Norkhame
ວິທີຫາຄະນະບໍລິຫານບໍລິສັດ ວິທີຫາຄະນະບໍລິຫານບໍລິສັດ
ຈະຫາຄະນະບໍລິຫານງານທີ່ມີຄວາມສາດໄດ້ຈາກໃສ ຜູ້ປະກອບການຫຼາຍຄົນ ມັກຕົກໃນສະຖານນະການທີ່ວ່າ: ທຸກໆຢ່າງເຮັດເອງໝົດ, ບໍ່ວ່າຈະເປັນວຽກນ້ອຍ ຫາສິ່ງ ສຳຄັນທີ່ສຸດ ແມ່ນຫຍັງກໍ່ເຮັດເອງໝົດ ແລະ ກໍ່ເປັນທັງຜູ້ຖືຫຸ້ນພຽງຜູ້ດຽວ.​  ກໍ່ແມ່ນຕົນເອງທີ່ເປັນສະມາຊິກ ຄະນະບໍລິ ຫານງານພຽງຜູ້ດຽວ ແລະຕົນເອງກໍ່ເປັນທັງຜູ້ບໍລິຫານງານທັງໝົດ.​ ຈຸດດີອັນໜຶ່ງຂອງການເຮັດເອງໝົດແມ່ນ ທ່ານສາມາດຄວບຄຸມໄດ້ໝົດທຸກຢ່າງ ແຕ່ທ່ານຈະຂາດໂອກາດການເຮັດ ວຽກກັບຄົນທີ່ມີຄວາມສາມາດ ແລະ ທັງຍັງຂາດຄວາມຮູ້ດ້ານວິຊາການບາງຢ່າງ ທີ່ອາດມີຄວາມຈຳເປັນ ໃນການ ສ້າງ ໃຫ້ທຸລະກິດກາຍເປັນມືອາຊີບ... ວິທີຫາຄະນະບໍລິຫານບໍລິສັດ

ຈະຫາຄະນະບໍລິຫານງານທີ່ມີຄວາມສາດໄດ້ຈາກໃສ

ຜູ້ປະກອບການຫຼາຍຄົນ ມັກຕົກໃນສະຖານນະການທີ່ວ່າ: ທຸກໆຢ່າງເຮັດເອງໝົດ, ບໍ່ວ່າຈະເປັນວຽກນ້ອຍ ຫາສິ່ງ ສຳຄັນທີ່ສຸດ ແມ່ນຫຍັງກໍ່ເຮັດເອງໝົດ ແລະ ກໍ່ເປັນທັງຜູ້ຖືຫຸ້ນພຽງຜູ້ດຽວ.​  ກໍ່ແມ່ນຕົນເອງທີ່ເປັນສະມາຊິກ ຄະນະບໍລິ ຫານງານພຽງຜູ້ດຽວ ແລະຕົນເອງກໍ່ເປັນທັງຜູ້ບໍລິຫານງານທັງໝົດ.​

ຈຸດດີອັນໜຶ່ງຂອງການເຮັດເອງໝົດແມ່ນ ທ່ານສາມາດຄວບຄຸມໄດ້ໝົດທຸກຢ່າງ ແຕ່ທ່ານຈະຂາດໂອກາດການເຮັດ ວຽກກັບຄົນທີ່ມີຄວາມສາມາດ ແລະ ທັງຍັງຂາດຄວາມຮູ້ດ້ານວິຊາການບາງຢ່າງ ທີ່ອາດມີຄວາມຈຳເປັນ ໃນການ ສ້າງ ໃຫ້ທຸລະກິດກາຍເປັນມືອາຊີບ ແລະ ໃຫ້ມີຄວາມຢູ່ຫຼອດ. ນອກນັ້ນ ມັນຍັງເຮັດໃຫ້ບາງຄັ້ງທ່ານຂາດການຕັດສິນ ໃຈທີ່ມີປະສິດທິຜົນ ຫຼື ລັງເລ. ບໍລິສັດຂະໜາດນ້ອຍຈະບໍ່ສົນໃຈສ້າງຄະນະບໍລິຫານງານ ເພາະພວກເພີ່ນຄິດວ່າ ຄະນະ ດັ່ງກ່າວ ແມ່ນມີຄວາມສຳຄັນ ສຳລັບບໍລິສັດ ຂະໜາດໃຫຍ່ ຫຼື ຄິດວ່າມັນຈະເຮັດໃຫ້ການບໍລິຫານມີຄວາມ ສັບສົນ.

