Norkhame
ອີກມູມຂອງຊີວິດ ອີກມູມຂອງຊີວິດ
ມຸ​ມ​ ແລະ​ ລະ​ບຽງ​ອົງ​ສາ​​ອຽງ​ ຂອງຕຶກ ຊື່ “ປີຊາ ທາວເວີ້ – Pisa Tower” ໃນປະເທດ ອິຕາລີ້, ກາຍເປັນສິ່ງກໍ່ສ້າງ ທີ່ຫຼາຍໆຄົນຢາກເຫັນ. ຊີ​ວິດ​ຂອງ​ເຮົາ​ບໍ່ຍາກ​ເກີນ​ໄປ​ທີ່​ຈະ​ສ້າງ​ມູມມອງ ແລະ ​ລະ​ບຽງ​ທີ່​ດີ​ໃຫ້​ກັບ​ຕົວ​ເອງ. ເຊິ່ງ​ເປັນ​ການ​ປັບ​ອົງ​ສາ​ຂອງ​ຊີ​ວິດ​ຈິດ​ໃຈ​ໃຫ້​ມີ​ຫລຽມ​ ທີ່​ເຮັດໃຫ້​ເບິ່ງຄືວ່າສັບ​ສົນ ອາດ​ເປັນ​ຄວາມ​ອ່ຽງ​ເຊິ່ງ​ອາດ​ເບິ່ງ​ແຕກ​ຕ່າງ​ຈາກວິ​ທີ່​ຄິດ​ທົ່ວ​ໄປ. ​ແຕ່​ກໍ່ເປັນ​ຄວາມ​ອຽງ​ທີ່​ມີ​ຄວາມ​ອີ່ມ​ເອີບ​ໃຈ​ ໃນ​ຄວາມ​ຖືກ​ຕ້ອງ​ແຝງ​ຢູ່​ສະ​ເຫມີ. ຫາກ​ເຮົາ​ມີ​ໂອ​ກາດ​ພິ​ຈາ​ລະ​ນາ​ຊີ​ວິດ​ຈິດ​ໃຈ​ຂອງ​ຕົວ​ເຮົາ​ ບາງ​ຄັ້ງ​ການ​ໄດ້​ນັ່ງ​ເບິ່ງ​ໃຈ​ຕົວ​ເອງ​ທີ່​ສະ​ຫງົບ​ເຢັນ... ອີກມູມຂອງຊີວິດ

ມຸ​ມ​ ແລະ​ ລະ​ບຽງ​ອົງ​ສາ​​ອຽງ​ ຂອງຕຶກ ຊື່ “ປີຊາ ທາວເວີ້ – Pisa Tower” ໃນປະເທດ ອິຕາລີ້, ກາຍເປັນສິ່ງກໍ່ສ້າງ ທີ່ຫຼາຍໆຄົນຢາກເຫັນ. ຊີ​ວິດ​ຂອງ​ເຮົາ​ບໍ່ຍາກ​ເກີນ​ໄປ​ທີ່​ຈະ​ສ້າງ​ມູມມອງ ແລະ ​ລະ​ບຽງ​ທີ່​ດີ​ໃຫ້​ກັບ​ຕົວ​ເອງ. ເຊິ່ງ​ເປັນ​ການ​ປັບ​ອົງ​ສາ​ຂອງ​ຊີ​ວິດ​ຈິດ​ໃຈ​ໃຫ້​ມີ​ຫລຽມ​ ທີ່​ເຮັດໃຫ້​ເບິ່ງຄືວ່າສັບ​ສົນ ອາດ​ເປັນ​ຄວາມ​ອ່ຽງ​ເຊິ່ງ​ອາດ​ເບິ່ງ​ແຕກ​ຕ່າງ​ຈາກວິ​ທີ່​ຄິດ​ທົ່ວ​ໄປ. ​ແຕ່​ກໍ່ເປັນ​ຄວາມ​ອຽງ​ທີ່​ມີ​ຄວາມ​ອີ່ມ​ເອີບ​ໃຈ​ ໃນ​ຄວາມ​ຖືກ​ຕ້ອງ​ແຝງ​ຢູ່​ສະ​ເຫມີ.

