Norkhame
ບໍ່ໃສ່ໜ້າກາກ ບໍ່ໃສ່ໜ້າກາກ
ເຖິງຈະມີຄົນເສຍຊີວິດເກີນ 7000 ຄົນ ແລະ ຕິດເຊື້ອ ເກີນ 3 ເທົ່າ ຂອງຄົນຕິດເຊື້ອທີ່ ຈີນ, ປະທານາທິບໍດີອາ ເມລິກາ, ທ່ານ ທຼໍາ ກ່າວວ່າ: ຈະບໍ່ຍອມໃຊ້ຜ້າອັດປາກໃນທີ່ສາທາ. ແນວໃດກໍ່ຕາມ, ກໍ່ໄດ້ອະນຸຍາດໃຫ້ມີການ ແຈ້ງເຕືອນປະຊາຊົນ ແລະ ສັ່ງມາດຕະການຢຸດການສົ່ງອອກຫນ້າກາກ ແລະ ຖົງມືທາງການແພດ. ອົງການຄວບຄຸມ... ບໍ່ໃສ່ໜ້າກາກ

ເຖິງຈະມີຄົນເສຍຊີວິດເກີນ 7000 ຄົນ ແລະ ຕິດເຊື້ອ ເກີນ 3 ເທົ່າ ຂອງຄົນຕິດເຊື້ອທີ່ ຈີນ, ປະທານາທິບໍດີອາ ເມລິກາ, ທ່ານ ທຼໍາ ກ່າວວ່າ: ຈະບໍ່ຍອມໃຊ້ຜ້າອັດປາກໃນທີ່ສາທາ. ແນວໃດກໍ່ຕາມ, ກໍ່ໄດ້ອະນຸຍາດໃຫ້ມີການ ແຈ້ງເຕືອນປະຊາຊົນ ແລະ ສັ່ງມາດຕະການຢຸດການສົ່ງອອກຫນ້າກາກ ແລະ ຖົງມືທາງການແພດ.

ອົງການຄວບຄຸມ ແລະ ປ້ອງກັນພະຍາດ ທີ່ປະເທດອາເມລິກາ ໄດ້ແນະນຳ ໃຫ້ຊາວອາເມລິກາປົກປິດໜ້າຂອງພວກເຂົາໃນເວລາອອກຈາກເຮືອນ. ແຕ່ປະທານາທິບໍດີ ໂດນັນທຣຳ ໃຫ້ຖືວ່ານີ້ເປັນ “ການສະໝັກໃຈ” ແລະ ຢືນຍັນວ່າ ຕົນເອງຈະບໍ່ໃສ່ໜ້າກາກ. ໃນແຈ້ງການດັ່ງກ່າວ, ເຮັດໃຫ້ຊາວອາເມລິກາ ຫຼາຍພັນຄົນຖືກກັກຂັງຍ້ອນ ບໍ່ປະຕິບັດກົດລະບຽບກ່ຽວກັບການຕ້ານໂຣກຂອງລັດຖະບານ.

ແຮງງານເຖື່ອນທີ່ເຮັດວຽກເປັນ ແມ່ບ້ານເປັນແຮງງານຜິດກົດໝາຍຂະໜາດໃຫຍ່, ທຸກຍາກ ແລະ ບໍ່ມີທາງເລືອກໃນການເຮັດວຽກຈາກເຮືອນ. ການຢຸດເຊົາເຮັດວຽກບໍລິການອານາໄມ, ເປັນການພັກຜ່ອນທີ່ເສຍລາຍຮັບ ແລະ ຂາດທີ່ພັກອາໃສ. ມີຄົນອົບພະຍົກ ເປັນຄົນຫຼາຍພັນຄົນ ຖືກຈັບໃນຂໍ້ຫາລະເມີດລະບຽບກົດໝາຍ ທີ່ວາງອອກມາ.

ທາມກາງການລະບາດ ແລະ ສູນເສຍຂອງຄົນທົ່ວໂລກຈາກໂຄວິດ19, ໃນປະເທດຈີນ ໄດ້ມີການໄວ້ອາໄລແຫ່ງຊາດແກ່ “ນັກຮົບສຸກກະພາບ” ຫລາຍພັນຄົນທີ່ໄດ້ເສຍຊີວິດ ຍ້ອນການລະບາດຂອງໂຣກໂຄວິດ. ການເສຍຊີວິດຂອງຈີນໄດ້ຫຼຸດລົງຢ່າງຫຼວງຫຼາຍໃນອາທິດທີ່ຜ່ານມາ. ຈຳນວນຜູ້ເສຍຊີວິດໃນເອີຣົບໄດ້ເພີ່ມຂຶ້ນເປັນປະມານ 40,000 ຄົນ ແລະ ຍັງສືບຕໍ່ເພີ່ມຂື້ນ. ອີຕາລີ, ແອດສະປາຍ ແລະ ເຢຍລະມັນ ລວມກັນ ມີຄົນຕິດເຊື້ອ ຫຼາຍກວ່າ 300,000 ຄົນ.

ສະຖານະການທີ່ຍີ່ປຸ່ນ ກໍ່ພົບມີຄົນຕິດເຊື້ອຫຼາຍກວ່າ 100 ຄົນເປັນຄັ້ງທຳອິດ ໃນເຂດນະຄອນຫຼວງໂຕກຽວລັດຖະບານນະຄອນຫຼວງໂຕກຽວໄດ້ຮຽກຮ້ອງ ໃຫ້ປະຊາຊົນຢູ່ເຮືອນໃນທ້າຍອາທິດຍ້ອນວ່າເມືອງໃຫຍ່ຈະປະເຊີນກັບ ການລະບາດທີ່ເພີ່ມຂື້ນ ແລະ ມີການການຄາດເດົາວ່າປະເທດຍີ່ປຸ່ນອາດຈະປະກາດພາວະສຸກເສີນເຊິ່ງພາໃຫ້ເກີດການຈຳກັດການເຄື່ອນໃຫວປະຊາຊົນ.

