Norkhame
ຄືນສິດສູ່ມານດາ ຄືນສິດສູ່ມານດາ
ທຸກໆປີ​ຈະ​ມີ​ການ​ສະຫຼອງ ວັນ​ແມ່ຍິງ​ໃນວັນ​ທີ່ 8 ​ເດືອນ ມີນາ. ຈະ​ເວົ້າ​ໄປ​ແລ້ວ​ບໍ່​ແມ່ນ​ເປັນ​ການ​ປະກາດ​ໄຊຊະນະຕໍ່ກັບ​ສິ່ງ​ທີ່​ເລີ່​ມມີ​ການ​ຕໍ່ສູ້​ເລື່ອງ​ບົດ​ບາ​ດຍິງ-ຊາຍ. ​​ເປັນ​ວັນໜຶ່ງຂອງ​ແມ່ຍິງ​ທີ່​ສະ​ແດງ​ໃຫ້​ສັງຄົມ​ເຫັນ​ຫຼາຍໆສິດ​ທີ່​ທາງ​ແມ່ຍິງ​ພະຍາຍາມ​ໃຫ້​ໄດ້​ມາ. ການ​ໂອ້​ລົມ​ກັບ​ແມ່ຍິງ ຈະ​ມີ​ສິ່ງໜ້າສົນ​ໃຈ​ຫຼາຍ ​ແລະ ຫຼາຍໆຄັ້ງ ຂ້າພະ​ເຈົ້າຈະ​ຮູ້ສຶກຫົດ​ຫູ່​ກັບ​ຊີວິດ. ນອກຈາກ​ການ​ເຫັນ​ກິລິຍາ​ທີ່​ສວຍງາມ​ກໍ່ຍັງ​ເຫັນ ທັກ​ສະການ​ເບິ່ງ​ໂລກ​ທີ່​ແຕກ​ຕ່າງ​ຈາກ​ຜູ້​ຊາຍ. ສິ່ງໜຶ່ງທີ່​ເຫັນ​ລະ​ແມ່ນ​ຈະ​ໄດ້​ຍິນ​ເຂົາ​ເຈົ້າ​ເວົ້າບັນຫາ​ທີ່​​ເດັກ​ຊາຍ ຫຼື ຜູ້​ຊາຍ​ບໍ່ລົມ​ກັນ. ​ເຊັ່ນ​: ​ເລື່ອງ​ສຸກ​ກະພາບທີ່​ມັກ​ຈະ​ມີ​ການ​ປ່ຽນ​ແປງ​ໃນ​ຍາມ​ສາວ, ມີ​ລູກ ຫຼື ຕ່າງໆ; ​ເລື່ອງ​ທີ່​ແມ່ຍິງ​ຕ້ອງ​ໄດ້ຖືຮີດຄອງ​ປະ​ເພນີຢ່າງ​ເຄັ່ງ​ຄັດ; ​ເລື່ອງ​ບໍ່​ໄດ້​ເຂົ້າ​ໂຮງຮຽນ... ຄືນສິດສູ່ມານດາ

ທຸກໆປີ​ຈະ​ມີ​ການ​ສະຫຼອງ ວັນ​ແມ່ຍິງ​ໃນວັນ​ທີ່ 8 ​ເດືອນ ມີນາ. ຈະ​ເວົ້າ​ໄປ​ແລ້ວ​ບໍ່​ແມ່ນ​ເປັນ​ການ​ປະກາດ​ໄຊຊະນະຕໍ່ກັບ​ສິ່ງ​ທີ່​ເລີ່​ມມີ​ການ​ຕໍ່ສູ້​ເລື່ອງ​ບົດ​ບາ​ດຍິງ-ຊາຍ. ​​ເປັນ​ວັນໜຶ່ງຂອງ​ແມ່ຍິງ​ທີ່​ສະ​ແດງ​ໃຫ້​ສັງຄົມ​ເຫັນ​ຫຼາຍໆສິດ​ທີ່​ທາງ​ແມ່ຍິງ​ພະຍາຍາມ​ໃຫ້​ໄດ້​ມາ.

