Norkhame
ເຮັດໃຫ້ລູກຄ້າ ຮູ້ສຶກຢາກລອງ ເຮັດໃຫ້ລູກຄ້າ ຮູ້ສຶກຢາກລອງ
ໃນຖານະຜູ້ປະກອບການ, ທ່ານອາດຈະໃຊ້ເວລາ ຄົ້ນຄິດຫຼາຍໆບັນຫາ ຕິດພັນກັບຕົວເລກຂໍ້ມູນ. ສິ່ງດັ່ງ ກ່າວມີຄວາມສຳຄັນຫຼາຍສຳລັບການສ້າງຍີ່ຫໍ້ໃຫ້ມີຄວາມໜັ້ນຄົງ ແລະ ສາມາດແຂ່ງ ຂັນໄດ້ດີ. ແຕ່ຖ້າຫາກ ທ່ານຕ້ອງການສ້າງຍີ່ຫໍ້ທີ່ເປັນທີ່ຊື່ນຊົມ ແລະ ມີຄວາມປະທັບໃຈແກ່ຜູ້ຊົມໃຊ້ ຫຼື ຖ້າ ຫາກ ທ່ານຢາກໃຫ້ສັງຄົມມີຄວາມຫຼົງໄຫຼແລ້ວ ທ່ານຕ້ອງໄດ້ຕັດສິນໃຈສ້າງມັນຂື້ນມາດ້ວຍ ຫົວໃຈ ຂອງທ່ານເອງ. ກິດຈະກຳຫຼັກຂອງການເປັນຜູ້ປະກອບການ ກໍ່ການເຂົ້າໄປຢູ່ໃນວົງການ ທຸລະກິດທີ່ຕ້ອງໄດ້ມີການ ປະຕິບັດງານຢ່າງຕໍ່ເນື່ອງ.... ເຮັດໃຫ້ລູກຄ້າ ຮູ້ສຶກຢາກລອງ

ໃນຖານະຜູ້ປະກອບການ, ທ່ານອາດຈະໃຊ້ເວລາ ຄົ້ນຄິດຫຼາຍໆບັນຫາ ຕິດພັນກັບຕົວເລກຂໍ້ມູນ. ສິ່ງດັ່ງ ກ່າວມີຄວາມສຳຄັນຫຼາຍສຳລັບການສ້າງຍີ່ຫໍ້ໃຫ້ມີຄວາມໜັ້ນຄົງ ແລະ ສາມາດແຂ່ງ ຂັນໄດ້ດີ. ແຕ່ຖ້າຫາກ ທ່ານຕ້ອງການສ້າງຍີ່ຫໍ້ທີ່ເປັນທີ່ຊື່ນຊົມ ແລະ ມີຄວາມປະທັບໃຈແກ່ຜູ້ຊົມໃຊ້ ຫຼື ຖ້າ ຫາກ ທ່ານຢາກໃຫ້ສັງຄົມມີຄວາມຫຼົງໄຫຼແລ້ວ ທ່ານຕ້ອງໄດ້ຕັດສິນໃຈສ້າງມັນຂື້ນມາດ້ວຍ ຫົວໃຈ ຂອງທ່ານເອງ.

ກິດຈະກຳຫຼັກຂອງການເປັນຜູ້ປະກອບການ ກໍ່ການເຂົ້າໄປຢູ່ໃນວົງການ ທຸລະກິດທີ່ຕ້ອງໄດ້ມີການ ປະຕິບັດງານຢ່າງຕໍ່ເນື່ອງ. ສິ່ງທີ່ທ່ານຕ້ອງໄດ້ເຮັດເປັນປະຈຳກໍ່ຄື ພະຍາຍາມຂາຍສິ່ງໃດໜຶ່ງ ໃຫ້ແກ່ ຄົນ, ພັກດັນຄົນໃຫ້ຊື້ສິນຄ້າ, ຈ່າຍຫຼາຍຂື້ນ, ແລະ ມີການຕັດສິນ ກ່ຽວກັບການຊົມໃຊ້ສິນຄ້າຂອງ ທ່ານ. ໃນຫຼາຍໆຄັ້ງ ມີຜູ້ຊົມໃຊ້ ຫຼາຍຄົນບໍ່ໄດ້ໃຊ້ເຫດແລະ ຜົນໃນການຕັດສິນໃຈໃນການຊື້ເຄື່ອງ. ດັ່ງນັ້ນ ຖ້າຫາກທ່ານສ້າງສິນຄ້າ ໃຫ້ກາຍເປັນສິ່ງທີ່ລູກຄ້າມີຄວາມປະທັບໃຈ ແລະ ເຮັດມັນຂື້ນມາ ດ້ວຍໃຈແລ້ວ ມັນຈະກາຍເປັນ ສິນຄ້າຍີ່ຫໍ້ ທີ່ຢູ່ໃນໃຈຄົນຫຼາຍໆຄົນ.