ຫາກ​ເຮົາ​ມີ​ໂອ​ກາດ​ພິ​ຈາ​ລະ​ນາ​ຊີ​ວິດ​ຈິດ​ໃຈ​ຂອງ​ຕົວ​ເຮົາ​ ບາງ​ຄັ້ງ​ການ​ໄດ້​ນັ່ງ​ເບິ່ງ​ໃຈ​ຕົວ​ເອງ​ທີ່​ສະ​ຫງົບ​ເຢັນ ​ເປັນ​ການເບິ່ງເຫັນສິ່ງ​ທີ່​ປອດ​ໂປ່ງ​,​ ສະ​ບາຍ​ເຫລືອ​ເກີນ​ຈົ​ນ​ເຮັດ​ໃຫ້ຮູ້​ສຶກ​ໄດ້​ວ່າ​ ຄວາມ​ສຸກ​ນັ້ນ​ເປັນ​ສິ່ງ​ທີ່​ສາ​ມາດ​ເກີດ​ຂຶ້ນ​ໄດ້​ງ່າຍໆ​ໂດຍ​ບໍ່​ຕ້ອງ​ຫາ​ວັດ​ຖຸ​ຫລອກ​ລໍ້​ແຕ່​ຢ່າງ​ໃດ.

ຍິ່ງ​ເມື່ອ​ເຮົາ​ໄດ້​ມີ​ໂອ​ກາດ​ທົບ​ທວນ​ຊີ​ວິດ​ທີ່​ເກີດ​ຈາກ​ປະ​ສົບ​ການ​ຜ່ານ​ການ​ໃຊ້​ຊີ​ວິດ​ມາດົນ, ​ການ​ໄດ້​ສົນ​ທະ​ນາ ແລະ​ໄດ້​ຮັບ​ຮູ້​ມູມມອງ​ຈາກ​ທ່ານ​ເຫລົ່າ​ນັ້ນ. ກັບ​ສົ່ງ​ຜົນ​ໃຫ້​ເຮົາ​ມີ​ຄວາມ​ເຂົ້າ​ໃຈ​ຊີ​ວິດ​ໃນ​ອີກຮູບແບບຫ​ນຶ່ງ. ການໄດ້ສົນທະ ນາກັບ​ຄົນ​ທີ່​ຜ່ານ​ການ​ໃຊ້​ຊີ​ວິດ​ດົນ ​​ເຮັດ​ໃຫ້​ໄດ້​ເກັບ​ກ່​ຽວ​ຄວາມ​ຮູ້​ທັງ​ຈາກ​ຄວາມ​​ຄິດ ​ແລະ ​ວິ​ຖີ​ຊີ​ວິດ​ທີ່​ເຂົາ​ມີ​ ແລະ​ ເປັນ​ຢູ່. ເພື່ອ​ນຳ​ມາ​ສອນ​ໃຈ​ຕົວ​ເອງ​ໃຫ້​ເຕີບ​ໂຕ​ ບົນ​ພື້ນ​ຖານ​ທີ່​ມີ​ຄົນ​ຄອຍ​ເຕືອນ​ໃຈ​ເຮົາ.

ມີ​ເລື່ອງ​ຫ​ນຶ່ງ​ທີ່​ຜູ້​ຂຽນ​ໄດ້​ຮັບ​ຮູ້​ຈາກ​ຄົນ​ລ​ູ້ນ​ກ່ອນ​ຄື: ເລື່ອງມ​ຸມມອງ​ທີ່​ເກີດ​ຂຶ້ນ​ຈາກການ​ສ້າງ​ບ້ານ​ເປັນ​ມຸມມອງ​ທີ່​ເກີດ​ຈາກ​ອົງ​ປະ​ກອບ​ຕ່າງໆ​ຂອງ​ບ້ານ​ທີ່​ໄດ້​ເກີດ​ຂຶ້​ນ​ແລ້ວ​ນ້ອມ​ມາ​ສູ່​ໃຈ​ເພື່ອ​ເປັນ​ຄູ​ສອນ​ໃຫ້​ເຮົາ​ຮູ້​ຈັກ​ຄິດ​ໃຫ້​ເປັນ.

