Norkhame
ຍິງສະທ້ານໂລກ ຍິງສະທ້ານໂລກ
ແມ່ຍິງຕ້ອງເຊົານ້ອຍໜ້າແລະຜູ້ຊາຍຕ້ອງຢ້ານຫາກຮູ້ວ່າແມ່ຍິງຂື້ນນຳໂລກແລ້ວຈະເປັນແນວໃດ? ແນ່ນອນຝ່າຍຊາຍເປັນ​ນາຍ​​ຫຼາຍກວ່າ​ຍິງ. ຕົວ​ຈິງມີ​ແມ່ຍິງ​ເປັນ​ກາ​ນນຳ​ລະດັບປະ​ເທດ, ພູມິ​ພາກ, ​ແລະ ​ໂລກ​ມາຫຼາຍຄົນ​ແລ້ວ. ຫຼາຍຄົນໂລກຈົດຈຳ.  ສັງຄົມ​ຕ່າງ​ຄາດ​ຫວັງ ​ແລະ ສົ່ງ​ເສີມ​ໃຫ້​​ແມ່ຍິງ​​ເຂົ້າ​ໄປ​ຢູ່​ໃນ​ການ​ນຳ​ຫຼາຍໆລະດັບ​ຂອງ​ວຽກງານ​ພັດທະນາ​ເສດຖະກິດ​, ວັດທະນະທຳ,​ ສັງຄົມ, ການ​ທະ​ຫານ ​ແລະ ການ​ເມືອງ. ຈະ​ຍົກ​ເອົາ​ປະຫວັດສາດ​ຂອງ​ມວນ​ມະນຸດ​ທີ່​ມີ​ການ​ນຳ​ເປັນ​ແມ່ຍິງ​ຂື້ນມາ​ໃຫ້​ບັນດາ​ທ່ານ​ໄດ້​ຮັບ​ຊາບ​ນັບແຕ່ສະໄໝໂລກບູຮານຈົນເຖິງປະຈຸບັນ. ລັກສະນະພິເສດຂອງບັນດາແມ່ຍິງທີ່ຈະກ່າວແມ່ນພວກ ເຂົານອກຈາກຈະຖືພາແລະໃຫ້ກຳເນິດຊີວິດລູກຕົນເອງແລ້ວ, ເຂົາຍັງຖືພາສິ່ງກ້າວໜ້າແລະໃຫ້ກຳເນີດຄວາມຈະເລີນແກ່ສັງຄົມ. ບັນດາລາຍຊື່ລຸ່ມນີ້ ​ບໍ່​ໄດ້​ລຽງລຳດັບ​ຄວາມ​ສຳຄັນຂອງບຸກຄົນ: 1. “ຄຼີ​ໂອ​ພາຕຼາ-Cleopatra” ​ຜູ້ປົກຄອງ​ຄົນ​ສຸດ​ທ້າຍ​ຂອງ... ຍິງສະທ້ານໂລກ

ແມ່ຍິງຕ້ອງເຊົານ້ອຍໜ້າແລະຜູ້ຊາຍຕ້ອງຢ້ານຫາກຮູ້ວ່າແມ່ຍິງຂື້ນນຳໂລກແລ້ວຈະເປັນແນວໃດ? ແນ່ນອນຝ່າຍຊາຍເປັນ​ນາຍ​​ຫຼາຍກວ່າ​ຍິງ. ຕົວ​ຈິງມີ​ແມ່ຍິງ​ເປັນ​ກາ​ນນຳ​ລະດັບປະ​ເທດ, ພູມິ​ພາກ, ​ແລະ ​ໂລກ​ມາຫຼາຍຄົນ​ແລ້ວ. ຫຼາຍຄົນໂລກຈົດຈຳ. 

