Norkhame
ກັ້ນໃຈເຮັດເອງ ກັ້ນໃຈເຮັດເອງ
ຂ້າພະເຈົ້າໄດ້ຍົກຫຼາຍຫົວຂໍ້ເນັ້ນການສ້າງທີມ, ເຮັດວຽກເປັນທີມ, ສາມັກຄີ ແລະ ທຸ້ມເທຮ່ວມກັນໃນການຄົ້ນຄິດ ແກ້ໄຂບັນຫາວຽກງານທີ່ປະເຊີນໃນແຕ່ລະວັນ. ບົນຫຼັກການທີ່ວ່າ “ຫຼາຍຫົວຈະມີແນວດີໆຄິດແກ້ໄຂແຕກຕ່າງ ອອກໄປ”. ໃນບາງສະຖານະການ, ທ່ານຈະພົບວ່າຫຼາຍຫົວບໍ່ໄດ້ສ້າງຄຸນຄ່າເພີ່ມ. ເມື່ອທ່ານຕົກໃນກຸ່ມທີ່ຂີ້ຄ້ານ, ມັກງ່າຍ, ບໍ່ເອົາການງານ, ຫຼີ້ນກິນເປັນຫຼັກ, ຖືເບົາວຽກງານ, ຂ້ຽວເຮັດແລ້ວໆມື ແບບວ່າບໍ່ຮັບຜິດຊອບ. ປາກົດການແນວນີ້ຈະນຳຜົນເສຍມາວຽກງານທີ່ທ່ານຈະມອບໃຫ້ເຂົາເຈົ້າເຮັດ. ໃນກໍລະນີ ວຽກງານຕ້ອງການຄວາມຊຳນານງານ, ທ່ານຕ້ອງໜັ້ນໃຈວ່າເຂົາເຈົ້າມີຄວາມສາມາດພໍທີ່ຈະເຮັດມັນໄດ້ ຫຼື ສາມາດ... ກັ້ນໃຈເຮັດເອງ

ຂ້າພະເຈົ້າໄດ້ຍົກຫຼາຍຫົວຂໍ້ເນັ້ນການສ້າງທີມ, ເຮັດວຽກເປັນທີມ, ສາມັກຄີ ແລະ ທຸ້ມເທຮ່ວມກັນໃນການຄົ້ນຄິດ ແກ້ໄຂບັນຫາວຽກງານທີ່ປະເຊີນໃນແຕ່ລະວັນ. ບົນຫຼັກການທີ່ວ່າ “ຫຼາຍຫົວຈະມີແນວດີໆຄິດແກ້ໄຂແຕກຕ່າງ ອອກໄປ”. ໃນບາງສະຖານະການ, ທ່ານຈະພົບວ່າຫຼາຍຫົວບໍ່ໄດ້ສ້າງຄຸນຄ່າເພີ່ມ.

ເມື່ອທ່ານຕົກໃນກຸ່ມທີ່ຂີ້ຄ້ານ, ມັກງ່າຍ, ບໍ່ເອົາການງານ, ຫຼີ້ນກິນເປັນຫຼັກ, ຖືເບົາວຽກງານ, ຂ້ຽວເຮັດແລ້ວໆມື ແບບວ່າບໍ່ຮັບຜິດຊອບ. ປາກົດການແນວນີ້ຈະນຳຜົນເສຍມາວຽກງານທີ່ທ່ານຈະມອບໃຫ້ເຂົາເຈົ້າເຮັດ. ໃນກໍລະນີ ວຽກງານຕ້ອງການຄວາມຊຳນານງານ, ທ່ານຕ້ອງໜັ້ນໃຈວ່າເຂົາເຈົ້າມີຄວາມສາມາດພໍທີ່ຈະເຮັດມັນໄດ້ ຫຼື ສາມາດ ນຳໃຊ້ປະສົບການທີ່ມີໃນການເຮັດວຽກນັ້ນ.

