Norkhame
ທ່ານຄືຜູ້ສ້າງ ທ່ານຄືຜູ້ສ້າງ
ບັນຫາສັງຄົມເກີດຈາກສິ່ງເລັກໆນ້ອຍທີ່ເຮົາອາດເບິ່ງບໍ່ເຫັນ. ສາຍສຳພັນຄູ່ບ່າວສາວ ຫຼື ຄອບ ຄົວຫຼັງແຕ່ງງານ ເປັນຈຸດສະນວນໃນການສ້າງມະນຸດໃຫ້ມີພຶດຕິກຳທີ່ແຕກຕ່າງ. ໜາກຜົນຂອງສາຍພົວພັນຄອບຄົວຈະສົ່ງຜົນໃຫ້ເດັກກາຍເປັນຄົນດີຂອງສັງຄົມ ຫຼື ຄົນສ້າງ ປັນ ຫາໃຫ້ແກ່ສັງຄົມ. ກະມີຫຼາຍໆຄູ່ທີ່ມີບັນຫາແຕ່ກໍ່ສາມາດກັບມາຄືນດີ ແລະ ຮ່ວມກັນສ້າງສາ. ເຊິ່ງກະອາດບໍ່ເປັນຄືກັບຫຼາຍໆກໍລະນີ. ການຢ່າຮ້າງ ຫຼັງການແຕ່ງການເປັນສິ່ງທີ່ບໍ່ຄາດຝັນຂອງ ເພື່ອນມິດກໍ່ຄືພີ່ນ້ອງ. ທີ່ສຳຄັນກົດໝາຍຮັບຮອງ ແລະ ການບັງຄັບໃຫ້ມີການຮັບຜິດຊອບການ ລ້ຽງດູເດັກຫາກບໍ່ທັນເຂັ້ມງວດ, ກໍ່ຈະເຮັດໃຫ້ຝ່າຍທີ່ຮັບລ້ຽງດູເດັກ ຮັບພາລະຢ່າງ... ທ່ານຄືຜູ້ສ້າງ

ບັນຫາສັງຄົມເກີດຈາກສິ່ງເລັກໆນ້ອຍທີ່ເຮົາອາດເບິ່ງບໍ່ເຫັນ. ສາຍສຳພັນຄູ່ບ່າວສາວ ຫຼື ຄອບ ຄົວຫຼັງແຕ່ງງານ ເປັນຈຸດສະນວນໃນການສ້າງມະນຸດໃຫ້ມີພຶດຕິກຳທີ່ແຕກຕ່າງ.

ໜາກຜົນຂອງສາຍພົວພັນຄອບຄົວຈະສົ່ງຜົນໃຫ້ເດັກກາຍເປັນຄົນດີຂອງສັງຄົມ ຫຼື ຄົນສ້າງ ປັນ ຫາໃຫ້ແກ່ສັງຄົມ. ກະມີຫຼາຍໆຄູ່ທີ່ມີບັນຫາແຕ່ກໍ່ສາມາດກັບມາຄືນດີ ແລະ ຮ່ວມກັນສ້າງສາ. ເຊິ່ງກະອາດບໍ່ເປັນຄືກັບຫຼາຍໆກໍລະນີ. ການຢ່າຮ້າງ ຫຼັງການແຕ່ງການເປັນສິ່ງທີ່ບໍ່ຄາດຝັນຂອງ ເພື່ອນມິດກໍ່ຄືພີ່ນ້ອງ. ທີ່ສຳຄັນກົດໝາຍຮັບຮອງ ແລະ ການບັງຄັບໃຫ້ມີການຮັບຜິດຊອບການ ລ້ຽງດູເດັກຫາກບໍ່ທັນເຂັ້ມງວດ, ກໍ່ຈະເຮັດໃຫ້ຝ່າຍທີ່ຮັບລ້ຽງດູເດັກ ຮັບພາລະຢ່າງ ໜັກໜ່ວງ. ນັບແຕ່ຄ່າຮໍ່າຮຽນແຕ່ນ້ອຍຮອດ 18ປີ. ການລ້ຽງດູເບິ່ງແຍງຂອງຝ່າຍໃດໜຶ່ງມີຄວາມສ່ຽງດ້ານ ງົບປະມານການລ້ຽງດູ, ເວລາໃນການເອົາໃຈໃສ່ໃກ້ຊິດ, ແລະ ການໃຫ້ຄວາມອົບອຸ່ນ.

ທ່ານອາດບໍ່ຄິດວ່າມັນຈະເກີດຂື້ນໄດ້ຈາກການປະພຶດ ຂອງຄົນເຮົາໃນ ຈຸດໃດໜຶ່ງຂອງຊີວິດ ສ່ວນຕົວ. ຄອບຄົວແລ້ວເປັນສະຖານທີ່ທີ່ສຳຄັນຫຼາຍ. ເວລາລູກມີບັນຫາ ແລ້ວມັກຈະໂຍນໃສ ສັງຄົມ, ການສິດສອນບໍ່ດີຂອງໂຮງຮຽນ ແລະ ການຕິດໜູ່ບໍ່ດີ.

