Norkhame
ຄົນມັກຍ້ອງຍໍ ຄົນມັກຍ້ອງຍໍ
ການຍ້ອງຍໍຊົມເຊີຍເປັນສິ່ງທີ່ດີເລີດ. ມັນເປັນການສະແດງການຮັບຮອງສິ່ງທີ່ດີເລີດໃຫ້ຄົນອື່ນໄດ້ເຫັນສິ່ງດີໆ, ທີ່ຫຼາຍໆຄົນກໍ່ມີໄດ້ເຫັນ ຈາກການປາກົດຕົວຂື້ນໃນການກະທຳດີຂອງເຮົາ. ທຸກໆວັນ, ເຮົາມາພາລະກິດທີ່ຕ້ອງປະຕິບັດໃຫ້ສຳເລັດ. ມີຫຼາຍຢ່າງຕ້ອງຮັບມືກັບສະຖານະການ, ແລະ ສະຖານທີ່ທີ່ຕ້ອງໄດ້ພົບປະ ແລະ ເຮັດໜ້າທີ່ຮັບໃຊ້ສັງຄົມ. ການຍ້ອງຍໍສັນເສີນຈາກສັງຄົມ ເປັນການພັກດັນແນວດີໆ ໃຫ້ຄົນອື່ນໄດ້ເຮັດຕາມ. ການໃຫ້ລາງວັນແກ່ຕົນເອງ ສຳລັບການເຮັດວຽກສຳເລັດປະຈຳວັນ ເປັນຕົ້ນ: ໃຫ້ເວລາພັກ, ໃຫ້ລາງວັນຕົນເອງ ກະແມ່ນຮູບແບບການພັກດັນຕົນເອງໄດ້ເຮັດດີຄືກັນ. ຄົນເຮົາສ່ວນຫຼາຍກໍ່ຄິດສ້າງອານາຄົດ. ສິ່ງທີ່ຕ້ອງໄດ້ລື່ມ. 24 ຊົ່ວໂມງໃນການສ້າງເລື່ອງລາວໃໝ່ທຸກໆວັນ, ວັນນີ້, ວັນໜ້າ.... ຄົນມັກຍ້ອງຍໍ

ການຍ້ອງຍໍຊົມເຊີຍເປັນສິ່ງທີ່ດີເລີດ. ມັນເປັນການສະແດງການຮັບຮອງສິ່ງທີ່ດີເລີດໃຫ້ຄົນອື່ນໄດ້ເຫັນສິ່ງດີໆ, ທີ່ຫຼາຍໆຄົນກໍ່ມີໄດ້ເຫັນ ຈາກການປາກົດຕົວຂື້ນໃນການກະທຳດີຂອງເຮົາ.

ທຸກໆວັນ, ເຮົາມາພາລະກິດທີ່ຕ້ອງປະຕິບັດໃຫ້ສຳເລັດ. ມີຫຼາຍຢ່າງຕ້ອງຮັບມືກັບສະຖານະການ, ແລະ ສະຖານທີ່ທີ່ຕ້ອງໄດ້ພົບປະ ແລະ ເຮັດໜ້າທີ່ຮັບໃຊ້ສັງຄົມ. ການຍ້ອງຍໍສັນເສີນຈາກສັງຄົມ ເປັນການພັກດັນແນວດີໆ ໃຫ້ຄົນອື່ນໄດ້ເຮັດຕາມ. ການໃຫ້ລາງວັນແກ່ຕົນເອງ ສຳລັບການເຮັດວຽກສຳເລັດປະຈຳວັນ ເປັນຕົ້ນ: ໃຫ້ເວລາພັກ, ໃຫ້ລາງວັນຕົນເອງ ກະແມ່ນຮູບແບບການພັກດັນຕົນເອງໄດ້ເຮັດດີຄືກັນ.

