Norkhame
ນ້ອຍ ຫຼື ໃຫຍ່ ຄວນສ້າງຍີ່ຫໍ້ ນ້ອຍ ຫຼື ໃຫຍ່ ຄວນສ້າງຍີ່ຫໍ້
ເມື່ອຖາມເບິ່ງຫຼາຍໆຫົວໜ່ວຍທຸລະກິດຂະໜາດນ້ອຍກ່ຽວກັບການສ້າງຍີ່ຫໍ້, ພວກເພີ່ນມັກຄິດວ່າ ຍີ່ຫໍ້ເປັນ ສິ່ງທີ່ຫົວໜ່ວຍທຸລະກິດຂະ ໜາດໃຫຍ່ສາມາດເຮັດໄດ້. ຖ້າເວົ້າເຖິງຍີ່ຫໍ້ຫຼາຍໆປະເພດ ບໍ່ວ່າຈະເປັນ ເຄື່ອງ ບໍລິໂພກ ຫຼື ການບໍລິການ, ຄົນມັກຈະຄິດຫາຍີ່ ຫໍ້ທີ່ມີຊື່ສຽງ ຈາກບໍລິສັດຂະໜາດໃຫຍ່, ເຊັ່ນ: ຖ້າຫາກ ເອີຍເຖິງເຄື່ອງດື່ມແລ້ວ ຄົນກໍ່ມັກຈະຄິດຫາ ເປັບຊີ (Pepsi), ໂຄກ (Coke), ຫຼື ຊາເຢັນໂອອີຊິ... ນ້ອຍ ຫຼື ໃຫຍ່ ຄວນສ້າງຍີ່ຫໍ້

ເມື່ອຖາມເບິ່ງຫຼາຍໆຫົວໜ່ວຍທຸລະກິດຂະໜາດນ້ອຍກ່ຽວກັບການສ້າງຍີ່ຫໍ້, ພວກເພີ່ນມັກຄິດວ່າ ຍີ່ຫໍ້ເປັນ ສິ່ງທີ່ຫົວໜ່ວຍທຸລະກິດຂະ ໜາດໃຫຍ່ສາມາດເຮັດໄດ້.

ຖ້າເວົ້າເຖິງຍີ່ຫໍ້ຫຼາຍໆປະເພດ ບໍ່ວ່າຈະເປັນ ເຄື່ອງ ບໍລິໂພກ ຫຼື ການບໍລິການ, ຄົນມັກຈະຄິດຫາຍີ່ ຫໍ້ທີ່ມີຊື່ສຽງ ຈາກບໍລິສັດຂະໜາດໃຫຍ່, ເຊັ່ນ: ຖ້າຫາກ ເອີຍເຖິງເຄື່ອງດື່ມແລ້ວ ຄົນກໍ່ມັກຈະຄິດຫາ ເປັບຊີ (Pepsi), ໂຄກ (Coke), ຫຼື ຊາເຢັນໂອອີຊິ ຫຼື ຖ້າຫາກ ເອີຍຫາການ ບໍລິການໃນຮ້ານອາຫານແລ້ວ ຄົນກໍ່ມັກຈະຄິດ ຫາຮ້ານອາຫານໂຮງແຮມຫ້າດາວ. ພາບພົດດັ່ງກ່າວ ເຮັດໃຫ້ຫຼາຍໆບໍລິສັດຂະໜາດນ້ອຍ ເກີດມີມະໂນພາບວ່າ ການສ້າງຍີ່ຫໍ້ມີໄວ້ສຳລັບບໍລິສັດຂະໜາດໃຫຍ່ ທີ່ມີເງິນລົງທຶນສູງໃສ່ອຸປະກອນ ແລະ ພະນັກງານການຕະຫຼາດ.