ດ້ວຍ​ການ​ສ້າງ​ເຮືອນ​ຫລັງ​ຫ​ນຶ່ງ​ໃຫ້​ມີ​ຄວາມ​ຫ​ນ້າ​ຢູ່​ ແລະ ​ມີ​ຄວາມ​ສວຍ​ງາມ​ດ້ານ​ສິນ​ລະ​ປະ ​ເພື່ອ​ການສະແດງ ຄວາມງາມ​ນັ້ນ ​ສິ່ງ​ທີ​ປະ​ຕິ​ເສດ​ບໍ່​ໄດ້​ກໍ​ຄື: ການ​ອອກ​ແບບ​ບ້ານ​ທີ່​ມີ​ມຸມ​ ແລະ​ລະບຽງ​ເປັນ​ຈຸດ​ຄົນຈັບຕາເບິ່ງ. ​ມູມ ​ແລະ​ ລ​ະບຽງ​ທີ່​ເກີດ​ຂຶ້ນ​ເປັນ​ສິ່ງ​ທີ່​ເຮັດ​ໃຫ້​ບ້ານ​ມີ​ຮູບ​ຊົງ ​ແລະ ​ຄວາມ​ງາມ​ທີ່​ເປັນ​ສະ​ເຫມືອນ​ການ​ໂຊ​ສິນ​ລະ​ປະ​ຂອງ​ນາຍ​ຊ່າງ​ຜູ້​ອອກ​ແບບ ແລະ ເຈົ້າຂອງບ້ານ​ວ່າ ​ເປັນ​ຄົນ​ທີ່​ລົດ​ສະ​ນິ​ຍົມ​ເຊັ່ນ​ໃດ​ຢູ່​ໃນ​ຕົວ.

ການ​ອອກ​ແບບ​ຊີ​ວິດ​ເຊັ່ນ​ດຽວ​ກັນ​, ຄົນເຮົາ​ຄວນ​ຮູ້​ຈັກ​ສ້າງ “ມຸມ ​ແລະ ​ລະ​ບຽງ​ໃຫ້​ກັບ​ຕົວ​ເອງ” ເພື່ອ​ໃຫ້​ຕົວ​ເຮົາ​ໄດ້​ມີ​ໂອ​ກາດ​ຫລົບ​ມູມ​ໃນ​ວັນ​ທີ່​ຊີ​ວິດ​ມີ​ບັນ​ຫາ​ຄວາມ​ວ້າ​ວຸ້ນ​ ຫລື ພັກ​ຜ່ອນ​ງຽບໆ​. ເຖິງວ່າ​ໃນ​ວັນ​ຊີ​ວິດ​ຈະ​ປົກ​ກະ​ຕິ​ສຸກ​ດີ ສ້າງ​ທາງ​ເລືອກ​ຫລາກ​ຫລາຍ​ໂດຍ​ມີ​ສິນ​ລະ​ປະ​ຂອງ​ການ​ໃຊ້​ຊີ​ວິດ ​ໃຫ້​ມີ​ຄວາມ​ສຸກ​ເປັນ​ລາງວັນ​ຕອບ​ແທນ. ເພາະ​ຫາກ​ມີ​ບັນ​ຫາ​ຈາກມູມຫ​ນຶ່ງ ​ທີ່​ເຄີຍ​ເບິ່ງ​ເຫັນ ​ແລະ​ ແກ້​ໄຂ​ໄດ້​ເຮົາ​ອາດ​ຈະຫ​ຍັບ ເຂົ້າ​ໄປ​ອີກ​ມູມ​ຫ​ນຶ່ງ​ ທີ່​ຊ່ວຍ​ເຮັດ​ໃຫ້​ໄລ​ຍະ​ຂອງ​ບັນ​ຫາ​ຍ່າງ​ອອກ​ໄປ​, ​ເຮັດ​ໃຫ້​ເຫັນ​​ມູມ​ໃຫ່​ມ​ທີ່​ຊ່ວຍ​ແກ້​ໄຂ​ບັນ​ຫາ​ນັ້ນ​ໄດ້.

