ່​ມີ​ຄວາມໝາຍ​ແນວ​ໃດ? ຊ່ວງປີໃໝ່ເປັນໄລຍະເວລາທີ່ດີທີ່ສຸດໄດ້ທົບທວນເປົ້າໝາຍທີ່ທ່ານຢາກບັນລຸຜົນ.

ສຳລັບ​ຄົນ​ທີ່​ບໍ່ມີ​ໂອກາດ​ທາງ​ສັງຄົມ, ຄົນ​ທີ່​ມີ​ພື້ນຖານ​ຄອບຄົວ​ທຸກ​ຈົນ ​ແລະ ຫ່າງ​ໃກ​ສອກ​ຫຼີກ ກໍ່ຕ້ອງ​ໄດ້​ຍິ່ງ​ອອກ​ແຮງ​ຕັ້ງໜ້າ. ຄວາມທຸກ​ຈົນທີ່​ທ່ານ​ມີ​ເປັນ​ສິ່ງ​ທີ່​ບອກ​ວ່າ​ທ່ານ​ຍິ່ງ​ຕ້ອງ​ໄດ້​ສ້າງ​ຄຸນຄ່າ​ໃຫ້​ແກ່​ສັງຄົມ​ຫຼາຍຂື້ນ. ທ່ານ​ອາດ​ຕັດສິນ​ໃຈຜະລິດ​ສິນຄ້າ, ສ້າງ​ການ​ບໍລິການ​ແກ່​ສັງຄົມ. ຫາກ​ທ່ານ​ເປັນ​ພະນັກງານ​ໃນ​ອົງການ​ຈັດຕັ້ງ ​ແລະ ບໍລິສັດ, ທ່ານ ກໍ່ຍິ່ງ​ຕ້ອງ​ໄດ້​ອອກ​ເຫືອ​​ເທແຮງ​ໃສ່​ເພື່ອ​ສ້າງ​ຄຸນຄ່າ​ໃຫ້​ແກ່​ອົງການ​ຈັດຕັ້ງ. ຫາກ​ເມື່ອ​ໃດ​ອົງການ​ຈັດຕັ້ງມີ​ຄວາມ​ຈະ​ເລີ​ນກ້າວໜ້າ ​ແລະ ຜົນ​ກຳ​ໄລ, ທ່ານ​ກໍ່ອາດ​ຈະ​ໄດ້​ຮັບ​ສ່ວນ​ແບ່ງ​ທີ່​ສູງ​ຂື້ນ.

​ເມື່ອ​ມາ​ເບິ່ງ​ໃນ​ວົງ​ກ້ວາງ. ສ ປ ປ ລາວ​ເປັນ​ປະ​ເທດ​ທີ່​ຍິ່ງ​ຕ້ອງ​ໄດ້​ປະກອບສ່ວນ​ໃສ່​ການ​ພັດທະນາ​ໂລກ. ​ເຮົາ​ເປັນ​ສ່ວນໜຶ່ງທີ່ ຍັງ​ມີຫຼາຍອັນ​ຕ້ອງ​ໄດ້​ພັດທະນາ. ​ເປັນຕົ້ນແມ່ນ ການພັດທະນາໂຄງລາງພື້ນຖານຕ່າງໆ, ໂຮງໜໍ, ໂຮງຮຽນ, ແລະ ອື່ນໆ. ເມື່ອ​ມາ​ເບິ່ງ​ຕົວ​ເລກ​ວັດ​ແທກ​ເສດຖະກິດ​​ສະ​ເລ່ຍຕໍ່ຫົວ​ຄົນ​ແລ້ວ​ຍັງ​ຕໍ່າກວ່າ​ປະ​ເທດ​ອ້ອມ​ຂ້າງ​ແລະ​ກໍ່ຄື​ທົ່ວ​ໂລກ. ​ເຊິ່ງໝາຍວ່າ​ຜົນ​ຜະລິດ​ຂອງ​ຄົນ​ລາວ​ໂດຍ​ສະ​ເລ່ຍ​ແລ້ວ​ຍັງ​ບໍ່ສູງ, ມີ​ມູນ​ຄ່າ​ຕໍ່າ ​ແລະ ​ໂດຍ​ລວມບໍ່ທັນ​ສາມາດ​ແຂ່ງຂັນ​ກັບ​ສາກົນ​ໄດ້. ຄວາມສຳເລັດຂອງຄົນລາວແຕ່ລະຄົນ ໃນວຽກງານການຜະລິດສິນຄ້າທີ່ລໍ້າເລີດ ແລະ ໃຫ້ບໍລິການແກ່ສັງຄົມດີຂື້ນ ກໍ່ໝາຍວ່າທ່ານໄດ້ສ້າງຄວາມສຳເລັດໃຫ້ແກ່ສັງຄົມເຊັ່ນດຽວກັນ.

