-
ປະຈຸບັນຄືໂອກາດທີ່ຈະມີອິດສະຫຼະຈາກທຸກໆສິ່ງຢ່າງ. ການອາໄສຢູ່ໃນແງ່ລົບ ເປັນພຽງການດຶງແນວຄິດໃຫ້ຈົມເລິກ ໃນຄວາມເສົ້່າທີ່ ບໍ່ມີທາງອອກ. ບາງຄັ້ງທ່ານເຄີຍຮູ້ສຶກບໍ່ວ່າ ຕົນເອງກຳລັງຈົມໃນແງ່ລົບຫຼາຍເກີນໄປ?
-
ພຽງລົມຫາຍໃຈຄົນເຮົາກະໜ້າຈະມີຄວາມສຸກໄດ້ແລ້ວ. ແມ່ນແລ້ວ, ລົມຫາຍໃຈ. ຄົນເຮົາຫາກບໍ່ມີລົມຫາຍໃຈ, ທຸກໆຢ່າງຈະສີ້ນສຸດໄປທັນທີ. ວິທີການຂອງພວກເຮົາທີ່ຈະຢູ່ກັບປະຈຸບັນ, ບາດກ້າວທຳອິດແມ່ນ ຄິດສິ່ງໃດ ໜຶ່ງໃນໜຶ່ງລົມຫາຍໃຈ ໃນເວລານັ້ນ ແລະ ເທົ່ານັ້ນ.
-
ຮັບຮູ້ ຄວາມສຸກສົມບູນ ໃນຕົວທ່ານ ທີ່ມີໃນປະຈຸບັນ ເຖິງວ່າທ່ານຍັງບໍ່ທັນບັນລຸເປົ້າໝາຍທີ່ວາງໄວ້. ຄິດແນວນັ້ນ ບໍ່ແມ່ນການເບິ່ງໂລກເກີນຄວາມເປັນຈິງ, ຫາກແມ່ນການຮັບເອົາໂອກາດທີ່ຈະເກີດຂື້ນຈາກການເຮັດວຽກແບບເປັນສຸກໃນວັນນີ້.
-
ເມື່ອໃດເຮົາຍຶດໝັ້ນໜ້ອຍລົງ, ເມື່ອນັ້ນຊີວິດເຮົາຈະມີຄວາມສຸກຫຼາຍຂື້ນ. ບໍ່ໄດ້ໝາຍວ່າບໍ່ໃຫ້ໃສ່ໃຈກັບສິ່ງທີ່ເກີດຂື້ນອ້ອມຂ້າງກັບຊີວິດໝູ່ເພື່ອນ, ພີ່ນ້ອງ ແລະ ຄົນຮັກ, ຫາກແມ່ນການປ່ອຍວາງກັບທຸກໆສິ່ງທີ່ເກີດຂື້ນກັບທຸກໆສິ່ງຢາງ.
-
ພາບລວງຕາຂອງມື້ອື່ນ ເມື່ອໃດມັນຝັງເລິກລົງໃນຈິດໃຈ, ມັນອາດເຮັດໃຫ້ເຮົາກາຍເປັນຄົນເພີ້ຝັນ. ມີສິ່ງດີໆເຂົ້າມາໃນຊີວິດ ໂດຍບໍ່ຕ້ອງອຸກໃຈກັບການບໍ່ໄດ້ຄອບຄອງໃນວັນນີ້. ຖ້າມື້ອື່ນມີໃນວັນນີ້, ຊີວິດຄົນເຮົາຄົງບໍ່ຕ້ອງຄອຍອານາຄົດອີກຕໍ່ໄປ.
-
ຄວາມຕຶງຄຽດແມ່ນເກີດມາຈາກການຢູ່ທີ່ນີ້ ແຕ່ວ່າໃຈຢາກໄປຢູ່ທີ່ໆອື່ນ. ຖ້າເຮົາເພັ້ງຫາແຕ່ສິ່ງຕ້ອງການໃນອານາຄົດ, ເຮົາຈະລືມການດຳລົງຊີວິດໃນວັນນີ້. ແນ່ນອນ, ວັນຂ້າໜ້າທີ່ວາດຝັນ, ມັນຈະລໍ້ໃຈໃຫ້ເຮົາຢາກໄປເຖິງ ເພາະນັ້ນເຮົາຖືວ່າເປັນສິ່ງທີ່ດີກວ່າວັນນີ້.
-
ຊີວິດມະນຸດມີຫຼາຍສິ່ງຄືກັນນັ້ນຄື ພວກເຮົາຕ່າງມີຄວາມຢາກໄດ້, ການຕໍ່ສູ້, ແລະ ການຜ່ານຜ່າອຸປະສັກ. ສິ່ງທີ່ທີ່ເຮັດໃຫ້ມະນຸດເຮົາແຕ່ຕ່າງແມ່ນຮູບແບບການຕໍ່ສູ້, ຄວາມອົດທົນ ແລະ ຂີດຄວາມສາມາດໃນການສູ້ຊົນໃຫ້ໄດ້ສິ່ງນັ້ນໆມາ.
-
ການຜະຈົນໄພທີ່ຍິ່ງໃຫຍ່ທີ່ສຸດກຳລັງເກີດຂື້ນໃນເວລານີ້. ເພາະບໍ່ມີໃຜເດີນທາງໄປໃນອານາຄົດໄດ້. ສິ່ງມະຫັດສະຈັນທີ່ສັງຄົມເຫັນແມ່ນເກີດຂື້ນກັບການສ້າງສາໃນວັນນີ້. ຖ້າທ່ານທຸ້ມເທວັນນີ້ໃນການສ້າງຄວາມຝັນ ຫຼື ສິ່ງປະດິດ ທີ່ຢາກໃຫ້ເກີດ ແມ່ນຕ້ອງເລີ່ມວັນນີ້.
-
ຮັກສາສະໜອງໃຫ້ປອດໃສໄຮ້ຈາກແນວຄິດອະກຸສົນ ອັນເກີດມາຈາກແນວຄິດ ກັງວົນ, ຢ້ານ, ສົງໃສ, ເສຍໃຈ ໃຫ້ຫຼາຍທີ່ສຸດ. ສະໜອງຂອງທ່ານເປັນສິ່ງທີ່ທ່ານຄຸ້ມຄອງໃນຕົວໄດ້. ຫຼາຍຄົນພັດບໍ່ຄິດແນວນັ້ນ. ການຄັດສັນແນວຄິດມາໃສ່ໃນຊີວິດເຮົາເປັນສິ່ງທີ່ເຮັດໃຫ້ເຮົາສຸກ.