ໃນສັງຄົມປະຈຸບັນ ມີຫຼາຍໆສິ່ງສ້າງໃຫ້ຄົນຕິດໃຈ ເຊັ່ນ: ແກມ ທີ່ເຮັດໃຫ້ເດັກນ້ອຍຕ້ອງລືມກີນ ລືມຮຽນ; ສິ່ງບັນເທີງ ທີ່ເຮັດໃຫ້ຄົນຕິດພັນກັບການມ່ວນຊື່ນກັບສິ່ງໜື່ນເມົາ ແລະ ເພື່ອມິດທີ່ບໍ່ ສ້າງສັນ. ການດູແລ່ສອດສ່ອງຂອງຄູບາອາຈານ ແລະ ຄອບຄົວໃນຍຸກນີ້ຍິ່ງຕ້ອງໄດ້ເອົາໃຈ ໃສ່ເບິ່ງແຍງ.

ບໍ່ສາມາດຄາດເດົາໄດ້ວ່າຈະມີສິ່ງໃດເກີດຂື້ນກັບລູກອັນເປັນທີ່ຮັກ ແຕ່ຫຼາຍໆຄົນກໍ່ຢາກໃຫ້ກາຍ ເປັນຄົນດີ. ຄວາມໃກ້ຊິດນັບແຕ່ກຳເນີດ, ລູກນ້ອຍຈະມີຄວາມຕ້ອງການໃກ້ຊິດກັບພໍ່ແມ່ຫຼາຍທີ່ ສຸດ. ເວລາທີ່ທ່ານຈະສາມາດໄດ້ຢູ່ໃກ້ຊິດກັບເຂົາເຈົ້ານັ້ນຮອດປະມານ 13-15 ປີ. ຖ້າຫາກທ່ານ ບໍ່ສາມາດສ້າງຄວາມເຂົ້າໃຈລັກສະນະສະເພາະຂອງລູກໆແຕ່ລະຄົນແລ້ວ, ຢາກທີ່ທ່ານຈະບອກ ສອນເຂົາເຈົ້າ.

ການສິດສອນໃນຍາມທີ່ເຂົາເຈົ້າຍັງຢູ່ໃນອ້ອມກອດຂອງເຮົານັ້ນເປັນໂອກາດດຽວທີ່ສາມາດ ສອນໃຫ້ເຂົາເຈົ້າເປັນຄົນດີ. ການສຶກສາສາມັນ ເປັນສິ່ງຈຳເປັນ. ເພາະພໍ່ແມ່ຫຼາຍ ໆຄົນບໍ່ສາ ມາດມາສອນລູກຮຽນຂຽນໄດ້.ແຕ່ຫາກລູກໆມີຈິດສຳນຶກດີ, ຄິດດີ, ໃຜດີແລ້ວ ຈະເຮັດໃຫ້ເຂົາ ເຈົ້າຂົນຂວາຍຫາໂອກາດການສຶກສາພາຍຫຼັງ.

ພາຍຫຼັງແຕ່ງ, ແມ່ຍິງຈະບໍ່ຢາກສູນເສຍຜູ້ຊາຍທີ່ສຸດ. ເພາະຖ້າມີລູກແລ້ວ ນັ້ນກໍ່ໜາຍເຖິງການທີ່ຕົນເອງຕ້ອງໄດ້ແບກຫາກທັງໝົດ ແລະ ກໍ່ຢາກຫຼາຍທີ່ຈະຫາຜົວຄົນໃໝ່ມາລ້ຽງດູ. ການອົດທົນກັບຄວາມທຸກ ຫຼື ຈະຍອມລ້ຽງລູກຄົນດຽວຈິ່ງເປັນການຕັດສິນທີ່ເດັດຂາດທັງສອງຢ່າງ ເພາະຈະຕ້ອງໄດ້ທົນກັບຫຼາຍສະພາບທີ່ຈະຕາມມາ.

ໃນອາທິດນີ້ ຈະຝາກເພັງຊື່: Piece by Piece ຮ້ອງໂດຍ ນາງ ແຄວລີ້ ຄຼາກສັນ ເຊິ່ງມີເນື້ອກ່ຽວກັບປະສົບການທີ່ຖືກຜົວປະ ແລະ ຕ້ອງລ້ຽງລູກສາວຄົນດຽວ. ແລະ ລາວກະພາວະນາວ່າເມື່ອໃຫຍ່ຂື້ນຈະໄດ້ເຈີ້ກັບຜູ້ຊາຍທີ່ດີໆຈັກຄົນ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.