​ຫາກທ່ານ​ບໍ່ຄິດ​ເຫັນວ່າທ່ານມີຄວາມສຳຄັນຕໍ່​ປະ​ເທດ​ຊາດ, ​ກໍ່ຈົ່ງ​ເລັ່ງ​​ໃສ່​ຜົນ​ປະ​ໂຫຍ​ດສ່ວນ​ຕົວ ​ໂດຍ​ບໍ່ບຽດບຽນສັງຄົມ. ດ້ວຍ​ການ​ສ້າງສັນ​ຜະລິດ​ຕະພັນ​ ​ແລະ ການ​ບໍລິການ​ທີ່​ດີ​ເລີດ​ຮັບ​ໃຊສັງຄົມ. ຫາກ​ທ່ານ​ສາມາດ​ຫັນ​ຕົນ​ເອງ​ເປັນ​ຄົນທີ່​ສ້າງ​ຄຸນຄ່າ​ໃຫ້​ແກ່​ສັງຄົມ ດ້ວຍ​ການ​ປະດິດ​ສິນຄ້າ, ​ໃຫ້​ບໍລິການ​ຊ່ວຍ​ພັດທະນາ​ຊຸມ​ຊົນ ກໍ່ຈົ່ງ​ຄຳນືງວ່າ: ຄຸນຄ່າ​ໃດ​ທີ່​ທ່ານ​ຈະ​ມອບ​ໃຫ້​ແກ່​ສັງຄົມ​ຈາກ​ການ​ດຳ​ເນີນ​ທຸລະ​ກຳນັ້ນ. ຂ້າພະເຈົ້າເຊື່ອວ່າ: ຈະມີການພັດທະນາໄດ້ກໍ່ຕ້ອງແມ່ນການເກີດຄວາມຕັ້ງໃຈຂອງບຸກຄົນ. ເມື່ອແຕ່ລະບຸກຄົນຕັ້ງໜ້າຮັບຜິດຊອບໜ້າທີ່ຕົນເອງສຳເລັດທີ່ວາງໄວ້, ສັງຄົມກໍ່ຈະໄດ້ຮັບຜົນນຳແນ່ນອນ.

ປະ​ເທດ​ທີ່​ຍັງ​ດ້ອຍ​ພັດທະນາ​ທີ່​ສຸດ​ລວມ​ເອົາ​ປະ​ເທດ​ລາວຂອງ​ພວກ​ເຮົາ​ນຳ. ການ​ສ້າງ​ວຽກງານ​ໃຫ້​ເກີດ​ເປັນ​ຈິງ ຕ້ອງການ​ການຄົ້ນຄິດ, ປະຍຸກ, ນຳ​ໃຊ້ ​ແລະ ດັດ​ແກ້​​ເພື່ອ​ໃຫ້​ເກີດ​ຜົນສຳ​ເລັດ. ຫາກ​ທ່ານ​ມີ​ຄວາມ​ຄິດ​ດີໆຈົ່ງ​ຮີບ​ຮ້ອນ​ສ້າງ​ຂື້ນມາ, ຫາກ​ທ່ານ​ຍັງ​ບໍ່ທັນ​ມີ​ຄວາມ​ຄິດ​ນັ້ນ​ເທື່ອຈົ່ງຮີບ​ຮ້ອນ​ຄົ້ນຄິດ​. ເລີ່ມຕົ້ນທີ່ປີໃໝ່.

ທ້າຍສຸດນີ້, ຂ້າພະເຈົ້າໄດ້ສົ່ງຄຳອວຍພອນທີ່ປະກອບດ້ວຍຂໍ້ຄວາມທີ່ມີຄວາມໝາຍ, ພາບປະກອບ ແລະ ສຽງດົນຕີທີ່ສວຍງາມເຕັມໄປດ້ວຍຄວາມໝາຍ. ເນື້ອໃນລວມກໍ່ຄືການເຂົ້າມາຮ່ວມຝັນກັນທຸກໆຄົນເພື່ອສ້າງຄວາມສຳເລັດ. ໜຶ່ງຄົນໜຶ່ງຄວາມຝັນໜຶ່ງຄວາມສຳເລັດເປັນຢ່າງຕໍ່າ. ເປັນການສັງລວມເອົາພາບດີເດັ່ນໃນຂົງເຂດທົ່ວໂລກ. ອັນໜຶ່ງທີ່ຍົກຂອງເພີ່ນຂື້ນມາກໍ່ເພື່ອສ້າງໃຫ້ເຫັນວ່າ: ສ ປ ປ ລາວຕ້ອງໄດ້ມີສ່ວນປະກອບໃນການສ້າງສັນສິ່ງທີ່ເດັ່ນຄືກັນກັບປະເທດອື່ນໆ. ກ່ອນອື່ນໝົດກໍ່ແມ່ນເພື່ອອຸດົມການຂອງຕົນເອງ, ກໍ່ຄືຂອງປະເທດ ແລະ ເພື່ອທຸກໆຄົນໃນໂລກ. ອີກຄັ້ງ “ຂໍໃຫ້ທຸກໆຝັນຂອງທ່ານເປັນຈິງໃນປີ 2017”

 

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.