ສຳລັບປະເທດທີ່ມີລະບົບສາທາລະນະສຸກອ່ອນນ້ອຍ, ເປັນຕົ້ນເກາະດອນໃນເຂດປາຊີຟິກທີ່ຫ່າງໄກ ກຽມພ້ອມ ສຳລັບເຫດການທີ່ຮ້າຍແຮງທີ່ສຸດ ທີ່ອາດເກີດຂື້ນ. ໃນຂະນະທີ່ຈຳນວນກໍລະນີ ຄົນຕິດເຊື້ອ ໂຄວິດ ໃນທົ່ວໂລກເກີນ 1 ລ້ານຄົນ, 22 ປະເທດເກາະ ແລະ ເຂດແຄວ້ນທີ່ກະແຈກກະຈາຍຢູ່ທົ່ວມະຫາສະໝຸດປາຊີຟິກມາຮອດປັດຈຸບັນ ສາມາດຫລຸດພົ້ນຈາກການລະບາດທີ່ຮ້າຍແຮງທີ່ສຸດ. ໃນນັ້ນມີ 119 ກໍລະນີໄດ້ພົບການຕິດເຊື້ອ ໃນວັນທີ 1 ເມສາ. ທາງການລັດຖະບານ ໃນກຸ່ມປະເທດເກາະປາຊີຟິກຮູ້ດີ ເຖິງຄວາມເປັນໄປໄດ້ຂອງໄພພິບັດ ໃນຊຸມຊົນທີ່ໃກ້ຊິດ ແລະ ສູນກາງຕົວເມືອງທີ່ມີປະຊາກອນໜາແໜ້ນ ທີ່ອາດມີການລະບາດ. ທາງການຈິ່ງໃຊ້ວິທີ ການສະກັດກັ້ນເປັນການຮັບມືແຕ່ຫົວທີ່.

ວິກິດເກີດຂື້ນກັບຄົນໃນຫຼາຍພາກສ່ວນ. ທີ່ອົດສະຕາລີ, ຜູ້ຖືວີຊາຊົ່ວຄາວຄວນຈະກັບບ້ານໄວທີ່ສຸດ. ລັດຖະບານອົດ ສະຕາລີໄດ້ກ່າວວ່າ ມີປະຊາຊົນຫຼາຍກວ່າ 2 ລ້ານຄົນ ຖືວີຊາຊົ່ວຄາວ, ລວມທັງນັກຮຽນ, ກຳມະກອນທີ່ມີສີມື, ແລະ ນັກທ່ອງທ່ຽວ. ທາງການແນະນຳໃຫ້ “ກັບບ້ານ” ໄວເທົ່າທີ່ຈະໄວໄດ້ ທ່າມກາງສະພາບເສດຖະກິດຕົກຕໍ່າ ແລະ ອາດເກີດມີການຫວ່າງງານຍ້ອນໂລກລະບາດໂຄວິດ.

ປະຈຸບັນມີຄົນຕ່າງປະເທດ 2,17 ລ້ານຄົນ ຖືວີຊາຊົ່ວຄາວທີ່ແຕກຕ່າງກັນ. ຄົນເຫຼົ່ານີ້ມີຄຸນຄ່າຫຼາຍສຳລັບຊາວອົດສະຕາລີ ແລະ ເສດຖະກິດຂອງປະເທດ. ແຕ່ຫຼາຍໆກິດຈະການທາງເສດຖະກິດ ກຳລັງປິດຕົວ ແລະ ບໍ່ຮູ້ວັນເປີດ, ດັ່ງນັ້ນ ການຈ້າງງານຈິ່ງບໍ່ຈຳເປັນ. ເປັນຫ່ວງວ່າ, ຜູ້ຖືວີຊາຊົ່ວຄາວຜູ້ທີ່ບໍ່ສາມາດສະໜັບສະໜູນຕົນເອງ ທາງການ ເງິນ ໃນໄລຍະ 6 ເດືອນຂ້າງໜ້າແມ່ນຂໍແນະນຳ ໃຫ້ກັບບ້ານເກີດ. ພວກເຂົາຄວນຈັດແຈງໃຫ້ໄວເທົ່າທີ່ຈະໄວໄດ້. ທາງການໂອດສະຕາລີກ່າວວ່າ 203,000 ຄົນ ໃນອົດສະຕາລີຈຳເປັນຕ້ອງໄດ້ ກັບຄືນປະເທດຂອງພວກເຂົາໂດຍໄວເທົ່າທີ່ຈະໄວໄດ້.

ເບິ່ງຄືວ່າໂລກກຳລັງເຂົ້າສູ່ສະພາວະຢຸດສະງັກ ຈາກພະຍາດໂຄວິດ. ມັນກະທົບທຸກໆປະເທດ ແລະ ທຸກໆກຸ່ມ ຄົນໄປໝົດ. ໃນຊ່ວງທີ່ຄົນເຮັດຫຍັງບໍ່ໄດ້ຫຼາຍ, ແທນທີ່ຈະກັງວົນ, ລອງມາຊອກຫົນທາງ ການດຳລົງຊີວິດພາຍ ຫຼັງວິກິດ. ເລີ່ມຈາກບຸກຄົນ, ອົງກອນ ແລະ ໃນລະດັບຊາດ. ເພື່ອສະກັດກັ້ນ ເຫດການນີ້ບໍ່ໃຫ້ເກີດຂື້ນອີກ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.