ສັງຄົມ​ຕ່າງ​ຄາດ​ຫວັງ ​ແລະ ສົ່ງ​ເສີມ​ໃຫ້​​ແມ່ຍິງ​​ເຂົ້າ​ໄປ​ຢູ່​ໃນ​ການ​ນຳ​ຫຼາຍໆລະດັບ​ຂອງ​ວຽກງານ​ພັດທະນາ​ເສດຖະກິດ​, ວັດທະນະທຳ,​ ສັງຄົມ, ການ​ທະ​ຫານ ​ແລະ ການ​ເມືອງ. ຈະ​ຍົກ​ເອົາ​ປະຫວັດສາດ​ຂອງ​ມວນ​ມະນຸດ​ທີ່​ມີ​ການ​ນຳ​ເປັນ​ແມ່ຍິງ​ຂື້ນມາ​ໃຫ້​ບັນດາ​ທ່ານ​ໄດ້​ຮັບ​ຊາບ​ນັບແຕ່ສະໄໝໂລກບູຮານຈົນເຖິງປະຈຸບັນ. ລັກສະນະພິເສດຂອງບັນດາແມ່ຍິງທີ່ຈະກ່າວແມ່ນພວກ ເຂົານອກຈາກຈະຖືພາແລະໃຫ້ກຳເນິດຊີວິດລູກຕົນເອງແລ້ວ, ເຂົາຍັງຖືພາສິ່ງກ້າວໜ້າແລະໃຫ້ກຳເນີດຄວາມຈະເລີນແກ່ສັງຄົມ. ບັນດາລາຍຊື່ລຸ່ມນີ້ ​ບໍ່​ໄດ້​ລຽງລຳດັບ​ຄວາມ​ສຳຄັນຂອງບຸກຄົນ:

1. “ຄຼີ​ໂອ​ພາຕຼາ-Cleopatra” ​ຜູ້ປົກຄອງ​ຄົນ​ສຸດ​ທ້າຍ​ຂອງ ອານາຈັກ​ມາ​ເຊ​ໂດ​ເນຍ ອີ​ຍິບ ສະ​ໄໝບູຮານ. ປະຈຸ​ບັນ​ແມ່ນ​ສ່ວນໜຶ່ງຂອງ​ປະ​ເທດ ກີດສ, ອີ​ຍິບ, ​ອິຕາ​ລີ, ບາງ​ປະ​ເທດຂອງ​ທະວີບຢູ​ໂຫຼບ​ໃຕ້, ຕູ​ລະ​ກີ ​ແລະ ອາ​ລັບ. ລື​ຊື່​ກັນ​ວ່າ​ເປັນຄົນ​ທີ່​ງົດ​ງາມຫຼາຍ, ສະຫຼາດ, ມີ​ການ​ສຶກສາດ້ານປັດ​ສະຍາ ​ແລະ ພົວພັນ​ຕ່າງປະ​ເທດ. ​ດ້ວຍຄວາມສວຍງາມ, ນາງຈິ່ງໃຊ້ຫຼາຍວິທີໃນການ ດຶງດູດເອົາການຊ່ວຍເຫຼືອດ້ານທະຫານຂອງຝ່າຍຊາຍ ເຂົ້າມາຮ່ວມປົກປ້ອງ ບັນລັງ ແລະ ປະ​ເທດ​ ໃຫ້ລອດພົ້ນຈາກການຮຸກຮານພາຍນອກ.

2. “ແຄເທີລີນ ເດ ແມດີຊີ-Catherine de Medici” ເປັນເມຍຂອງ ເຮັນລີ ດູກ, ພະລາຊາ ປະເທດ ຝຣັງ ທີ່ຂື້ນຄອງລາດໃນ ປີ 1547. ໃນຖານະລາຊີນີ, ນາງ ມີບົດບາດໃນການນຳເອົາ ວັດທະນະທຳຂອງປະເທດ ອິຕາລີເຂົ້າມາຝຣັງ, ເຊັ່ນ: ໂຮງໜັງ ແລະ ອາຫານ. ເມື່ອຜົວເສຍຊີວິດ, ລາວຈິ່ງກາຍເປັນແມ່ຂອງຜູ້ສືບທອດບັນລັງຄົນຕໍ່ໄປ ກ່ອນລູກຊາຍຈະຂື້ນຄອງ. ລາວມີລູກຊາຍທັງໝົດ 10 ຄົນ. ໃນຖານະແມ່ຂອງພະລາຊາອົງຕໍ່ໄປ, ຈິ່ງເຮັດໃຫ້ລາວມີອຳນາດທາງການເມືອງສູງສຸດ, ມີບົດບາດໃນສານ​ສູງ ​ແລະ ພະຍາຍາມ​ສ້າງ​ອິດ​ທິພົນ​ໃຫ້​ແກ່​ລາດ​ຊະ​ວົງ.

3. “ລາ​ຊີ​ນີ ອາລີ​ຊາ​ເບັດ I-Elizabeth I” ​​​​ໄດ້​ບໍລິຫານ​ປະ​ເທດ​ໂດຍ​ການ​ສົ່ງ​ເສີມ​ໃຫ້​ມີ​ການ​ປະຕິ​ດຮູບ​ໃນ​ລັດຖະບານ, ຫຼຸດຜ່ອນ​ຄວາມ​ຂັດ​ແຍ່ງ​ພາຍ​ໃນ, ສ້າງ​ມູນ​ຄ່າ​​ໃຫ້​ແກ່​ສະກຸນ​ເງີ​ນ ​ແລະ ຊຸກຍູ້​ໃຫ້​ເສດຖະກິດ​ທຶນ​ນິຍົມ​ມີ​ການ​ຂະຫຍາຍຕົວ. ​​​ເປັນ​ຄົນ​ທີ່​ມີການ​ສຶກສາ​ສູງ. ໃນໄລຍະຄອງລາດ, ​ວຽກງານ​ພົວພັນ​ຕ່າງປະ​ເທດ​ບໍ່​​ແມ່ນ​ເລື່ອງ​ງ່າຍ​ສຳລັບ​ປະ​ເທດ​ໃນ​ເວລາ​ນັ້ນ. ດັ່ງນັ້ນ, ຈິ່ງມັກ​ຖືກ​ພັກ​ດັນ​ໃຫ້​ແຕ່ງງານ​ກັບ​ພັນທະ​ມິດ​ ​ເພື່ອ​ຜົນ​ປະ​ໂຫຍ​ດທາງ​ການ​ເມືອງ. ແຕ່ກໍ່ປະຕິເສດເລີ້ອຍມາ. ມີ​ຄວາມ​ສຳ​ເລັດ​ຫຼາຍກວ່າ​ຄວາມ​ລົ້ມ​ເຫຼວ. ​ໃນ​ປະຫວັດສາດ​ຖືກ​ຈາລຶກ​ວ່າ​ ​ໃນ​ເວລາ​ທີ່ ລາວ​ຂື້ນຄອງ​ລາ​ດ, ອັງກິດ​ເປັນ​ປະ​ເທ​ດທີ່​ເຂັ້ມ​ແຂງ​ໃນ​ທະວີບຢູ​ໂລບ ​ແລະ ​ເປັນ​ຍຸກ​ຮຸ່ງ​ເຮືອງ​ທີ່​ສຸດ​ຂອງ​ປະ​ເທດ​ອັງກິດ. ຜົນສຳ​ເລັດ​ອັນ​ຍິ່ງ​ໃຫຍ່​ແມ່ນ​ການ​ໄດ້​ໄຊຊະນະ​ສົງຄາມ​ເໜືອການ​ຮຸກ​ຮານ​ຂອງ​ສະ​ເປ​ນ, ການ​ຄ້າຂາຍ​ຂະຫຍາຍຕົວ ​ແລະ ມີ​ນັກ​ປາດ, ປັດສະຍາ, ນັກກະວີ​ເກີດ​ຂື້ນຫຼາຍ. ​ເປັນຕົ້ນ​ແມ່ນ ວິນ​ລຽມ​ ແຊກ​ສ​ເປຍ (Williams Shakespeare).

