Norkhame
ຫຼັກການພື້ນຖານ ສ້າງຍີ່ຫໍ້ສິນຄ້າ ຫຼັກການພື້ນຖານ ສ້າງຍີ່ຫໍ້ສິນຄ້າ
ຍີ່ຫໍ້ຈະຕ້ອງໄດ້ຮັບການເບິ່ງແຍງຕະຫຼອດ. ຕ້ອງໃຊ້ເວລາ, ແນວຄວາມຄິດ ແລະ ຄວາມສະໜໍ່າສະເໜີ ເຂົ້າໃນການ ສ້າງຍີ່ຫໍ້. ແຕ່ວ່າກໍ່ບໍ່ຈຳ ເປັນຈະຕ້ອງໄດ້ໃຊ້ເງິນເປັນຈຳນວນຫຼວງຫຼາຍ. ສິ່ງສຳຄັນຄື  ຈິດມຸ້ງໜັ້ນຂອງຜູ້ປະກອບການທີ່ຕ້ອງໄດ້ມີທັງລະບຽບ ແລະ ແຮງບັນດານໃຈ. ໃນທີ່ສຸດແລ້ວຂະບວນການສ້າງຍີ່ຫໍ້ ແມ່ນການໃສໃຈໃນການສ້າງພາບພົດລວມ ແລະ ໃສ່ໃຈໃນລາຍລະອຽດປີກຍ່ອຍ. ໃນເວລາທີ່ເຮັດ ການບໍລິຫານຍີ່ຫໍ້ ບໍ່ວ່າທ່ານຈະຢູ່ໃນຂະແໜງການໃດ ຄວນຮັກສາແນວຄວາມຄິດສາມຢ່າງ ຕໍ່ໄປນີ້ ໄວ້ຕະຫຼອດ: ສ້າງຄວາມໜ້າເຊື່ອຖື,... ຫຼັກການພື້ນຖານ ສ້າງຍີ່ຫໍ້ສິນຄ້າ

ຍີ່ຫໍ້ຈະຕ້ອງໄດ້ຮັບການເບິ່ງແຍງຕະຫຼອດ. ຕ້ອງໃຊ້ເວລາ, ແນວຄວາມຄິດ ແລະ ຄວາມສະໜໍ່າສະເໜີ ເຂົ້າໃນການ ສ້າງຍີ່ຫໍ້. ແຕ່ວ່າກໍ່ບໍ່ຈຳ ເປັນຈະຕ້ອງໄດ້ໃຊ້ເງິນເປັນຈຳນວນຫຼວງຫຼາຍ. ສິ່ງສຳຄັນຄື  ຈິດມຸ້ງໜັ້ນຂອງຜູ້ປະກອບການທີ່ຕ້ອງໄດ້ມີທັງລະບຽບ ແລະ ແຮງບັນດານໃຈ. ໃນທີ່ສຸດແລ້ວຂະບວນການສ້າງຍີ່ຫໍ້ ແມ່ນການໃສໃຈໃນການສ້າງພາບພົດລວມ ແລະ ໃສ່ໃຈໃນລາຍລະອຽດປີກຍ່ອຍ. ໃນເວລາທີ່ເຮັດ ການບໍລິຫານຍີ່ຫໍ້ ບໍ່ວ່າທ່ານຈະຢູ່ໃນຂະແໜງການໃດ ຄວນຮັກສາແນວຄວາມຄິດສາມຢ່າງ ຕໍ່ໄປນີ້ ໄວ້ຕະຫຼອດ: ສ້າງຄວາມໜ້າເຊື່ອຖື, ສ້າງຄວາມຊັດເຈນ, ແລະ ມີຄວາມສະໜໍ່າສະເໜີ.

