Norkhame
ອອກສ່ຽງໂຊກ ອອກສ່ຽງໂຊກ
ເຈົ້າຂອງກິດຈະການທຸລະກິດ ຕ້ອງເປັນເຈົ້າການທີ່ສຸດ ເພື່ອເຮັດໃຫ້ ທຸລະກິດຕົນເອງ ສາມາດດຳເນີນຕໍ່ໄປ ດ້ວຍຜົນກຳໄລ. ບໍ່ສະເໜີໄປວ່າ ການເຮັດທຸລະກິດ ທີ່ຕົນເອງຮັກ-ມັກ ຈະສ້າງຜົນກຳໄລ ແລະ ຢູ່ລອດ. ການລົ້ມລະລາຍ ອາດນຳຜົນເສຍມາແກ່ຕົນເອງ ແລະ ຄອບຄົວ. ທ່ານຕ້ອງໃສ່ໃຈປັດໃຈທີ່ຈະຍົກຂື້ນມານີ້. ການເງິນມັກເປັນປັດໃຈຫຼັກເຮັດໃຫ້ທຸລະກິດ ບໍ່ສາມາດໄປຕໍ່ໄດ້. ບາງທຸລະກິດມີບັນຫາການໜູນເງິນ, ດອກເບ້ຍສູງ, ບໍ່ສາມາດຖອກໜີ້ ແລະ ອື່ນໆຕິດພັນ.... ອອກສ່ຽງໂຊກ

ເຈົ້າຂອງກິດຈະການທຸລະກິດ ຕ້ອງເປັນເຈົ້າການທີ່ສຸດ ເພື່ອເຮັດໃຫ້ ທຸລະກິດຕົນເອງ ສາມາດດຳເນີນຕໍ່ໄປ ດ້ວຍຜົນກຳໄລ. ບໍ່ສະເໜີໄປວ່າ ການເຮັດທຸລະກິດ ທີ່ຕົນເອງຮັກ-ມັກ ຈະສ້າງຜົນກຳໄລ ແລະ ຢູ່ລອດ. ການລົ້ມລະລາຍ ອາດນຳຜົນເສຍມາແກ່ຕົນເອງ ແລະ ຄອບຄົວ. ທ່ານຕ້ອງໃສ່ໃຈປັດໃຈທີ່ຈະຍົກຂື້ນມານີ້.

ການເງິນມັກເປັນປັດໃຈຫຼັກເຮັດໃຫ້ທຸລະກິດ ບໍ່ສາມາດໄປຕໍ່ໄດ້. ບາງທຸລະກິດມີບັນຫາການໜູນເງິນ, ດອກເບ້ຍສູງ, ບໍ່ສາມາດຖອກໜີ້ ແລະ ອື່ນໆຕິດພັນ. ນອກນັ້ນ, ຍັງມີຫຼາຍໆປັດໃຈ ທີ່ເຮັດໃຫ້ທຸລະກິດໄປບໍ່ໄດ້.

