Norkhame
ແນວທາງ ”ນໍຄໍາ” ແນວທາງ ”ນໍຄໍາ”
ເພື່ອເຮັດໃຫ້ປະເທດລາວສາມາດພົ້ນຈາກປະເທດ ດ້ອຍພັດທະນາ ແລະ ຫັນປຽນເປັນປະເທດທີ່ຮັ່ງມີ ແລະ ເຂັ້ມແຂງ, ບຸກຄົນໃນຊາດຕ້ອງມີຄວາມສາມາດໃນການສະ ແດງຄວາມຄິດສ້າງສັນ ທີ່ສາມາດຫັນປ່ຽນເປັນສິນຄ້າ ແລະ ການບໍລິການ ໃຫ້ແກ່ບຸກຄົນອື່ນໃນສັງຄົມ. ໃນຂັ້ນ ຕອນການສ້າງແນວຄວາມຄິດ ໃຫ້ກາຍເປັນສິນຄ້າ ແລະ ການບໍລິການ, ຂ້າພະເຈົ້າມີຄວາມພ້ອມ ແລະ ຍິນດີທີ່ຈະສະໜອງການ ຊ່ວຍເຫຼືອດ້ານວິຊາການໃຫ້ແກ່ທຸກໆທ່ານ ດ້ວຍຄວາມຈົງຮັກພັກດີ ເພື່ອສ້າງຄວາມຍິ່ງໃຫຍ່ ແລະ... ແນວທາງ ”ນໍຄໍາ”

ເພື່ອເຮັດໃຫ້ປະເທດລາວສາມາດພົ້ນຈາກປະເທດ ດ້ອຍພັດທະນາ ແລະ ຫັນປຽນເປັນປະເທດທີ່ຮັ່ງມີ ແລະ ເຂັ້ມແຂງ, ບຸກຄົນໃນຊາດຕ້ອງມີຄວາມສາມາດໃນການສະ ແດງຄວາມຄິດສ້າງສັນ ທີ່ສາມາດຫັນປ່ຽນເປັນສິນຄ້າ ແລະ ການບໍລິການ ໃຫ້ແກ່ບຸກຄົນອື່ນໃນສັງຄົມ.

ໃນຂັ້ນ ຕອນການສ້າງແນວຄວາມຄິດ ໃຫ້ກາຍເປັນສິນຄ້າ ແລະ ການບໍລິການ, ຂ້າພະເຈົ້າມີຄວາມພ້ອມ ແລະ ຍິນດີທີ່ຈະສະໜອງການ ຊ່ວຍເຫຼືອດ້ານວິຊາການໃຫ້ແກ່ທຸກໆທ່ານ ດ້ວຍຄວາມຈົງຮັກພັກດີ ເພື່ອສ້າງຄວາມຍິ່ງໃຫຍ່ ແລະ ຜົນກຳໄລແກ່ ທຸລະກິດຂອງທ່ານ ແລະ ການດຳລົງຊີວິດປະຈຳວັນຢ່າງປະສົບຜົນສຳເລັດ.

ວິໃສທັດ – ເຊື່ອມຕໍ່ຄົນລາວກັບໂລກສາກົນ

ແນວທາງ – ນໍຄຳ ບໍ່ໄດ້ເນັ້ນໃສ່ແຕ່ຄຸນນະພາບ ເພາະວ່າ ສິ່ງນັ້ນມັນແມ່ນ ຄຳໜັ້ນສັນຍາສຳຄັນທີ່ສຸດອັນໜຶ່ງຂອງການບໍລິການ; ຂ້າພະເຈົ້າສະໜອງການບໍລິການ ທີ່ດີເລີດທີ່ສຸດ ໃຫ້ແກ່ທຸກໆທ່ານ.

ຄຸນຄ່າ ທີ່ຂ້າພະເຈົ້າຍຶດໜັ້ນ 4 ຫຼັການດັ່ງນີ້:

1. ແຮງບັນດານໃຈ

ນໍຄຳ ມີແຮງບັນດານໃຈໃນການຄົ້ນຄິດ ສ້າງທາງອອກທີ່ດີທີ່ສຸດທາງດ້ານທຸລະກິດ ແລະ ການດຳລົງຊີວິດແກ່ທ່ານ

2. ຄວາມເຊື່ອໜັ້ນ

ນໍຄຳ ສະໜອງການບໍລິການ ໂດຍອີງຕາມສະພາບຄວາມເປັນຈິງຂອງ ຄວາມສາມາດສະເພາະດ້ານທີ່ມີ, ດ້ວຍຄວາມຊື່ສັດ ແລະ ຄວາມໄວ້ເນື້ອເຊື່ອໃຈ

3. ຄວາມນັບຖື

ນໍຄຳ ເປີດໂອກາດຕົນເອງໃນການ ໃຫ້ບໍລິການແກ່ທຸກວັດຖະນະທຳ, ສາດສະໜາ ແລະ ເຊື້ອຊາດ

4. ຄຸນນະພາບ

ນໍຄຳພະຍາຍາມໃນການລິເລີ່ມ ໃນການຄົ້ນຄິດຫາທາງອອກທຸລະກິດ ແລະ ການດຳລົງຊີວິດ ເພື່ອໃຫ້ມີຄວາມແທດ ເໜາະຕາມສະຖານະການ.

ຂ້າພະເຈົ້າຫວັງເປັນຢ່າງຍິງວ່າຈະໄດ້ມີໂອກາດຮັບໃຊ້ທ່ານຕາມແນວທາງ ແລະ ອຸດົມການທີ່ກ່າວມາຂ້າງເທິງນັ້ນ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.