ເປັນ​ການ​ປັບ​ອົງ​ສາ​ຂອງ​ຄວາມ​ຮູ້​ສຶກ​ທີ່​ມີ​ຕໍ່​ເລື່ອງ​ທີ່​ຜ່ານ​ມາ​ ໃຫ້​ຢູ່​ຕຳ​ແຫ​ນ່ງ​ທີ່​ພໍ​ດີ. ​ເຊິ່ງ​ຈະ​ເຮັດ​ໃຫ້​ຊີ​ວິດ​ຈິດ​ໃຈ​ຂອງ​ເຮົາ​ຮູ້​ຈັກ ປັບຕົວ​ທີ່​ຈະ​ຢູ່ກັບ​ສິ່ງ​ນັ້ນໆ ​ຫລື​ ຖອຍ​ອອກ​ມາ​ຈາກ​ສິ່ງ​ທີ່​ກຳ​ລັງ​ກ່ຽວ​ພັນ​ໂດຍ​ບໍ່​ໃຫ້​ສິ່ງ​ເຫລົ່າ​ນັ້ນ​ພົວພັນ​ຕົວ​ເຮົາ​ໃຫ້​ຫ​ຍຸ້ງ​ໄດ້. ຖື​ວ່າ​ເປັນ​ການ​ສ້າງ​ຄວາມ​ເປັນ​ສະ​ຖາ​ປາ​ນິກ​ໃນ​ການ​ອອກ​ແບບ​ໃຫ້​ກັບ​ບ້ານ ​ຄືສ້າງໃຫ້​ຊີ​ວິດ​​ຫ​ນ້າ​ຢູ່​ຂຶ້ນ. ຈົນ​ກະ​ທັ້ງ​ເປັນຊີວິດແຫ່ງການຮ​ຽນ​ຮູ້ ​ທີ່​ຈະ​ເປັນ​ວິ​ສະ​ວະ​ກອນ​ເພື່ອ​ຄວບ​ຄຸມ​ການ​ກໍ່​ສ້າງ​ຊີ​ວິດ ​ໃຫ້​ເປັນ​ໄປ​ຢ່າງ​ທີ່​ໃຈ​ຕ້ອງ​ການ.

ເມື່ອສ້າງຄວາມເຂົ້າ​ໃຈ​ໃນ​ຊີ​ວິ​ດ. ​ບາງ​​ມຸມ​ເກົ່າໆ​ທີ່​ເປັນ​ຢູ່​ປະ​ຈຳ​ ກໍ່ມັກ​ຈະ​ເຮັດ​ໃຫ້​ເຮົາ​ຈົມ​ຢູ່​ກັບ​ຄວາມ​ຮູ້​ສຶກ​ນັ້ນໆ​ຝ່າຍ​ດຽວ​. ຈົນ​ເປັນ​ຄວາມ​ຊິນ​ເຄີຍ​ທີ່​ຈະ​ກ້າວ​ໄປ​ສູ່​ສິ່ງ​ໃຫ່​ມ​ທີ່​ດີກວ່າ. ຍິ່ງ​ຫາກ​ເປັນ​ມຸມມອງ​ທີ່​ເຮັດ​ໃຫ້​ຊີ​ວິດ​ຕິດ​ລົບ​ແລ້ວ​ການ​ຕິດ​ຢູ່​ໃນ​ມຸມ​ອັບ​ຂອງ​ຄວາມ​ຮູ້​ສຶກ​ທີ່​ເກີດ​ຂຶ້ນ​ໃນ​ໃຈ ​ຍ່ອມ​ເຮັດ​ໃຫ້​ເຮົາ​ຈົມ​ຢູ່​ກັບ​ຄວາມ​ເສົ້າ​ຕະ​ຫລອດ​ໄປ. ແຕ່​ຫາກ​ຮູ້​ຈັກ​ຈະ​ດຶງ​ຕົວ​ເອງ​ໃຫ້​ຫລຸດ​ອອກ​ມຸມ​ອັບ​ຂອງ​ໃຈ​, ​ຮູ້​ຈັກ​ປັບ​ໃຫ້​ມີ​ຄວາມ​ຄິດ​ໃນ​ມຸມມອງ​ທີ່​ໃຫ່​ມກວ່າ​ ອາດ​ເລີ່ມ​ຕົ້​ນ​ດ້ວຍ​ການ​ຕັ້ງ​ຄຳ​ຖາມ​ກັບ​ຕົນ​ເອງ​ ແລ້ວ​ກັບ​ມາ​ເບິ່ງວ່າ​ສິ່ງ​ທີ່​ເຮົາ​ເປັນ​ຢູ່​ນີ້​ມີ​ຜົນ​ດີ​ຫລື​ເສຍ​ຢ່າງ​ໃດ? ຮູ້​ຈັກ​ຍອມ​ຮັບ​ຄວາມ​ບົກ​ພ່ອງ​ທີ່​ມີ ​ແລະ ​ກ້າ​ທີ່​ຈະ​ຖອຍ​ອອກ​ຈາກ​ມຸມ​ເດີມ. ກ້າ​ທີ່​ຈະ​ແຫວກ​ແນວ​ຄວາມ​ຄິ​ດ​ເດີມ​ທີ່​ມີ​ຢູ່​ໃຫ້​ພັດ​ທະ​ນາ​ເປັນ​ມຸມມອງ​ໃຫ່​ມ​ທີ່​ດີກວ່າ​ໃນ​ແບບ​ສະ​ບັບ​ຂອງ​ຕົວ​ເອງ​. ເຮົາ​ຍ່ອມ​ມີ​ມູມມອງ​ຂອງ​ຄວາມ​ສຸກ​ໃນ​ແບບ​ສະ​ບັບ​ທີ່​ເປັນ​ສ່ວນ​ຕົວ.