  1. ສ້າງຄວາມໜ້າເຊື່ອຖື

ຍີ່ຫໍ້ ທີ່ໄດ້ຮັບການເຊື່ອຖື ຈະສະແດງອອກມາໃນທຸກໆຮູບແບບຂອງ ພຶດຕິກຳທາງທຸລະກິດ ທີ່ທ່ານ ໄດ້ໃຫ້ສັນຍາແກ່ຜູ້ຊົມໃຊ້. ຄົນຈະໃຫ້ ຄວາມເຊື່ອໜັ້ນຫຼາຍຂື້ນ ຖ້າຫາກລູກຄ້າຂອງທ່ານຮູ້ສຶກໃນເວລາທີ່ໃຊ້ຍີ່ຫໍ້ ແລະ ຮູ້ວ່າ: “ທຸກໆສິ່ງທີ່ທ່ານເວົ້າ-ໃຫ້ຄຳໜັ້ນສັນຍາ ແລະ ທຸກໆ ສິ່ງທີ່ ທ່ານເຮັດ” ແມ່ນຄວາມຈິງ. ສິ່ງນີ້ມັນມີສ່ວນກ່ຽວຂ້ອງ ກັບລູກຄ້າຂອງທ່ານໃນເວລາທີ່ໃຊ້ບໍລິການ. ຖ້າຫາກລູກຄ້າໄດ້ ໃນສິ່ງທີ່ທາງຍີ່ ຫໍ້ກ່າວມາແລ້ວ ກໍ່ເປັນການສ້າງການຕອບຮັບທີ່ມີພ້ອມຄວາມເຊື່ອໜັ້ນ ແລະ ໄວ້ໃຈໃນ ຕົວຍີ່ຫໍ້ຂອງທ່ານ. ເຊັ່ນ: ສິນຄ້າຍີ່ຫໍ້ດັ່ງໆ ຫຼື ມີຄົນຊື້ ຫຼາຍ ກໍ່ເກີດມາຈາກ ຜູ້ຜະລິດສະໜອງສິນຄ້າຕາມຄຸນນະພາບທີ່ເຈົ້າຂອງທຸລະກິດ ໃຫ້ສັນຍາ. ທ່ານອາດຈະເຫັນ ຄຸນນະພາບຂອງ iPhone ທີ່ມີຄົນຫຼາຍຄົນຖ້າຊື້ລຸ້ນໄໝ່ໆຕະຫຼອດ.

  1. ສ້າງຄວາມຊັດເຈນ

ຍີ່ຫໍ້ດີ ຈະຖືກຜະລິດຂື້ນຕາມຄຸນຄ່າທີ່ໄດ້ກ່າວໄວ້ຢ່າງຈະແຈ້ງ, ສິ່ງນີ້ສຳຄັນແກ່ ລູກຄ້າຂອງທ່ານ ແລະ ເປັນການສ້າງຄວາມແຕກ ຕ່າງຂອງ ຕົວລະຫວ່າງສິນຄ້າຂອງທ່ານ ກັບຄູ່ແຂ່ງຄົນ ອື່ນໆ. ຄວາມເຂົ້າໃຈທີ່ຊັດເຈນ ກ່ຽວກັບຄຸນ ຄ່າດັ່ງກ່າວ ທີ່ສະແດງອອກມາໃນຍີ່ຫໍ້ສິນຄ້າ ທີ່ທ່ານໄດ້ກ່າວມານັ້ນ ຈະເປັນການສ້າງການສື່ສານທີ່ດີຂື້ນ ຜ່ານອອກມາໃນສິນຄ້າ ຫຼື ການບໍລິການ.

  1. ສ້າງຄວາມສະໜໍ່າສະເໝີ

ຄຸນຄ່າຂອງຍີ່ຫໍ້ໄດ້ມາຈາກການຖືກຍອມຮັບ ແລະ ການຍອມຮັບດັ່ງກ່າວ ໄດ້ມາຈາກການເຮັດວຽກຂອງ ທຸກໆພາກສ່ວນ ທີ່ນອນໃນຍີ່ຫໍ້ ນັ້ນໆຢ່າງສະໜໍ່າສະເໜີ. ແຕ່ວ່າໂລກມີການປ່ຽນແປງໄວຫຼາຍ ເຮັດໃຫ້ຄວາມຕ້ອງການມີແປກໄໝ່ຂື້ນໄປເລື້ອຍໆ ເຊັ່ນວ່າ: ໂທລະສັບມືຖື ໃນເມື່ອກ່ອນ ໃຊ້ແຕ່ສື່ສານຄຳເວົ້າ, ໃນປະຈຸບັນໂທລະສັບມືຖື ເປັນທັງໂທລະທັດ, ເຄື່ອງຖ່າຍພາບ ແລະ ວິທະຍຸ. ເພື່ອເຮັດໃຫ້ຍີ່ຫໍ້ສີນຄ້າ ສາມາດຖ່າຍທອດຄຸນຄ່າຂອງ ໃຫ້ລູກຄ້າໄດ້ສຳພັດທຸກໆປະສົບການ ໃນທຸກໆຈຸດຂອງຕົວສິນຄ້າ ທີ່ສ້າງໃຫ້ລູກຄ້າມີຄວາມເພິງພໍໃຈກັບ ຕົວສິນຄ້າ ຫຼື ໃຊ້ບໍລິການ ທີ່ທ່ານກຳລັງສະໜອງໃນຕະຫຼາດ.

ຖ້າຫາກທ່ານບໍ່ທັນມີສິນຄ້າ ຫຼື ການບໍລການ ທ່ານກໍ່ສາມາດນຳໃຊ້ ຫຼັກການດັ່ງກ່າວເຂົ້າໃນຕົວທ່ານເອງ ເພາະທ່ານເປັນສິນຄ້າ ແລະ ການບໍລິການ. ດັ່ງນັ້ນ ທ່ານຈະເລືອກເປັນຍີ່ຫໍ້ດີ ຫຼື ບໍ່ດີ?

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.