Norkhame
ເຂົ້າໃຈຕະຫຼາດກາເຟ ເຂົ້າໃຈຕະຫຼາດກາເຟ
ຕະຫຼາດກາ​ເຟຍີ່ປຸ່ນ​ມີ​ຄວາມ​ຕ້ອງການ​ກາ​ເຟຫຼາກຫຼາຍຄຸນ​ນະພາ​ບ. ຄາດວ່າ​ໃນ​ອີກ 10-20ປີ​ຂ້າງໜ້າ, ປະລິ​ມານ​ຄວາມ​ຕ້ອງການ​ກາ​ເຟຄຸນນະພາບສູງຈະ​​ເພີ່ມ​ຂື້ນ. ຍີ່ປຸ່ນ​ເປັນ​ປະ​ເທດ​ທີ່​ນຳ​ເຂົ້າກາ​ເຟນອນ​ໃນ​ແຖວໜ້າຂອງ​ໂລກ, ຕິດ​ອັນ​ດັບ 5 ​ໃນ​ປີ 2015. ​ເຖິງ​ປະຊາກອນ​ມີ​ທ່າ​ວ່າ​ຈະ​ຫຼຸດລົງ, ​ແຕ່​ປະລິມານ​ການ​ດື່ມ​ກາ​ເຟ​ໃນຕໍ່ໜ້າຄາດ​ວ່າ​ຈະ​ມີ​ສູງ​ຂື້ນ. ເມື່ອ​ມາ​ເບິ່ງ​ການ​ດື່ມ​ກາ​ເຟສະ​ເລ່ຍຕໍ່ຫົວ​ຄົນ​ແລ້ວ​ຍັງ​ຢູ່​ໃນ​ປະລິມານ​ຕໍ່າ, ຕົກ​ເປັນ 3.64 ກິ​ໂລ/ຄົນ. ​ໂອກາດ​ການ​ຂະຫຍາຍຕົວ​ຍັງ​ມີ​ສູງ. ​ເມື່ອ​ທຽບ​ໃສ່​ປະ​ເທດ​ອື່ນ ​ເຊັ່ນ ອາ​ເມ​ລິ​ກາມີ​ສູງ​ເຖິງ 4,1 ກິ​ໂລ​/ຄົນ ​ແລະ ປະເທດ ຟີນແລນ... ເຂົ້າໃຈຕະຫຼາດກາເຟ

ຕະຫຼາດກາ​ເຟຍີ່ປຸ່ນ​ມີ​ຄວາມ​ຕ້ອງການ​ກາ​ເຟຫຼາກຫຼາຍຄຸນ​ນະພາ​ບ. ຄາດວ່າ​ໃນ​ອີກ 10-20ປີ​ຂ້າງໜ້າ, ປະລິ​ມານ​ຄວາມ​ຕ້ອງການ​ກາ​ເຟຄຸນນະພາບສູງຈະ​​ເພີ່ມ​ຂື້ນ.

ຍີ່ປຸ່ນ​ເປັນ​ປະ​ເທດ​ທີ່​ນຳ​ເຂົ້າກາ​ເຟນອນ​ໃນ​ແຖວໜ້າຂອງ​ໂລກ, ຕິດ​ອັນ​ດັບ 5 ​ໃນ​ປີ 2015. ​ເຖິງ​ປະຊາກອນ​ມີ​ທ່າ​ວ່າ​ຈະ​ຫຼຸດລົງ, ​ແຕ່​ປະລິມານ​ການ​ດື່ມ​ກາ​ເຟ​ໃນຕໍ່ໜ້າຄາດ​ວ່າ​ຈະ​ມີ​ສູງ​ຂື້ນ. ເມື່ອ​ມາ​ເບິ່ງ​ການ​ດື່ມ​ກາ​ເຟສະ​ເລ່ຍຕໍ່ຫົວ​ຄົນ​ແລ້ວ​ຍັງ​ຢູ່​ໃນ​ປະລິມານ​ຕໍ່າ, ຕົກ​ເປັນ 3.64 ກິ​ໂລ/ຄົນ. ​ໂອກາດ​ການ​ຂະຫຍາຍຕົວ​ຍັງ​ມີ​ສູງ. ​ເມື່ອ​ທຽບ​ໃສ່​ປະ​ເທດ​ອື່ນ ​ເຊັ່ນ ອາ​ເມ​ລິ​ກາມີ​ສູງ​ເຖິງ 4,1 ກິ​ໂລ​/ຄົນ ​ແລະ ປະເທດ ຟີນແລນ ແມ່ນ11,4 ກິ​ໂລ​/ຄົນ​.