ການ​ໂອ້​ລົມ​ກັບ​ແມ່ຍິງ ຈະ​ມີ​ສິ່ງໜ້າສົນ​ໃຈ​ຫຼາຍ ​ແລະ ຫຼາຍໆຄັ້ງ ຂ້າພະ​ເຈົ້າຈະ​ຮູ້ສຶກຫົດ​ຫູ່​ກັບ​ຊີວິດ. ນອກຈາກ​ການ​ເຫັນ​ກິລິຍາ​ທີ່​ສວຍງາມ​ກໍ່ຍັງ​ເຫັນ ທັກ​ສະການ​ເບິ່ງ​ໂລກ​ທີ່​ແຕກ​ຕ່າງ​ຈາກ​ຜູ້​ຊາຍ. ສິ່ງໜຶ່ງທີ່​ເຫັນ​ລະ​ແມ່ນ​ຈະ​ໄດ້​ຍິນ​ເຂົາ​ເຈົ້າ​ເວົ້າບັນຫາ​ທີ່​​ເດັກ​ຊາຍ ຫຼື ຜູ້​ຊາຍ​ບໍ່ລົມ​ກັນ. ​ເຊັ່ນ​: ​ເລື່ອງ​ສຸກ​ກະພາບທີ່​ມັກ​ຈະ​ມີ​ການ​ປ່ຽນ​ແປງ​ໃນ​ຍາມ​ສາວ, ມີ​ລູກ ຫຼື ຕ່າງໆ; ​ເລື່ອງ​ທີ່​ແມ່ຍິງ​ຕ້ອງ​ໄດ້ຖືຮີດຄອງ​ປະ​ເພນີຢ່າງ​ເຄັ່ງ​ຄັດ; ​ເລື່ອງ​ບໍ່​ໄດ້​ເຂົ້າ​ໂຮງຮຽນ ຫຼື ຕ້ອງ​ໄດ້​ອອກ​ໂຮງຮຽນ; ການ​ເປັນ​ສ່ວນໜຶງ​ເພື່ອ​ຈຸນ​ເຈືອ​ຄອບຄົວ ​ເປັນຕົ້ນລະ​ແມ່ນ​ການ​ເຮັດ​ວຽກບ້ານ ຫຼື ການ​ຖືກ​ເອົາ​ປຽບຈາກ​ຄົນ​ຮັກ​ພາຍຫຼັງການ​ແຕ່ງງານ. ​ເມື່ອ​ທຽບ​ໃສ່​ຊີວິດ​ແມ່ຍິງ​ລາວ​ເຮົາກັບປະ​ເທດ​ອື່ນ​ທີ່​ມີ​ການ​ພັດທະນາ​ທາງ​ເສດຖະກິດ​ແລ້ວ, ສ ປ ປ ລາວ ກໍ່​ບໍ່​ໄດ້​ນອນ​ໃນ​ກຸ່ມ​ທ້າຍ​ສຸດໜູ່. ​ແມ່ຍິງ​ບາງ​ປະ​ເທດ​ນັ້ນ ບໍ່ມີ​ສິດ​ໃນ​ການ​ລົງ​ຄະ​ແນນ​ສຽງ ​ແລະ ຖືກ​ຈຳກັດ​ດ້ານ​ການ​ມີ​ສ່ວນ​ຮ່ວມ​ທາງ​ສັງຄົມ ຫຼື ການ​ຕັດສິນ​ໃຈ​ໃນ​ຄອບຄົວ.