ບາງວຽກງານບໍ່ແມ່ນພຽງແຕ່ໂທຖາມຂໍ້ມູນ, ຫາກຈຳເປັນຕ້ອງມີ ທັກສະໃນການຄົ້ນຄິດພໍສົມຄວນ. ກ່ອນຈະມີ ການຄົ້ນຄິດ, ກະຕ້ອງມີຄວາມຮູ້ ຫຼື ປະສົບການໃດໜຶ່ງ. ເປັນຕົ້ນ ການອອກແບບວິທີເກັບກຳຂໍ້ມູນ, ການສ້າງ ແຜນໂຄສະນາ ຫຼື ໃນພາກລັດ ວຽກງານການຄົ້ນຄິດນະໂຍບາຍ ອອກສູ່ສັງຄົມ ເປັນວຽກງານທີ່ລະ ອຽດອ່ອນທີ່ສຸດ. ທຸກໆການສັ່ງການພາຍໃຕ້ນະໂຍບາຍໃດໜຶ່ງ ຈະມີຜົນກະທົບດີ-ບໍ່ດີແກ່ຄົນຫຼາກຫຼາຍກຸ່ມ. ການວິໄຈໃຫ້ເຫັນຜົນດີ-ຜົນເສຍເປັນວຽກລະອຽດອ່ອນຫຼາຍ.

ຄວາມຊຳນານງານຂອງວຽກງານ ແລະ ຄວາມຈຳກັດທາງເວລາ ຈະມີຜົນໃນການເຮັດວຽກໃຫ້ມີປະສິດ ທິພາບ ແລະ ປະສິດທິຜົນ. ຫາກມອບວຽກດ່ວນໃຫ້ພະນັກງານມືໃໝ່ເຮັດທ່ານອາດຕ້ອງຄິດໃໝ່. ເປັນຕົ້ນການໃຫ້ຄິດແກ້ໄຂບັນຫາຍອດຂາຍຂອງບໍລິສັດ ທີ່ອາດມີຫຼາຍອັນພະນັກງານໃໝ່ບໍ່ທັນຈັກ, ບໍ່ວ່າຈະເປັນເລື່ອງບຸກຂະລາກອນ, ສະພາບຕະຫຼາດ, ສິນຄ້າຂອງບໍລິສັດ, ແລະ ກົດໝາຍທີ່ຕິດພັນ. ການສະສົມຄວາມຮູ້-ເຂົ້າໃຈບັນຫາ ດັ່ງກ່າວ ຕ້ອງການເວລາ. ໄວຫຼືຊ້າ, ຂື້ນກັບຄວາມສາມາດຂອງບຸກຄົນ. ຈັ່ງໃດທ່ານກະບໍ່ຄວນເອົາວຽກດ່ວນ ທີ່ຕ້ອງການ ທັກສະພິເສດໃຫ້ແກ່ມືໃໝ່ເຮັດເດັດຂາດ.

ພະນັກງານບໍ່ໃສ່ໃຈ, ເປັນອີກໜຶ່ງປັດໃຈ ທີ່ທ່ານບໍ່ຄວນມອບໜ້າທີ່ສຳຄັນໃຫ້ເຮັດ. ເຖິງຈະເກັ່ງປານໃດກໍ່ຕາມ, ເມື່ອໃດຂາດແຮງບັນດານໃຈ ຫຼື ບໍ່ໃສ່ໃຈໃນໜ້າທີ່, ຄວາມຜິດພາດຈະມີສູງຫຼາຍ. ເຮົາຈະບໍ່ມາເວົ້າສາເຫດຂອງ ການບໍ່ໃສ່ໃຈ, ທີ່ອາດມີຫຼາຍປັດໃຈ. ເປັນຕົ້ນມີບັນຫາສ່ວນຕົວ, ບໍ່ສະບາຍ ຫຼື ບໍ່ພໍໃຈໃນອົງການ. ບໍ່ວ່າຈະປັດ ໃຈໃດ, ວຽກງານທີ່ທ່ານມອບໃຫ້ ເຂົາເຈົ້າຈະບໍ່ອອກແຮງຄົ້ນຄິດຫຍັງຫຼາຍພໍເທົ່າໃດ. ທຸກໆສິ່ງປະດິດ ແລະ ສ້າງສັນບົນໜ້າໂລກ ບໍ່ວ່າຈະເປັນດອກໄຟ, ຍົນ, ລົດ, ສິ່ງດັ່ງກ່າວ ຕ່າງເກີດມາຈາກຈິນຕະນາການ ແລະ ຄວາມມັກໃນໜ້າທີ່ນັ້ນໆ. ຫາກທ່ານເອົາວຽກໃຫ້ຄົນທີ່ບໍ່ຢາກຄົ້ນຄິດ, ທ່ານບໍ່ມີທາງຈະໄດ້ຜົນງານທີ່ຕ້ອງການ.