ແຕ່ເຈົ້າຂອງບໍລິສັດໃຫຍ່ໆ ເຊັ່ນ: ມະຫາເສດຖີ ວາເລັນ ບັບເຝ ແລະ ສະຕີບ ຈອບ ບໍ່ໄດ້ມີຄວາມສາມາດ ທຸກໆຂົງເຂດ ເພື່ອຕັດສິນໃຈທຸກໆວຽກງານໃນບໍລິສັດ. ໃນກໍລະນີຂອງຄົນກຸ່ມເຫຼົ່ານັ້ນ ຄະນະບໍລິຫານງານທີ່ປຶກສາ ຈະຊ່ວຍສະ ເໜີແນວຄວາມຄິດໄໝ່ໆ ຫຼື ລະດົມການຕັດສິນໃຈທີ່ມີຂໍ້ມູນເຕັມທີ່ ໄວ້ໃຫ້ຕັດສິນໃຈ ບັນຫາທີ່ ສຳຄັນ. ເວົ້າອີກແນວ ໜຶ່ງ ຄະນະບໍລິຫານງານ ສາມາດຊ່ວຍໃຫ້ທ່ານຕັດສິນໃຈໄດ້ດີຂື້ນ, ມີປະສິດທິຜົນສູງຂື້ນ ແລະ ມີຄວາມສ່ຽງໜ້ອຍ ລົງກ່ຽວກັບບັນຫາທຸລະກິດຕ່າງໆ.

ສິ່ງຕໍ່ໄປນີ້ ເປັນສາມວິທີ່ ທີ່ຈະຊ່ວຍໃຫ້ທ່ານ ສ້າງຄະນະບໍລິຫານງານໄດ້ຢ່າງມີປະສິດທິພາບ:

ຈາກເພື່ອນຮ່ວມງານ. ວິທີງ່າຍໆ ແລະ ປະຫຍັດ ໃນການສ້າງຄະນະບໍລິຫານງານ ແລະ ໃຫ້ຄຳປຶກສາ ແມ່ນໃຫ້ ທ່ານຈົ່ງເບິ່ງບັນດາສະມາຊິກທີ່ຢູ່ຮ່ວມໃນ ຊຸມຊົນຂອງທ່ານຢູ່ແລ້ວ ເຊິ່ງບາງຄົນອາດຈະເປັນເຈົ້າ ຂອງທຸລະກິດອື່ນໆ ຢູ່ແລ້ວແຕ່ທ່ານມີຄວາມເຊື່ອໜັ້ນ ແລະ ໄວ້ວາງໃຈ. ທ່ານສາມາດ ເຊີນມາເປັນສະມາຊິກ ແລະ ເຂົ້າມາຮ່ວມກອງປະ ຊຸມປະຈຳເດືອນ, ສາມເດືອນເພື່ອພິຈາລະນາບັນຫາທາງທຸລະກິດ, ແລກ ປ່ຽນຄຳຄິດເຫັນ ແລະ ສະເໜີແນະແນວ ທາງໄໝ່ໆໃຫ້ແກ່ຄະນະພິຈາລະນາ. ໃນທີ່ສຸດມັນຈະເປັນການແລກປ່ຽນຄວາມຄິດເຫັນໄໝ່ໆ.

ບໍ່ພຽງແຕ່ຈະເປັນການໄດ້ຮັບຮູ້ຄວາມຄິດໄໝ່ໆ ຈາກຄົນທີ່ທ່ານໄວ້ໃຈ ແຕ່ການແລກປ່ຽນແນວນີ້ ຈະເຮັດໃຫ້ ທ່ານສ້າງຄວາມຄຸ້ນເຄີຍ ແລະ ຮັບຮູ້ວິທີການເບິ່ງບັນຫາ ຈາກທຸລະກິດທີ່ທ່ານບໍ່ເຄີຍມີປະສົບການເລີຍ. ມັນເຮັດໃຫ້ທ່ານເບິ່ງບັນຫາແບບເລິກເຊິງ ແລະ ມັນຈະເຮັດໃຫ້ການຕັດສິນໃຈມີຄວາມແນ່ນອນ ໃນການດຳ ເນີນທຸລະກິດຂອງທ່ານ.