ແຕ່ວ່າ ມັນບໍ່ກໍ່ເປັນແນວນັ້ນສະເໜີໄປ. ຫຼາຍໆບໍລິສັດຂະໜາດໃຫຍ່ ໃນປະຈຸບັນ ໄດ້ເລີ່ມການພັດທະນາຍີ່ຫໍ້ຕັ້ງ ແຕ່ເວລາທີ່ພວກເພີ່ນຍັງເປັນ ບໍລິສັດຂະໜາດນ້ອຍ. ຕົວຢ່າງ ໃນປີ 1936 ທ່ານ ອັບ ເດວິດ ໄດ້ຢືມເງິນເມຍ ຈຳນວນ 800 ໂດລາ ເພື່ອລົງທຶນສ້າງບໍລິສັດ ອັບ ເອເລັກໂທຼ ນິກ (Abt Electronics). ໂດຍເລິ່ມສ້າງ ຍີ່ຫໍ້ວິທະຍຸຊື່ວ່າ ອັບ (Abt Radio). ຫຼັງຈາກນັ້ນ ເຈັດທົດສັດຕະວັດຜ່ານໄປ ບໍລິສັດໄດ້ຈ້າງພະ ນັກງານ ຫຼາຍກວ່າ 500 ຄົນ ແລະ ຜະລິດເຄື່ອງໃຊ້ໄຟຟ້າຫຼາຍປະເພດ ເຊັ່ນ ຕູ້ເຢັນ ແລະ ໂທລະພາບຈໍບາງ.

ຕົວຢ່າງຂ້າງເທິງນັ້ນໄດ້ຊີ້ໃຫ້ເຫັນວ່າ ບໍລິສັດຂະໜາດນ້ອຍ ກໍ່ສາມາດພັດທະນາຍີ່ຫໍ້ໄດ້ຕາມຄວາມ ອາດ ສາມາດຂອງຕົນເອງ. ແນ່ນອນ ບໍລິສັດນ້ອຍ ກໍ່ຈະມີຮູບແບບການສ້າງຍີ່ຫໍ້ທີ່ບໍ່ທັນຫຼາກຫຼາຍ ເມື່ອທຽບ ກັບບໍລິສັດຂະໜາດໃຫຍ່. ຄວາມສຳເລັດຂອງການສ້າງຍີ່ຫໍ້ນັ້ນ ບໍ່ຂື້ນກັບປັດໃຈດ້ານຂະໜາດຂອງ ບໍລິສັດ. ບໍລິສັດໃຫຍ່ທີ່ມີທຶນຫຼາຍໃນການສ້າງຍີ່ຫໍ້ ບໍ່ໄດ້ເປັນສິ່ງຮັບປະກັນວ່າ ຈະສຳເລັດສະເໜີໄປ. ແຕ່ມັນກ່ຽວກັບຄວາມອາດສາມາດຂອງ ບຸກຄະລາກອນ ແລະປັດໃຈທາງເສດຖະກິດ ອື່ນໆທີ່ກະທົບໃສ່ ໃນແຕ່ລະໄລຍະ.

ຮູບແບບການບໍລິຫານໃນການສ້າງຍີ່ຫໍ້ ບໍ່ວ່າຈະເປັນບໍລິສັດຂະໜາດໃດກໍ່ຕາມ ຕ່າງກໍ່ມີຫຼັກການລວມອັນ ດຽວກັນໃນການສ້າງຍີ່ຫໍ້ ໃຫ້ກາຍ ເປັນທີ່ຕ້ອງການຂອງສັງຄົມ. ບໍ່ວ່ານ້ອຍຫຼືໃຫຍ່ ບໍລິສັດຕ້ອງໄດ້ໃກ້ຊິດ ຕິດແທດກັບສະພາບຕະຫຼາດຂອງສິນຄ້າ, ແລະຕ້ອງມີຄວາມເຂົ້າໃຈ ຢ່າງເລິກແລບໃນຕົວຜະລິດຕະພັນ ແລະ ການສ້າງສາຍສຳພັນກັບລູກຄ້າ. ບັນຫາດັ່ງກ່າວນັ້ນ ເປັນອັນຫຼັກການອັນສຳຄັນແກ່ ການສ້າງ ຍີ່ຫໍ້ ສຳລັບທຸກໆຂະໜາດບໍລິສັດ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.