ບໍ່ມີຄວາມສາມາດພໍເປັນອີກໜຶ່ງປັດໃຈຫຼັກ. ແນ່ນອນການເຮັດວຽກເປັນໂອກາດສ້າງປະສົບການ.​ ຫາກວຽກງານ ໃດ ໜັກໜາເກີນຄວາມຮູ້ ແລະ ຄວາມສາມາດທີ່ຄົນໆນັນມີ, ທ່ານບໍ່ຕ້ອງຄາດຫວັງຫຍັງຫຼາຍກັບເຂົາເຈົ້າ. ເຖິງຈະ ມີຄວາມຕັ້ງໃຈຫຼາຍປານໃດກະຕາມ, ຫາກຂາດຄວາມສາມາດໃນການປະຕິບັດໜ້າທີ່ ກໍ່ຈະເປັນ ຜົນກະທົບໃສ່ ວຽກງານໄດ້.

ທັກສະທີ່ຈຳເປັນອັນໜຶ່ງຂອງການເຮັດວຽກເປັນທີມຄື ຕ້ອງຮູ້ກັນແລະກັນ. ຮູ້ຈຸດດີ ແລະ ອ່ອນ. ຫາກທ່ານກຳສະພາບຂອງຄົນບໍ່ໄດ້, ທ່ານອາດໄດ້ຜົນຮັບຂອງວຽກງານທີ່ບໍ່ຄາດຝັນຄືກັນ. ການຕັດສິນໃຈເຮັດເອງ, ບໍ່ໄດ້ໝາຍວ່າ ທ່ານບໍ່ມີອິດທິພົນຫຼາຍພໍໃນການສັ່ງງານ, ຫຼື ເຮັດວຽກກັບເພື່ອນຮ່ວມງານບໍ່ໄດ້, ຫຼື ບໍ່ມີທັກສະໃນການສອນພະນັກງານໃຫ້ມີຄວາມສາມາດເກັ່ງກ້າ, ຫຼື ບໍ່ໄດ້ໝາຍວ່າ ທ່ານບໍ່ຢາກສົ່ງຄວາມຮູ້ໃຫ້ເຂົາເຈົ້າ, ທີ່ສຳຄັນບໍ່ໄດ້ໝາຍວ່າ ທ່ານບໍ່ໄວ້ໃຈຄວາມສາມາດຂອງເພື່ອນຮ່ວມງານ, ຫາກເປັນເພາະທ່ານຢາກໃຫ້ວຽກອອກມາດີ.

ເພື່ອໃຫ້ຮ່ວມເຮັດວຽກນຳກັນໄດ້, ໃນໄລຍະຍາວ, ການສອນທັກສະຄວາມສາມາດວິຊາການ, ການສ້າງແນວຄິດ ແຮງບັນດານໃຈ ແລະ ການເຮັດວຽກເປັນທີມ ເປັນວຽກງານຫຼັກຂອງທຸກໆຜູ້ນຳອົງກອນຕ້ອງໄດ້ເຮັດ. ບໍ່ຊັ້ນ, ທ່ານຈະເຮັດວຽກເອງຕະຫຼອດ ເຊິ່ງມັນອາດບໍ່ຮັບປະກັນປະສິດທິພາບຢ່າງທີ່ໜ້າຈະເປັນ ເພາະຫຼາຍວຽກ ທ່ານອາດບໍ່ຊຳນານງານ ແລະ ມີເວລາຈຳກັດ. ທີ່ເວັບໄຊ໊ www.norkhame.com ຈະກວມເອົາຫຼາຍໆທັກສະໃນການພັດ ທະນາ ບຸກຂະລາກອນ ແລະ ອົງການ ໃຫ້ທ່ານສາມາດນຳໄປດັດປັບນຳໃຊ້ໄດ້ຕົວຈິງ.

 

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.