​​​​ຄົນ​ຍີ່ປຸ່ນ​ມັກ​ດື່ມ​ກາ​ເຟໝາກຂຽວຂົ້ວ​ໃໝ່ໆ ​​ເພາະ​ຈະເຮັດ​ໃຫ້ຣົດຊາດດີ. ໃນ​ປີ 2015, ການ​ນຳ​ເຂົ້າກາ​ເຟຂຽວກວມ​ເອົາ 89%. ນັບ​ແຕ່​ປີ 2014, ກາ​ເຟໝາກຂຽວ ຈາກ ສ ປ ປ ລາວ ຕິດ​ອັນ​ດັບ​ປະ​ເທດ​ສົ່ງ​ອອກ​ກາ​ເຟທີ່​ຕະຫຼາດຍີ່ປຸ່ນ. ປະ​ເທດນຳໜ້າການ​ສົ່ງ​ອອກ​ແມ່ນ ບຼາຊີວ, ຫວຽດນາມ, ​ໂຄ​ລົມ​ເບຽ ​ແລະ ອິນ​ໂດ​ເນ​ເຊຍ. ຕ໋ອງ​ໂສ້​ການ​ເກັບຊື້ກາ​ເຟຂອງ​ຍີ່​ປຸ່ນມີຫຼາກຫຼາຍຮູບ​ແບບ​ຂື້ນກັບ​ປະລິມານ ​ແລະ ຄຸນ​ນະພາ​ບກາ​ເຟ. ​ເນື່ອງ​ຈາກ​ກາ​ເຟຄຸນ​ນະພາ​ບສູງ​ຈະ​ມີ​ລາຄາ​ແພງ​ຫຼາຍ ​ແລະ ບໍ່ຈຳ​ເປັນ​ຕ້ອງການ​ການ​ຂົນສົ່ງຂະໜາດໃຫຍ່. ດັ່ງນັ້ນ ຜູ້ຜະລິດກາເຟຄຸນນະພາບສູງຈິ່ງມັກຂາຍສົ່ງໂດຍກົງຫາ ຮ້ານກາເຟຄຸນນະພາບສູງດັ່ງກ່າວໄດ້ໂດຍກົງ ຫຼື ອາດ​ຜ່ານ​ບໍລິສັດ​ນຳ​ເຂົ້າຂະໜາດ​ໃຫຍ່ ​ແລະ ຂາຍຍົກ.

ຈຸດ​ຈຳໜ່າຍ (ດື່ມ) ກາ​ເຟ​ແບ່ງ​ອອກ​ເປັນ 05 ຮູບ​ແບບ ​ເຊິ່ງ​ແຕ່ລະໝວດມີ​ລາຄາ​ທີ່​ແຕກ​ຕ່າງ​ກັນ.

  1. ບ້ານພັກ 68%,
  2. ຫ້ອງການ 15%,
  3. ຕູ້​ຂາຍ​ຕາມ​ທາງ 11%,
  4. ຮ້ານ​ກາ​ເຟ 4%,
  5. ຮ້ານ​ອາຫານ 2%

