Norkhame
ແບ່ງປັນຄວາມສຳເລັດ ແບ່ງປັນຄວາມສຳເລັດ
ຈຸດເລີ່ມຕົ້ນຂອງການມອບໝາຍວຽກ ປຽບໄດ້ຄືກັນກັບການເລີ່ມຕົ້ນຂອງການບໍລິຫານທີ່ປະສົບຜົນສໍາເລັດ. ທັ້ງໝົດກໍ່ຄື ໃຫ້ເຮົາໃຊ້ເວລາຄິດເລື່ອງວຽກກ່ອນທີ່ຈະເຮັດສິ່ງອື່ນ. ຄິດໃຫ້ລະອຽດ. ຄິດໃຫ້ເຫັນພາບລວມວ່າວຽກທີ່ຕ້ອງເຮັດແມ່ນຫຍັງ ແລະ ສິ່ງເຫຼົ່ານັ້ນເຮົາຕ້ອງເຮັດເອງ ຫຼື ໃຫ້ຄົນອື່ນເຮັດ. ໃຫ້ເຮົາຝຶກຂຽນວັດຖຸປະສົງຂອງວຽກ. ໂດຍສະເພາະຢ່າງຍິ່ງ ວຽກທີ່ສະຫຼັບຊັບຊ້ອນ. ຈາກນັ້ນ ກໍ່ຄ່ອຍເຮັດລາຍການກວດສອບທຸກສິ່ງທີ່ຕ້ອງເຮັດເພື່ອໃຫ້ວຽກແລ້ວຕາມເວລາ ແລະ ສິ່ງທີ່ເຮັດເພື່ອໃຫ້ໄດ້ຄຸນນະພາບຕາມຕ້ອງການ. ບັນຫາໃນການບໍລິຫານຫຼາຍຢ່າງ ມາຈາກການລົງມືໂດຍບໍ່ໄດ້ຄິດ. ໃນທາງກັບກັນ, ຄວາມສໍາເລັດໃນການບໍລິຫານມັກເປັນຜົນມາຈາກການທີ່ເຮົາໃຊ້ເວລາ ກ່ອນທີ່ຈະເຮັດ ແລະ ຄິດກ່ອນລົງມືເຮັດ... ແບ່ງປັນຄວາມສຳເລັດ

ຈຸດເລີ່ມຕົ້ນຂອງການມອບໝາຍວຽກ ປຽບໄດ້ຄືກັນກັບການເລີ່ມຕົ້ນຂອງການບໍລິຫານທີ່ປະສົບຜົນສໍາເລັດ. ທັ້ງໝົດກໍ່ຄື ໃຫ້ເຮົາໃຊ້ເວລາຄິດເລື່ອງວຽກກ່ອນທີ່ຈະເຮັດສິ່ງອື່ນ. ຄິດໃຫ້ລະອຽດ. ຄິດໃຫ້ເຫັນພາບລວມວ່າວຽກທີ່ຕ້ອງເຮັດແມ່ນຫຍັງ ແລະ ສິ່ງເຫຼົ່ານັ້ນເຮົາຕ້ອງເຮັດເອງ ຫຼື ໃຫ້ຄົນອື່ນເຮັດ.

ໃຫ້ເຮົາຝຶກຂຽນວັດຖຸປະສົງຂອງວຽກ. ໂດຍສະເພາະຢ່າງຍິ່ງ ວຽກທີ່ສະຫຼັບຊັບຊ້ອນ. ຈາກນັ້ນ ກໍ່ຄ່ອຍເຮັດລາຍການກວດສອບທຸກສິ່ງທີ່ຕ້ອງເຮັດເພື່ອໃຫ້ວຽກແລ້ວຕາມເວລາ ແລະ ສິ່ງທີ່ເຮັດເພື່ອໃຫ້ໄດ້ຄຸນນະພາບຕາມຕ້ອງການ. ບັນຫາໃນການບໍລິຫານຫຼາຍຢ່າງ ມາຈາກການລົງມືໂດຍບໍ່ໄດ້ຄິດ. ໃນທາງກັບກັນ, ຄວາມສໍາເລັດໃນການບໍລິຫານມັກເປັນຜົນມາຈາກການທີ່ເຮົາໃຊ້ເວລາ ກ່ອນທີ່ຈະເຮັດ ແລະ ຄິດກ່ອນລົງມືເຮັດ ກໍ່ເປັນສິ່ງທີ່ສໍາຄັນຫຼາຍທີ່ສຸດໃນການມອບໝາຍວຽກ.

