Norkhame
ລະກ່ອນບິນ ລະກ່ອນບິນ
ຄົນອື່ນມັກເວົ້າແນວບໍ່ດີໃສ່ກັນແລະກັນຢູ່ແລ້ວ. ທ່ານບໍ່ຄວນເປັນຄົນເວົ້າແນວບໍ່ດີໃສ່ຕົນເອງ. ຄຳເວົ້າບໍ່ດີ, ຢ່າເວົ້າໃຫ້ຕົນເອງເດັດຂາດ. ມັນເປັນການພາວະນາເອົາແນວບໍ່ດີມາໃນຊີວິດຕົນເອງ. ​ຄົ​ນ​ທີ່​ປະ​ສົບ​ຄວາມ​ສຳ​ເລັດ​ ເຂົາບໍ່​ເຄີຍ​ເວົ້າ​ກັບ​ຕົວ​ເອງໃນດ້ານລົບ. ໄດ້ຍົກເອົາສິ່ງສຳຄັນທີ່ສຸດ ທີ່ບໍ່ຄວນເວົ້າມີຄື: ຂ້ອຍ​ບໍ່​ມີ​ທາງ​ເລືອກ – ຂ້າພະເຈົ້າເຈີ​ຄົນ​ຫລາກ​ຫລາຍ ທີ່​ເວົ້າວ່າ​ເບື່ອ​ຕົວ​ເອງ​ ແລະ ​ບອກວ່າ​ຕົວ​ເອງ​ເລືອກ​ບໍ່​ໄດ້. ຄົນ​ມັກ​ອ້າງວ່າ “​ຂ້ອຍ​ຕ້ອງເຮັດ​ວຽກ​ນີ້, ຂ້ອຍ​ຕ້ອງ​ມີ​ເຂົາ ເພາະ​ຂ້ອຍ​ບໍ່​ມີ​ຄົນອື່ນເທື່ອ…” ຂ້າພະເຈົ້າຮູ້​ວ່າ​ມັນເປັນສະ ຖານະການທີ່ເລືອກບໍ່ໄດ້, ​ເປັນຕົ້ນ ທ່ານ​ຕ້ອງ​ທົນ ທີ່ເລືອກ​ບໍ່​ໄດ້​ເກີດ​ມາຕຸ້ຍ,... ລະກ່ອນບິນ

ຄົນອື່ນມັກເວົ້າແນວບໍ່ດີໃສ່ກັນແລະກັນຢູ່ແລ້ວ. ທ່ານບໍ່ຄວນເປັນຄົນເວົ້າແນວບໍ່ດີໃສ່ຕົນເອງ. ຄຳເວົ້າບໍ່ດີ, ຢ່າເວົ້າໃຫ້ຕົນເອງເດັດຂາດ. ມັນເປັນການພາວະນາເອົາແນວບໍ່ດີມາໃນຊີວິດຕົນເອງ. ​ຄົ​ນ​ທີ່​ປະ​ສົບ​ຄວາມ​ສຳ​ເລັດ​ ເຂົາບໍ່​ເຄີຍ​ເວົ້າ​ກັບ​ຕົວ​ເອງໃນດ້ານລົບ. ໄດ້ຍົກເອົາສິ່ງສຳຄັນທີ່ສຸດ ທີ່ບໍ່ຄວນເວົ້າມີຄື:

  1. ຂ້ອຍບໍ່ມີທາງເລືອກ – ຂ້າພະເຈົ້າເຈີ​ຄົນ​ຫລາກ​ຫລາຍ ທີ່​ເວົ້າວ່າ​ເບື່ອ​ຕົວ​ເອງ​ ແລະ ​ບອກວ່າ​ຕົວ​ເອງ​ເລືອກ​ບໍ່​ໄດ້. ຄົນ​ມັກ​ອ້າງວ່າ “​ຂ້ອຍ​ຕ້ອງເຮັດ​ວຽກ​ນີ້, ຂ້ອຍ​ຕ້ອງ​ມີ​ເຂົາ ເພາະ​ຂ້ອຍ​ບໍ່​ມີ​ຄົນອື່ນເທື່ອ…” ຂ້າພະເຈົ້າຮູ້​ວ່າ​ມັນເປັນສະ ຖານະການທີ່ເລືອກບໍ່ໄດ້, ​ເປັນຕົ້ນ ທ່ານ​ຕ້ອງ​ທົນ ທີ່ເລືອກ​ບໍ່​ໄດ້​ເກີດ​ມາຕຸ້ຍ, ​ແລະ​ອື່ນໆ. ຈື່​ໄວ້​ທ່ານ​ມີ​ທາງ​ເລືອກ​ສະ​ເຫມີ ແຕ່​ທ່ານ​ບໍ່​ຍອມ​ເລືອກ​ຕ່າງ​ຫາກ. ໃຜ​ບາງ​ຄົນ​ວ່າ​ເລືອກ​ບໍ່​ໄດ້ນັ້ນ​ແປ​ວ່າ​ເຂົາ​ເລືອກ​ເຮັດ​ສິ່ງ​ນັ້ນ ​ແລະ​ ບໍ່​ຍອມ​ເລືອກ​ສິ່ງ​ອື່ນ. ຢ່າ​ປ່ອຍ​ເວ​ລາ​ໃຫ້​ລ່ວງ​ເລີຍ​ໄປ. ທ່ານ​ນັ້ນ​ແລະ​ຄື​ຄຳ​ຕອບ​ຈົ່ງ​ເລືອກ​ທີ່​ຈະ​ເຮັດ​ສິ່ງ​ທີ່​ຕ່າງ​ໄປ​ຈາກ​ທີ່​ເຄີ​ຍ​ເປັນ
  2. ມັນບໍ່ເຫມາະກັບຂ້ອຍແລະມັນຄົງເປັນແບບນັ້ນ: ບໍ່​ມີ​ຄົນ​ທີ່​ປະ​ສົບ​ຄວາມ​ສຳ​ເລັດ​ ແລະ ​ມີ​ຄວາມ​ສຸກ​ຄົນ​ໃດ​ຈະ​ຍອມ​ໃຫ້​ຄົນ​ອື່ນ​ມາ​ບົງ​ການ​ຊີ​ວິດ​ຕົນ. ຖ້າ​ທ່ານ​ຍອມ​ໃຫ້​ສຽງ​ກະ​ຊິບ​ຈາກ​ຄົນ​ຮອບ​ຂ້າງ​ເປັນ​ຕົວ​ກຳ​ນົດ​ຊີ​ວິດ​ທ່ານ, ​ທ່ານ​ຈະ​ຕ້ອງ​ເປັນ​ເຍື່ອ​ໄປ​ໃນ​ຕະ​ຫລອດ​ຊີ​ວິດ. ຖ້າ​ໃຜ​ຈັກ​ຄົນ​ບອກວ່າ​ທ່ານ​ບໍ່​ມີ​ມື້​ເຮັດ​ໄດ້ ທ່ານຄວນ​ຈະ​ສວນ​ກັບ​ບອກວ່າ​ຢ່າ​ເອົາ​ອາ​ດີດ​ຂອງ​ທ່ານ​ມາ​ສວນ​ກັບ​ອາ​ນາ​ຄົດ​ຂອງ​ຂ້ອຍ. ຄົນ​ທີ່​ເຮັດ​ບໍ່​ໄດ້​ອາດ​ເປັນ​ທ່ານ, ການພະ​ຍາ​ຍາມ​ເຮັດ​ມັນ​ໃຫ້​ໄດ້ຫລື​ຄິດ​ ແລະ ​ເຊື່ອ​ແບບ​ນັ້ນ.
  3. ຂ້ອຍເຖົ້າເກີນໄປເວລາຂອງຂ້ອຍມັນຜ່ານໄປແລ້ວ: ທ່ານ​ເວົ້າ​ຄຳ​ບໍ່ດີ​ກັບ​ຕົວ​ເອງ​ແບບ​ນີ້​ໄດ້​ແນວ​ໃດ? ​ບໍ່​ມີ​ໃຜ​ເຖົ້າ​ເກີນ​ໄປ​ຖ້າ​ໃຈ​ທ່ານ​ຍັງ​ສູ້. ຈື່​ໄວ້​ວ່າ​ໂອ​ກາດ​ຜ່ານ​ມາ​ໃຫ້​ເຮົາ​ໄຂ່​ວ​ຄວ້າ​ໄວ້​ສະ​ເຫມີ ຂໍ​ແຕ່​ທ່ານ​ມີ​ໃຈ​ສູ້. ເຮົາ​ທຸກ​ຄົນ​ສາ​ມາດ​ເລີ່ມ​ຕົ້ນ​ໃຫ່​ມ​ໃນ​ມື້​ນີ້​ໄດ້​ສະ​ເຫມີ.