​ຄວາມ​ແຕກ​ໂຕນ​ຂອງ​ການ​ພັດທະນາ​ໃນ​ກຸ່ມ​ແມ່ຍິງ ​ແລະ ຊາຍ​ນັ້ນ​ເປັນ​ໂອກາດ​ທີ່​ຈະ​ກໍ່​ໃຫ້​ເກີດ​ມີ​ບັນຫາ​ສັງຄົມ. ອົງການ​ການ​ນຳ ທົ່ວ​ໂລກ ​ແລະ ບັນ​ດາ​ລັດຖະບານ​ໃນຫຼາຍປະ​ເທດ​ກຳລັງ​ເອົາ​ໃຈ​ໃສ່​ໃນ​ການ​ສ້າງ​ການ​ພັດທະນາ​ໃນ​ກຸ່ມ​ແມ່ຍິງ​ໃຫ້ຫຼາຍຂື້ນ. ຂົງ​ເຂດ​ທີ່​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ໃນ​ການ​ປັບປຸງ​ແມ່ນທາງ​ດ້ານ​ເສດ​ຖະກິດ ​ເພື່ອ​ເຮັດ​ໃຫ້​ແມ່ຍິງ​ມີ​ໂອກາດ​ໃນ​ການ​ເຮັດ​ວຽກທີ່​ລາຍ​ຮັບ​ເທົ່າໆກັນ​ກັບ​ເພດ​ຊາຍ, ​ໂອກາດ​ໃນ​ການ​ສ້າງ​ທຸລະ​ກິດ ​ໂດຍ​ການ​ໄດ້​ຮັບ​ສິນ​ເຊືອ​ ຫຼື ອຸປະກອນ​ການ​ຜະລິດ​ກະສິກຳ​ເພື່ອ​ເຮັດ​ການ​ຜະລິດ. ການ​ສົ່ງ​ເສີມ​ດັ່ງກ່າວ ຈະ​ເຮັດ​ໃຫ້​ແມ່ຍິງ​ມີ​ລາຍ​ຮັບ​ເພີ່ມ​ຂື້ນ ​ແລະ ຫຼຸດຜ່ອນ​ຄວາມທຸກ​ຈົນ.

ວຽກງານ​ການ​ສຶກສາ​​ເປັນ​ຂົງ​ເຂດ​ທີ່​ສຳຄັນ​ຫຼາຍ. ​​ເດັກ​ຍິງ​ຫຼາຍໆຄົນ​ບໍ່​ໄດ້​ເຂົ້າ​ໂຮງຮຽນ ​ຫຼື ມີ​ການ​ອອກ​ໂຮງຮຽນສູງ​ຫຼາຍ. ​ແຕ່​ການ​ວິ​ໄຈ​ໄດ້​ຄົ້ນພົບ​ວ່າ ​ເດັກ​ຍິງ​ທີ່​​ເຂົ້າ​ໂຮງຮຽນຈະ​ມີ​ຜົນ​ການ​ຮຽນ​ໂດຍ​ສະ​ເລ່ຍ​ແລ້ວ​ດີກ​ວ່າ​ເດັກ​ຊາຍ. ສິ່ງ​ນີ້ສະ​ແດງ​ໃຫ້​ເຫັນ​ວ່າຖ້າ​ໃຫ້​ໂອກາດ​ການ​ສຶກສາ​ແກ່​ເດັກ​ຍິງ​ຫຼາຍຂື້ນ​ແລ້ວ ສັງຄົມ​ກໍ່ຈະ​ມີ​ຄົນ​ເກັ່ງໆຫຼາຍຂື້ນ. ​​ໂດຍ​ສະ​ເພາະ​ແມ່ຍິງ​ທີ່ ນອນ​ໃນ​ເຂດ​ຫ່າງ​ໄກ​​ເຊິ່ງຄອບຄົວ​ຈຳກັດ​ດ້ານ​ເສດຖະກິດ​ຈະ​ຍິ່ງ​ມີ​ໂອກາດໜ້ອຍລົງ. ການ​ໃຫ້​ໂອກາດ​ການ​ສຶກສາ​ແກ່​ແມ່ຍິງ​ກໍ່​ເປັນ​ການ​ສ້າງ​ໂອກາດ​ໃຫ້​ສັງຄົມ​ໄດ້​ມີ​ຄົນ​ເກັ່ງໆຫຼາຍຂື້ນ.