4. “ລາຊິນີ ຈິນກ໊າ-Mbande Nzinga” ຈາກ​ປະ​ເທດ​ ​ເອັງ​ໂກລາ, ທະວິ​ບອຼາບຝິກາ, ​ເປັນ​ຄົນ​ທຳ​ອິດ​ທີ່​ເລີ່​ມຕໍ່ສູ​້ກັບ​ເຈົ້າອານາ​ນິຄົມ​ປົກຄອງ​ໂດ​ຍ ປະ​ເທດ ປໍ​ຕູ​ການ ​ເຊິ່ງ​ເພີ​ມອິດ​ທິພົນ​ໃນ​ການ​ມີ​ອຳນາດ​ທຸກໆວຽກງານຂອງ​ປະ​ເທດ. ນາງວ່າຈະບໍ່ຍອມກົ້ມຫົວໃຫ້ແກ່ຣາດຊະວົງ ປໍຕູການ. ​ໄດ້​ຈັດຕັ້ງກອງ​ກຳລັງ​ທະຫານ​ທີ່​ມີ​ອິດ​ທິພົນ​ສູງ ​ແລະ ຍຶດຄອງ​ເມື່ອ​ງສຳຄັນ​ໃນ​ປະ​ເທດ ​ແລະ ​ເສີມ​ສາຍ​ພົວພັນ​ກັບ​ພັນທະ​ມິດທີ່​ປິດ​ຊ່ອງ​ທາງ​ຂາຍ​ທາດ​ໃຫ້​ຕ່າງປະ​ເທດ. ​ເປັນຕົ້ນ​ແມ່ນ​ໄດ້​ຮ່ວມ​ມື​ກັບ ລາດ​ຊະ​ວົງປະເທດເນເທີແລນ ​​ເພື່ອ​ບໍ່​ໃຫ້ ປໍ​ຕູ​ການ​ອອກ​ມີ​ອິດ​ທິພົນ​ຫຼາຍຂື້ນ​ໃນ​ປະ​ເທດ.

5. “​ແຄ​ເທ​ລີ​ນ-Catherine I ”, ​ເປັນ​ພັນ​ລະ​ຍາ​ຂອງ ພະ​ລາຊາ ປີ​ເຕີ ທີ່ໜຶ່ງ ຈາກ​ລັດ​ເຊຍ. ພາຍຫຼັງຜົວ​​ເສຍ​ຊີວິດ, ກໍ່​ເຮັດ​ໃຫ້​ນາງ​ຂື້ນຄອງ​ລາດ​ທັນທີ ​ຈົນ​ກາຍ​ເປັນ​ບຸກຄົນ​ທີ່​ມີ​ອຳນາດ​ເຕັມທີ່​ພຽງຄົນ​ດຽວ. ​ເປັນ​ຄົນ​ທີ່​ມີ​ຄວາມ​​ໃຝຝັນ ​ແລະ ສະຫຼາດ. ສິ່ງ​ນີ້​ເຮັດ​ໃຫ້ການ​ຄອງ​ບັນລັງ​ຂອງນາງ​ເຕັມ​ໄປ​ດ້ວຍ​ການ​ນຳ​ໃຊ້​ແນວ​ຄວາມ​ຄິດ​ທີ່​ສະຫຼາດສ່ອງ​ໃສ່​ເຂົ້າ​ໃນ​ການ​ປົກຄອງ. ເປັນຕົ້ນມີການປະຕິຮູບກົດໝາຍ, ພັກດັນແນວຄວາມຄິດໃໝ່ໆ, ແລະ ປັບປຸງອົງການຈັດຕັ້ງຂັ້ນແຂວງແລະ ເທດສະບານ.

6. “ອິນ​ທິຣາ ຄານ​ທີ-Indira Gandhi”, ​ເປັນ​ລູກ​ສາວ ຂອງ ​ເນ​ຮູ ຄານ​ທີ່ ນາຍົກ​ປະ​ເທດ​ອິນ​ເດຍ. ພາຍຫຼັງພໍ່ຖືກ​ລອບ​ສັງຫານ. ລາວ​ກໍ່ຖືກ​ເລືອກ​ເຂົ້າ​ເປັນ​ສະ​ມາຊິກ​ສະພາ ​ແລະ ນາຍົກລັດຖະມົນ​ຕີ. ນາງ ​ໄດ້​ສືບຕໍ່ນະ​ໂຍບາຍ​ການ​ປະຕິ​ຮູບ​ທີ່​ດິນ ​ແລະ ທະນາຄານ​ກາງ. ​ໄດ້​ຜ່ານ​ຜ່າ​ວິ​ກິດ​ການ​ເມືອງ​ຫຼາຍບັ້ນ, ​ເຄີຍ​ຕິດ​ຄຸກ, ຖືກ​ປະ​ທ້ວງ​ຈາກ​ປະຊາຊົນ, ປົດ​ອອກ​ຈາກ​ສະພາຂໍ້​ຫາ​ສໍ້​ໂກງ ​ແຕ່​ກໍ່ກັບ​ມາ​ຊະນະ​ເລືອກ​ຕັ້ງຄື​ນ ຈົນກະທັ້ງຖືກ​ລອບ​ຄາດ​ຕະກຳ​ຈົນ​ເສຍ​ຊີວິດ.