ການວາງແຜນເປັນເຄື່ອງຊ່ວຍປະຫຍັດເວລາ

ຄຳເວົ້າທີ່ວ່າ “ກ້າວນ້ອຍໆຕົງເວລາ ດີກ່ວາ 10 ກ້າວ ໃນບາດດຽວ” ຫຼື “ໃຫ້ຟ້າວແກ້ໄຂແຕ່ເນີ່ນໆ, ຈະໄດ້ບໍ່ເສຍເວລາ ທຸກນາທີທີ່ເຮົາໃຊ້ວາງແຜນວຽກ” ໝາຍເຖິງການເຮັດໃຫ້ເຮົາໃຊ້ເວລາຢ່າງມີປະສິດທິຜົນ ໃນວຽກເລັກໆນ້ອຍໆ ເປັນບາດກ້າວ. ໃຫ້ເຮົາຂຽນລາຍການທຸກຢ່າງທີ່ຈະຕ້ອງເຮັດໃຫ້ແລ້ວ. ເພື່ືອງານທີ່ສໍາຄັນຢ່າງໜຶ່ງສົມບູນ ຫຼື ເພື່ອບັນລຸເປົ້າໝາຍທີ່ວາງໄວ້. ຍິ່ງເຮົາໃຊ້ເວລາວາງແຜນກ່ອນທີ່ຈະເລີ່ມວຽກ ແລະ ຍິ່ງໃຊ້ເວລາໃນການຂຽນຂັ້ນຕອນທຸກຢ່າງ. ເມື່ອເຮົາເລີ່ມເຮັດວຽກແລ້ວ ເຮົາຈະຍິ່ງເຮັດວຽກໃຫ້ສົມບູນໄວຂຶ້ນ.

ການຄິດເລື່ອງວຽກວ່າ ຕ້ອງເຮັດຫຍັງແດ່? ຕ້ອງເຮັດໃຫ້ແລ້ວເມື່ອໃດ? ແລະ ຕ້ອງເຮັດໃຫ້ມີຄຸນນະພາບໃນລະດັບໃດ? ເປັນຈຸດເລີ່ມຕົ້ນຂອງການມອບໝາຍວຽກຢ່າງມີປະສິດທິພາບ. ໂຊກຮ້າຍທີ່ຜູ້ຈັດການຫຼາຍຄົນມອບໝາຍວຽກກ່ອນແລ້ວຈຶ່ງຄ່ອຍຄິດໃນພາຍຫຼັງ.

ຖາມຄໍາຖາມທີ່ຖືກຕ້ອງ

ເຮົາຄວນເຮັດວຽກແຕ່ລະຢ່າງທີ່ໄດ້ຮັບມອບໝາຍ ແບບມືອາຊີບ ແລະ ອານາຄົດຂອງເຮົາຂຶ້ນຢູ່ກັບວຽກນັ້ນ ຍິ່ງເປັນວຽກໃຫຍ່ ແລະ ສໍາຄັນເຮົາຍິ່ງຄວນເຮັດດ້ວຍຄວາມຈິງຈັງຕັ້ງແຕ່ຕອນຕົ້ນ. ຖາມຄໍາຖາມທີ່ຖືກຕ້ອງ

  • ຂ້ອຍກໍາລັງພະຍາຍາມເຮັດຫຍັງ?
  • ຂ້ອຍກໍາລັງພະຍາຍາມເຮັດວຽກນີ້ແບບໃດ?
  • ມີວິທີອື່ນທີ່ດີກວ່າບໍ?