ໃນ​ແຕ່ລະ​ຂົງ​ເຂດ​ການ​ພັດທະນາ​ເສດຖະກິດ​ຈະ​ເລີ​ນກ້າວໜ້ ກໍ່ບໍ່​ໄດ້​ວ່າ​ການ​ພັດທະນາ​ສິດທິ​ແມ່ຍິງ​ນັ້ນມີ​ການ​ປ່ຽນ​ແປງ. ​ໃນ​ບາງ​ປະ​ເທດ, ຍັງ​ມີ​ການ​ຈຳກັດ ຫຼື ບໍ່​ເປີດ​​​ໃຫ້​ແມ່ຍິງ​ມີ​ສ່ວນ​ຮ່ວມ​​ໃນ​ວຽກງານ​ການ​ເມືອງ. ນອກ​ນັ້ນ ກໍ່ຍັງ​ມີ​​ໄພ​ສັງຄົມ​ຄຸກ​ຄາມ​ເຊັ່ນ: ການ​ທາຮຸນ ​ແລະ ການ​ລ່ວງ​ລະ​ເມີດ​ທາງ​ເພດ ​ໂດຍ​ມີ​ການ​ລົງ​ໂທດ​ຕໍ່ຜູ້​ກະທຳ​ຜິດໜ້ອຍຫຼາຍ ຫຼື ບໍ່ສົມ​ກັບ​ການ​ສູນ​ເສຍ​ຂອງ​ແມ່ຍິງ.

ໃຫ້ສິດແມ່ຍິງ = ໃຫ້ສິດມານດາ

ວັນແມ່ເຈັບປວດທີ່ສຸດ, ທ່ານໄດ້ເກີດ. ເຮົາອາດບໍ່ຈັກວ່າເປັນຫຍັງຕ້ອງຕໍ່ສູ້ເພື່ອສິດທິຍິງ. ແຕ່ຖ້າເຮັດເພື່ອຍົກສູງສິດທິຂອງ“ແມ່” ທີ່ໃຫ້ກຳເນີດທ່ານແລ້ວ, ຄົນລາວທັງໝົດຈະໄດ້ຮ່ວມກັນສະເຫຼີມສະຫຼອງວັນແມ່ຍິງສາກົນປີນີ້ ແລະ ຍອມສູ້ເພື່ອສິດທິຍິງໃນທຸກໆວັນ. ອ່ານເພີ່ມ http://bit.ly/1oLOAAs

Posted by ນໍຄຳ NorKhame on Tuesday, March 1, 2016

​ເມື່ອ​ເວົ້າ​ເຖິງ​ສຸກ​ກພາບ ກໍ່ຍັງ​ເປັນ​ບັນຫາ​ໃຫຍ່, ​ແມ່ຍິງ​ ກັບ​ອັດຕາ​ການ​ຕາຍ​ນັ້ນສຳຄັນ​ຫຼາຍ. ຖ້າ​ຫາກ​ການ​ເກີດ​ມີ​ການ​ຂະຫຍາຍຕົວໜ້ອຍ ກໍ່ຈະ​ເຮັດ​ໃຫ້​ແຮ​ງງານ​ເຮັດ​ວຽກ ​ແລະ ປະຊາກອນ​ບໍ່ມີ​ຄວາມ​ສົມ​ດູ​ນ. ການ​ຕາຍ ຫຼື ການ​ເກີດ​ຫຼັງການ​ຕາຍ ກໍ່​ເປັນວຽກງານ​ສາທາລະນະ​ສຸກ ທີ່​ໄດ້​ຮັບ​ການ​ພັດທະນາ​ໃນ​ຫຼາຍໆປີຜ່ານມາ. ບໍ່ສະ​ເພາະ​ແຕ່​​ແມ່, ​ເດັກ​​ເກີດ​ໃໝ່ບໍ່ວ່າ​ຈະ​ເປັນ​ຍິງ​ຫຼື ຊາຍ​ນັ້ນຈຳ​ເປັນ​ຕ້ອງການ​ອາຫານ ​ແລະ ​ເງື່ອນ​ໄຂ​ເພື່ອ​ສ້າງ​ຄວາມ​ສົມ​ດູ​ນທາງ​ຮ່າງ​ກາຍ. ມີ​ການຄົ້ນພົບ​ວ່າ ການ​ພັດທະນາ​ເດັກ ​ໃນ 1000 ວັນ​ທຳ​ອິດ​ນັ້ນ ສຳຄັນ​ຫຼາຍຕໍ່ກັບ​ການ​ພັດທະນາ​ຂອງ​ຊີວິດ​ມະນຸດ​ໃນ​ການ​ກາຍ​ເປັນ​ຜູ້​ໃຫຍ່​ທີ່​ສະຫຼຽວສະຫຼາດ ​ແລະ ມີ​ໃຫວພິກ​ໃນ​ເວລາ​ເຕີບ​ໂຕ.