7. “​ມາ​ກາ​ເຣັດ ​ເທັກ​ເຊີ-Margaret Thatcher”, ​ເປັນ​ນາຍົກ ສະຫະ​ລາດ​ອານາຈັກ​ອັງກິດ ຄົນ​ທຳ​ອິດ ​ແລະ ຄອງ​ຕຳ​ແໜ່ງສາມ​ສະ​ໄໝຊ້ອນ ​ເຊິ່ງບໍ່​ເຄີຍ​ມີ​​​ໃຜ​ເຮັດ​ໄດ້​ໃນ​ສັດຕະ​ວັດ​ທີ່ 21. ​ເປັນ​ນັກ​ກົດໝາຍ, ຜູ້​ແທນ​ປະຊາຊົນ, ລັດຖະມົນຕີ​ຫຼາຍກະຊວງ ​ແລະ ນາຍົກລັດຖະມົນຕີ. ​ໄດ້​ປະຕິ​ຮູບ​ວິ​ສາ​ຫະກິດ​​ໃນ​ລະບົບ​ເສ​ລິ​ນິຍົມ, ຕັດ​ການ​ໃຊ້​ຈ່າຍ​ພາກ​ລັດ, ປັບປຸງ​ລະບົບ​ການ​ເງິນ. ​ຫາງ​ສຽງນິຍົມ​ເລີ່​ມ​ເສື່ອ​ມຖອຍ​ເມື່ອ​ແຜນ​ປະຕິ​ຮູບ​ເສດຖະກິດ ກໍ່​ໃຫ້​ເກີດ​ມີ​ໄພ​ຫວ່າງ​ງານ ຈົນ​ຕ້ອງ​ຍອມ​ລາ​ອອກ. ​​ແນວ​ໃດ​ກໍ່ມີຫຼາຍຜົນງານ​ຝາກ​ໄວ້ຫຼາຍ. ​ເຊິ່ງກ່ອນ​ຈະ​ໄດ້​ຫຼາຍໆໜ້າວຽກ ລາວ​ໄດ້​ສະ​ແດງ​ທັດສະ​ນະ​​ສູ້​ຊົນ, ​ເຂັ້ມ​ແຂງ ​ແລະ ບໍ່ລົດ​ລະ​ຄວາມ​ຄິດ​ຕົນ​ເອງ​ງ່າຍໆ. ຈົນ​ຫຼາຍຄົນ​ເອີ້ນວ່າ “ສັດ​ຕຼີ​ເຫຼັກ-The Iron Lady”

ເມື່ອມາເບິ່ງໂອກາດການຂື້ນເປັນການນຳ, ແມ່ຍິງທີ່ກ່າວມາ, ສ່ວນຫຼາຍ ຈະມີເຊື້ອສາຍການນຳມາກ່ອນ. ເຊັ່ນ: ມີພໍ່ເປັນພະລາຊາ, ແຕ່ງງານກັບບຸກຄົນທີ່ມີອຳນາດ. ເຊັນ: ມີຜົວເປັນພະລາຊາ, ຫຼັງຈາກຜົວຕາຍ ລູກຊາຍສືບທອດຍັງນ້ອຍ ດັ່ງນັ້ນແມ່ຈິ່ງກໍາອໍານາດແທນ. ເຖິງລູກຊາຍຈະໃຫຍ່, ແມ່ກໍ່ຍັງມີບົດບາດສູງໃນອຳນາດ. ໃນຍຸກປະຈຸບັນ, ອຳນາດຂອງເມຍ ແລະ ລູກສາວມີບົດບາດສຳຄັນຫຼາຍກັບຜູ້ນຳທີ່ເປັນຜູ້ຊາຍ. ບໍ່ວ່າແມ່ຍິງຈະໄດ້ອຳນາດບໍລິຫານລັດແນວໃດກໍ່ຕາມ, ແມ່ຍິງທີ່ຍົກຂື້ນມານັ້ນ ກໍ່ໄດ້ສະແດງໃຫ້ເຫັນວ່າ: ເຂົາເຈົ້າມີຄວາມສາມາດ ແລະ ເຮັດໄດ້ດີ ຫຼື ດີກວ່າຜູ້ຊາຍ. ຖ້າຫາກເຮົາຂະຫຍາຍໂອກາດໃຫ້ແມ່ຍິງຫຼາຍຂື້ນ, ບໍ່ໝາຍວ່າຜູ້ຊາຍຈະເສຍໂອກາດ “ພຽງແຕ່ເປັນການເປີດໂອກາດໃຫ້ສັງຄົມໄດ້ມີໂອກາດໄດ້ຜູ້ນຳທີ່ເກັ່ງທີ່ສຸດຂອງສັງຄົມ, ບໍ່ແມ່ນເກັ່ງທີ່ສຸດຂອງຝ່າຍຊາຍ” 