ຂະ​ນະ​ດຽວ​ກັນ​ເມື່ອ​ມີ​ມຸມມອງ​ຂອງ​ຊີ​ວິດ​ທີ່​ດີ​ຂຶ້ນ​ແລ້ວ ​ການ​ຮູ້​ຈັກ​ສ້າງ​ລະ​ບຽງ​ໃຫ້​ຍື່ນ​ອອກ​ມາ​ນອກ​ຕົວ​ບ້ານ​ ເຊິ່ງ​ເປັນ​ເຫມືອນ​ການ​ມີ​ທີ່​ໄວ້​ຄອຍ​ຮັບ​ລົມ​ເຢັນ​ທີ່​ພັດ​ເຂົ້າ​ມາ​ ຖື​ວ່າ​ເປັນ​ການ​ຕໍ່​ຍອດ​ສິ່ງ​ດີ​ທີ່​ມີ​ຢູ່​ໃຫ້​ດີ​ຂຶ້ນ​ເລື່ອຍໆ. ເພາະ​ລະ​ບຽງ​ນັ້ນ​ຊື່​ວ່າ​ເປັນ​ອີກ​ມິ​ຕິ​ຫ​ນຶ່ງ​ທີ່​ເຮັດ​ໃຫ້​ເຈົ້າ​ຂອງ​ບ້ານ​ ໄດ້​ມີ​ພື້ນ​ທີ່​ຫລົບ​ມຸມ​ພັກ​ ເມື່ອ​ຕ້ອງ​ການ​ຄິດ​ແກ້​ໄຂ​ໃຫ້​ບັນ​ຫາ​ຜ່ອນ​ຄາຍ​ ຫລື​ ເມື່ອ​ຕ້ອງ​ການ​ຄົ້ນ​ຫາ​ຄຳ​ຕອບ​ບາງ​ຢ່າງ​ງຽບໆ​ຢູ່​ລຳ​ພັງ.

ຊີ​ວິດ​ຂອງ​ເຮົາ​ກໍ​ເຊັ່ນ​ດຽວ​ກັນ. ມັນ​ບໍ່​ຍາກ​ເກີນ​ໄປ​ທີ່​ຈະ​ສ້າງ​ມຸມມອງ ແລະ ​ລະ​ບຽງ​ທີ່​ດີ​ໃຫ້​ກັບ​ຕົວ​ເອງ​. ເຊິ່ງ​ເປັນ​ການ​ປັບ​ອົງ​ສາ​ຂອງ​ຊີ​ວິດ​ຈິດ​ໃຈ​ໃຫ້​ມີ​ຫລ່ຽມ​ທີ່​ຊວນ​ໃຫ້​ສົນ​ໃຈ​ ແລະ ​ຂໍ​ໃຫ້​ມີ​ລະ​ບຽງ​ອັນ​ປຽບ​ເປັນ​ເທັກ​ນິກ​ຂອງ​ຊີ​ວິດ​ເພື່ອ​ໄວ້​ໃຊ້ລະ​ບາຍເລື່ອງ​ທີ່​ວຸ້ນ​ວາຍ​ ໃຫ້​ກາຍ​​​ເປັນ​ຄວາມ​ງຽບສະຫງົບ​ເຢັນ​ໃນ​ທຸກ​ກໍ​ລະ​ນີ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.