ການສ້າງແຜນໂຄສະນາສິນຄ້າຈຳເປັນຕ້ອງໄດ້ຄຳນຶງສາມຢ່າງດັ່ງຕໍ່ໄປນີ້: ເຮັດໃຫ້ມີຄວາມມ່ວນຊື່ນ, ເຮັດໃຫ້ຄົນມີອາລົມໂສກ ຫຼື ເຮັດໃຫ້ຄົນເກີດມີຄວາມຄິດ. ເວົ້າແນວໜຶ່ງແມ່ນວ່າ ການໂຄສະນາຕ້ອງ ເປັນການກະຕຸ້ນ ຈິດອາລົມຂອງຄົນໃນລະດັບສູງ ເພື່ອໃຫ້ຄົນມີຄວາມປະທັບໃຈ ແລະ ເກີດຄວາມ ສັດທາໃນການສ້າງສັນສິນຄ້າ ແລະ ບໍລິການໃດໜຶ່ງ ຈາກບໍລິສັດຂອງທ່ານ. ການສ້າງຍີ່ຫໍ້ໃນທຸກໆ ມື້ນີ້ ຄວນເນັ້ນໃສ່ການສ້າງໃຫ້ມີຂtບວນການວິວັດທະນາການຂອງສັງຄົມ ເຊັ່ນ: ບໍລິສັດ Apple ເນັ້ນໃສ່ການສ້າງສິນຄ້າ ທີ່ມີຄວາມເປັນ ສ່ວນຕົວຂອງຜູ້ຜະລິດ ແລະ ສື່ສານກັບຜູ້ຊົມໃຊ້ດ້ວຍການ ສ້າງຈິດສຳນຶກທີ່ດີແກ່ສິນຄ້າ ວ່າມັນເປັນສິ່ງພິເສດ ທີ່ທາງບໍລິສັດມອບໃຫ້ແກ່ສັງຄົມ ໂດຍທີ່ຄົນບໍ່ສົນ ໃຈວ່າມັນຈະແພງເທົ່າໃດ.

ການໂຄສະນາທີ່ມີ ການກະຕຸ້ນອາລົມເປັນການສ້າງໃຫ້ຄົນມີຄວາມຄິດ ແລະ ຢາກມີສ່ວນຮ່ວມ ຫຼື ກະ ຕຸ້ນໃຫ້ການສະແດງອອກ ແລະ ເກີດມີຄວາມຕ້ອງ ການໃນການຊົມໃຊ້ ຫຼື ເປັນເຈົ້າຂອງ. ຜູ້ປະກອບ ການຕ້ອງໄດ້ຄຳນຶງວ່າ ຈະສ້າງການໂຄສະນາແບບໃດເພື່ອເຮັດໃຫ້ ຍີ່ຫໍ້ສິນຄ້າທີ່ທາງບໍລິສັດ ກຳລັງຈະ ພະດັນເຂົ້າຕະຫຼາດນັ້ນ ກາຍເປັນການໂຄສະນາທີ່ກະຕຸ້ນປະສາດຄວາມຮູ້ສຶກ ທີ່ຝັງໃນຈິດໃຕ້ສຳນຶກ ຂອງຄົນໃຫ້ເຫັນຄຸນຄ່າຂອງຍີ່ຫໍ້.

ທ່ານສາມາດເບິ່ງພາບໂຄສະນາ ຕໍ່ໄປນີ້ເຊິ່ງເປັນການໂຄສະນາ ທີ່ສ້າງໃຫ້ຄົນມີອາລົມ ຮ່ວມກັນ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.