ບໍ່​ໄດ້ໝາຍວ່າ​ແມ່ຍິງ​ທີ່​ເປັນ​ການ​ນຳ​ຈະ​ນຳ​ຜົນ​ປະ​ໂຫຍດອັນ​ດີ​ເລີດມາສູ່​ສັງຄົມ​ສະ​ເໜີ​ໄປ. ບາງຄົນກໍ່ບໍ່ສາມາດຕຸ້ມຕອມການນຳຝ່າຍຊາຍໃນຫຼາຍລະດັບຈົນເຮັດໃຫ້ເກີດຄວາມແຕກແຍກ ແລະ ແບ່ງອຳນາດ. ແມ່ຍິງມັກມີພາບພົດດີຂອງການເປັນແມ່ທີ່ປົກປ້ອງລູກ. ພາບພົດດັ່ງກ່າວຈະເຮັດໃຫ້ແມ່ຍິງປົກປ້ອງສັງຄົມໃຫ້ເປັນສຸກຄືຄອບຄົວຕົນເອງບໍ່ ຍັງເປັນສິ່ງໂຕ້ຖຽງ. ທິດ​ສະ​ດີ​ຂອງ​ແມ່​ແມ່ນ​ເພື່ອ​ແຜ່​ລູກໆ. ຫາກ​ແມ່​ປະ​ເພດ​ທີ່​ເຫັນ​ແຕ່​ຄວາມ​ສຳຄັນ​ຂອງ​ລູກ​ຕົນ​ເອງ​ເປັນ​ໃຫຍ່​ກໍ່ອາດ​ເປີດ​ໂອກາດ​ໃຫ້ການ​ນຳ​ແມ່ຍິງ​ຄົນ​ນັ້ນ ສວຍ​ໂອກາດ​ສ້າງ​ຮັ່ງ​ຄູນ​ມີ​ໃຫ້​ແກ່​ຕົນ​ເອງ. ຫາກ​ແມ່ຍິງທີ່​ເປັນ​ການ​ນຳ ຄົນທີ່​ເຂົ້າ​ໃຈຄວາມ​ຮູ້ສຶກ​ຂອງ​ຄວາມ​ເປັນ​ແມ່ຍິງ​ອີກ​ຫຼາຍລ້ານ​ຄົນທີ່ໃຫ້ການເບິ່ງແຍ່ງລູກໆ, ກໍ່ຈະ​ເປັນ​​ໂອກາດ​ໃຫ້ການ​ນຳພາ​ຂອງ​ຍິງຄົນນັ້ນ ​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ສັງຄົມຫຼາຍຂື້ນ. ​ໃນ​ບົດ​ນີ້ບໍ່​ໄດ້​ລວມ​ເອົາ​ແມ່ຍິງ​ການ​ນຳ​ລະດັບ​ສູງ​ອີກ​ຫຼາຍຄົນ. ບໍ່​ໄດ້ໝາຍວ່າ​ບໍ່ສຳຄັນຈິ່ງ​ບໍ່​ເອົາ​ເຂົ້າ ​ແຕ່​ເຫັນ​ວ່າ​ມີຫຼາຍອີ່ຫຼີ່. ຈາກຄົເວົ້າວ່າ “ຫຼາຍອີ່ຫຼີ” ​ສະ​ແດງ​ໃຫ້​ເຫັນ​ວ່າ “ຫາກຍິງໃດ​ມີ​ຄວາມ​ພະຍາຍາມ, ​​ແມ່ນ​ທຸກໆຢ່າງ​ເປັນ​ໄປ​ໄດ້​ສະ​ເໜີ” 

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.