ຄົນເຮົາສ່ວນຫຼາຍກໍ່ຄິດສ້າງອານາຄົດ. ສິ່ງທີ່ຕ້ອງໄດ້ລື່ມ. 24 ຊົ່ວໂມງໃນການສ້າງເລື່ອງລາວໃໝ່ທຸກໆວັນ, ວັນນີ້, ວັນໜ້າ. ບາງວັນພວກເຮົາກໍ່ຟ້າວ, ແລ່ນກັບວຽກ, ມີຈິນຕະນາການ, ຄອງຄອຍ, ມີຄວາມຫວັງໃຫ້ສະຖານະ ການຕ່າງໆດີຂື້ນ. ການຄອງຄອຍບາງຢ່າງກະຄຸ້ມຄ່າ, ຄວາມຫວັງບາງຢ່າງຫຼາຍປີຜ່ານໄປກະເປັນຈິງ, ສິ່ງທີ່ໄດ້ມາ ຈາກການເຮັດວຽກທຸກໆວັນ ໂດຍໃຊ້ຄວາມເຊື່ອທາງສິນທຳ ມາສ້າງຄວາມດີ ດ້ວຍສິນສະຕິ ປັນຍາ ເພື່ອໃຫ້ໄດ້ມາ ປຽບສະເໜື່ອນ ການຍ້ອງຍໍຊົມເຊີຍທີ່ຄຸ້ມຄ່າ. ໃນສັງຄົມ, ຄົນມັກຈະຍ້ອງຄົນ ດ້ວຍການໃຫ້ລາງວັນ, ຊັ້ນຕໍາແໜ່ງ, ເພື່ອເຮັດໃຫ້ສັງຄົມຮັບຮູ້ຜົນງານ.

ຕົວຈິງ, ເຮົາບໍ່ຄວນເຮັດດີໃຫ້ຄົນຍ້ອງການກະທຳດີ. ເພາະທຸກໆຊີວິດມະນຸດບົນໜ້າໂລກ, ມີຄວາມຈຳເປັນທີ່ຈະຕ້ອງໄດ້ນຳເອົາຄວາມດີອອກສູ່ສັງຄົມ, ຜ່ານການກະທຳຂອງພວກເຮົາແຕ່ລະວັນ. ເມື່ອໃດເຮົາຖືການສັນເສີນ ເປັນສິ່ງທີ່ດີ, ບໍ່ຈຳເປັນ ແລະ ບໍ່ເປັນເງື່ອນໄຂ ການກະທຳດີ, ເມື່ອນັ້ນ ເຮົາກໍ່ຈະບໍ່ຄາດຝັນ ວ່າໃຜຈະໃຊ້ເວລາເບິ່ງຄວາມດີທີ່ເຮົາກຳລັງປະຕິບັດ. ເບິ່ງຢ່າງໜຶ່ງແລ້ວຕະຫຼົກດີ, ຫາກການເຮັດດີເພື່ອໃຫ້ສັງຄົມຍ້ອງ ແທນການເຮັດດີເພາະເຮົາມີຈິດສຳນຶກດີ.

ນີ້ແມ່ນຊີວິດຂອງເຮົາ​ (ຂອງທ່ານ), ທັງຫມົດມັນແມ່ນຄວາມດີທີ່ທ່ານສ້າງ ແລະ ມັນບໍ່ແມ່ນເກີດຂື້ນຍ້ອນການຍ້ອງ ຫາກແມ່ນຍ້ອນທ່ານຕັດສິນໃຈບຸກບືນ.

ໃນມື້ນີ້, ເລືອກທີ່ຈະສະເຫຼີມສະຫຼອງສິ່ງທີ່ສວຍງາມທີ່ທ່ານກຳລັງສ້າງ ແລະ ຮັບໃຊ້ສັງຄົມ ປະຊາຊົນອ້ອມຂ້າງທ່ານ ໃນສະຖານທີ່ທີ່ທ່ານກໍາລັງພະຍາຍາມປະຕິບັດໜ້າທີ່ ໃນທຸກໆລົມຫາຍໃຈ ໃນສິ່ງທີ່ຖືກຕ້ອງ, ຕາມສິດທິໃນປັດຈຸບັນ. ຄົນອື່ນຄົງບໍ່ມີເວລາຫຼາຍພໍມາເບິ່ງພຶດຕິກຳຄົນອື່ນທຸກໆວັນ. ແລະ ເຂົາກະຄົງບໍ່ມີຄວາມສາມາດຫຼາຍ ພໍຕັດສິນໄດ້ໃນສິ່ງທີ່ເຂົາເບິ່ງບໍ່ເຫັນວ່າດີ, ຫຼື ດີຫຼາຍປານໃດ ນອກຈາກຕົວທ່ານເອງ. ທ່ານຮູ້ດີ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.