ຮູບ​ແບບ​ການ​ບໍລິ​ໂພ​ກ ​ແຕ່ 1-3 ​​ແມ່ນ​ນອນ​ໃນ​ກາ​ເຟຄຸນ​ນະພາ​ບ​ໃຊ້​ໄດ້-ປານ​ກາງ. ສ່ວນ ຮູບ​ແບບ 4-5 ​ແມ່ນ​ນອນ​ໃນ​ກາ​ເຟລະດັບ​ດີ-ດີ​ເລີດ. ​ເມື່ອ​ເວົ້າ​ເຖີງການ​ວັດ​ແທກ​ຄຸນ​ນະພາ​ບກາ​ເຟ​ແມ່ນ​ອີງ​ຕາມ​ລະບົບມາດຕະຖານ​ຂອງກາ​ເຟພິ​ເສດ​ຂອງ​ປະ​ເທດ​ຍີ່​ປຸ່ນທີ່ກຳນົດໂດຍສະມາຄົມກາເຟຄຸນນະພາບສູງ. ​ເຊິ່ງມີ​ວິທີການ​ວັດ​ແທກ​ສະ​ເພາະ ທີ່ວັດແທກຫຼາຍຂົງເຂດ ເປັນຕົ້ນ: ກວມເອົາຣົດຊາດ, ຮູບ​ແບບ​ການ​ຜະລິດ ​ແລະ ຂໍ້​ມູນຂອງ​ສະຖານ​ທີ່​ຜະລິດ. ຫາກ​ເມື່ອ​ໃດ​ທີ່​ຊຽວຊານ​ວັດ​ແທກ​ໃຫ້​ຄະ​ແນນ​ເກີນ 80 ຂື້ນ​ໄປ, ກາ​ເຟດັ່ງກ່າວ​ຈະ​ຈັດ​ໃນໝວດກາ​ເຟພິ​ເສດ.

​​ໂດຍ​ລວມ​ແລ້ວ, ກາ​ເຟທີ່​ນອນ​ໃນ​ລະດັບ​ກາງ ຈະ​ມີ​ຕະຫຼາດ​ໃຫຍ່​ກວມ​ເອົາ ​ເກືອບ 94% ຂອງ​ຕະຫຼາດທັງໝົດ. ​ແຕ່​ລາຄາ​ຂອງ​ກາ​ເຟປະ​ເພດ​ນີ້ ຈະ​ມີ​ການ​ເໜັງຕົວ​ສູງ ແລະ ​ເນັ້ນຂາຍ​ໃນ​ປະລິມານຫຼາຍ​. ກົງກັນ​ຂ້າມ, ມີ​ພຽງ​ແຕ່ 6% ທີ່​ຕ້ອງການ​ກາ​ເຟລະດັບ​ສູງ ​ເຊິ່ງມີ​ຄະ​ແນນ​ນັບ​ແຕ່ 80 ຂື້ນ​ໄປ. ເຖິງ​ຈະ​ມີ​ປະລິມານໜ້ອຍ, ​ແຕ່​ລາຄາ​ພັດ​ສູງ. ຜູ້​ຜະລິດຕ້ອງ​ໄດ້​ມີ​ຄວາມຮູ້​ການ​ຜະລິດ, ​ເອົາ​ໃຈ​ໃສ່ການ​ການ​ຫຸ້ມຫໍ່, ການ​ເກັບຮັກສາ, ສ້າງສາ​ຍສຳພັນ​ກັບ​ຄູ່​ຄ້າ, ການ​ຂົນ​ສົ່ງ ​ແລະ ​ເຕັກນິກ​ການ​ຂົ້ວສະ​ເພາະ.

ເນື່ອງຈາກການຜະລິດກາເຟຂອງລາວມີຂະໜາດນ້ອຍເມື່ອທຽບໃສ່ກັບປະເທດອື່ນ. ການຫັນການຜະລິດກາເຟເນັ້ນຄຸນນະພາບເປັນຫຼັກ,  ຈະຊ່ວຍແກ້ໄຂບັນຫາລາຄາຕົກຕໍ່າ, ການສ້າງຊື່ສຽງ ແລະ ສ້າງລາຍຮັບທີ່ແນ່ນອນແກ່ປະຊາຊົນ. ການພັກດັນພາກລັດ ແລະ ອົງການພັດທະນາສາກົນ ຈະມີບົດບາດໃນການຫັນປ່ຽນແນວຄິດການຜະລິດປະລິມານສູ່ການຜະລິດຄຸນນະພາບ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.