  4. ຂ້ອຍບໍ່ມີທາງເຮັດໄດ້ຂ້ອຍບໍ່ເກັ່ງ: ຫລາຍ​ຄົນ​ສ້າງ​ກຳ​ແພງ​ທີ່​ຫ​ນາ​ແລະ​ສູງ. ລະ​ຫວ່າງ​ທ່ານ ​ແລະ ​ຄວາມ​ສຳ​ເລັດ​ໂດຍ​ຄຳ​ເວົ້າ​ງ່າຍໆ. ຂ້ອຍ​ຄື​ຈະ​ມີ​ແຟນ​ບໍ່​ໄດ້ ຫລື ຄົນ​ຢ່າງ​ຂ້ອຍ​ເກີດ​ມາ​ເພື່ອ​ໄຮ້​ຄູ່​. ຖ້າ​ແບບ​ນັ້ນ​ທ່ານ​ກໍ​ຄົງ​ຕ້ອງ​ໄຮ້​ຄູ່ ​ແລະ​ຂຶ້ນ​ຄານ​ແທ້ໆ​ຕາມ​ທີ່​ທ່ານ​ບອກ​ຕົວ​ເອງ. ຫຼື…ທ່ານອາດວ່າ: ຂ້ອຍ​ບໍ່​ແມ່ນ​ຄົນ​ເກັ່ງ​ຄື​ອ້າຍ​ຂອງ​ຂ້ອຍ. ນັ້ນ​ເດ​ທ່ານ​ຈະ​ກາຍ​ເປັນ​ຄົນ​ບໍ່​ເກັ່ງ​ແທ້ໆ. ຈິດ​ໃຕ້​ສຳ​ນຶກ​ຄວບ​ຄຸມ​ສິ່ງ​ຕ່າງໆ​ໃນ​ຊີ​ວິດ​ເຖິງ 90ເປີເຊັນຂອງ​ສິ່ງ​ທີ່​ເກີດ​ຂຶ້ນ ​ແລະ ​ການ​ເວົ້າ​ ແລະ ​ຄິດ​ແມ່ນ​ຫ​ຍັງ​ຊ້ຳໆ ທຸກ​ເທື່ອ​ທີ່​ທ່ານ​ເວົ້າ​ຫລື​ຄິດຈິດ​ໃຕ້​ສຳ​ນຶກ​ຟັງ​ທຸກ​ມື້ ນັ້ນ​ແປ​ວ່າ​ທ່ານ​ບອກ​ກັບ​ຕົວ​ເອງ​ຈົນ​ຕົວ​ທ່ານ​ກໍ​ຈະ​ເຊື່ອ​ແບບ​ນັ້ນ​. ປຽບ​ຄື​ທ່ານ​ສາບ​ແຊ່ງ​ຕົວ​ເອງ​ທຸກ​ມື້ ນັ້ນ​ເພາະ​ຈິດ​ໃຕ້​ສຳ​ນຶກ​ມີ​ພະ​ລັງ​ຫລວງ​ຫລ​າຍ. ດັ່ງ​ນັ້ນ​ແທນ​ທີ່​ຈະ​ບອກວ່າ ເຮັດ​ບໍ່​ໄດ້ ລອງ​ປ່ຽນ​ຄຳ​ເວົ້າ​​ໃໝ່​ວ່າ ຂ້ອຍ​ຈະ​ຕ້ອງ​ເຮັດ​ມັນ​ໃຫ້​ໄດ້ ແລ້ວ​ທ່ານ​ຈະ​ເຮັດ​ໄດ້ ເຊື່ອ​ໂລດ.