​ທາງ​ອົງການ​ຈັດຕັ້ງສາກົນ​ໄດ້​ມີ​ການ​ສ້າງ​ດັດຊະນີ​ເພື່ອ​ວັດ​ແທກ​ຄວາມ​ແຕກ​ໂຕນ​ທາງ​ເພດ ​ເພື່ອ​ເປັນ​ການ​ສ້າງ​ນະ​ໂຍບາຍ​ພັດທະນາ​ວຽກງານ​ກ່ຽວກັບ​ແມ່ຍິງ. ​ເຊັ່ນ: ອັດຕາ​ການ​ເຂົ້າ​ໂຮງຮຽນ, ອັດຕາ​ການ​ຕາຍ​ຂອງຫຼັງການ​ເກີດ, ອັດຕາ​ການ​ຈ້າງ​ງານ ​ແລະ ລາຍ​ຮັບ. ຈະ​ເຫັນ​ໄດ້​ວ່າ​ມີຫຼາຍອັນ​ໄດ້ຮັບການປັບປຸງ ແລະ ກະຍັງມີຫຼາຍໆອັນທີ່ທັງເພດຍິງ ແລະ ຊາຍຕ້ອງໄດ້ຮ່ວມກັນພັດທະນາໃນສ່ວນທີ່ເຫຼືອ. ບໍ່ວ່າ​ຊີວິດ​ແມ່ຍິງ​ຈະ​ມີ​ຄວາມ​ຫຸ້ຍງຍາກ​ຫຼາຍ​ເທົ່າ​ໃດ, ​ຂ້າພະ​ເຈົ້າ​ເຊື່ອ​ວ່າ: ແມ່ຍິງລາວ​ແຕ່ລະຄົນ​ກໍ່ຈະ​ມີ​ໂອກາດ​ໃນ​ການສະ​ແດງຄວາມ​ສາມາດ​ທີ່​ເຕັມ​ປຽມ​ໄປ​ດ້ວຍ​ຄວາມ​ງົດ​ງາມ, ຄວາມ​ສະຫຼາດຫຼັກ​ແຫຼມ ​ແລະ ຄວາມ​ເຂັ້ມ​ແຂງ​ ​ເພື່ອທີ່​ຈະ​ຜ່ານ​ຜ່າ​ທຸກໆອຸປະສັກ​ໄດ້​ຄຽງບ່າ​ຄຽງ​ໄລ​ກັບ​ຜູ້​ຊາຍ. ຜູ້ຍິງ​ແນວ​ນັ້ນ​ແຫຼະຈະ​ເປັນ​ແມ່​ຍິງ​ທີ່​ມີ​ຄຸນຄ່າ ​ແລະ ​ເປັນ​ທີ່​ຕ້ອງການ​ ທີ່​ສຸດ​ໃນ​ສັງຄົມລາວ​ທີ່​ຕ້ອງການ​ການຄົ້ນຄິດ​ຈາກ​ຫຼາຍຄວາມ​ຄິດ.

ຂໍ​ໃຫ້​ສຸກ​ສັນ ວັນ​ແມ່ຍິງ 2016.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.