ເຂົ້າຮ່ວມກຸ່ມຄະນະບໍລິຫານງານ. ຖ້າຫາກທ່ານ ມີບັນຫາໃນການຄົ້ນຫາຄົນທີ່ມີຄວາມສາມາດ ຈາກຄົນທີ່ທ່ານ ຮູ້ຈັກ ແລະ ບໍ່ຮູ້ວ່າຈະເລືອກໃຜມານັ່ງເປັນຄະນະບໍລິຫານງານ, ທ່ານຄວນພິຈາລະນາການເຂົ້າ ຮ່ວມກຸ່ມ ຫຼື ກຸ່ມສະ ມາຄົມຄະນະບໍລິຫານງານທີ່ໃກ້ຕົວ. ອົງການດັ່ງກ່າວ ຈະມັກມີການພົບປະ ແລະ ສົນທະນາຫຼາຍໆ ບັນຫາ. ກຸ່ມຄົນ ນີ້ເປັນຄົນ ທີ່ມາຈາກຫຼາກຫຼາຍອາຊີບ ແລະ ຂະແໜງທຸລະກິດ. ການເປັນສະມາຊິກ ຂອງອົງການດັ່ງກ່າວ ທ່ານ ອາດຈະໄດ້ພົບ ກັບຄົນທີ່ ທ່ານເຫັນວ່າມີຄວາມສາມາດ ແລະ ປະສົບການພໍທີ່ ຈະເອີ້ນມາເປັນສະມາຊິກຄະນະບໍລິ ຫານງານ.​ ທີ່ປຶກສາສ່ວນໃຫຍ່ຕ່າງກໍ່ມີທຸລະກິດເປັນຂອງຕົນເອງບໍ່ວ່າ ຈະເປັນຂະໜາດນ້ອຍຫຼືໃຫຍ່ ເຊິ່ງມີຫຼາຍ ຄົນຢາກຈະໃຫ້ຄຳແນະນຳດີໆ ແລະ ຮັບຝັງຄຳແນະນຳຈາກຄົນ ອື່ນໆເພື່ອຮຽນຮູ້ເຊິງກັນ ແລະ ກັນ.

ຈ້າງພະນັກງານຊ່ຽວຊານທີ່ທ່ານເຊື່ອໜັ້ນ. ອີກວິທີໜຶ່ງຄືຊອກຫາທີ່ປຶກສາ ທີ່ມີຄວາມຊຳນານງານສະເພາະ ດ້ານ. ທ່ານອາດຈະຊອກຄົນເຫຼົ່ານັ້ນ ທີ່ຢູ່ໃນເຂດເມືອງ ເຊິ່ງມັກຈະມີຄົນທີ່ມີຄວາມຊຳນານງານ ດ້ານພາສີ, ນາຍທະ ນາຄານ, ຄູສອນວິຊາທຸລະກິດ, ນັກການຕະຫຼາດ. ໄລຍະເວລາຂອງຄະນະປຶກສາ ອາດຈະມີປະມານສອງ ຫາ ສາມ ປີ ທ່ານອາດຈະທົດລອງຈ້າງເບິ່ງກ່ອນວ່າຈະເຮັດວຽກກັບທ່ານໄດ້ຫຼືບໍ່. ແນ່ນອນວິທີນີ້ ຈະມີລາຄາແພງ ກວ່າສອງ ວິທີ່ທີ່ກ່າວມາຂ້າງເທິງນັ້ນ ທ່ານສາມາດດັດປັບຄະນະທີ່ປຶກສາສະເພາະ ດ້ານໄດ້ຕາມຄວາມຕ້ອງ ການຂອງທ່ານ. ຂໍ້ດີຂອງວິທີນີ້ກໍ່ຄື ທ່ານຈະບໍ່ຕ້ອງກັງວົນວ່າສະມາຊິກ ຄະນະຈະບໍ່ກັບເຂົ້າມາຮ່ວມປະຊຸມປະຈຳ ເດືອນ ແລະ ຕາມໄລ ຍະນັດໝາຍການປະຊຸມ.

ມັນຈະເປັນການດີຖ້າຫາກປະສົມທັງສາມວິທີເຂົ້າໃນກາານຄົ້ນຫາສະມາຊິກທີ່ປຶກສາຂອງບໍລິສັດ ຫຼື ອາດ ຈະຊອກ ຫາວິທີທີ່ແທດເໜາະກັບສະຖານນະການຂອງບໍລິສັດຂອງທ່ານ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.