  5. ຂ້ອຍບໍ່ແມ່ນຄົນແບບນັ້ນ: ຄົນ​ສ່ວນ​ໃຫ່​ຍ​ມັກ​ຕັ້ງ​ຂໍ້​ຈຳ​ກັດ​ໃຫ້​ຕົວ​ເອງ​ຫລາກ​ຫລາຍ ເຊັ່ນ: ຂ້ອຍ​ບໍ່​ແມ່ນ​ຄົນ​ທີ່​ເຂົາ​ຕ້ອງການ ຂ້ອຍ​ບໍ່​ແມ່ນ​ຄົນ​ທີ່​ເປັນ​ຫົວ​ຫ​ນ້​າ​ໃຜ​ໄດ້. ຂ້ອຍ​ບໍ່​ແມ່ນ​ຄົນ​ທີ່​ຈະ​ເຮັດ​ວຽກ​ດ່ວນໆ​ໄດ້​ສຳ​ເລັດ ​ແລະ ​ອື່ນໆ ຢ່າ​ເຮັດ​ໃຫ້ຊີວິດ​ຍາກ​ຂຶ້ນ​ໄປ​ອີກ​ໂດຍ​ການ​ຕັ້ງ​ຂໍ້​ຈຳ​ກັດ​ໃຫ້​ຕົວ​ເອງ. ຄົນ​ທີ່​ຢູ່​ລອດ​ໃນ​ໂລກ​ໃບ​ນີ້​ໄດ້​ຄື​ຄົນ​ທີ່​ປັບ​ຕົວ​ເກັ່ງ ບໍ່​ແມ່ນ​ຄົນ​ສະ​ຫລາດ​ທີ່​ສຸດ. ຖ້າ​ທ່ານ​ບໍ່​ປັບ​ຕົວ​ໃນ​ທຸກ​ສະ​ຖາ​ນະ​ການ​ທ່ານ​ຈະ​ຕົກ​ທີ່​ນັ່ງ​ລຳ​ບາກ.
  6. ຂ້ອຍບໍ່ເຄີຍມີໂຊກ: ຄົນ​ທີ່​ປະ​ສົບ​ຄວາມ​ສຳ​ເລັດ​ເຫລົ່າ​ນັ້ນ ຮູ້​ວ່າ​ຕ້ອງ​ພາ​ຕົວ​ເອງ​ໄປ​ຢູ່​ຈຸດ​ນັ້ນ​ຕອນ​ໃດ ພວກ​ເຂົາ​ຮູ້​ວ່າ​ຕົວ​ເອງ​ມີ​ຂໍ້​ດີ ​ແລະ​ ຂໍ້​ເສຍ​. ແບບ​ນີ້​ຕ່າງ​ຫາກ ແລະ ​ພວກ​ເຂົາ​ກໍ​ອອກ​ເດີນ​ທາງ​ປ່າວ​ປະ​ກາດ​ຜູ້​ຄົນ​ວ່າ​ພວກ​ເຂົາ​ມີ​ດີ​ແນວ​ໃດ​ ແລະ​ ຂໍ້​ເສຍ​ພວກ​ເຂົາ​ກໍ​ພຽງ​ແຕ່​ແກ້​ໄຂ​ມັນ. ຮຽນ​ຮູ້​ເລື່ອງ​ໃຫ່​ມໆ​ທີ່​ເຮັດ​ໃຫ້​ເຂົາແຂງ​ແກ່ນ ແລະ​ ດີ​ຂຶ້ນ. ຖ້າ​ພວກ​ເຂົາ​ເຮັດ​ໄດ້ ທ່ານ​ກໍ​ເຮັດ​ໄດ້. ຢ່າ​ມົວ​ແຕ່​ນັ່ງ​ລໍຖ້າແລ້ວ​ຫາ​ຂໍ້​ອ້າງ​ສາ​ລະ​ພັດ. ດັ່ງ​ນັ້ນ​ທ່ານ​ເອງ​ຄວນ​ລ້າງ​ພິດ​ຄວາມ​ຄິດ ​ແລ​ະ ​ຄຳ​ເວົ້າ​ລົບໆ ເຫລົ່າ​ນີ້​ໃຫ້​ໄດ້​ເຊັ່ນ​ກັນ. ຕອນ​ນີ້​ທ່ານ​ຮູ້​ວິ​ທິ​ການ​ຄວບ​ຄຸມ​ຊີ​ວິດ​ຕົວ​ເອງ​ໃຫ້​ເປັນ​ໄປ​ຕາມ​ທີ່​ທ່ານ​ຄາດ​ຫວັງ ​ແລະ ​ຕ້ອງ​ການ​ແລ້ວ. ຮູ້​ແລ້ວ​ວ່າ​ຕົວ​ທ່ານ​ມີ​ພະ​ລັງ ​ແລະ​ ຄວາມ​ສາ​ມາດ​ທີ່​ຈະ​ເປັນ​ຫ​ຍັງ​ກໍ​ໄດ້. ຖ້າ​ທ່ານ​ຕັດ​ສິນ​ໃຈ​ທີ່​ຈະ​ຄວບ​ຄຸມ​ຊີ​ວິດ​ຂອງ​ທ່ານ ​ແລະ​ ເດີນ​ຫມາກ​ຊີ​ວິດທ່ານ ​ດ້ວຍ​ຕົວ​ທ່ານ​ເອງ. ທ່ານ​ຈະ​ພົບ​ຄວາມ​ປ່ຽນ​ແປງ​ທີ່​ຄາດບໍ່ເຖິງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ຊີ​ວິດ​ຂອງ​ທ່ານ.