  1. ລະເລີຍໜ້າທີ່ – ເມື່ອມີອິດສະຫຼະໃນການເຮັດວຽກ ແລະ ບາງຄັ້ງຄິດບໍ່ລອບຄອບ ຈິ່ງເບິ່ງຂ້າມບັນຫາທີ່ກຳລັງພົບ ຫຼື ແກ້ບັນຫາທຸລະກິດ ບໍ່ຖືກຈຸດ ເລີຍເຮັດໃຫ້ທຸລະກິດ ບໍ່ໄດ້ຮັບການໃສ່ໃນເທົ່າທີ່ຄວນ.
  2. ສໍ້ໂກງພາຍໃນ – ທຸລະກິດທີ່ມີການຈັດຊື້-ຈ້າງ ມັກພົບບັນຫານີ້. ການຫົວໄຫຼເງິນບໍລິສັດ ເຮັດໃຫ້ ເຈົ້າຂອງອາດລົ້ມລະລາຍໄດ້. ຕຳແໜ່ງບັນຊີ ບໍລິສັດ ຈິ່ງຖືວ່າ ສຳຄັນຫຼາຍ. ຫຼາຍໆບໍລິສັດ ເລືອກຈ້າງພີ່ນ້ອງ ຫຼື ຄົນໄວ້ໃຈ ແລະ ມັກພົບຫຼາຍໆກໍລະນີ ແມ່ນຄົນໄວ້ໃຈ ຫັກຫຼັງ. ການຄຸ້ມຄອງບັນຊີ ລາຍຮັບ-ຈ່າຍລະເລີຍບໍ່ໄດ້.
  3. ຂາດປະສົບການ – ຄວາມຮູ້ໃນການເຮັດທຸລະກິດສຳຄັນຫຼາຍ. ນອກຈາກການສຶກສາ ຍັງຕ້ອງມີປະສົບການ ແລະ ໃຫວພິກ ໃນການດຳເນີນທຸລະກິດຕົວຈິງ. ນອກຈາກການບໍລິຫານທົ່ວໆໄປ, ຄວາມເຂົ້າໃຈກ່ຽວກັບວຽກງານວິຊາການ ຈຳເປັນຫຼາຍ. ເປັນຕົ້ນ ທຸລະກິດຕິດພັນກັບກໍ່ສ້າງ ເປັນຕົ້ນ. ຈຳເປັນຕ້ອງໄດ້ເຂົ້າໃຈ ເຄື່ອງຈັກ, ລົດ, ແລະ ອົງປະກອບຕ່າງໆ.
  4. ບໍ່ມີລູກຄ້າ – ເປັນວຽກງານໜັກຫຼາຍ ໃນການເຮັດທຸລະກິດ. ທ່ານຈະຕ້ອງໄດ້ສ້າງຈຸດເດັ່ນ ແລະ ເປັນທີ່ຕ້ອງການ. ເບິ່ງທິດສະດີຄືງ່າຍ. ຕົວຈິງ ທ່ານຕ້ອງໄດ້ດັດປັບຫຼາຍໆອັນ ໃນຊ່ວງການໃຫ້ບໍລິການ ແລະ ຂາຍສິນຄ້າ. ຕ້ອງຮັບປະກັນຄຸນນະພາບ ແລະ ສາມາດແຂ່ງຂັນລາຄາໄດ້.
  5. ສະຖານທີ່ຕັ້ງບໍ່ເໜາະສົມ – ບາງທຸລະກິດ, ການຕັ້ງທີ່ຊຸມຊົນເປັນສິ່ງ “ຕ້ອງ” ໄດ້ເຮັດເພື່ອໃຫ້ໄດ້ລູກຄ້າ. ເປັນຕົ້ນ: ຮ້ານອາຫານ, ເຄື່ອງດື່ມ, ແລະ ບໍລິການສ່ວນບຸກຄົນ. ເມື່ອໃດສະຖານທີ່ ບໍ່ອຳນວຍ, ກໍ່ອາດເຮັດໃຫ້ ລູກຄ້າຫາຍໄປເລີຍ ແລະ ບໍ່ສາມາດສ້າງລາຍຮັບໄດ້.
  6. ໄພທຳມະຊາດ – ນໍ້າຖ້ວມ ແລະ ໄພທາງທຳມະຊາດ ກາຍເປັນສິ່ງທີ່ພົບເຫັນໃນສັງຄົມປະຈຸບັນ. ມີຫຼາຍສະຖານທີ່ ຖືກນໍ້າພັດພາໄປ ຫຼື ນໍ້າຖ້ວມເສຍຫາຍ ຈົນຕ້ອງໄດ້ລົງທຶນສ້າງໃໝ່. ຕິດພັນກັບຜະລິດຕະພັນກະສິກຳ, ມັກພົບໄພທຳມະຊາດ ໃນທຸກໆໄລຍະການປູກ. ເມື່ອໃດຜົນຜະລິດກະສິກຳ ບໍ່ສາມາດສະໜອງໄດ້ ກໍ່ຈະເປັນຜົນກະທົບຕໍ່ຜົນຜະລິດ.

ບໍ່ຢາກໃຫ້ເຈົ້າຂອງທຸລະກິດດຳເນີນທຸລະກິດ ໃຫ້ໄປຕາມໂຊກສະຕາລິຂິດ. ທ່ານຕ້ອງນຳໃຊ້ທຸກໆໂອກາດທີ່ມີ ສ້າງໂຊກສະຕາທີ່ທ່ານຕ້ອງການ. ປັດໃຈພາຍນອກ ເປັນຕົ້ນ ການປ່ຽນແປງກົດໝາຍ, ໄພທຳມະຊາດ, ອັດຕາເງີນເຟີ້, ສິ່ງເຫຼົ່ານີ້ກະທົບ ໃສ່ທຸລະກິດບໍ່ຫຼາຍກໍ່ນ້ອຍ. ເມື່ອໃດເຮົາຕັດສິນໃຈເຮັດທຸລະກິດ ເມື່ອນັ້ນໝາຍວ່າ ທ່ານຕ້ອງພ້ອມທີ່ຈະຫັນວິກິດໃຫ້ກາຍເປັນໂອກາດ. ຄິດແນວນັ້ນ, ທ່ານຈະອົດທົນ ແລະ ສຸຂຸມໃນການຕັດສິນໃຈ ດ້ວຍຄວາມສາມາດ ແລະ ສະຕິປັນຍາ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.