ເລີ່ມຕົ້ນຄິດເຖິງສະຖານການຂອງເຮົາໃນປະຈຸບັນ. ໃນອະນາຄົດເຮົາຕ້ອງການຢູ່ໃນຈຸດໃດ? ແລະ ຄິດເຖິງວິທີທີ່ດີທີ່ສຸດທີ່ເຮັດໃຫ້ເຮົາໄປຮອດບ່ອນນັ້ນໄດ້.

ເປັນທີ່ປຶກສາການບໍລິຫານໃຫ້ຕົນເອງ

ໃນຂະນະທ່ານ ບໍລິຫານວຽກ, ສິ່ງທີ່ຄວນຖາມຕົນເອງ ແມ່ນ:  ເຮົາກໍາລັງເຮັດຫຍັງ ແລະ ເປັນຫຍັງເຮົາຈຶ່ງເຮັດແບບນັ້ນ? ຄວນຝຶກປະຕິບັດ ໂດຍເຮັດໃຫ້ເຮົາເປັນຜູ້ຈັດການທີ່ດີຂື້ນດ້ວຍວິທີເຮັດ ໃຫ້ເຮົາໄປຢູ່ໃນເຫດ ການຈິນຕະນາການ (ເຫດການສົມມຸດຖານ). ແລ້ວຈາກນນັ້ນກໍາທົດສອບຂໍ້ສົມມຸດຖານເຫຼົ່ານັ້ນ ເຮົາຄິດວ່າເລື່ອງໃດຈະເປັນຈິງ ຄິດເລື່ອງໃດໂດຍທີ່ເຮົາຮູ້ຕົວ ແລະ ຄິດເລື່ອງໃດໂດຍບໍ່ຮູ້ຕົວ ສິ່ງສໍາຄັນທີ່ສຸດຄື ຈະເກີດຫຍັງຂຶ້ນ ຖ້າສົມມຸດຖານຂອງເຮົາບໍ່ເປັນຈິງ ຈະເກີດຫຍັງຂຶ້ນ ຖ້າຄວາມຄິດທີ່ເຮົາໃຊ້ເປັນຖານໃນການຕັດສິນໃຈບໍ່ຖືກຕ້ອງ ແລ້ວເຮົາຈະເຮັດແນວໃດ?

ເຮົາຄວນເຮັດດ້ວຍຕົວເອງບໍ?