ຄວາມ​ລຳ​ບາກ​ໃນ​ຊີ​ວິດ​ບໍ່​ໄດ້​ເກີດ​ຂຶ້ນ​ເພື່ອ​ທຳ​ລາຍ​ທ່ານ​ ແຕ່​ຊ່ວຍ​ໃຫ້​ທ່ານ​ຄຳ​ນຶງ​ຮູ້​ເຖິງ​ຄວາມ​ສາ​ມາດ​ທີ່​ເຊື່ອງ​ຢູ່ ​ແລະ ​ຈື່​ໄວ້​ສະ​ເຫມີ ​ສິ່ງ​ໃດ​ກໍ​ຕາມ​ທີ່​ບໍ່​ໄດ້​ທຳ​ລາຍ​ທ່ານ​ ຈະ​ເຮັດ​ໃຫ້​ທ່ານ​ແຂງ​ແຮງ​ແລະ​ເກັ່ງ​ຂຶ້ນ. ທ່ານ​ບໍ່​ມີ​ວັນ​ຮູ້​ວ່າ​ຊີ​ວິດ​ເບົາ​ຂຶ້ນ​ເທົ່າ​ໃດ ຈົນ​ກະ​ທັ້ງ​ທ່ານ​ຈັດ​ລະ​ບຽບ​ ແລະ ​ລຳ​ດັບ​ຜູ້​ຄົນ​ໃນ​ຊີ​ວິດ​ຂອງ​ທ່ານ​ເສຍ​ໃຫ່​ມ.

ເປັນ​ໄປ​ບໍ່​ໄດ້​ເລີຍ​ຖ້າ​ທ່ານ​ຈະ​ບິນ​ໃຫ້​ສູງ​ຂຶ້ນ ​ແລະ​ ໄກ​ກວ່າ​ ຖ້າ​ທ່ານ​ບໍ່​ປົດ​ສິ່ງ​ຕ່າງໆ ໃນ​ຊີ​ວິດ​ທີ່​ຖ່ວງ​ທ່ານດຶງ​ທ່ານ​ໃຫ້​ໜັກຂຶ້ນ. ບິນ​ຕ່ຳ​ລົງ ບິນ​ຊ້າ​ລົງ​ ຫລື ​ບໍ່​ສາ​ມາດ​ບິນ​ໄດ້​ເ​ລີຍ. ລອງ​ຖາມ​ໃຈ​ຕົວ​ເອງ​ເບິ່ງວ່າ​ດົນ​ເທົ່າ​ໃດ​ແລ້ວ ​ທີ່​ເຮົາ​ເສຍ​ເວ​ລາ​ກັບ​ໃຜ​ຄົນ​ນັ້ນ ​ຫລື​ ວຽກ​ນັ້ນ​ ຫລື ​ແມ້​ແຕ່​ຄວາມ​ຄິດ​ດ້ານ​ລົບໆ​ຂອງ​ຕົວ​ທ່ານ​ເອງ. ຖ້າ​ມີຄ່ອຍໆ​ປົດ​ອອກ. ປ່ອຍ​ໄປ.​ທ່ານ​ຈະ​ບິນ​ໄດ້​ໄວ​ຂຶ້ນ. ດີ​ຂຶ້ນ ແລະ ​ເປັນ​ອິດ​ສະ​ຫລະ​ຫລາຍ​ຂຶ້ນ. ເຊົາ​ເສຍ​ເວ​ລາ​ກັບ​ຄົນ​ ຫລື​ ເລື່ອງ​ທີ່​ບໍ່​ເຮັດ​ໃຫ້​ທ່ານ​ຍິ້ມໄດ້ໃນວັນນີ້.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.