ສໍາລັບວຽກທຸກຢ່າງເຮົາຕ້ອງຕັດສິນໃຈວ່າ ເຮົາຄວນເຮັດເອງ ຫຼື ຄວນມອບໝາຍວຽກໃຫ້ຄົນໃນບໍລິສັດເຮັດ ຫຼື ຈ້າງຜູ້ຊ່ຽວຊານນອກບໍລິສັດເຮັດ ເຮົາຈະຕັດສິນໃຈເຊັ່ນນີ້ໄດ້ ຖ້າພຽງແຕ່ເຮົາໃຊ້ເວລາຄິດທຸກຢ່າງຕັ້ງແຕ່ຕົ້ນ ໃນການພິຈາລະນາຄວາມສາມາດ, ແລະ ສັບພະຍາກອນທີ່ຕົນເອງມີໃນການຄຸ້ມຄອງ ວ່າພຽງພໍຫຼືບໍ່? ຖ້າສົມເຫດຜົນກໍ່ເຮັດເອງ. ບາງເທືີ່ອ ເຮົາອາດຄິດຜິດທີ່ວ່າ ເຮົາຈໍາເປັນຕ້ອງມອບໝາຍວຽກໃໃຫ້ຄົນອື່ນ. ອາດສົມເຫດສົມຜົນກວ່າທີ່ຈະເຮັດເອງ. ກນເຮັດວຽກດ້ວຍຕົນເອງຕ້ອງມີຄວາມເຊື່ອໜັ້ນ ແລະ ຮູ້ວ່າຕົນເອງເຮັດໄດ້. ໃນຊ່ວງທໍາອິດທີ່ຂ້າພະເຈົົ້າເຮັດວຽກຜ່ານ ເວັບໄຊ໊ www.NorKhame.com, ຂ້າພະເຈົ້າໃຊ້ຄວາມຮູ້ທີ່ຮຽນມາ, ທັກສະການສື່ສານ, ແລະ ຊອກອ່ານກ່ຽວກັບການເຮັດວຽກ ຫຼາກຫຼາຍຫົວຂໍ້. ໃນທີ່ສຸດ ກໍ່ເຮັດໃຫ້ຂ້າພະເຈົ້າ ສາມາດສື່ສານກັບຄົນທຸກໆຊັ້ນຄົນໄດ້ຕາມເປົ້າໝາຍ. ບໍ່ວ່າຈະເປັນ ພະນັກງານ, ແມ່ຄ້າຊາວຂາຍ, ນັກຮຽນ, ທະຫານ, ຕຳຫຼວດ, ແລະ ແມ່ນແຕ່ເດັກນ້ອຍຂາຍຫວຍນຳທາງ. ນັບຕັ້ງແຕ່ມື້ນັ້ນມາຮອດປະຈຸບັນນີ້ ເຮັດໃຫ້ຂ້າພະເຈົ້າເຂົ້າໃຈຫຼາຍໆບັນຫານອກເໜືອຈາກສິ່ງທີ່ຮຽນມານຳອີກ.  ເຮັດໃຫ້ເຮົາສາມາດຂຽນ ເນື້ອໃນຕົວຈິງຕິດພັນສັງຄົມ, ແລະ ດ້ວຍຄວາມວ່ອງໄວ. ນີ້ເປັນສິ່ງໜຶ່ງທີ່ຂ້າພະເຈົ້າຄິດວ່າ ຈະຍັງສືບຕໍ່ສ້າງເນື້ອໃນດ້ວຍຕົນເອງ ແທນທີ່ຈະມອບໝາຍວຽກ ຫຼື ຈ້າງຄົນນອກມາເຮັດ.

ຫາຄົນທີ່ເໝາະສົມ

ຢ່າງໃດກໍ່ຕາມ ຖ້າເຮົາຕ້ອງມອບໝາຍວຽກໃຫ້ກັບຄົນອື່ນເຮັດ ແທນທີ່ຈະເຮັດເອງ ໃຫ້ເບິ່ງວ່າໃຜຈະເປັນຄົນທີ່.     ເໝາະສົມທີ່ສຸດທີ່ເຮົາຈະມອບໝາຍວຽກໃຫ້. ເວລາທີ່ເຮົາມອບໝາຍວຽກ ເຮົາຕ້ອງແນ່ໃຈວ່າ ເຮົາໄດ້ຈັບຄູ່ວຽກໃຫ້ກັບຄົນທີ່ເໝາະສົມແລ້ວ. ການມອບ   ໝາຍວຽກທີ່ສໍາຄັນໃຫ້ກັບຄົນທີ່ບໍ່ມີຄວາມສາມາດ ຫຼື ບໍ່ມີທັກສະທີ່ຈະເຮັດໃຫ້ວຽກແລ້ວ, ອາດເຮັດໃຫ້ເກີດຄວາມເສຍຫາຍໄດ້. ເຮົາຕ້ອງການໃຫ້ບຸກຄົນຂອງເຮົາໃຊ້ ສະກາຍະພາບຂອງຕົນຢ່າງເຕັມທີ່ ແຕ່ຕ້ອງບໍ່ເກີນຄວາມສາມາດຂອງພວກເຂົາ.

ຫຼາຍຄົນ ແລະ ຫຼາຍອົງກອນມີບັນຫາຢ່າງຫຼວງຫຼາຍ ເນື່ອງຈາກພວກເຂົາມອບໝາຍວຽກໃຫ້ກັບຄົນທີ່ບໍ່ມີຄວາມສາມາດທີ່ຈະເຮັດໄດ້ຢ່າງເໝາະສົມ. ແຕ່ສິ່ງທີ່ຕ້ອງຄໍານຶງຢູ່ຕະຫຼອດກໍ່ຄື ການເຮັດວຽກໃນອາດີດເປັນຕົວພະຍາກອນທີ່ແທ້ຈິງຂອງການເຮັດວຽກໃນອະນາຄົດ ທຸກເທື່ອ ເຮົາຄວນມອບໝາຍວຽກໃຫ້ຄົນທີ່ສາມາດເຮັດໄດ້ຢ່າງວ່ອງໄວ ແລະ ມີປະສິດທິພາບ ແລະ ເປັນໄປຕາມງົບປະມານທີ່ຕັ້ງໄວ້

ຈ້າງບໍລິສັດອື່ນເຮັດ

ຜູ້ຈັດການຫຼາຍຄົນຄິດວ່າ ວຽກຫຍັງກໍ່ຕາມ ຄວນຈະໃຫ້ຄົນໃນບໍລິສັດເຮັດ. ຢ່າງໃດກໍ່ຕາມ ໃນປະຈຸບັນ ມີຫຼາຍບໍລິສັດທີ່ຊໍານານວຽກບາງຢ່າງ ແລະ ເຮົາສາມາດຈ້າງບໍລິສັດເຫຼົ່ານັ້ນເຮັດວຽກທັງໝົດໃຫ້ເຮົາ. ເຮົາຈະໄດ້ວຽກທີ່ໄວກວ່າ ດີກວ່າ ແລະ ຖືກກວ່າທີ່ເຮົາເຮັດເອງໃນບໍລິສັດດ້ວຍຊໍ້າໄປ. ສຳລັບຂ້າພະເຈົ້າ ໃນການເຮັດວຽກທາງສື່, ວຽກງານ ເຕັກນິກຕິດພັນກັບ ໄອທີ່, ກໍ່ໄດ້ຈ້າງພະນັກງານນອກຮັບຜິດຊອບ. ເປັນຕົ້ນຄວາມປອດໄພ, ການບັນທຶກ ແລະ ເກັບກຳຂໍ້ມູນ.

ທຸກຢ່າງເລີ່ມຕົ້ນດ້ວຍການວາງແຜນ

ເປັນໄປໄດ້ວ່າ ໃນຖານະຜູ້ຈັດການ ຜົນຕອບແທນໜຶ່ງດຽວທີ່ດີທີ່ສຸດ ທີ່ເຮົາຈະຕ້ອງພໍໃຈມາຈາກການວາງແຜນ ແລະ ການວາງແຜນທັງໝົດເລີ່ມຕົ້ນດ້ວຍເຈ້ຍ ແລະ ບິກ ແລ້ວກໍ່ຂຽນລາຍການທີ່ຈະຕ້ອງເຮັດ. ຂຽນວ່າຈະຕ້ອງເຮັດເມື່ອໃດ? ເຮັດແນວໃດ? ຂຽນສິ່ງເຫຼົ່ານີ້ເອົາໄວ້ກ່ອນ. ດັ່ງນັ້ນ ໃຫ້ເຮົາໃຊ້ເວລາຄິດລາຍລະອຽດຂອງວຽກກ່ອນ ແລະ ຖາມຄໍາຖາມທີ່ຖືກຕ້ອງ. ກ່ອນທີ່ຈະຕັດສິນໃຈວ່າເຮົາຈະມອບໝາຍວຽກນີ້ ຫຼື ບໍ່ ແລະ ຈະມອບໝາຍວຽກເຫຼົ່ານີ້ແບບໃດ.

ການມອບວຽກໃຫ້ຄົນອື່ນເຮັດ ເປັນການສ້າງໃຫ້ຄົນໃນທີມງານ ຮູ້ສຶກມີສ່ວນຮ່ວມກັບຜົນສຳເລັດຂອງໜ້າທີ່ ພາຍໃນ. ມັນເປັນເຕັກນິກການສ້າງທີມງານທີ່ດີ. ເຮັດໃຫ້ພະນັກງານໄດ້ເລີ່ມສົນທະນາບັນຫາ, ສິ່ງທ້າທາຍ ແລະ ຫາວິທີແກ້ ເພື່ອເປົ້າໝາຍໃນການສຳເລັດໜ້າທີ່ນັ້ນໆ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.